ການປະທະກັນຣະຫວ່າງ ເກົາຫລີໃຕ້ແລະເໜືອ
2010.11.24

ກົດຟັງສຽງ
ເກົາຫລີເໜືອ ແລະ ເກົາຫລີໃຕ້ ປະທະກັນ ໃນມື້ວັນ ອັງຄານ ຫລັງຈາກທີ່ ເກົາຫລີເໜືອ ຍິງປືນໃຫຍ່ ເຂົ້າຖລົ່ມ ເກາະແຫ່ງນຶ່ງ ຂອງ ເກົາຫລີໃຕ້ ທີ່ຢູ່ໃກ້ກັບ ຊາຍແດນ ທາງທະເລ ທີ່ຍັງເປັນ ທີ່ຂັດແຍ້ງ ກັນຢູ່ນັ້ນ ເຮັດໃຫ້ທະຫານ ເກົາຫລີໃຕ້ ເສັຍຊີວິຕ ຢ່າງໜ້ອຍ 2 ຄົນ ທໍາລາຍ ອາຄານບ້ານເຮືອນ ຫລາຍສິບຫລັງ ທັງພາໃຫ້ ພົລເຮືອນ ໜີຜ່າຍ ໄປລີ້ພັຍ ຢູ່ບ່ອນອື່ນ.
ເຈົ້າໜ້າທີ່ ເກົາຫລີໃຕ້ ຊີ້ແຈງວ່າ ເຫດການເກີດຂຶ້ນ ເມື່ອເກົາຫລີເໜືອ ເຕືອນເກົາຫລີໃຕ້ ໃຫ້ຍຸຕິ ການຊ້ອມຣົບ ໃນເຂດນັ້ນ ເມື່ອເກົາຫລີໃຕ້ ບໍ່ຍອມ ປະຕິບັດ ຕາມ ເກົາຫລີເໜືອ ກໍຍິງຖລົ່ມ ເຂົ້າໃສ່ເກາະ Yeonpyeong ຂອງເກົາຫລີໃຕ້ ອັນເປັນທີ່ຕັ້ງ ທາງທະຫານ ແລະ ມີພົລເຮືອນ ຈໍານວນບໍ່ຫລາຍ ອາໄສ ຢູ່ເກົາຫລີໃຕ້ ຍິງຕອບໂຕ້ ທັນທີ ແລະ ສົ່ງເຮືອບິນຣົບ F16 ຂຶ້ນຕໍ່ຕ້ານ ນາຍພົນ ເກົາຫລີໃຕ້ ເວົ້າເຖິງຜົນ ເສັຍຫາຍ ຂອງ ການຕອບໂຕ້ ແກ່ຝ່າຍ ກົງກັນຂ້າມວ່າ:
ທ່ານເວົ້າວ່າ ການໂຈມຕີ ຕອບໂຕ້ເທື່ອນີ້ ອາດເຮັດໃຫ້ ເກົາຫລີເໜືອ ໄດ້ຮັບຜົນເສັຍ ຫາຍຢ່າງໜັກ ແລະກ່າວຕື່ມວ່າ: ທ່ານກ່າວ ຕໍ່ໄປວ່າ ການຍິງຖລົ່ມ ຂອງເກົາຫລີ ເໜືອ ມີການວາງແຜນ ໄວ້ລ່ວງໜ້າ ແລະ ເປັນການໂຈມຕີ ພົລເຮືອນ ຜູ້ບໍ່ມີ ຄວາມຜິດຫຍັງ ຢ່າງຜິດກົດໝາຍ.
