ທັສນະຂອງຊາວລາວທ່ານນຶ່ງ ຕໍ່ການຫລັ່ງໄຫຼເຂົ້າມາຕັ້ງຖິ່ນຖານ ຢ່າງຫລວງຫຼາຍໃນລາວ ຂອງຊາວຈີນ ແລະຊາວວຽດນາມ
2007.09.07
ໃນຣະຍະນີ້ຊາວວຽດນາມ ແລະຊາວຈີນ ເຂົ້າມາຕັ້ງຖິ່ນຖານປະກອບອາຊີບຢູ່ໃນປະເທດລາວຫລາຍຂຶ້ນນັບມື້, ແຕ່ ຊາວ ລາວໂດຍມາກແລ້ວ ບໍ່ກ້າຈົ່ມກ້າເວົ້າ ເພາະວ່າຢ້ານເຈົ້າໜ້າທີ່ລາວສ້າງຄວາມຫຍຸ້ງຍາກໃຫ້; ນັ້ນແມ່ນ ປະສົບ ປະການຂອງຊາວລາວທ່ານນຶ່ງ ທີ່ຣັຖ Florida ຊຶ່ງຫາກໍ່ກັບມາແຕ່ຢ້ຽມຢາມປະເທດລາວ
ປະຊາຊົນຊາວລາວຜູ້ທີ່ມີທັສນະຢືນຢູ່ໃນຈຸດຜົນປໂຍດຂອງຊາວລາວແທ້ ເຂົາກໍ່ເວົ້າວ່າ ເຣື່ອງນີ້ມັນໜ້າເປັນຫ່ວງແທ້ໆ ສຳລັບຊາວລາວຈຳນວນນຶ່ງ ຜູ້ທີ່ທັສນະຢືນຢູ່ໃນລັກຂອງນັກສັງເກດການແລ້ວ ເຂົາກໍ່ເວົ້າວ່າ ມັນເປັນເຣື່ອງທັມມະດາ
ຫລັງຈາກສົງຄາມເຢັນຣະຫວ່າງຣັດທິທືນນິຍົມ ແລະອາດີດຄ້າຍສັງຄົມນິຍົມ ໄດ້ສິ້ນສຸດລົງເມື່ອຍທ້າຍປີ 1990 ຫຼື ປະມານເກືອບ 16 ປີ ຜ່ານມານີ້ ໂດຍພື້ນຖານແລ້ວ ທົ່ວໂລກຖືກຮັບປະກັນສັນຕິພາບທີ່ຂ້ອນຂ້າງຖາວອນ ໂດຍ- ສະເພາະ ສັນຕິພາບໃນ ສປປລາວ, ວຽດນາມ ແລະກັມພູຊາ ໄດ້ກັບຕ່າວຄືນມາ ຫລັງຈາກໄດ້ກາຍເປັນສນາມຣົບ ຂອງຂັດແຍ່ງຣະຫວ່າງສອງຣັດທິດັ່ງກ່າວ ເປັນເວລາຍາວນານໃນຣະຍະ 16 ປີ ຜ່ານມານີ້ ສປປລາວ ໄດ້ເປີດປະຕູ ນະໂຍ ບາຍການຮ່ວມມື ການຄ້າ ການລົງທືນ ການທ່ອງທ່ຽວຢ່າງກ້ວາງຂວາງ ເພື່ອໃຫ້ປະເທດເພື່ອນບ້ານ ແລະ ບັນດາປະເທດຢູ່ໃນໂລກ ເຂົ້າໄປຄ້າຂາຍລົງທຶນໃນລາວ.
