ສປປ ລາວ ແລະ ວຽດນາມ ສລອງວັນ ຄົບຮອບ 30 ປີ
2007.07.17

ສປປ ລາວ ແລະ ວຽດນາມ ສລອງວັນ ຄົບຮອບ 30 ປີ ຂອງສົນທິສັນຍາ ມິຕພາບ ແລະ ການຮ່ວມມື ຣະຫວ່າງກັນ ຊຶ່ງຄວາມສຳຄັນ ແລະ ຜົນປໂຍດ ສຳລັບ ປະເທດລາວ ມີໜ່ອຍ ຫຼາຍປານໃດ ນັ້ນ ເຊີນ ທ່ານຟັງ ບົດວິເຄາະ ຈາກ ມະໂນທັມ.
ໃນກາງເດືອນກໍຣະກະດາປີ 2007 ນີ້ ສປປ.ລາວ ແລະ ວຽດນາມ ສລອງວັນສຳຄັນ 2 ຢ່າງ ພ້ອມໆກັນ ຄືວັນຄົບຮອບ 30 ປີ ຂອງສົນທິສັນຍາ ມິຕພາບ ແລະ ການຮ່ວມມື ຣະຫວ່າງກັນ ແລະ ວັນ ຄົບຮອບ 45 ປີ ຂອງການສ້າງ ຄວາມສັມພັນ ທາງການທູດ ຣະຫວ່າງສອງປະເທດ.
ໃນວັນທີ 5 ເດືອນກັນຍາ ປີ 1962 ພຣະຣາຊອານາຈັກລາວ ເລີ່ມມີຄວາມສັມພັນ ທາງດ້ານການທູດ ກັບ ສາທາຣະນະຣັດ ປະຊາທິປະໄຕ ວຽດນາມ ຫຼື ວຽດນາມເໜືອ. ໃນຂນະດຽວກັນ ກໍສ້າງ ຄວາມສັມພັນ ກັບ ສາທາຣະນະຣັດ ວຽດນາມ ຫຼື ວຽດນາມໃຕ້ ຄືກັນ ທັງນີ້ ກໍຍ້ອນວ່າ ໃນສມັຍນັ້ນ ພຣະຣາຊອານາຈັກລາວ ມີຖານະ ເປັນປະເທດ ເປັນກາງ ທີ່ມີສັນຍາ ເຈນີວາ ປີ 1962 ຄ້ຳປະກັນ.
ໃນວັນທີ 18 ເດືອນກໍຣະກະດາ ປີ 1977 ຄືບໍ່ເຖິງສອງປີ ລຸນຫຼັງ ພັກປະຊາຊົນ ປະຕິວັດລາວ ຫຼື ພັກຄອມມິວນິສລາວ ໄດ້ໂຄ້ນລົ້ມ ຣະບອບ ພຣະຣາຊອານາຈັກລາວ ແລະ ພຣະຣາຊບັນລັງ ແລະ ໄດ້ເຂົ້າກຳອຳນາດ ຢ່າງສີ້ນເຊີງ ໃນປະເທດລາວ ແລ້ວ ປະເທດ ສາທາຣະນະຣັດ ປະຊາທິປະໄຕ ປະຊາຊົນລາວ ຫຼື ສປປ.ລາວ ກໍໄດ້ເຊັນ ສົນທິສັນຍາ ມິຕພາບ ແລະ ການຮ່ວມມື ກັບປະເທດ ສາທາຣະນະຣັດ ສັງຄົມນິຍົມວຽດນາມ.
ທາງການ ສປປ.ລາວ ແລະ ວຽດນາມເອີ້ນ ຫຼື ຖືວ່າ ສົນທິສັນຍາ ດັ່ງກ່າວ ເປັນສັນຍາ ມິຕພາບ ທີ່ເປັນປະເພນີ ແລະການຮ່ວມມື ຮອບດ້ານ ຣະຫວ່າງ ສອງປະເທດ ອ້າຍ-ນ້ອງ ບາງເທື່ອ ກໍເອີ້ນ ວ່າ ສັນຍາພິເສດ ລາວ-ວຽດນາມ ຊຶ່ງເປັນຊື່ ທີ່ສັ້ນດີ ແລະງ່າຍດີ ແຕ່ມີຄວາມໝາຍ ກວ້າງຂວາງ.
