ຄວາມສາມັກຄີ ແບບພິເສດ ລະຫວ່າງ ລາວ-ວຽດນາມ ມີຄວາມໝາຍ ສຳຄັນ ແນວໃດກັນແທ້


2007.08.29

ຄວາມສາມັກຄີ ແບບພິເສດ ລະຫວ່າງ ລາວ-ວຽດນາມ ທີ່ຍັງມີ ຢູ່ໃນປັດຈຸບັນນີ້ ມີຄວາມໝາຍ ສຳຄັນ ແນວໃດ ກັນແທ້ ສຳລັບ ສປປລາວ.

ລາວແລະວຽດນາມ ເປັນສອງປະເທດ ບ້ານໃກ້ ເຮືອນຄຽງ, ມີຊາຍແດນ ຕິດກັນ ດ້ວຍຄວາມຍາວ 2,067 ກິໂລແມດ. ປະຊາຊົນສອງຊາດ ລາວ-ວຽດ ມີມູນເຊື້ອ ມິຕພາບ ໃນການພົວພັນ ຮ່ວມມືກັນ ເປັນຢ່າງດີ. ແຕ່ມູນເຊື້ອ ອັນດີງາມ ທີ່ວ່ານັ້ນ ຖືກກະທົບ ກະເທືອນ ໃນໄລຍະ ເປັນຫົວເມືອງຂຶ້ນ ຂອງຝຣັ່ງເສດ ແລະ ເປັນຕົ້ນ ພາຍຫຼັງ ທີ່ໄດ້ມີການ ສ້າງຕັ້ງ ພັກຄອມມິວນິສ ອິນດູຈີນ ປີ 1930 ມານີ້.

ກ່ອນຈະເວົ້າເຖິງ ຄວາມສາມັກຄີ ແບບພິເສດ ລະຫວ່າງ ລາວ ແລະ ວຽດນາມ ທີ່ຍັງມີຢູ່ໃນ ປັດຈຸບັນນີ້ ມີຄວາມໝາຍສຳຄັນ ແນວໃດ ກັນແທ້ນັ້ນ ຂ້າພະເຈົ້າ ຂໍເວົ້າ ແບບສັງລວມເຖິງ ມິຕພາບ, ການຮ່ວມມື ແລະ ການຊ່ອຍເຫຼືອ ຊຶ່ງກັນແລະກັນ ລະຫວ່າງ ພວກຄອມມິວນິສລາວ ແລະ ວຽດນາມ ໃນໄລຍະ 77 ປີ ໂດຍສະເພາະ ພາຍຫຼັງ ໄດ້ມີການສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ປີ 1955 ມານີ້.

ພັກປະຊາຊົນ ປະຕິວັດລາວ ແລະ ພັກຄອມມິວນິສວຽດນາມ ມີຕົ້ນກຳເນີດ ອັນດຽວກັນ ຄື ພັກຄອມມິວນິສ ອິນໂດຈີນ ແລະ ມີອຸດົມການ ອັນດຽວກັນ ຄື ອຸດົມການ ຄອມມິວນິສ. ຕລອດເວລາ ທັງສອງພັກ ນີ້ກໍວ່າ ເປັນສະຫາຍ ອ້າຍນ້ອງ ທີ່ສນີດສນົມ, ມີຄວາມຈົງຮັກ ພັກດີ ແບບຈິງໃຈ ຕໍ່ກັນ, ໃຫ້ການຊ່ວຍຊ ູຍູ້ໜູນກັນ ທັງໃນສມັຍສົງຄາມ ແລະ ໃນຍາມສັນຕິພາບ.