ບາດກ້າວສຳຄັນໃນການປ່ຽນແປງພູມີສາດການເມືອງຂອງລາວ ມີຂຶ້ນຫລັງຈາກ ສປປລາວ ໄດ້ກາຍເປັນສະມາຊິກ ຂອງສະມາຄົມເອເຊັຽຕາເວັນອອກສ່ຽງໃຕ້ ຫລືມັກຮຽກກັນວ່າ “ອາຊ້ຽນ“ ນັ້ນເອງ. ຊຶ່ງນະໂຍບາຍຂອງອາຊ້ຽນແມ່ນ ການເຊື່ອມຕໍ່ເຂົ້າກັນໃນຫລາຍໆດ້ານ ໂດຍມີເປົ້າໝາຍສູນສຸດ ແມ່ນເຮັດໃຫ້ອາຊ້ຽນມີຕລາດການຄ້າຣະບົບກ່ຽວກັນ ນອກນັ້ນ ສປປລາວ ຍັງມີສັນຍາພິເສດຢ່າງຮອບດ້ານ 30 ປີ ແລະຕໍ່ໄດ້ອີກຄັ້ງລະ 10 ກັບປະເທດວຽດນາມ, ຍິ່ງໄປກ່ວານັ້ນ ສປປລາວ ຍັງມີນະໂຍບາຍພິເສດຕໍ່ປະຊາຊົນວຽດນາມທີ່ອາສັຍຢູ່ໃນລາວ
ຫລາຍຄົນໃຫ້ຄຳເຫັນວ່າ ສະພາບການທີ່ກ່າວມານີ້ ເປັນຕົ້ນເຫດທີ່ສ້າງເງື່ອນໄຂ ໃຫ້ມີຊາວວຽດນາມ, ຊາວຈີນ ແລະຊາວຕ່າງປະເທດ ແລະອື່ນໆຫລັ່ງໄຫຼ ເຂົ້າໄປຕັ້ງຖິ່ນຖານຢູ່ໃນປະເທດລາວ; ໃນຂະນະດຽວກັນ ທີ່ປະຊາຊົນ ລາວຫລາຍແສນຄົນ ກໍໄດ້ໜີອອກໄປປະເທດໄທເພື່ອຊອກຫາວຽກເຮັດງານທຳເຊັ່ນກັນໂດຍສະເພາະແລ້ວ ຊາວຈີນ ແລະຊາວວຽດນາມ ເປັນຊົນຊາດທີ່ພັນທະວິສັຍລ້ຳໜ້າຊາວລາວໃນຫຼາຍດ້ານ ເຂົາເຈົ້າເຫັນມາແຕ່ດົນນານ ແລ້ວວ່າ ປະເທດລາວແມ່ນດິນແດນແຫ່ງໂອກາດຄຳ ທີ່ພາດໂອກາດນີ້ບໍ່ໄດ້
ການຫລັ່ງໄຫຼແບບຂນານໃຫຍ່ຂອງຊາວຈີນ ແລະ ຊາວວຽດນາມເຂົ້າມາຕັ້ງຖິ່ນຖານໃນລາວ ບໍ່ຄ່ອຍກາຍເປັນເຣື່ອງທີ່ ທາງ ການລາວສົນໃຈພໍເທົ່າໃດ ເພາະຖືວ່າ ມັນແມ່ນສິ່ງທີ່ຕາມມາຂອງນະໂຍບາຍເປີດກວ້າງຂອງພັກປະຊາຊົນປະຕິ ວັດລາວ ແລະຣັຖບານລາວ. ຈຳນວນນຶ່ງກໍວ່າ ມັນບໍ່ແມ່ນບັນຫາ ມັນເປັນພຽງປະກົດການຂອງວິວັທນາການສັງຄົມ ມະນຸດຕາມຍຸກສມັຍເທົ່ານັ້ນ ຟັງຢ່າງນຶ່ງກໍຄືວ່າ ຖືກຕ້ອງແລ້ວ. ຄຳຖາມມີຢູ່ວ່າ ເງື່ອນຂັຍສດວກຂອງພັກປະຊາຊົນ ປະຕິວັດລາວສ້າງຂຶ້ນມານີ້ ແມ່ນຊົນຊາດໃດຈະໄດ້ຮັບປະໂຍດຫລາຍກ່ວາກັນ ຊາວລາວທ່ານນຶ່ງຈາກຣັຖ Florida ທີ່ຫາກໍ່ກັບມາແຕ່ໄປຢ້ຽມຢາມປະເທດລາວໄດ້ເລົ່າປະສົບປະການຂອງທ່ານໃຫ້ຟັງວ່າ:
