ບາຣັກ ໂອບາມາ ຖອນທະຫານອອກຈາກ ອີຣັກ

ປະທານາທິບໍດີ ບາຣັກ ໂອບາມາ ປະກາດສີ້ນສຸດ ການຕໍ່ສູ້ ທາງທະຫານ ຢູ່ໃນ ອີຣັກ.

ປະທານາທິບໍດີ ບາຣັກ ໂອບາມາ ເວົ້າວ່າ: ຊາວອີຣັກ ຕ້ອງກໍານົດ ຊາຕາກັມ ຂອງຕົນເອງ ໃນເວລາທີ່ ອາເມຣິກັນ ສຸມໃສ່ ການຕໍ່ສູ້ ກັບກຸ່ມກໍ່ການຮ້າຍ ອານໄກດາ ຢູ່ໃນປະເທດ ອາຟການິສຖານ ແລະວ່າ ອີຣັກ ຕ້ອງສ້າງສາ ປະເທດຊາດ ຂອງຕົນເອງ.

ທ່ານ ບາຣັກ ໂອບາມາ ໄດ້ປະກາດ ຕໍ່ປະຊາຊົນ ອາເມຣິກັນ ຈາກຫ້ອງການ ປະທານາທິບໍດີ ຢູ່ທໍານຽບຂາວ ໃນຕອນແລງ ຂອງວັນອັງຄານ ບ່ອນທີ່ທ່ານ George W Bush ອາດີດ ປະທານາທິບໍດີ ໄດ້ປະກາດ ສົງຄາມ ໃນອີຣັກ ເມື່ອ 7 ປີກ່ອນ. ຄໍາໃສ ຂອງທ່ານ ໃນຕອນນື່ງວ່າ:

ທ່ານ ກ່າວວ່າ: ຍ້ອນກໍາລັງ ທະຫານ ແລະພົລເຮືອນ ຂອງພວກເຮົາ ແລະຍ້ອນ ຄວາມທໍຣະຫົດ ຂອງປະຊາຊົນ ອີຣັກ, ອີຣັກ ມີໂອກາດ ຮັບເອົາຊາຕາກັມ ໃໝ່ຂອງຕົນ ເຖິງແມ່ນວ່າຍັງມີ ສິ່ງທ້າທາຍ ຫລາຍຢ່າງເຫລືອຢູ່. ດັ່ງນັ້ນ ໃນຄໍ່າຄືນ ມື້ນີ້ ຂ້າພະເຈົ້າ ຂໍປະກາດວ່າ ພາລະກິດ ການຕໍ່ສູ້ ຂອງກອງກໍາລັງ ທະຫານ ສະຫະຣັຖ ໃນອີຣັກ ໄດ້ສິ້ນສຸດລົງ. ການປະຕິບັດ ງານປົດປ່ອຍ ອີຣັກ ໄດ້ຈົບລົງ. ປະຊາຊົນ ອີຣັກ ດຽວນີ້ ໄດ້ນໍາພາ ຄວາມຮັບຜິດຊອບ ຂອງຕົນ ເພື່ອຣັກສາ ຄວາມປອດໄພ ຂອງປະເທດ ຂອງເຂົາເຈົ້າ.

ທ່ານ ໂອບາມາ ຍັງຢໍ້າຢູ່ວ່າ ສະຫະຣັຖ ຍັງມີພັນທະ ສນັບສນູນ ອີຣັກ ໃນການຝືກແອບ ກໍາລັງທະຫານ ຂອງອີຣັກ ເພື່ອໃຫ້ສາມາດ ເປັນຕົວ ຂອງຕົນເອງໄດ້. ທ່ານ ໂອບາມາ ໃຫ້ຄໍາໝັ້ນວ່າ ຈະຖອນກໍາລັງ ທະຫານ ອາເມຣິກັນ ເກືອບ 1 ແສນຄົນ ອອກຈາກ ອີຣັກ ໃຫ້ເຫລືອແຕ່ 50,000 ຄົນ ເພື່ອຊ່ວຍຝືກແອບ ທະຫານອີຣັກ ຈົນຮອດທ້າຍປີ 2011. ໃນຂນະດຽວກັນ ນັ້ນ ທ່ານ ໂອບາມາ ເວົ້າວ່າ ຈະສຸມໃສ່ ການແກ້ໄຂ ບັນຫາເສຖກິດ ພາຍໃນປະເທດ ໃຫ້ດີຂື້ນ ຫລັງຈາກ ເສຖກິດ ສະຫະຣັຖ ຖືກທໍາລາຍ ຈາກວິກິດການ ເສຖກິດໂລກ. ແລະວ່າ ສະຫະຣັຖ ໄດ້ສໍາເຣັດ ຄວາມຮັບຜິດຊອບ ຂອງຕົນເອງແລ້ວ ແລະດຽວນີ້ ຕ້ອງເປີດໜ້າປື້ມໃໝ່ ເພື່ອສ້າງສາ ປະເທດຊາດ ຂອງເຮົາ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org