ໃນເມື່ອກ່ອນ ພວກຄອມມິວນິສ ວຽດນາມ ກໍໃຫ້ທີ່ເພີ່ງ ພາອາສັຍ, ໃຫ້ການຝຶກ ອົບຮົມ ການເມືອງ ແນວຄິດ ແລະ ການທະຫານ, ແບ່ງອາວຸດ ຍຸດໂທປະກອນ ສົງຄາມໃຫ້ ແລະ ສົ່ງກອງກຳລັງ ທະຫານ ຂອງຕົນ ຢ່າງຫຼວງຫຼາຍ ເຂົ້າສູ້ຣົບຢູ່ລາວ ໃນໄລຍະສົງຄາມ ແລະ ເປັນກຳລັງ ປ້ອງກັນ ສາທາຣະນະຣັດ ປະຊາທິປະໄຕ ປະຊາຊົນລາວ ນັບແຕ່ປີ 1975 ມາ ເວົ້າສະເພາະ ໃນການເຄື່ອນໄຫວ ວຽກງານ ການຕ່າງປະເທດ ຂອງລາວ ຫຼາຍຄົນ ອາດຍັງບໍ່ຮູ້ ວ່າ ວຽດນາມ ໄດ້ໃຫ້ການ ຊ່ວຍເຫຼືອ ປີລະ 3 ລ້ານດອນລ່າ ສະຫະຣັດ. ຖ້າເວົ້າເຖິງ ການຊ່ວຍເຫຼືອ, ການຮ່ວມມື ແລະ ການລົງທືນ ຢູ່ລາວ ວຽດນາມ ກໍມີຫຼາຍໆ ໂຄງການ. ແຕ່ໃນຂົງເຂດ ການລົງທຶນ ເບີ່ງລວມແລ້ວ ເຫັນວ່າ ວຽດນາມ ເປັນປະເທດ ທີ່ສາມ ໃນຈຳນວນ 30 ປະເທດ ທີ່ມາລົງທຶນ ຢູ່ລາວ, ຄືຮອງຈາກ ໄທ ແລະຈີນ.

ໃນໂຄງການ ລົງທຶນ ຂອງວຽດນາມຢູ່ລາວ, ນັບແຕ່ປີ 2001 ມານີ້ ມີ 106 ໂຄງການ ດ້ວຍ ມູນຄ່າ ຫຼາຍກວ່າ 500 ລ້ານດອນລ່າ, ຊຶ່ງໃນນັ້ນ ຈະໃຊ້ເຂົ້າ ໃນຂແນງການ ຕ່າງໆ ອັນລວມ ທັງ ຂແນງການ ໄຟຟ້າພະລັງນ້ຳ - ການສ້າງເຂື່ອນ ໄຟຟ້ານ້ຳຕົກ ເຊກະໝານ, ການສຳຣວດ ແລະ ຂຸດບໍ່ແຮ່, ດ້ານກະສິກັມ-ປ່າໄມ້.

ແຕ່ການລົງທຶນ ຂອງລາວຢູ່ວຽດນາມ ມີພຽງ 8 ໂຄງການ ດ້ວຍມູນຄ່າ 23 ລ້ານດອນລ່າ, ທີ່ລົງ ໃນຂແນງການຄ້າ, ການທ່ອງທ່ຽວ ແລະ ການບໍຣິການ. ຖ້າເວົ້າເຖິງ ການຄ້າ ສອງຝ່າຍ ລາວ-ວຽດນາມ ແຕ່ປີ 1999 ຫາປີ 2005 ກໍມີມູນຄ່າ ເຖິງ 2,200 ລ້ານ ດອນລ່າ.

ວຽດນາມ ມີໂຄງການລົງທຶນ ຢູ່ແຂວງ ພາກໃຕ້ຂອງລາວ ຄື ລົງທຶນ ປູກຕົ້ນໄມ້ ອຸດສາຫະກັມ ຢູ່ແຂວງຈຳປາສັກ ໃນເນື້ອທີ່ປະມານ 1 ແສນ 3 ໝື່ນເຮັກຕາ ແລະຢູ່ແຂວງສາຣະວັນ ປະມານ 30 ພັນເຮັກຕາ, ເປັນຕົ້ນ ແມ່ນປູກຢາງພາຣາ ໃນຂນະ ທີ່ລາຄາຢາງ ພວມຖີບຕົວ ສູງຂຶ້ນຢູ່ນີ້.

ກ່ຽວກັບການສົນໃຈປູກຢາງພາຣາຢູ່ລາວ ນອກຈາກວຽດນາມແລ້ວ ກໍມີຈີນ ປູກຢູ່ແຂວງ ຫຼວງນ້ຳທາ ທາງພາກເໜືອຂອງລາວ ແລະໄທກໍປູກຢູ່ແຂວງຄຳມ່ວນ ພາກກາງຂອງລາວ.