ສຽງ: “ ຢູ່ໃນຫລວງພຣະບາງຫັ້ນ ຄັນສິເວົ້າເຣື່ອງການຄ້າການຊາຍຢູ່ໃນຫັ້ນ ສ່ວນຫລາຍແມ່ນພວກຄົນຈີນ ຊຶ່ງວ່າມາ ແຕ່ປະເທດຈີນພູ້ນການມາຢູ່ເມືອງລາວເຮົາເຂົາຄືຈະມາຢູ່ລາວນີ້ໄດ້ດີກ່ວາຄົນລາວຈາກຕ່າງປະເທດໄປຢູ່ໃນເມືອງລາວ ນີ້ເອງ ແຕ່ວ່າສຳລັບຢູ່ທາງຝົງສາລີ ຄົນລາວເຂົາເຈົ້າເວົ້າວ່າຫລາຍ ເຂົາເຈົ້າມາທ່ຽວກໍຫຼາຍ ແລະມາຄ້າຂາຍກະ ຫລາຍ ສິນຄ້າຂອງເຂົາເຈົ້ານີ້ຮູ້ສຶກວ່າຕາມຖນົນຫັ້ນ ຣົຖຂົນສົ່ງສິນຄ້ານີ້ແມ່ນປະເພດໝາກໄມ້ໝາກຕອກແຫ່ງມີມາ ຫລາຍ ຂີ່ຣົຖຈາກຖນົນເລກ 13 ລົງມາວຽງຈັນ ກະເຫັນຣົຖພວກຈີນທີ່ວ່າຂົນໝາກໄມ້ໝາກຕອກມາແຕ່ຝົງສາລີ ຊາຍແດນຈີນພຸ້ນແຫລະ ລົງມາຂາຍຢູ່ຫລວງພຣະບາງ ແລະຮອດວຽງຈັນ ສວັນນະເຂດພຸ້ນແຫລະ (ສົມເນຖາມ) ບາດນີ້ຄົນວຽດນາມເດ? ຄົນວຽດນາມນີ້ ຢູ່ຫລວງພຣະບາງກະເຫັນຫລາຍ ເພາະເຂົາປາກພາສາລາວກໍບໍ່ເປັນ ປາກພາສາຈີນກໍບໍ່ເປັນ ເລາະຊາຍເຄື່ອງ ແລະເລາະສ້ອມແປງ, ບ້ານເຮືອນ ໃນຣາຄາຖືກ. ສຳລັບຢູ່ວຽງຈັນ, ສວັນນະເຂດ ຢູ່ໃນເຊໂນນີ້ ຮູ້ສຶກວ່າມີຫລາຍປະເພດ ທີ່ເຂົາເຈົ້າຫາຄ້າຂາຍ ຕາມຖນົນຫົນທາງນີ້ກະເຫັນ ຂີ່ ຣົຖຈັກ ຫາບເຄື່ອງ ເປ້ເຄື່ອງ ພວກຂີ່ຣົຖຖີບກະເລາະຂາຍຕາມທາງຄືກັນແຕ່ຮັບເຄື່ອງບໍ່ໄດ້ຫລາຍ (ສົມເນຖາມ- ສ່ວນປະຕິ ກິຣິຍາຂອງປະຊາຊົນລາວຕໍ່ພວກເຂົາມີບໍ່), ເຂົາກໍ່ເຮັດຫຍັງບໍ່ໄດ້ ເວົ້າບໍ່ໄດ້ ເຂົາເຈົ້າກະຮູ້ສຶກ ຢູ່ຖ້າເຮົາຖາມ ເຂົາກະ ຮູ້ຢູ່ວ່າ ແຕ່ກໍປາກບໍ່ໄດ້ເວົ້າບໍ່ໄດ້(ສົມເນຖາມ- ມີທະຫານລາວປ້ອງກັນບໍ່ຫລືວ່າຈັງໃດ) ກະບໍ່ມີທະຫານປ້ອງກັນ“