ຄຳວ່າພິເສດນີ້ ຖືກສອງປະເທດ ນຳມາໃຊ້ໃນການປະຕິບັດ ຄວາມສັມພັນ ລາວ-ວຽດນາມ ໂດຍຕລອດ. ເຮົາມັກໄດ້ຍິນ ທາງການ ສປປ.ລາວ ເວົ້າຢູ່ສເມີວ່າ ສອງປະເທດ ແລກປ່ຽນກັນ, ຊ່ອຍເຫຼືອກັນ ດ້ານນັ້ນ ດ້ານນີ້ ເພື່ອເຮັດໃຫ້ ຄວາມສັມພັນ ຫຼື ມິຕພາບ ປະເພນີພິເສດ ລາວ-ວຽດນາມ ມີຄວາມຮັດແໜ້ນຂຶ້ນ ຫຼາຍກ່ວາເກົ່າ ຫຼື ເພື່ອຮັດແໜ້ນ ຄວາມສັມພັນ. ແລະເທົ່າທຸກວັນ ນີ້ກໍຍັງເວົ້າຢູ່ວ່າ ພະຍາຍາມ ຮັດແໜ້ນ ຖ້າແມ່ນຄົນກັບຄົນ ກອດກັນ ຮັດແໜ້ນ ຄຶດວ່າ ປານນີ້ ຜູ້ນຶ່ງຕ້ອງຫາຍໃຈ ບໍ່ໄດ້ແລ້ວ ໂດຍສະເພາະ ແມ່ນຜູ້ມີກຳລັງອ່ອນ ກ່ວາ. ອັນນີ້ກໍຄືກັນ ໃນ ກໍຣະນີ ປະເທດ ກັບ ປະເທດ ຖ້າຄວາມສັມພັນ ຮັດແໜ້ນຫຼາຍ ຕ້ອງຣະວັງ ບາດປະເທດນ້ອຍ ຢາກອອກຈາກ ອ້ອມກອດ ຂອງປະເທດໃຫຍ່ ກໍຈະອອກໄດ້ຍາກ ໂດຍສະເພາະ ສຳລັບ ປະເທດວຽດນາມ ນັ້ນ ມີແຜນການ ອັນຍາວນານ ແນວໃດແທ້ກັບ ປະເທດລາວ, ເພີ່ນບໍ່ມີ ແຜນການສ້າງ ພິນັຍກັມ ຂອງວີຣະບຸຣຸດ ໂຮ່ຈິມິ່ນ ຫຼືຫງຽນອ້າຍກົກ ຂອງເພີ່ນ ໃຫ້ເປັນຄວາມຈິງບໍ່? ພິນັຍກັມ ຫຼື ຄວາມຝັນ ຂອງມື້ລາງໂຮ່ຈີມິ່ນ ກໍຄືຢາກໃຫ້ອະດີດ 3 ປະເທດ ອິນດູຈີນ ຝຣັ່ງເສດ ເປັນ ສະຫະພັນຣັດ ຫຼື ເປັນປະເທດດຽວ ພາຍໃຕ້ການນຳພາ ຫຼື ການປົກຄອງ ຂອງວຽດນາມ.
ສົນທິສັນຍາ ມິຕພາບ ແລະ ການຮ່ວມມື ລາວ-ວຽດນາມ ທີ່ເຊັນກັນໃນປີ 1977 ນັ້ນ ມີກຳນົດ ໃຊ້ 25 ປີ. ດັ່ງນັ້ນ ໃນວັນທີ 16 ເດືອນ ກໍຣະກະດາ ປີ 2002 ຈຶ່ງມີການສລອງ ວັນຄົບຮອບ 25 ປີ ທີ່ກຸງຮາໂນຍ ໂດຍແມ່ນ ທ່ານ ຈູມມາລີ ໄຊຍະສອນ ຮອງ ປະທານປະເທດ ສປປ.ລາວ ໃນເວລານັ້ນ ເປັນຜູ້ນຳ ຄະນະ ຜູ້ຕາງໜ້າ ພັກ-ລັດ ສປປ.ລາວໄປຮ່ວມ ແລະທ່ານ ກໍໄດ້ເຊັນ ສົນທິສັນຍາຕໍ່. ຝ່າຍວຽດນາມ ແມ່ນ ຍານາງຫງຽນ ທີບິ່ນ ຮອງ ປະທານ ປະເທດ ເປັນຜູ້ເຊັນ.
