ໃນໄລຍະ 31 ປີ ສປປລາວ ຕິດໜີ້ ຕ່າງປະເທດ 2,500 ລ້ານດອນລ່າ ສະຫະຣັດ


2007.01.31

ໃນໄລຍະ 31 ປີ ສປປ ລາວ ຕິດໜີ້ຕ່າງປະເທດ 2,500 ລ້ານ ດອນລ່າ ສະຫະຣັດ ຊຶ່ງຖ້າ ໄລ່ສະເລັ່ຍ ຕໍ່ຫົວຄົນແລ້ວ ຄົນລາວຜູ້ນຶ່ງ ຮວມທັງ ເດັກນ້ອຍ ເກີດໃໝ່ ຕິດໜີ້ ຕ່າງປະເທດ ປະມານ 480 ດອນລ່າ ສະຫະຣັດ ໃນປັດຈຸບັນນີ້.

ໃນການປະຊຸມສັມມະນາ ກ່ຽວກັບການບໍຣິການເຣື່ອງການເງິນ ຂອງໂຄງການ ພັທນາ ຕ່າງໆ ທີ່ຖຶກຈັດຂຶ້ນ ຢູ່ນະຄອນ ຫຼວງວຽງຈັນ ໃນວັນທີ 26 ມົກກະຣາ ປີ 2007 ນີ້ ທ່ານ ສົມດີ ດວງດີ ຮອງຣັຖມົນຕຣີ ກະຊວງ ການຄັງ ສປປ.ລາວ ເວົ້າວ່າ ນັບແຕ່ໄດ້ມີການສ້າງຕັ້ງ ລະບອບໃໝ່ ໃນວັນທີ 2 ທັນວາ ປີ 1975 ມາຈົນຮອດ ປັດຈຸບັນນີ້ ສປປ.ລາວ ໄດ້ກູ້ຢືມເງີນ ຈາກຕ່າງປະເທດ 2,500 ລ້ານ ດອນລ່າ ສະຫະຣັດ ແລະ ໄດ້ຮັບເງິນ ຊ່ອຍເຫຼືອລ້າ ເກືອບເຖິງ 700 ລ້ານ ດອນລ່າ ສະຫະຣັດ ທັງເງິນກູ້ຢືມ ແລະ ເງິນຊ່ອຍເຫຼືອລ້າ ຖຶກນຳໄປໃຊ້ ໃນ ໂຄງການພັທນາ ພື້ນຖານເສຖກິດ ແລະ ສັງຄົມຂອງຊາດ. ບາງສ່ວນ ຖືກນຳໄປໃຊ້ ໃນໂຄງການ ກຳຈັດ ຄວາມທຸກຍາກ ຂອງປະຊາຊົນ ຊຶ່ງຣັຖບານ ມີນະໂຍບາຍ ສຳລັບ ເຮັດໃຫ້ສປປ.ລາວ ຫຼຸດພົ້ນ ຈາກການເປັນປະເທດ ທຸກຍາກພາຍໃນປີ 2020.

ອົງການເອກຊົນ ຂອງຕ່າງປະເທດ ແລະ ອົງການໆເງິນສາກົນ ກໍເວົ້າຄືກັນກັບ ທ່ານ ສົມດີ ວ່າ ໃນປັດຈຸບັນນີ້ ສປປ.ລາວ ຕິດໜີ້ ຕ່າງປະເທດ ປະມານ 2,500 ລ້ານ ດອນລ່າສະຫະຣັດ.