ຕາມທັມມະຊາດແລ້ວ ຊົນຊາດລາວ ບໍ່ແມ່ນຊົນຊາດທີ່ແຍກເຊື້ອຊາດເຜົ່າພັນ ບໍ່ວ່າໃນຣະບອກເກົ່າ ຫຼືຣະບອບໄໝ່ກໍ ດີ ປະຊາຊົນຊາວລາວ ຢູ່ຮ່ວມກັນຊາວຕ່າງປະເທດທີ່ຕັ້ງຖິ່ນຖານໃນລາວ ແບບມີຄວາມອ່ອນຊ້ອຍຕລອດມາ. ຊາວລາວຈີນ ຫລືຊາວລາວວຽດນາມໃນຣະບອບເກົ່າ ມີບົດບາດຫລາຍດ້ານໃນສັງຄົມຂອງລາວ ໃນຣະຍະນັ້ນ ນອກຈາກດຳຣົງຊີວິດເປັນພໍ່ຄ້າຊາວຂາຍແລ້ວ ເຂົາເຈົ້າໄດ້ເຂົ້າຮັບໃຊ້ໃນກອງທັບຂອງຣາຊອານາຈັກ ກໍຫລວງຫຼາຍ ເຂົ້າຮັບໃຊ້ເປັນຂ້າຣາຊການກໍຫລວງຫລາຍ ຍິ່ງໄປກ່ວານັ້ນ ຍັງຕາງໜ້າຊາດລາວໃນການເປັນນັກກິລາທີ່ດີເດັ່ນໄປ ແຂ່ງຂັນໃນຕ່າງປະເທດເປັນຕົ້ນ
ເມື່ອເວົ້າເຖິງການສຶກສາແລ້ວ ຣັຖບານລາວກໍໄດ້ເປີດກ້ວາງໃນທຸກຊົນຊາດທີ່ອາສັຍຢູ່ໃນລາວ ໄດ້ມີໂອກາດເຂົ້າຮຽນ ໜັງສືຕາມຄວາມສາມາດ ແລະເງື່ອນຂັຍຂອງໃຜລາວ; ດັ່ງນັ້ນຈຶ່ງເຮັດໃຫ້ຊາວລາວຈີນ ຊາວລາວວຽດນາມ ແລະຊາວ ລາວສາຍຕ່າງປະເທດອື່ນໆ ມີຄວາມຮັກເມືອງລາວດ້ວຍຄວາມຈິງໃຈຂອງເຂົາເຈົ້າ ຍົກຕົວຢ່າງ ຊາວຕ່າງປະເທດ ທີ່ມີເຊື້ອສາຍຈາກອິນເດັຽ ຈາກປາກິສຖານ ທີ່ຕັ້ງຖິ່ນຖານ ຫລືເກີດຢູ່ໃນເມືອງລາວ ເຂົາເຈົ້າກໍຮັກເມືອງລາວ ເໝືອນ ກັບຄົນລາວທົ່ວໄປ. ມີຈຳນວນທີ່ເປັນຂາຣາຊການ ເປັນທະຫານ ເປັນຕຳຣວດ ອາຊີບອື່ນໆ ກໍມີຫຼາຍເມື່ອເວົ້າເຖິງ ວັທນາທັມ ແລ້ວ ເຂົາເຈົ້າກໍບໍ່ມີບັນຫາໃດໆໃນການຮັບເອົາວັທນາທັມຂອງລາວ
ບັດນີ້ເຮົາມາກ່າວເຖິງຈຸດສຳຄັນທີ່ຫລາຍຄົນມີຄວາມເປັນຫ່ວງໃນສະພາບການຫລັ່ງໄຫຼຂອງຊາວວຽດນາມ ແລະຊາວ ຈີນເຂົ້າມາຕັ້ງຖິ່ນຖານໃນເມືອງລາວ ເຖິງແມ່ນວ່າ ບໍ່ທັນເປັນບັນຫາໃດໆກໍຕາມ ແຕ່ວ່າ ປະກົດການມັນໄດ້ຊີ້ບອກວ່າ ຊາວຕ່າງປະເທດເລົ່ານີ້ ມີຫູແຈ້ງຕາແຈ້ງຫລາຍກ່ວາຄົນລາວທົ່ວໄປ ເຂົາເຈົ້າມີໂອກາດໃນດ້ານປາກເວົ້າ ມີໂອກາດ ໃນການສະແດງອອກຊື່ມວນຊົນ ມີໂອກາດໃນການຮັບຟັງຂ່າວຈາກຕ່າງປະເທດ. ເວົ້າລວມແລ້ວ ສິດທິຂອງເຂົາເຈົ້າ ບໍ່ໄດ້ຖືກຈຳກັດເໝືອນກັບຄົນລາວຢູ່ໃນປະເທດລາວ.
