ໄທ ແລະ ຈີນ ເສັຍຊີວິດຕື່ມ ຍ້ອນໄຂ້ຫວັດ A/H1N1

ມີຜູ້ເສັຍຊີວິດ ຕື່ມອີກ 2 ຄົນ ຍ້ອນ ໂຣກໄຂ້ຫວັດ ສາຍພັນໃໝ່ ຢູ່ ປະເທດໄທ ແລະ ຢູ່ຈີນ 1 ຄົນ.
ໂພໄຊສວັດ
2009.07.02

ກະຊວງ ​ສາທາຣະນະ​ສຸກ​ໄທ ​ຢືນຢັນ ມື້​ວັນ​ພຸດ​ນີ້​ວ່າ ມີ​ຄົນ​ເສັຍ​ຊີວິດ ຕື່ມ​ອີກ 2 ຄົນ ຍ້ອນ​ຕິດ​ເຊື້ອ​ໂຣກ​ໄຂ້​ຫວັດ ສາຍ​ພັນ​ໃໝ່ H1N1. ຜູ້​ທີ 4 ​ແມ່ນ​ຜູ້​ຊາຍ​ອາຍຸ 45 ປີ ​ເປັນ​ຄົນ ດື່ມ​ເຫລົ້າ ​ແລະ ດູດ​ຢາ​ໜັກ, ສ່ວນ​ຜູ້​ທີ 5 ​ແມ່ນ ຜູ້ຍິງ​ອາຍຸ 15 ປີ ຜູ້​ທີ່​​ໄດ້​ຮັບ ​ການ​ປິ່ນປົວ​ຢູ່ ​ໂຮງໝໍ ຊົນ​ບຸຣີ.

ຜູ້​ຈັດການ ຈາກ​ໂຮງໝໍ ຣາຊວິຖີ ດຣ ວາຣຸນີ ຈິນນະຣາດ ກ່າວ​ວ່າ ຜູ້​ຊາຍ​ທີ່ ຕິດ​ເຊື້ອ​ໂຣກ​ໄຂ້​ຫວັດ ສາຍ​ພັນ ​ເອ ​ເສັຍ​ຊີວິດ ​ຍ້ອນ​ຫົວ​ໃຈ​ລົ້ມ​ເຫ​ລວ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ ອາການ​ ຂອງ​ຜູ້ກ່ຽວ ມື້ກ່ອນ​ນີ້ ກໍ​ຢູ່​ໃນ​​ເຂດ ອັນຕະລາຍ​ ຢູ່​ແລ້ວ.

ຣັຖມົນຕຣີ ກະຊວງ​ສາທາຣະນະ​ສຸຂ ທ່ານ ວິທະຍາ ຂຽວ​ປາຣາ​ໄດ ກ່າວ​ວ່າ ​ເດັກ​ຍິງ ​ທີ່​ເສັຍ​ຊີວິດ ກໍ​ມີ​ບັນຫາ​ດ້ານ​ສຸຂພາບ ຫລາຍ​ຢ່າງ ຄື​ ໂຣກ​ຄວາມ​ຕ້ານທານຕໍ່າ ​ໂຣກ​ເບົາຫວານ ​ແລະ​ ຍັງ​ມີ​ເນື້ອ​ງອກ​ ໃນ​ສໝອງ​ອີກ.

ກະຊວງ​ສາທາຣະນະ​ສຸຂ​ໄທ ຢືນຢືນ​ວ່າ ທັງ​ໝົດ​ ມີ​ຜູ້​ຕິດເຊື້ອ​ໂຣກ​ໄຂ້​ຫວັດ ສາຍ​ພັນ​ໃໝ່ ຮອດ 1,473 ຄົນ, 1.448 ຄົນ ​ໄດ້​ຮັບ​ການ​ປິ່ນ​ປົນ​ຈົນ ຫາຍ​ເຊົາ, ອີກ 22 ຄົນ ຍັງ​ຮັກສາ​ພະຍາບານ​ຢູ່.

​ໃນ​ຂະນະ​ດຽວ​ກັນ ຜູ້​ປ່ວຍຕິດເຊື້ອ​ໂຣກ ​ໄຂ້​ຫວັດ ສາຍ​ພັນ​ໃໝ່ ​ໃນ​ຈີນ​ ຄົນ 1 ​ໄດ້​ເສັຍ​ຊີວິດ ​ແຕ່​ຍ້ອນ ​ເຫດການ​ອຸບັດ​ຕິ​ເຫດ ຊຶ່ງ​ທາງ​ການ ​ເຈົ້າ​ໜ້າ​ທີ່ ​ຕຳຣວດທ້ອງ​ຖິ່ນ ​ແລະ ​ເຈົ້າ​ໜ້າ​ທີ່​ ໂຮງໝໍ ກຳລັງ​ສືບ​ສວນ​ ຢູ່ ​ເພາະອາການ​ໄຂ້ ​ໂຕ​ຮ້ອນ ຂອງ​ນາງ ກໍ​ເປັນ​ປົກກະຕິ ​ດີ​ແລ້ວ ມີ​ແຕ່ອາການ​ໄອ ​ເປັນ​ບາງ​ຄັ້ງ​ບາງ​ຄາວ ​ເລັກ​ນ້ອຍ ​ແຕ່​ເມື່ອ​ພົບ​ເຫັນ ນາງ​ໄດ້​ເສັຍ​ຊີວິດ​ຢູ່ ຫ້ອງ​ນ້ຳ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.