ສ່ວນຊາວເກາະ Yeonpeong ທີ່ອົພຍົບໜີ ໄປລີ້ພັຍ ເວົ້າເຖິງການ ໂຈມຕີວ່າ: ລາວເວົ້າວ່າ ໄຟທີ່ລຸກໄໝ້ ຢູ່ເທິງພູ ແລະ ຕາມບ້ານເຮືອນ ຍັງບໍ່ທັນ ມອດເທື່ອ. ເກາະ Yeonpeong ມີຄ້າຍທະຫານ ແລະ ມີພົລເຮືອນ ອາໄສຢູ່ ປະມານ 1 ພັນ 2 ຮ້ອຍຄົນ ຕັ້ງຢູ່ທາງທິດ ຕາເວັນຕົກ ຂອງເກົາຫລີ ແຜ່ນດິນໃຫຍ່ ສາມາດຫລຽວເຫັນ ຝັ່ງທະເລ ຂອງ ເກົາຫລີເໜືອ ໃນເຂດອ້ອມແອ້ມ ຂອງ ເກາະດັ່ງກ່າວ ມີເກາະດອນ ນ້ອຍອື່ນໆອີກ ປະມານ 30 ແຫ່ງ.
ຕາມທາງ ວິຊາການ ເກົາຫລີທັງສອງ ຍັງຢູ່ໃນ ພາວະສົງຄາມ ມາໄດ້ຫລາຍ ສິບປີແລ້ວ ເນື່ອງຈາກວ່າ ການຕໍ່ສູ້ກັນ ເປັນເວລາ 3 ປີ ຢຸດລົງ ຍ້ອນການພັກຣົບ ໃນປີ 1953 ບໍ່ແມ່ນດ້ວຍການ ເຊັນສັນຍາ ສງົບເສິກ.
ເກົາຫລີເໜືອ ບໍ່ຮັບຮູ້ ຊາຍແດນ ທາງທະເລ ຝັ່ງຕາເວັນຕົກ ຊຶ່ງແມ່ນ ອົງການ ສາຫະປະຊາຊາຕ ເປັນຜູ້ກໍາໜົດ ຝ່າຍດຽວ ເມື່ອມີການ ພັກຣົບ ແລະໄດ້ກາຍ ເປັນເວທີ ການຂັດແຍ້ງກັນ ຢ່າງນອງເລືອດ ມາເຖິງສາມຄັ້ງ ໃນລະຍະ ບໍ່ເທົ່າໃດປີ ຜ່ານມາ.
ໃນເດືອນ ມິນາ ປີນີ້ ເຮືອຣົບເກົາຫລີໃຕ້ ລໍານຶ່ງຫລົ້ມ ໃນເວລາທີ່ ປະຕິບັດ ການ ລາດຕາເວັນ ຕາມປົກກະຕິ ເຮັດໃຫ້ມີ ທະຫານເຮືອ ເກົາຫລີໃຕ້ ເສັຍຊີວິຕ 46 ຄົນ ຊຶ່ງເປັນເຫດການ ທີ່ເກົາຫລີໃຕ້ ເອີ້ນວ່າ ເປັນການໂຈມຕີ ຄັ້ງຮ້າຍແຮງ ທີ່ສຸດ ນັບແຕ່ ສົງຄາມ ເກົາຫລີ ຍຸຕິລົງ. ເກົາຫລີໃຕ້ ກ່າວຫາວ່າ ເກົາຫລີເໜືອ ຍິງຈຣວດ torpedo ໃສ່, ແຕ່ເກົາຫລີເໜືອ ກໍປະຕິເສດ ວ່າຕົນບໍ່ມີ ສ່ວນພົວພັນ ແຕ່ຢ່າງໃດ.