ຕົງກັນຂ້າມ ຣະບອບການປົກຄອງຂອງລາວໃນປັດຈຸບັນ ຈຳກັດປະຊາຊົນລາວໃນການປາກເວົ້າການຂີດຂຽນ ຈຳກັດ ບໍ່ໃຫ້ຕຳນິຕິຊົມພັກແລະຣັຖບານ ຫລືອຳນາດການປົກຄອງໃນທ້ອງຖິ່ນ ຈຳກັດການສະແດງອອກຂອງຊື່ມວນຊົນ ຄືວ່າ: ບໍ່ອະນຸຍາດໃຫ້ສື່ມວນຊົນສະແດງຄວາມຄິດຄວາມເຫັນຂອງຕົນ ນອກແນວທາງພັກແລະຣັຖ ການສິດສອນ ດ້ານແນວຄິດ ກໍໃຫ້ໄປຕາມແນວທາງຂອງສັງຄົມນິຍົມຢ່າງດຽວ ເຮັດໃຫ້ປະຊາຊົນລາວບໍ່ມີທາງເລືອກຫລາຍທາງ ປະຊາຊົນລາວຈຳນວນສ່ວນຫລາຍທີ່ອາສັຍຢູ່ໃນເຂດຊົນນະບົດຍັງມີການສຶກສາຕໍ່າ ປະຊາຊົນລາວຖືກປິດຫູບັງຕາ ຫລືກາຍເປັນຊົນຊາດທີ່ເສັຽອົງຄະ ໃນທາງສິດເສຣີພາບ ທັງໝົດນີ້ຈະເຮັດໃຫ້ຊາວລາວຕົກເປັນຊົນຊາດທີ່ເສັຍຜົນ ປະໂຍດໃນທຸກດ້ານໃຫ້ແກ່ຊາວຕ່າງປະເທດທີ່ລັ່ງໄຫລເຂົ້າມາຕັ້ງຖິ່ນຖານຢູ່ໃນລາວ ເມື່ອຈຳກັດຫລາຍຢ່າງແລ້ວ ຊົນຊາດລາວຈະກາຍເປັນຊົນຊາດທີ່ບໍ່ກະຕືລືລົ້ນບໍ່ສາມາດແຂ່ງຂັນກັນຊົນຊາດອື່ນ ໃນການຫາຢູ່ຫາກິນປະກອບ ອາຊີບ
ເມື່ອເວົ້າໃນຣະຍະຍາວແລ້ວ ຊາວລາວກໍອາດຈະສູນພັນໃນບົດບາດການເປັນເຈົ້າຂອງປະເທດ. ພນັກງານຂອງຣັຖ ກາຍເປັນຄົນບໍ່ກ້າຕັດສິນໃຈ ຈົງຈຽມພັກ ຈົງຈຽມຣັຖ ບໍ່ວິ້ນເຕັ້ນ ລໍຖ້າແຕ່ການນຳພາຂອງພນັກງານການເມືອງ ແທນທີ່ຈະເປັນພນັກງານທີ່ວິ້ນເຕັ້ນໂດຍຕົນເອງ. ເຖິງຢ່າງໃດກໍດີ ນັກບັນຍາຊົນຂອງລາວຢູ່ໃນປະເທດລາວເອງ ທີ່ສັງເກດການດ້ານການເມືອງແລະສັງຄົມໃນລາວ ໃຫ້ຄວາມເຫັນວ່າ “ໃນສພາບປັດຈຸບັນນີ້ ຄວາມຮັບຮູ້ຂອງປະຊາ ຊົນລາວຣຸ້ນໃໝ່ ຈຳນວນທີ່ມີໂອກາດຫລາຍກ່ວາຊາວລາວສ່ວນໃຫຍ່ທີ່ອາສັຍຢູ່ໃນເຂດຊົນນະບົດ ໄດ້ຫັນປ່ຽນໄປຕາມ ສພາບຂອງໂລກຫຼາຍແລ້ວ. ນັກບັນຍາຊົນລາວຍັງບອກຕື່ມວ່າ ຖ້າຫາກວ່າ ປະຊາຊົນລາວຍັງຖືກບັງຄັບ ໃຫ້ຮຽນຮູ້ຕາມແນວທາງຂອງສັງຄົມນິຍົມ ມາກສິສ໌ເລນິນນ໌ ແລ້ວ ພນັກງານຂອງຣັຖບານ ແລະປະຊົນຢ່າງຫລວງ ຫຼາຍ ກໍຈະທຳທ່າເປັນຜູ້ນິຍົມຊົມຊອບແນວທາງສັງຄົມນິຍົມພຽງເພື່ອເອົາຕົວຢູ່ລອດເທົ່ານັ້ນ.