ຕາມທັມມະດາ ໃນການເຊັນສັນຍາ ຫຼື ສົນທິສັນຍາ ສອງຝ່າຍ ຫຼື ຫຼາຍຝ່າຍ ແຕ່ ລະປະເທດ ພາຄີມອງເຫັນ ຄວາມສຳຄັນ ແລະຜົນປໂຍດ ຂອງປະເທດຕົນ ໃນປັດຈຸບັນ ຫຼື ໃນອານາຄົດ. ຢ່າງ ບໍ່ຕ້ອງສົງສັຍ ສປປ.ລາວ ມີຜົນປໂຍດ ນຳສົນທິສັນຍາ ນີ້ຫຼາຍທີ່ສຸດ ທາງດ້ານການຄ້າ, ການ ເສຖກິດ ແລະ ດ້ານອື່ນໆ ຮວມທັງດ້ານ ການທະຫານ ເພາະວຽດນາມ ເປັນປະເທດໃຫຍ່, ມີ ສັກກາຍະພາບ ດ້ານເສຖກິດ ສູງ ແລະ ມີທ່າກຳປັ່ນ ຢູ່ໃກ້ ປະເທດລາວ ຊຶ່ງຈະສ້າງ ຄວາມສະດວກ ສະບາຍ ຕໍ່ການສົ່ງສິນຄ້າອອກ ແລະ ນຳສິນຄ້າ ເຂົ້າຂອງປະເທດລາວ ສະດວກສະບາຍ ແລະໃກ້ກ່ວາ ການໃຊ້ທ່າກຳປັ່ນ ຂອງປະເທດໄທ. ການເປັນ ເພື່ອນມິດ ແລະມີການຮ່ວມມື ກັບປະເທດ ໃກ້ຄຽງ ຫຼືປະເທດເພື່ອນບ້ານ ເປັນສິ່ງທີ່ດີ ດັ່ງນັ້ນ ຈຶ່ງມີຄຳຖາມວ່າ ເປັນຫຍັງ ສປປ.ລາວ ຈຶ່ງ ບໍ່ເຊັນສົນທິສັນຍາ ກັບ ສ.ປ.ຈີນ, ພະມ່າ, ໄທ ແລະ ກຳພູຊາແດ່? ເປັນຫຍັງ ຈຶ່ງບໍ່ຮັດແໜ້ນ ຄວາມສັມພັນ ກັບ ກຳພູຊາ ເພາະລາວ ກັບກຳພູຊາ ບໍ່ເຄີຍຜິດຖຽງກັນ, ບໍ່ເຄີຍລົບເລວກັນ ຈັກເທື່ອ ໃນປວັດສາດ ສຳລັບທາງດ້ານ ການທະຫານ ນັ້ນ ວຽດນາມ ປຽບສະເໝືອນ ເປັນສິ່ງສັກສິດ ຄຸ້ມຄອງລາວ. ໄທ ຫຼື ຈະກ້າຍຶກກັບລາວ. ທະຫານໄທ ລ້ວງລ້ຳ ຊາຍແດນລາວ ຖືກລາວຈັບ ກໍຕ້ອງຍອມໃຫ້ຈັບ ໂດຍດີ ບໍ່ກ້າສະແດງ ລິດທາງດ້ານ ທະຫານ ເພາະຮູ້ດີວ່າ ສປປ.ລາວ ມີອ້າຍໃຫຍ່ ວຽດນາມ ຄຸ້ມຄອງ.
