ການສືບສວນເຣື້ອງ ທ່ານສົມບັດ ກໍາລັງຄືບຄານ

ເຈົ້າໜ້າທີ່ ທາງການລາວ ກຳລັງ ສືບສວນ ການຖືກ ລັກພາຕົວ ທ່ານ ສົມບັດ ສົມພອນ ແຕ່ ປະກົດວ່າ ການສືບສວນ ດຳເນີນໄປ ຢ່າງຊັກຊ້າ ຈົນເຖິງ ປັດຈຸບັນ ຍັງບໍ່ມີ ຄວາມຄືບໜ້າ ແນວໃດເລີຍ. ສເນີໂດຍ : ອາວະຣີ
ອະວາຣີ
2013.01.04
F-Sombat-Somphone ທ່ານສົມບັດ ສົມພອນ ຜູ້ທີ່ຊາວໂລກ ຢາກຮູ້ວ່າ ຢູ່ໃສ? ຫຼັງຈາກຖືກ ນໍາໂຕເຂົ້າໄປ ໃນສະຖານີ ຕໍາຣວດ ເມືອງ ສີສັຕຕະກາກ ນະຄອນຫຼວງ ວຽງຈັນ
Sombat Somphone

ປັດຈຸບັນ ທາງການລາວ ກຳລັງຟ້າວສືບສວນ ການລັກພາຕົວທ່ານ ສົມບັດ ສົມພອນ ນັກພັທນາຊຸມຊົນ ທີ່ດີເດັ່ນ. ໜັງສືພິມວຽງຈັນໄທມ໌ ຂອງທາງການລາວ ຣາຍງານ ໃນວັນທີ 4 ມົກກະຣານີ້ ວ່າ ເຈົ້າໜ້າທີ່ລາວ ຊອກຄົ້ນຫາຄົນຮ້າຍ ແລະ ຟ້າວສືບສວນ ເພື່ອຮິບໂຮມ ພິຍານຫລັກຖານ ກ່ອນຈະສາມາດ ສລຸບໄດ້ວ່າ ແມ່ນຫຍັງເກີດຂຶ້ນ ກັບທ່ານ ສົມບັດ ສົມພອນ.

ເພື່ອຢາກຮູ້ວ່າ ທາງການລາວ ກຳລັງສືບສວນ ການລັກພາຕົວນີ້ ແທ້ຫລືບໍ່ ຂ້າພະເຈົ້າ ໄດ້ຕິດຕໍ່ ໄປເຖິງກົມຕຳຣວດ ສືບສວນ ກະຊວງຮັກສາຄວາມສງົບ ພາຍໃນ; ແຕ່ປະກົດວ່າ ບໍ່ມີໃຜ ຮັບສາຍ ໄດ້ຍິນແຕ່ສຽງອັດເທັບ ໄວ້ວ່າ ຢູ່ເບີນີ້ ບໍ່ມີໃຜ ຮັບສາຍ.

ແຕ່ກ່ອນນີ້ ບໍ່ດົນ ເຈົ້າໜ້າທີ່ ຕຳຣວດສືບສວນ ໄດ້ເອີ້ນ ພີ່ນ້ອງຄອບຄົວ ຂອງທ່ານ ສົມບັດ ໄປສອບຖາມ ດັ່ງຫລານສາວ ຂອງທ່ານ ສົມບັດ ເວົ້າວ່າ:

"ເພິ່ນກໍເອີ້ນໄປຖາມຢູ່ ແຕ່ກໍບໍ່ມີອີ່ຫຍັງດອກ ຖາມທັມມະດາຊື່ໆ."