ຖ້າໄລ່ສະເລັ່ຍ ໂດຍເອົາ ຈຳນວນເງິນ ດັ່ງກ່າວ ມາຫານໃຫ້ຈຳນວນພົລເມືອງ ແລ້ວ ຄົນລາວ ຜູ້ນຶ່ງ ຈະແມ່ນ ຜູ້ເຖົ້າ-ຜູ້ໜຸ່ມ ຫຼືເດັກນ້ອຍ ເກີດໃໝ່ໆ ກໍຕາມ ຈະຕິດໜີ້ຕ່າງປະເທດ 479 ດອນລ່າ ສະຫະຣັດ ໃນກໍຣະນ ີທີ່ປະເທດລາວ ມີພົລເມືອງ 5,218,000 ຄົນ ຕາມໂຕເລກ ຂອງທາງການລາວ ທີ່ມີຢູ່ໃນ Web site ຂອງ ສະຖານທູດ ສປປ.ລາວ. ຖ້າປະເທດລາວ ມີພົລເມືອງ 6,200,000 ຄົນ ຕາມການຄາດຄະເນ ຂອງຫຼາຍໆ ຄົນ ຄົນລາວ ຜູ້ນຶ່ງເປັນໜີ້ ຕ່າງປະເທດ 403 ດອນລ່າ ສະຫະຣັດ ໃນປັດຈຸບັນນີ້. ຖ້າໄລ່ສະເລັ່ຽ ອີກແນວນຶ່ງ ສປປ.ລາວ ຢືມເງິນ ຈາກຕ່າງປະເທດ ປີລະ 80 ລ້ານ ກວ່າດອນລ່າສະຫະຣັດ ນັບແຕ່ 31 ປີຫຼັງມາຈົນ ຮອດປີ 2006.

ພວກເຮົາ ມັກໄດ້ຍິນ ຄຳເວົ້າທີ່ວ່າ“ເປັນຕາອີຕົນ ເດັກນ້ອຍລາວ ແທ້ເດ່ ເກີດມາມີໜີ້ຕິດຫົວໂລດ.” ຜູ້ເວົ້າແນວນີ້ ເວົ້າໄປ ໂດຍບໍ່ຮູ້ວ່າ ລູກໂຕເອງ, ຫຼານໂຕເອງ ເກີດມາໃນປະເທດ ທີ່ຕົນຢູ່ນັ້ນ ກໍມີໜີ້ຕ່າງປະເທດ ຕິດຫົວ ຄືກັນ ເພາະວ່າ ເກືອບວ່າທຸກໆ ປະເທດໃນໂລກ ເປັນໜີ້ຕ່າງປະເທດ. ປະເທດຝຣັ່ງ, ອັງກິດ, ເຢັຽຣະມັນ, ຢີ່ປຸ່ນ, ຈີນ ມີໜີ້ຕ່າງປະເທດ ກັນທັ້ງນັ້ນ ປະເທດສະຫະຣັດ ອະເມຣິກາ ແຮງເປັນໜີ້ ຕ່າງປະເທດ ຫຼາຍກວ່າໝູ່. ເວົ້າແຕ່ປະເທດ ເພື່ອນບ້ານ ຂອງລາວ ສາເນາະ - ຄື ສປ.ຈີນ ຕິດໜີ້ຕ່າງ ປະເທດ 170 ຕື້ດອນລ່າ ສະຫະຣັດ, ວຽດນາມ ປະມານ 14 ຕື້ດອນລ່າ ສະຫະຣັດ, ໄທ 65 ກວ່າໆ ຕື້ດອນລ່າ ສະຫະຣັດ, ພະມ່າ ປະມານ 7 ຕື້ດອນລ່າ ສະຫະຣັດ ແລະ ກຳພູຊາປະມານ 3 ຕື້ກວ່າດອນລ່າ ສະຫະຣັດ ເມື່ອ ເປັນດັ່ງນັ້ນ ຈຶ່ງເຫັນໄດ້ວ່າ ການທີ່ປະເທດ ນຶ່ງມີໜີ້ຕ່າງປະເທດ ຫຼາຍຕື້ດອນລ່າ ສະຫະຣັດນັ້ນ ເປັນ ຂອງທັມມະດາ ແລະ ໂດຍສະເພາະ ການກູ້ຢືມເງິນ ຕ່າງປະເທດ ຂອງບັນດາ ປະເທດດ້ອຍພັທນາ ຫຼື ກຳລັງ ພັທນານັ້ນ ເປັນການກູ້ຢືມ ໄລຍະຍາວ ແລະ ມີດອກເບັ້ຽຕ່ຳ - ບັນຫາມີຢູ່ວ່າ ປະເທດ ລູກໜີ້ ຈະສາມາດ ຈ່າຍໜີ້ ຫຼື ວ່າເລີ່ມຈ່າຍ ດອກເບັ້ຽໄດ້ ຫຼືບໍ່ ເມື່ອເຖິງເວລາຈ່າຍ. ເຊັ່ນວ່າ ປະເທດ ວຽດນາມ ຕ້ອງໄດ້ຈ່າຍໜີ້ ປີນຶ່ງ 2 ພັນລ້ານ ຫຼື 2 ຕື້ດອນລ່າສະຫະຣັດ ແຕ່ປີ 2006 ຫາປີ 2010.