ນອກຈາກວຽດນາມນັ້ນ ກໍຄືຈີນ ສົນໃຈ ໃນການເອົາລາວ ເປັນທາງຜ່ານ ເພື່ອຜົນປໂຍດ ຂອງຕົນ.

ນອກຈາກເສັ້ນທາງເລກ 9 ແລ້ວ ວຽດນາມ ກໍເອົາໃຈໃສ ່ຖນົນສາຍ 16B ທີ່ເລີ້ມ ຈາກ ອຸບົນ ຂອງໄທ ຜ່ານຈຳປາສັກ ແລະເຊກອງ ໄປເຖິງກວາງນາມ, ດານັງ ຂອງວຽດນາມ, ແລະຄາດ ວ່າ ຈະສ້າງສຳເຣັດໃນປີ 2010 ນີ້.

ນອກຈາກນັ້ນ ລາວກໍ່ຂໍໃຫ້ວຽດນາມ ຊ່ວຍເຫຼືອ ກໍ່ສ້າງພະນັກງານ ລາວ ອັນຮວມທັງການ ສອນ ພາສາວຽດນາມ ໃຫ້ແກ່ນັກຮຽນ ນັກສຶກສາລາວ, ຝຶກອົບຮົມ ພະນັກງານລາວ ດ້ານ ສາທາຣະນະສຸກ, ການສຶກສາ-ກິລາ ດ້ານຂ່າວສານ ຕລອດ ທັງທາງດ້ານ ການຮັກສາ ຄວາມໝັ້ນຄົງ ແລະຄວາມສງົບ ຮຽບຮ້ອຍ ແລະ ການຝຶກ ແອບນາຍທະຫານ. ໃນໄລຍະ ແຜນການປີ 2006 – 2007 ນີ້ ທາງການ ວຽດນາມ ກໍໃຫ້ ຄວາມຊ່ວຍເຫຼືອ ໃນການ ກໍ່ສ້າງສຖານີຮັບ-ສົ່ງ ສັນຍານໂທຣະທັດ 4 ແຫ່ງ ໃນແຂວງ ພາກເໜືອ ແລະ ພາກໃຕ້ຂອງລາວ ເພື່ອເຮັດໃຫ ້ສັນຍານໂທຣະທັດ ຄວບຄຸມພື້ນ ທີ່ໃຫ້ໄດ້ເຖິງ 70% ຂອງພື້ນທີ່ ທັງໝົດຂອງລາວ.

ສຳລັບ ການພົວພັນ ສາຍສະພາແຫ່ງຊາດ ວຽດນາມ ກໍໃຫ້ການຊ່ວຍເຫຼືອ ໃນວຽກງານ ການຮ່າງ ກົດໝາຍຕ່າງໆ. ແຕ່ອັນທີ່ສຳຄັ ນຍິ່ງສຳລັບ ພັກປະຊາຊົນ ປະຕິວັດລາວ ແມ່ນ ການອາສັຍ ພັກຄອມມິວນິສວຽດ ນາມ ຊ່ວຍຝຶກອົບຮົມ ສະມາຊິກພັກ, ຊ່ວຍຝຶກອົບຮົມ ການເມືອງ-ແນວຄິດ ຂອງ ສະມາຊິກ ພັກ ເພື່ອຄວາມ ຢູ່ລອດຂອງພັກຕົນ.

ທັງໝົດທີ່ກ່າວມານັ້ນ ສໍ່ສະແດງໃຫ້ເຫັນວ່າ ໃນການພົວພັນແລະການຮ່ວມມືລະຫວ່າງລາວ ແລະວຽດນາມບົນພື້ນຖານ 5 ຫຼັກການ ທີ່ລາວວາງອອກນັ້ນ ເກືອບວ່າທຸກດ້ານ ແມ່ນມີ ແຕ່ວຽດນາມ ເປັນຜ ູ້ໃຫ້ຄວາມຊ່ວຍເຫຼືອ ຢ່າງຫຼວງຫຼາຍ ແກ່ລາວ.

