ຣັຖບານພະມ້າສັບປ່ຽນ ໜ້າທີ່ນາຍທະຫານ
ພະມ້າ ສັບປ່ຽນໜ້າທີ່ ນາຍທະຫານ ຊັ້ນຜູ້ໃຫຍ່ ເພື່ອປູທາງໃຫ້ ກອງທັບ ນໍາໜ້າ ໃນການເລືອກຕັ້ງ.
-
ໂພໄຊສວັດ
2010-08-31 -
-
-
Your browser doesn’t support HTML5 audio
ການສັບປ່ຽນ ໜ້າທີ່ ນາຍທະຫານ ຊັ້ນຜູ້ໃຫຍ່ ຫລາຍຕຳແໜ່ງ ໃນພະມ້າ ສ້າງຄວາມ ປະຫລາດໃຈ ໃຫ້ຫລາຍຄົນ ແມ່ນແຕ່ ທະຫານເອງ. ຫລາຍຄົນເຫັນວ່າ ການກະທຳ ດັ່ງກ່າວ ກໍເພື່ອຕຣຽມ ໃສ່ການເລືອກຕັ້ງ ທີ່ຈະມີຂຶ້ນ ໃນເດືອນ ພຶສຈິກາ ນີ້ຊຶ່ງຫາກ ພົລເຮືອນໄດ້ ໄຊຊະນະ ກໍຈະເບິ່ງ ຄືວ່າເປັນ ໄຊຊະນະ ທີ່ແທ້ຈິງ.
ນາຍພົນທະຫານ ຫລາຍສິບຄົນ ໄດ້ຖືກເລື່ອນຊັ້ນ ຫລືລາອອກ ບຳນານ ເປັນການປ່ຽນແປງ ຄັ້ງຍິ່ງໃຫຍ່ ຊຶ່ງນັກວິໄຈ ກ່າວວ່າ ການກະທຳ ດັ່ງກ່າວ ເປັນການແນໃສ່ ເພື່ອກຳອຳນາດ ທາງທະຫານ ຕໍ່ໄປອີກ ໂດຍການຄຸ້ມຄອງ ທັງທາງດ້ານ ທະຫານ ແລະທາງດ້ານ ການເມືອງ.
ບັນນາທິການ ວາຣະສານ ອີຣາວະດີ ທີ່ມີສູນກາງ ຢູ່ປະເທດໄທ ທ່ານ Aung Zaw ກ່າວວ່າ ໃຜຈະຖືກຍ້າຍ ໄປໃສ ຈະມີໜ້າທີ່ ຫຍັງ ໝົດທຸກຄົນ ກໍຮູ້ດີ ໃນການສັບປ່ຽນ ເທື່ອນີ້.
ທ່ານກ່າວຕໍ່ ໄປວ່າ ຣັຖບານ ທະຫານກະຕຣຽມ ຮັກສາອຳນາດ ທາງທະຫານ ໄວ້ ແລະໃຫ້ແນ່ໃຈ ວ່າຣັຖບານ ໃນອະນາຄົດ ຕ້ອງມີ ປະຊາຊົນ ເປັນຜູ້ ຮັບປະກັນ.
ຂ່າວຄາວຈາກ ໃນກອງທັບ ວ່າ ພວກນາຍທະຫານ ທີ່ລາອອກຈາກ ໜ້າທີ່ ຫລືອອກບຳນານ ສ່ວນຫລາຍ ຍັງບໍ່ມີ ອາຍຸປີການ ຄົບຖ້ວນ ແຕ່ລາອອກ ເພື່ອກັບມາ ຮັບໃຊ້ ທາງການເມືອງ ຊຶ່ງຄນະ ຣັຖບານທະຫານ ໄດ້ກຳນົດໄວ້ ແລະເພື່ອໃຫ້ໄດ້ ສຽງສ່ວນຫລາຍ ໃນການເລືອກຕັ້ງ ໃນມື້ວັນ ທີ 7 ພຶສຈິກາ ນີ້.
ສ່ວນພວກທີ່ຖືກ ເລື່ອນຊັ້ນ ກໍຈະຄຸ້ມຄອງ ຮັກສາ ສະຖາບັນ ການເງິນ ແລະການເມືອງ ເພື່ອຮັບໃຊ້ ຣັຖບານໃໝ່ ຊຶ່ງແມ່ນທະຫານ ເກົ່າຢູ່ໃນ ຄາບຂອງ ພົລເຮືອນ.