ການ ປະທະກັນ ຄັ້ງຫລ້າສຸດນີ້ ຍິ່ງເຮັດໃຫ້ ເປັນອັນຕະລາຍ ວ່າ ຈະມີບັນຫາ ຫຍຸ້ງຍາກ ເກີດຂຶ້ນໄດ້ນັ້ນ ເພີ້ມທະວີຂຶ້ນ ໃນຂົງເຂດ ເອເຊັຍເໜືອ ຊຶ່ງກວມເອົາ 1 ສ່ວນ 6 ຂອງເສຖກິດ ທັງໝົດໃນໂລກ. ຖ້າມີການ ຂັດແຍ້ງໃຫຍ່ ເກີດຂຶ້ນ ເກົາຫລີເໜືອ ສາມາດຍິງ ປືນໃຫຍ່ ຖລົ່ມເຂົ້າໃສ່ ເຂດກຸງ Seoul ອັນເປັນບ່ອນ ອາໄສ ຂອງ 50 % ຂອງປະຊາກອນ ເກົາຫລີໃຕ້ ທັງໝົດ ແລະ ຍັງສາມາດຍິງ ຈະຫຣວດເຂົ້າໃສ່ ຫລາຍຫົວເມືອງ ໃນເກົາຫລີໃຕ້ ແລະ ຍີ່ປຸ່ນໄດ້ ອັນສາມາດ ເຮັດໃຫ້ມີຄວາມ ເສັຍຫາຍ ທາງເສຖກິດ ຢ່າງ ມະຫາສານໄດ້.
ແຕ່ນັກວິເຄາະ ເຫດການ ຫາກລົງຄວາມ ເຫັນກັນວ່າ ບໍ່ຄິດວ່າ ຈະເຖິງຂັ້ນ ສົງຄາມ ເພາະເກົາຫລີເໜືອ ຮູ້ດີ ວ່າຕົນມີຄວາມ ສາມາດຈໍາກັດ ໃນດ້ານອາວຸດ ຍຸດໂທປະກອນ ຖ້າຈະເຮັດ ສົງຄາມກັນ ເຕັມຮູບແບບ. ເຖິງວ່າກອງທັບ ເກົາຫລີເໜືອ ຈະມີພົນ ທະຫານ ຫລາຍກວ່າລ້ານຄົນ ແຕ່ອາວຸດ ແລະ ອຸປກອນ ການທະຫານ ຕ່າງໆ ລ້າສະໃໝ ຊຶ່ງກໍເກືອບ ເວົ້າໄດ້ວ່າ ບໍ່ມີທາງສູ້ ຝ່າຍໃຕ້ໄດ້ ຖ້າມີການ ຕໍ່ສູ້ກັນ ຢ່າງຈິງຈັງ.
ຫລາຍສິບປີ ມາແລ້ວ ທີ່ຜູ້ນໍາ ເກົາຫລີເໜືອ ໃຊ້ວິທິທ້າທາຍ ທີ່ມີການ ວາງແຜນໄວ້ ລ່ວງໜ້າຢ່າງດີ ເພື່ອໃຫ້ໄດ້ມາ ຊຶ່ງການຜ່ອນສັ້ນ ຜ່ອນຍາວ ຈາກວົງການ ສາກົນ ແລະ ເພື່ອສ້າງຄວາມ ເຫລື້ອມໃສ ໃຫ້ແກ່ກອງທັບ ຂອງຕົນອີກດ້ວຍ.
ເກົາຫລີເໜືອ ເປັນປະເທດທີ່ ທຸກຍາກ ແລະ ປະສົບກັບຄວາມ ອົດຢາກຢູ່ເລື້ອຍ ແຕ່ລະປີ ຕ້ອງອາໄສ ການຊ່ວຍເຫລືອ ຈາກຕ່າງປະເທດ ແລະອົງການ ຈັດຕັ້ງສາກົນ ເພື່ອສາມາດ ລ້ຽງດູ ປະຊາກອນ ຂອງຕົນໄດ້ ແຕ່ໃນເວລາ ດຽວກັນ ຊໍ້າພັດທຸ້ມເທ ໃສ່ທະຫານ ແລະ ໂຄງການສ້າງ ອາວຸດ nuclear ເພື່ອຂາຍໃຫ້ ຕ່າງປະເທດ ໂດຍສະເພາະ ໃຫ້ແກ່ປະເທດ ຊຶ່ງມີລະບອບ ການປົກຄອງ ຜະເດັດການ ແລະ ກຸ່ມກໍ່ການຮ້າຍ.