ຣາຍການອື່ນໆ
ບົດວິເຄາະ
- ກອງປະຊຸມໃຫຍ່ຄັ້ງທີ 8 ຂອງພັກປະຊາຊົນປະຕິວັດລາວ ຈະໄຂຂຶ້ນມື້ໃດແທ້?
- ປັດຈຸບັນ ນັກທືນຈາກໄທໄດ້ຫລັ່ງໄຫຼກັນໄປລົງທືນໃນລາວ ຍ້ອນເຫດຜົລຫລາຍ ປະການ, ເຫດຜົນສຳຄັນ ກໍແມ່ນມາໃຊ້ລິກະສິດ ຫລື ໂຄຕ້າ ຂອງລາວ ເພື່ອຜລິດແລະສົ່ງອອກໄປຂາຍຕ່າງປະເທດ
- ຫລາຍໆຄົນມີຂໍ້ຂ້ອງໃຈຢາກຮູ້ວ່າພັກປະຊາຊົນປະຕິວັດລາວ ເປັນພັກການເມືອງແນວໃດ ; ມີຈຸດປະສົງຫຍັງ ; ແລະຈະເຮັດ ໃຫ້ປະເທດຊາດຈະເຣີນບໍ່?
- ການໂຮມຊຸ່ມນຸ່ມ ; ເພື່ອປະທ້ວງຣັຖບານ ; ໃນ ພະຣາຊອານາຈັກໄທ
- ເພື່ອຫຼີກເວັ້ນຄວາມຮຸນແຮງຈາກການປະທ້ວງຣັຖບານ ທ່ານທັກສິນ ; ຊິນນະວັດ ; ຈຶ່ງໄດ້ຍຸບສະພາຜູ້ແທນຣາຊດອນ ແລະຈະຈັດໃຫ້ມີການເລືອກຕັ້ງໃໝ່
- ທາງການລາວວ່າ ; ການຂາດດຸນງົປະມານ ຂອງຣັຖະບານລາວມີມາໄດ້ຫລາຍປີແລ້ວ
- ຍຸດທະສາດແຜນການຫລຸດຜ່ອນຄວາມຍາກຈົນ ຂອງຣັຖະບານລາວມີຄືແນວໃດແດ່?
- ການໄປທຳງານຢູ່ປະເທດໄທຂອງຄົນງານລາວ ນັ້ນມັນກຸ້ມຄ່າບໍ?
- ການທີ່ຣັຖະບານລາວພິມເງິນໃບ  50 ,000 ; ກີບ ; ອອກ ມາໄຊ້ຈະເຮັດໃຫ້ຄ່າຂອງເງີນກີບຂອງລາວຕົກຕ່ຳບໍ?
- ຣັຖບານ ; ສປປລາວ ; ແລະຣັຖບານໄທ ; ມີໜ້າທີ່ຄຸ້ມຄອງ ເດັກນ້ອຍມົ້ງ  26 ; ຄົນທີ່ຖືກທາງການໄທສົ່ງຂ້າມຂອງ ໄປຝັ່ງລາວ
- ໃຜຂ້າທ້າວສົມອົກ ; ສີຫາຣາດ ; ແລະພັນລະຍາ ຢູ່ແຂວງໜອງຄາຍຂອງໄທ? ; ຂ້າເພື່ອຫັຽງ?
- ແຜນການ ; ການປະຕິຮູບການປົກຄອງແລະການຄຸ້ມຄອງ ວຽກງານຂອງອົງການຣັຖ
- ການຊໍ້ຣາດບັງຫລວງໃນ ; ສປປະລາວ ; ບໍ່ມີທ່າທີວ່າຈະຖືກ ແກ້ໃຂໄດ້
- ຕາມການປະເມີນຂອງອົງການເອກກະຊົນຂອງສະຫະຣັດ ສປປລາວ ; ມີຄວາມກ້າວໜ້ານ້ອຍນຶ່ງ ; ທາງດ້ານອິສຣະພາບ ເສຖກິດ
- ທາງການລາວກຳລັງພິຈາຣະນາໃຫ້ສິດພິເສດແກ່ ຊາວລາວພົ້ນທະເລໃນການເປັນເຈົ້າຂອງທີ່ດິນ ບ້ານເຮືອນແລະເຮັດທຸຣະກິດຕ່າງໆຢູ່ໃນສປປລາວໄດ້.