ເທົ່າທີ່ຜ່ານມາ - ເທົ່າທີ່ເຫັນມາ ບັນດາປະເທດກຳລັງພັທນາທີ່ຕິດໜີ້ຕ່າງປະເທດ ມັກຈະບໍ່ຮັກສາພັນທະໃນການຈ່າຍໜີ້ - ຄອງຄອຍໃຫ້ແຕ່ປະເທດ ຫຼື ອົງການເຈົ້າໜີ້ ລົບລ້າງໜີ້ສິນໃຫ້ຕົນ.

ໃນກາງປີ 2003 ປະເທດ ຣັດເຊັຽ ລົບລ້າງໜີ້ສິນ ໃຫ້ແກ່ ສປປ.ລາວ 70% ຊຶ່ງເຮັດໃຫ້ ໜີ້ສິນ ຣັດເຊັຽ ຂອງສປປ.ລາວ ຍັງເຫຼືອ 378 ລ້ານ ດອນລ່າສະຫະຣັດ ຊຶ່ງສປປ.ລາວ ຕ້ອງຈ່າຍໜີ້ ໃຫ້ຣັດເຊັຽ ພາຍໃນ ໄລຍະເວລາ 33 ປີ ດ້ວຍດອກເບັ້ຽ ຕ່ຳພິເສດ ທີ່ເອີ້ນກັນເປັນ ຄວາມອັງກິດວ່າ preferential interest rate. ແລະ ໃນທ້າຍເດືອນ ມົກກະຣາ ປີ 2007 ນີ້ ປະເທດ ກຳພູຊາ ໄດ້ຮ້ອງຂໍໃຫ້ຣັດເຊັຽ ລົບລ້າງ ໜີ້ສິນໃຫ້ຕົນ 1,500 ລ້ານ ດອນລ່າສະຫະຣັດ. ໃນທ້າຍ ເດືອນ ມົກກະຣາ ນີ້ເຊັ່ນກັນ ສປປ.ລາວ ໄດ້ເຊັນສັນຍາ ກູ້ຢືມເງິນ ນຳກອງທຶນ ສາກົນ ເພື່ອການ ພັທນາກະສິກັມ IFAD 3 ລ້ານ ດອນລ່າ ສະຫະຣັດ.