ຕໍ່ໜ້າສະພາບ ອັນຕະລາຍ ດັ່ງກ່າວ ມີການເລີ້ມ ເຈຣະຈາ ຕໍ່ລອງກັບ ເກົາຫລີເໜືອ ເພື່ອໃຫ້ ເກົາຫລີເໜືອ ເລີກລົ້ມ ໂຄງການ ສ້າງອາວຸດ nuclear ເພື່ອແລກປ່ຽນ ກັບການຊ່ວຍເຫລືອ ຢ່າງຫລວງຫລາຍ ຈາກຕ່າງຊາຕ. ການເຈຣະຈາ ດັ່ງກ່າວ ເອີ້ນວ່າການ ເຈຣະຈາ 6 ຝ່າຍ ໂດຍມີ ເກົາຫລີໃຕ້ ເກົາຫລີເໜືອ ຈີນ ຍີ່ປຸ່ນ ຣັດເຊັຍ ແລະ ສະຫະຣັຖ ອະເມຣິກາ ເປັນສະມາຊິກ ເຂົ້າຮ່ວມ.
ການເຈຣະຈາ ໄດ້ດໍາເນີນມາ ຫລາຍຄັ້ງ ຫລາຍຫົນແລ້ວ ໂດຍທີ່ ເກົາຫລີເໜືອ ບໍ່ຄ່ອຍ ປະຕິບັດ ຕາມສັນຍາ ຫລັງຈາກທີ່ໄດ້ ຮັບການຊ່ວຍ ເຫລືອໄປແລ້ວ.
ໃນປີ 2006 ເກົາຫລີເໜືອ ທ້າທາຍ ແມ້ແຕ່ຈີນ ຊຶ່ງເປັນ ພັນທະມິຕ ທີ່ໃກ້ຊິດທີ່ສຸດ ໂດຍການ ທົດລອງຈະຫຣວດ nuclear ເປັນຄັ້ງທຳອິດ ເຮັດໃຫ້ ຣັຖບານຈີນ ອອກມາປະນາມ ການທົດລອງ ດັ່ງກ່າວ ແລະ ຍັງສນັບສນູນ ມະຕິ ຂອງສະພາ ຄວາມໝັ້ນຄົງ ສະຫະປະຊາຊາຕ ທີ່ ອະນຸຍາດ ໃຫ້ດໍາເນີນ ມາຕການ ລົງໂທດ ເກົາຫລີເໜືອ ອີກດ້ວຍ.
ຫລັງຈາກ ເກົາຫລີເໜືອ ທົດລອງອາວຸດ nuclear ເທື່ອທີ່ສອງ ເມື່ອວັນທີ່ 25 ພຶສພາ 2009 ຈີນ ກໍສນັບສນູນ ມະຕິ ອີກສະບັບນຶ່ງ ຂອງ ສະພາ ຄວາມໝັ້ນຄົງ ສະຫະ ປະຊາຊາຕ ອະນຸຍາດ ໃຫ້ໃຊ້ ມາຕການ ລົງໂທດ ເກົາຫລີໃຕ້ ໜັກຂຶ້ນຕື່ມ ອັນຮ່ວມທັງ ການຫ້າມ ບໍ່ໃຫ້ເກົາຫລີເໜືອ ຂາຍອາວຸດ ອອກນອກປະເທດ.
ໃນເດືອນ ເມສາ 2009 ເກົາຫລີເໜືອ ເວົ້າວ່າ ຕົນບໍ່ເຂົ້າຮ່ວມ ການເຈຣະຈາ 6 ຝ່າຍອີກຕໍ່ໄປ ພ້ອມທັງວ່າ ບໍ່ປະຕິບັດ ຕາມຂັ້ນຕອນ ທີ່ຕົກລົງ ວ່າຈະດໍາເນີນ ໄປສູ່ການ ຍຸຕິການ ຜລິດອາວຸດ nuclear ນັ້ນ ເພາະບໍ່ພໍໃຈ ນໍາການ ປະຕິບັດ ຂໍ້ຕົກລົງເດີມ ທີ່ເຊັນໃນປີ 2007 ວ່າດັ່ງນັ້ນ.
