ຊາວວີກເກີ ແລະ ຊາວຮັ໋ນ ປະທະກັນ
ເຫດການ ຈະລາຈົນ ຣະຫວ່າງ ຊາວຮັ໋ນຈີນ ແລະ ຊາວມຸສລິມ ວິກເກີ ໃນເຂດຊິນຈຽງ ເຣີ່ມແຕ່ວັນອາທິດມາ ມີຜູ້ເສັຍຊີວິດແລ້ວ 156, ບາດເຈັບ 800 ກ່ວາຄົນ, ແລະ ຖືກຈັບ 1400 ກ່ວາຄົນ.
-
ມະນີຈັນ ຣາຍງານ
2009-07-07 -
-
-
Your browser doesn’t support HTML5 audio
ເຫດການ ຈະລາຈົນ ທາງພາກຕາເວັນຕົກ ຂອງຈີນ ມາຮອດວັນອັງຄານ ນີ້, ມີຜູ້ເສັຍຊີວິດແລ້ວ ຢ່າງໜ້ອຍ 156 ຄົນ, ບາດເຈັບ ອີກ 828 ຄົນ ແລະ ຖືກຈັບ 1434 ຄົນ, ຊຶ່ງຖືວ່າ ເປັນເຫດການ ທີ່ຮ້າຍແຮງທີ່ສຸດ ໃນຮອບຫລາຍທົສວັດ ຜ່ານມາ ຢູ່ເຂດຊິນຈຽງ ແລະ ກໍຄາດວ່າ ຈໍານວນ ຜູ້ເສັຍຊີວິດ ຈະມີຫລາຍເພີ້ມຂຶ້ນ, ຕາມຣາຍງານຂ່າວ ຈາກເມືອງ ອູຣໍາກິ.
ຜູ້ເຫັນເຫດການ ຣາຍງານວ່າ ເຈົ້າໜ້າທີ່ ຕໍາຣວດ ປິດຖນົນ ໃນທົ່ວໂຕເມືອງນະຄອນຫລວງ ອູຣໍາກິ ພາຍຫລັງ ຄວາມບາດໝາງ ຣະຫວ່າງ ຊົນເຜົ່າວີກເກີ ມຸສລິມ ແລະ ຊົນເຜົ່າຮັ໋ນ ຂອງຈີນ ທະວີຄວາມຮຸ່ນແຮງຂຶ້ນ ຂະນະທີ່ມີການປະທ້ວງ ໃນຂະນະທີ່ນ້ອຍກ່ວາ ຢູ່ ກາສກາ ໂຕເມືອງໃຫຍ່ ອັນດັບສອງ ຂອງຊິນຈຽງ.
ເຫດການ ຈະລາຈົນ ດັ່ງກ່າວ ເປັນບັນຫາ ທີ່ສ້າງຄວາມກັງວົນ ໃຫ້ທາງການຈີນ, ຊຶ່ງການຂຍາຍໂຕ ຢ່າງໄວວາ ຂອງຈີນ ບໍ່ສາມາດ ກໍາຈັດໄປໄດ້ ແລະ ກະທັ້ງ ເປັນບັນຫາ ທີ່ຫລໍ່ແຫລມ ສໍາລັບ ຊົນເຜົ່າມຕ່າງໆ ສ່ວນນ້ອຍ ຂອງຈີນ ທີ່ເຫັນວ່າ ພວກຕົນ ກໍາລັງຖືກຄຸກຄາມ ໃນຖິ່ນກໍາເນີດ ຂອງຕົນເອງ ຂະນະທີ່ ຊາວຈີນ ໂຍກຍ້າຍ ເຂົ້າມາຢູ່ຫລາຍຂຶ້ນນັ້ນ.
ພວກຕໍາຣວດ ໃນເຄື່ອງແບບ ຖືອາວຸດໄມ້ຄ້ອນ ແລະ ເຄື່ອງກໍາບັງ ເຂົ້າກວດກາ ໃນເຂດໂຕເມືອງໃຫຍ່ ຂອງຊາວວິກເກີ ເມື່ອວັນຈັນ ຜ່ານມາ. ແຫລ່ງຂ່າວ ຊິນຮວາ ຂອງທາງການຈີນ ອອກຣາຍງານ ພຽງປໂຍກດຽວ ໃນເຊົ້າວັນອັງຄານນີ້ ວ່າ ມີຜູ້ເສັຍຊີວິດ 156 ຄົນ ໂດຍບໍ່ບອກເລີຍວ່າ ຜູ້ເຄາະຮ້າຍ ເປັນຊາວຮັ໋ນ ຫລື ຊາວວິກເກີ.
ຣັຖບານຈີນ ກ່າວຫາວ່າ ຜູ້ຢູ່ເບື້ອງຫລັງ ເຫດການຈະລາຈົນ ແມ່ນຊາວແມ່ຍິງ ຊາວວີກເກີ ຄົນນຶ່ງ ທີ່ລີ້ພັຍ ຢູ່ສະຫະຣັຖ ອາເມຣິກາ. ຊິນຈຽງ ເປັນເຂດ ທີ່ອຸດົມສົມບູນໄປດ້ວຍ ຊັພຍາກອນ ທັມມະຊາດ, ແຮ່ທາດ ແລະ ບໍ່ນໍ້າມັນ. ມີເຂດແດນ. ມີເຂດແດນ ຕິດກັບ ປະເທດເຂດເຊັຍກາງ. ຊາວວີກເກີ ຫລາຍຄົນ ຢາກໄດ້ ເອກຣາຊ ແລະ ຊາວວີກເກີ ຫົວຮຸ່ນແຮງ ຈໍານວນນຶ່ງ ເຄື່ອນໄຫວ ເພື່ອແຍກດິນແດນ ໂດຍໃຊ້ຄວາມຮຸ່ນແຮງ ບາງຄັ້ງຄາວ. ຊາວວີກເກີ ເປັນຊຸມຊົນ ສ່ວນໃຫຍ່ ໃນເຂດຊິນຈຽງ ຫາກບໍ່ແມ່ນເມືອງເອກ ອູຣໍາກິ, ໂດຍສ່ວນໃຫຍ່ ໃນທີ່ນັ້ນ ເປັນຊາວຮັ໋ນຈີນ ທີ່ຍ້າຍເຂົ້າມາຢູ່ໃໝ່.