ແຕ່ການຊ່ວຍເຫຼືອ ແລະການຮ່ວມມື ຢ່າງຫຼວງຫຼາຍ ຂອງວຽດນາມ ແກ່ລາວນັ້ນ ຖ້າປຽບທຽບ ໃສ່ການຊ່ວຍເຫຼືອ ແລະການຮ່ວມມື ຂອງຕ່າງປະເທດ ແລະອົງການ ຈັດຕັ້ງອື່ນໆ ແລ້ວ ກໍບໍ່ ເຫັນວ່າ ມີອັນໃດດີ ແລະມີຜົນປໂຍດ ສຳລັບ ປະເທດຊາດ ແລະປະຊາຊົນລາວ ລື່ນກັນພໍເທ່າໃດ. ຖ້າເບີ່ງຄືນ ເຖິງອາດີດ ສະຫະພາບໂຊວຽດ ກໍຍິ່ງໃຫ້ການຊ່ວຍເຫຼືອ ແລະການຮ່ວມມື ກັບລາວ ຫຼາຍກວ່າວຽດນາມ ຊ້ຳອີກ ແຕ່ກໍບໍ່ເຫັນວ່າ ຈະເວົ້າເຖິງ ຄວາມສາມັກຄີ ແບບພິເສດແນວໃດ.

ການທີ່ພັກ ປະຊາຊົນ ປະຕິວັດລາວ ແລະ ພັກຄອມມິວນິສ ວຽດນາມ ຍາມໃດ ກໍເວົ້າເຖິງຄວາມ ສາມັກຄີ ແບບພິເສດ ແລະຍຶດໝັ້ນ ໃນຄວາມພະຍາຍາມ ຈົນສຸດຄວາມ ສາມາດຂອງຕົນ ເພື່ອ ປົກປັກຮັກສາ ແລະ ຂຍາຍມັນໃຫ້ຍືນຍົງ ຕໍ່ໄປນັ້ນ ບໍ່ແມ່ນຍ້ອນ ການຊ່ວຍເຫຼືອ ແລະການຮ່ວມ ມືຢ່າງຫຼວງຫຼາຍ ທາງດ້ານການເມືອງ ແລະເສຖກິດ, ບໍ່ແມ່ນທາງດ້ານ ວິທຍາສາດ-ເຕັກໂນ ໂລຊີ ແລະ ວັທນະທັມ ເປັນພື້ນຖານ ອັນແທ້ຈິງຂອງ “ຄວາມສາມັກຄີແບບພິເສດ ລາວ-ວຽດ ນາມ”. ແຕ່ຄວາມສາມັກຄີ ແບບພິເສດ ນັ້ນມີຄວາມໝາຍ ເຖິງຄວາມຢູ່ລອດ ຂອງພັກຄອມມິວ ນິສວຽດນາມ, ເຖິງຄວາມເປັນຕາຍ ຂອງ ພັກປະຊາຊົນ ປະຕິວັດລາວ; ມິຄວາມໝາຍ ເຖິງການ ຊ່ວຍເຫຼືອ ຢ່າງທັນເວລາ ຂອງ ກອງທັບວຽດນາມ ໃນກໍຣະນີ ມີເຫດການ ເກີດຂຶ້ນ ຢູ່ໃນສປປ.ລາວ ດັ່ງສະມາຊິກ ກົມການເມືອງ ສູນກາງ ພັກປະຊາຊົນ ປະຕິວັດລາວ ທ່ານນຶ່ງ ເຄີຍໄດ້ເວົ້າຢູ່ ກອງ ປະຊຸມ ປະຈຳອາທິດ ຂອງກະຊວງ ການຕ່າງປະເທດ ສປປ.ລາວ ໃນທ້າຍຊຸມປີ 1980 ວ່າ “ມີແຕ່ວຽດນາມເ ທົ່ານັ້ນ ທີ່ຈະຊ່ວຍ ພວກເຮົາໄດ້ ຢ່າງທ່ວງທັນ ໃນເມື່ອເກີດ ສະພາບສຸກ ສຸກເສີນ”.

ຊຶ່ງປັດຈຸບັນນີ້ ກໍມີສົນທິສັນຍາ ມິຕພາບ ແລະການຮ່ວມມື ລາວ-ວຽດນາມ ປີ 1977 ຄ້ຳປະກັນ ລາວຢູ່ ນັ້ນຄື ທີ່ມາ ຂອງຄຳວ່າ “ຄວາມສາມັກຄ ີແບບພິເສດລາວ-ວຽດນາມ.”

ວິເຄະາ ໂດຍ: ຈຳປາທອງ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.