ຜູ້ນໍາ ເອເຊັຍ ຈັດຕັ້ງ ເງິນສໍາຮອງ 80 ພັນລ້ານ

ບັນດາ ຜູ້ນຳເອເຊັຽ ຕາເວັນອອກ ຕົກລົງກັນ ນອກກອງປະຊຸມ ເອເຊັຽ ຢູໂຣບ ວ່າ ຈະສ້າງຕັ້ງ ກອງທືນ ຄ້ຳປະກັນ ເຫດວິກິດ ທາງດ້ານກນເງີນ ທີ່ອາດຈະເກີດຂື້ນ ໃນເອເຊັຽ ປະມານ 80 ພັນລ້ານໂດລາ ສຫາຣັຖ.

ກຸ່ມ​ຜູ້ນໍາ ​ປະ​ເທດ​ເອ​ເຊັຍ ຕາ​ເວັນ​ອອກ ດັ່ງ ຈີນ ຍີ່​ປຸນ​ ແລະ ​ເກົາຫລີ​​ໃຕ້ ​ໃນ​ມື້​ນີ້ ​ໄດ້​ຕົກລົງ​ກັນ ຈະ​ສ້າງຕັ້ງ ກອງ​ທືນ ສຳຮອງຂື້ນ​ ປະມານ 80 ພັນ​ລ້ານ​ໂດ​ລາ ​ເພື່ອຕ້ານ​ ເຫດ​ວິ​ກິດ ທາງ​ດ້ານ​ເສ​ຖ​ກິດ  ກ່ອນ​ຈະ​ມີ ​ກອງ​ປະຊຸມ ສຸດ​ຍອດ ​ກັບ​ກຸ່ມ​ປະ​ເທດ​ຢູ​ໂຣບ.

ການ​ຕົກລົງ ຣະຫວ່າງ ຜູ້ນຳ 3 ປະ​ເທດ​ ດັ່ງກ່າວ ຮ່ວມ​ກັບ ສະມາ​ຊິກ ​ອາ​ຊຽນ 10 ປະ​ເທດ ​​​ເປັນ​ບາດກ້າວ​ ທີ່​ສຳຄັນ ​ໃນ​ການຮ່ວມມື ​ແກ້​​ໄຂບັນຫາ​ ພາວະ​ເສ​ຖ​ກິດ ທີ່​ເກີດ​ຂື້ນ ​ວ່າງ​ເດືອນ ​ທີ່​ຜ່ານ​ມາ ​ໃນ​ຫລາຍ ​ປະ​ເທ​ດ ​ໃນ​ໂລກ. ກ່ຽວ​ກັບ​​ເຣື້ອງ ​ດັ່ງກ່າວ ນັກ​ວີ​ຊາ​ການ ​ທ່ານ​ນຶ່ງ ​ເວົ້າວ່າ:

“​ເອ​ເຊັຽ ຢູ​ໂຣບ​ ໄດ້​ຜົລປ​ໂຍດ ​ໃນ​ກອງ​ປະຊຸມ​ນີ້ ​ໃນ​ການ​ແກ້​​ໄຂ ​ເຫດ​ວິ​ກິດ ​ທາງ​ດ້ານ​ການ​ເງີ​ນ ​ໂດຍສະ​ເພາະ ກອງ​ທືນ ຄ້ຳປະກັນ 80 ພັນ​ລ້ານ ​ໂດ​ລາ ​ໃນ​ເອ​ເຊັຽ.”

​ໃນ​ການ​ປະກາດ ​ກາ​ນຕົກ ທີ່​ເອີ້ນ​ກັນ ​ກອງ​ທືນ​ເພື່ອ​ເອ​ເຊັຽ ​ໂຄສົກ ຣັຖບານ​ ເກົາຫລີ​ໃຕ້ ເວົ້າວ່າ ກຸ່ມ​ສະມາ​ຊິກ ​ເອ​ເຊັຽ ຈາກ 13 ປະ​ເທດ ​ໄດ້​ສັນຍາ ​ທີ່​ຈະ​ເຮັດ​ວຽກ ​ຮ່ວມ​ກັນ​ ຢ່າງ​ໃກ້​ຊີດ​ ກ່ຽວ​ກັບ​ ບັນຫາ​ການ​ເງີ​ນ ​ໃນ​ອະນາ​ຄົດ. ທຸກ​ຄົນ​ ປະຕິຍານ ​ວ່າ ​ຈະ​ຊ່ອຍ​ກັນ ຍົກຣະດັບ​ ສະຖາ​ບັນ ການ​ເງີ​ນ​ ເອ​ເຊັຽ ນະ​ໂຍບາຍ ທາງ​ດ້ານ​ການ​ເງີ​ນ ​ເພື່ອ​ຕ້ານ​ ບັນຫາ​ເຫດ​ວິ​ກິດ ທີ່​ອາດ​ຈະ​ເກີດ​ຂື້ນ.

ກອງ​ທືນ​ເອ​ເຊັຽ 80 ພັນ​ລ້ານ​ ໂດ​ລາ ຈະ​ຕັ້ງຂື້ນ ​ໃນ​ທ້າຍ​​ເດືອນ ມີ​ຖຸນາ ປີຫນ້າ ປະກອບ​ດ້ວຍ ​ອົງການ ບໍຣີຫານ ​ແລະ ​ຈັດການ ​ກ່ຽວ​ກອງທຶນນີ້ ທີ່​ຈະ​ເປັນ​ຄົນ​ກາງ ​ທີ່​ເປັນ​ເອກຣາຊ ຈາກ​ບໍຣີສັດ ການ​ເງີ​ນ​ໃຫຍ່ໆ​ ຂອງ​ເອ​ເຊັຽ.


2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org