ຜົນເສັຍ ຂອງສັນຍາ ພິເສດຕໍ່ລາວນັ້ນ ກໍ່ແມ່ນ ສຳລັບວຽດນາມ ແລ້ວ ແມ່ນຫຍັງ ກໍຕ້ອງພິເສດໝົດ ເມື່ອເວົ້າເຖິງ ເຣື້ອງການຄ້າ, ການຫາຢູ່ຫາກິນ ໃນລາວ ຖ້າມີວຽດນາມ ແຂ່ງຂັນ ກັບປະເທດອື່ນ ສຳລັບ ການປະມູນ, ການສັມປະທານ, ການລົງທຶນສ້າງນັ້ນ ສ້າງນີ້ ຕ້ອງແມ່ນວຽດນາມໄດ້ ກ່ອນ ຊຶ່ງເປັນ ເໝືອນກັບວ່າ ບໍ່ມີການແຂ່ງຂັນ. ຕອນນີ້ ລາວ ຈະເສັຍຜົນປໂຍດ. ຄົນວຽດ ໃນລາວດຽວນີ້ ມີສິດພິເສດ ກ່ວາຄົນ ຕ່າງດ້າວອື່ນໆ ຢາກຄືກັນກັບ ໃນສມັຍລາວ ເປັນເມືອງຂຶ້ນ ຂອງ ຝຣັ່ງເສດ ລາວ ແຕະຕ້ອງ ຄົນຝຣັ່ງເສດ ບໍ່ໄດ້ ເພີ່ນເຮັດຜິດກໍບໍ່ຖືກໂທດ ເພາະເພີ່ນເປັນນາຍ. ລາວ ແລະ ວຽດນາມ ເປັນມິດ ເປັນສະຫາຍ ກັນແບບພິເສດ ດັ່ງນັ້ນ ເຣື້ອງການປັກ ປັນຊາຍແດນ ກັນ ຈຶ່ງບໍ່ມີບັນຫາຈັກ ດີ້ເລີຍ ຊາຍແດນ ລາວ-ວຽດນາມ ອັນຍາວຢຽດນັ້ນ ສາມາດເວົ້າກັນໄດ້ - ປັນກັນໄດ້ - ບໍ່ຄືຊາຍແດນ ລາວ ກັບ ໄທ. ອີກບໍ່ດົນ ວຽດນາມ ອາດຈະຂໍປັນເອົາດິນລາວ ທີ່ມີເສັ້ນທາງໂຮຈີມີ່ນ ຜ່ານນັ້ນ ເພື່ອແລກກັບ ການໃຫ້ລາວ ໃຊ້ທ່າກຳປັ່ນ ນ້ຳເລິກ ຂອງວຽດນາມ ຟຣີໆ ແລະຫວັງວ່າ ໃນອານາຄົດ ແຂວງຫົວພັນ ຈະບໍ່ກາຍເປັນ ແຂວງຕຣ່ານນີ່ນ. ທຸກຢ່າງ ເປັນໄປໄດ້ ເພາະຄວາມພິເສດ ຂອງສົນທິສັນຍາ ມິຕພາບ ແລະການຮ່ວມມື ລາວ-ວຽດນາມ ປີ 1977 ນັ້ນເອງ.
ຣາຍການອື່ນໆ
ບົດວິເຄາະ
- ທ່ານ Gordon Brown ຖືກແຕ່ງຕັ້ງ ໃຫ້ດຳຣົງຕຳແໜ່ງ ນາຍົກຣັຖມົນຕຣີ ແທນທ່ານ Tony Blair
- ກົດໝາຍ ໃນ ປະເທດ ສະຫະຣັຖ ອາເມຣິກາ
- ນາຍພົນວັງປາວ ພ້ອມດ້ວຍ ຜູ້ຮ່ວມງານ 8 ຄົນ ຖືກຕຳຣວດ ສະຫະຣັດຈັບ ຢູ່ຣັດ ຄາລີຟໍເນັຍ
- ສປປລາວ ປະນາມ ການສໍ້ລາດ ບັງຫລວງ
- ການເລືອກ ຕັ້ງໃນລາວ ແລະ ວຽດນາມ ຄືກັນແນວໃດ ແລະ ແຕກຕ່າງກັນ ແນວໃດ?