ໃນຣະດູ ໃບໄມ້ປົ່ງ ປີ 2001 ທະນາຄານໂລກ WB ແລະ ກອງເງິນທຶນ ສາກົນ IMF ໄດ້ຕົກລົງລົບລ້າງ ໜີ້ສິນ 20 ຕື້ດອນລ່າ ສະຫະຣັດ ໃຫ້ແກ່ບັນດາ ປະເທດ ກຳລັງ ພັທນາຫຼາຍປະເທດ ຊຶ່ງບາງປະເທດ ດັ່ງກ່າວ ບໍ່ຍອມຮັບ ແລະ ຂໍເປັນໜີ້ ຕໍ່ໄປດີກວ່າ ບັນດານັກຊ່ຽວຊານ ດ້ານໜີ້ສິນ ຕ່າງປະເທດ ຄຶດວ່າ ການໃຫ້ອະພັຍ ແລະ ການລຶມໜີ້ສິນ ຊຶ່ງເປັນການແປຕາມໂຕ ຈາກຄວາມອັງກິດທີ່ວ່າ “Forgive and Forget” ນັ້ນ ຈະບໍ່ສາມາດແກ້ໄຂ ບັນຫາ ການເປັນໜີ້ສິນຕ່າງປະເທດ ຂອງບັນດາ ປະເທດ ກຳລັງພັທນາເລີຽ. ເພາະຖ້າໝົດ ໜີ້ແລ້ວ ກໍຈະຂໍຢືມໃໝ່ ແລະ ເປັນໜີ້ໃໝ່ ບໍ່ຈົບບໍ່ສິ້ນຈັກເທື່ອ.

ນັກຊ່ຽວຊານ ດ້ານການເງິນ ລະຫວ່າງຊາດ ທ່ານ David Malin Roodman ໄດ້ສເນີການແກ້ໄຂ ວິກິດການ ດ້ານການເປັນໜີ ້ຕ່າງປະເທດ ຂອງປະເທດໂລກທີ່ 3 ທີ່ມີ 4 ຂັ້ນຕອນຄື:

    ຕ້ອງຮັບຮູ້ຄວາມຈິງວ່າ ໜີ້ສິນສ່ວນຫຼາຍຈະບໍ່ຖຶກໃຊ້ຄືນ-ຈ່າຍຄືນຈັກເທື່ອ. ລຶບການໃຫ້ເງິນກູ້ຢືມທີ່ບໍ່ດີ ຫຼືວ່າ ບໍ່ອອກໝາກອອກຜົນ ອອກຈາກບັນຊີເລີຽ. ສຶກສາປວັດ ເພື່ອຫາຄວາມເຂົ້າໃຈຕົ້ນເຫດ ຂອງວິກິດການ ແລະຕ້ອງມີການປ່ຽນແປງ ທີ່ຈຳເປັນແນວໃດ ເພື່ອຫຼີກເວັ້ນຄວາມຜິດພາດແບບເກົ່າ. ເອົາບົດຮຽນແລະປະສົບການ ມາໃຊ້ສຳລັບປະຕິຮູບລະບົບການໃຫ້ເງິນກູ້ຢືມລະຫວ່າງຊາດ.

ທ່ານ Roodman ໃຫ້ຄວາມຄຶດຄວາມເຫັນອີກວ່າ : “ບໍ່ເປັນຈັງບູນ ດຽວນີ້ ພວກເຮົາ ຍັງໄປບໍ່ຮອດ ຂັ້ນທີ່ 2 ຊ້ຳ.”

ໃນທີ່ສຸດທ່ານ Roodman ເຮັດບັນຊີປະເທດ ທີ່ຄວນໄວ້ຕາເບີ່ງ ໃນການ ຈ່າຍໜີ້ສິນຄືນ ທີ່ມີຈຳນວນ ຢູ່ 47 ປະເທດ ດ້ວຍກັນ ຊຶ່ງສ່ວນຫຼາຍ ແມ່ນປະເທດ ໃນ ທະວີບອັຟຣິກກາ ສຳລັບ ປະເທດ ໃນເອເຊັຽ ຕາເວັນອອກ ສ່ຽງໃຕ້ນັ້ນ ມີ ກຳພູຊາ, ອິນໂດເນເຊັຽ, ສປປ.ລາວ, ພະມ່າ ແລະ ວຽດນາມ.

ວິເຄາະ ໂດຍ: ມະໂນທັມ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.