ມາບັດນີ້ ເກົາຫລີເໜືອ ເປັນຜູ້ຮຽກຣ້ອງ ໃຫ້ມີການ ເຈຮະຈາ 6 ຝ່າຍຂຶ້ນຄືນໃໝ່ ແຕ່ເກົາຫລີໃຕ້ ແລະ ສະຫະຣັຖ ຫາກບໍ່ຍອມ ຕອບຮັບ ຕາບໃດທີ່ ເກົາຫລີເໜືອ ຍັງບໍ່ຍອມ ຜ່ອນສັ້ນຜ່ອນຍາວ ກ່ຽວກັບເຣື້ອງ ທີ່ເຮືອຣົບ ເກົາຫລີໃຕ້ ຖືກຍິງຫລົ້ມ ເມື່ອບໍ່ນານມານີ້.
ນັກສັງເກດ ເຫດການເຊື່ອວ່າ ການໂຈມຕີ ຂອງເກົາຫລີເໜືອ ມື້ວັນ ອັງຄານນີ້ ເປັນການພຍາຍາມ ບັງຄັບ ໃຫ້ມີການ ເຈຣະຈາ 6 ຝ່າຂຶ້ນຄືນໃໝ່ ເພື່ອເປັນຊ່ອງທາງ ໃດ້ຮັບການ ຊ່ວຍເຫລືອ ຊຶ່ງເປັນທີ່ ຕ້ອງການຫລາຍ ໃນເວລານີ້ ຊຶ່ງຣະດູໜາວ ໄດ້ເລີ້ມຂຶ້ນແລ້ວ.
ປະເທດ ມະຫາອໍານາດ ຕ່າງໆໃນໂລກ ເປັນຕົ້ນແມ່ນ ບັນດາປະເທດ ຢູໂຣບ ຕາເວັນຕົກ ຣັດເຊັຍ ຍີປຸ່ນ ປະນາມ ການໂຈມຕີ ຂອງເກົາຫລີເໜືອ ໃນຂນະທີ່ ຈີນ ຊຶ່ງເປັນ ພັນທະມິຕ ປະເທດດຽວ ຂອງເກົາຫລີເໜືອ ພ້ອມທັງ ເປັນຜູ້ໃຫ້ ການສນັບສນູນ ດ້ານເສຖກິດ ທີ່ສໍາຄັນ ກໍໄດ້ສະແດງ ຄວາມກັງວົນນໍາ ສະຖານະການ. ສ່ວນທ່ານ Crowley Crowley ໂຄສົກ ກະຊວງການ ຕ່າງປະເທດ ສະຫະຣັຖ ເວົ້າວ່າ:
ທ່ານ Crowley ເວົ້າວ່າ ສາຫະຣັຖ ຈະປຶກສາ ຫາລື ກັບຄູ່ເຈຣະຈາ ອື່ນໆ ໃນຂອບເຂດ ທີ່ກໍາໜົດໄວ້ ເພື່ອໃຫ້ໄດ້ມາ ຊຶ່ງວິທີການ ທີ່ຮອບຄອບ ສຸກຂຸມ ພວກທ່ານ ຈະບໍ່ຕອບໂຕ້ ຢ່າງຂາດຣະບຽບ ແບບແຜນ.
ແຫລ່ງຂ່າວ ການທູຕຝຣັ່ງເສສ ເປີດເຜີຍວ່າ ສະພາ ຄວາມໝັ້ນຄົງ ສະຫະປະຊາຊາຕ ຈະຮຽກ ກອງປະຊຸມ ສຸກເສີນ ຫລັງຈາກທີ່ມີ ການໂຈມຕີ ດັ່ງກ່າວ ເກີດຂຶ້ນ. ຣັຖມົນຕຣີ ການຕ່າງປະເທດ ຝຣັ່ງເສສ madame Michele Alliot-Marie ຮຽກຮ້ອງໃຫ້ ເກົາຫລີເໜືອ ຍຸຕິການ ທ້າທາຍ ທັງປະນາມ ການໂຈມຕີ ຢ່າງເຂັ້ມແຂງ ອີກດ້ວຍ.