- ຣັຖບານລາວ ມີແຜນ ຈະສ້າງ ເຂື່ອນໄຟຟ້າ ໃສ່ແມ່ນ້ຳຂອງ ຫລາຍໆແຫ່ງ
- ກັມມະກອນລາວ ໄດ້ຮັບຜົນໂຍດ ແນວໃດ? ຈາກບົດບາດ ການສົ່ງເສີມ ກັມມະກອນລາວ
- ໂຄງການ ຫລຸດຜອ່ນ ຄວາມຍາກຈົນ ຂອງ ປະຊາຊົນ ທີ່ ແຂວງ ສວັນະເຂດ ຄາດວ່າ ຈະສຳເຣັດ ໃນ ປີ 2020
- ລາວ ແລະ ວຽດນາມ ຂະຫຍາຍການຮ່ວມມື ໃຫ້ແໜ້ນແຟ້ນ ຂື້ນຫາຼຍ ກວ່າເກົ່າ
- ທ່ານ George W Bush ປະທານາທິບໍດີ ຮຽກຮ້ອງໃຫ້ ສະຫະຣັດ ມີຄວາມອົດທົນ ໃນການທຳສົງຄາມ ອີ່ຣາກ
- ສປປລາວ ໄດ້ຮັບທຶນການຊ່ອຍເຫລືອ ໃນການປັບປຸງ ການປົກຄອງ ແລະ ປາບປາມ ການ ສໍ້ຣາຊບັງຫລວງ
- ໃນໄລຍະ 31 ປີ ສປປລາວ ຕິດໜີ້ ຕ່າງປະເທດ 2,500 ລ້ານດອນລ່າ ສະຫະຣັດ
- ປະທານາທິບໍດີ George W Bush ຂໍໃຫ້ ຣັຖສະພາ ໃຫ້ໂອກາດ ແກ່ ນະໂຍບາຍໃໝ່ ໃນການເຮັດ ສົງຄາມອີຣັ່ກ
- ກອງປະຊຸມສຸດຍອດອາຊ້ຽນຄັ້ງທີ່ 12 ທີ່ເມືອງເຊບູ່ ປະເທດ ຟີລິບປີນ
- ອະດີດຜູ້ນຳອີຣັກ ຊາດຳ ຮຸດເຊນ ຄວນຖືກປະຫານຊີວິດຫຼືບໍ່?
- ສປປ.ລາວ ປະນາມການສໍ້ລາດບັງຫຼວງ
- ຈີນ ແລະ ວຽດນາມ ກຳລັງແຂ່ງຂັນກັນຂະຫຍາຍອິດທິພົນ ຢູ່ໃນລາວ ແລະ ກຳພູຊາ
- ປະຊາທິປະໄຕໃນສະຫະຣັຖອາເມຣິກາ
- ການຮັກສາສຸກຂະພາບແລະການສຶກສາເປັນຂແນງທີ່ສຳຄັນ ສຳຣັບການພັທະນາຢູ່ໃນລາວ
- ແຜນການພັທນາ ແຜນໃໝ່ ຂອງຣັຖບານລາວ
- ຜົນໄດ້ແລະຜົນເສັຽໃນການເຂົ້າຮ່ວມການຄ້າເສຣີ
- ສະພາບການໃນປະເທດໃທຽສ້າງຄວາມວິຕົກໃຫ້ແກ່ ບັນດາຜູ້ນຳປະເທດອາຊ້ຽນ
- ການເຮັດຣັຖປະຫານຢຶດອຳນາດ ; ໃນປະເທດໄທ ອາດຈະມີຜົນກະທົບບາງຢ່າງຕໍ່ສປປລາວ
- ຕ່າງປະເທດ ໃຫ້ຄວາມສົນໃຈ ລົງທຶນທຳທຸຣະກິດ ໃນລາວ
- ສປປລາວ ຍັງບໍ່ພ້ອມທີ່ຈະລົງນາມ ໃນສົນທິສັນຍາ ຫ້າມນຳໃຊ້ ສະສົມ, ຜລິດ ແລະໂອນຣະເບີດຕໍ່ຕ້ານບຸກຄົນ.