ໜັງສືພິມວຽງຈັນໄທມ໌ ແຈ້ງອີກວ່າ ທ່ານ ຢົ້ງ ຈັນທະລັງສີ, ຜູ້ຕາງໜ້າ ຂອງຣັຖບານລາວ ປະຈໍາ ສະຫະປະຊາຊາດ ທີ່ນະຄອນເຈັນເນວາ, ປະເທດ ສວິດເຊີແລນດ໌, ໄດ້ຂຽນຈົດໝາຍ ເຖິງຫ້ອງການພິເສດ ສະຫະປະຊາຊາດ ອະທິບາຍ ໃຫ້ຄວາມກະຈ່າງແຈ້ງຕື່ມ ກ່ຽວກັບ ການຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ. ຈົດໝາຍ ສະບັບນັ້ນ ຂຽນວ່າ ໃນນາມ ເປັນສະມາຊິກ ສະຫະປະຊາຊາດ ປະເທດນຶ່ງ ສປປລາວ ໃຫ້ຄວາມຮ່ວມມື ກັບປະຊາຄົມສາກົນ ຕລອດມາ ໂດຍສະເພາະ ກ່ຽວກັບ ການປົກປ້ອງ ແລະ ສົ່ງເສີມ ການນັບຖື ສິດທິມະນຸດ. ປັດຈຸບັນ ປະເທດລາວ ກຳລັງຈັດຕັ້ງ ປະຕິບັດ ຕາມສິດທິ ດັ່ງກ່າວ ແລະ ຜ່ານມາ ກໍໄດ້ຮັບຜົນສຳເຣັດ ເປັນຢ່າງດີ. ບໍ່ພຽງແຕ່ ເປັນສະມາຊິກ ຂອງສະຫະປະຊາຊາດ ເທົ່ານັ້ນ ສປປລາວ ຍັງໄດ້ລົງນາມ ແລະ ໃຫ້ສັດຕະຍາບັນ ແກ່ສົນທິສັນຍາ ສະຫະປະຊາຊາດ ວ່າດ້ວຍ ສິດທິມະນຸດນຳ; ເມື່ອບໍ່ດົນຜ່ານມາ ສປປລາວ ຍັງໄດ້ລົງນາມ ໃນສົນທິສັນຍາ ວ່າດ້ວຍ ການຫ້າມ ລັກພາຕົວ ຫລື ຫາຍສາບສູນ; ປັດຈຸບັນ ທາງການລາວ ກຳລັງກະຕຽມ ຈະໃຫ້ສັດຕະຍາບັນ ແກ່ສົນທິສັນຍາ ສະບັບນີ້ຢູ່. ຈົດໝາຍ ຂອງທ່ານ ຢົ້ງ ຈັນທະລັງສີ ຂຽນອີກວ່າ ເພື່ອປະຕິບັດ ຕາມສົນທິສັນຍາເຫລົ່ານີ້ ສປປລາວ ໄດ້ຣະບຸ ສິດທິມະນຸດ ເຂົ້າຢູ່ໃນ ຣັຖທັມມະນູນ ແລະ ກົດໝາຍ ຫລາຍສະບັບ ຂອງລາວ. ທາງການລາວ ມີແຜນ ຈະຊຸກຍູ້ ສົ່ງເສີມ ໃຫ້ມີການນັບຖື ສິດທິມະນຸດ ແລະ ໃຫ້ເສຣີພາບ ຢ່າງເຕັມປ່ຽມ ແກ່ປະຊາຊົນ ຂອງຕົນ ພາຍໃນປີ 2020.

ກ່ຽວກັບ ການລັກພາຕົວ ທ່ານ ສົມບັດ ສົມພອນ, ທ່ານ ຢົ້ງ ຈັນທະລົງສີ ອະທິບາຍ ໃຫ້ເຈົ້າໜ້າທີ່ ສະຫະປະຊາຊາດ ຮູ້ວ່າ ເບິ່ງຕາມວີດີໂອ ກ້ອງວົງຈອນປິດ ພວກເຮົາ ບໍ່ສາມາດ ເວົ້າໄດ້ ຮ້ອຍສ່ວນຮ້ອຍ ວ່າ ທ່ານ ສົມບັດ ເປັນຜູ້ນຶ່ງ ທີ່ຍ່າງຂຶ້ນ ຣົດກະບະ ສີຂາວ ຄັນນັ້ນ ໝາຍຄວາມວ່າ ນຶ່ງໃນສອງສາມຄົນ ທີ່ຂຶ້ນ ຣົດກະບະຄັນນັ້ນ ອາດຈະບໍ່ແມ່ນ ທ່ານສົມບັດ; ແຕ່ສາມາດເວົ້າ ໄດ້ຢ່າງແນ່ນອນ ວ່າ ສອງຄົນ ທີ່ຂຶ້ນ ຣົດກະບະນັ້ນ ບໍ່ໄດ້ຖືກ ບັງຄັບແນວໃດ. ຄວາມຈິງ ທີ່ກ່າວມານັ້ນ ຂັດກັບຣາຍງານ ຂອງຫ້ອງການ ພິເສດ ສະຫະປະຊາຊາດ ທີ່ຂຽນວ່າ ທ່ານ ສົມບັດ ຖືກບັງຄັບ ໃຫ້ຂຶ້ນ ຣົດກະບະ.

ຈົດໝາຍ ຂອງຜູ້ຕາງໜ້າ ຣັຖບານລາວ ທີ່ນະຄອນເຈັນເນວາ ຂຽນອີກວ່າ ຫລັງຈາກສຶກສາ ເບິ່ງວີດີໂອ ກ້ອງວົງຈອນປິດ ໃນເບື້ອງຕົ້ນ ເຈົ້າໜ້າທີ່ລາວ ທີ່ກ່ຽວຂ້ອງ ເຫັນວ່າ ອາດຈະເປັນໄປໄດ້ ທີ່ທ່ານ ສົມບັດ ຖືກລັກພາຕົວ ຍ້ອນຂໍ້ຂັດແຍ້ງ ທາງສ່ວນຕົວ ຫລື ຂໍ້ຂັດແຍ້ງ ທາງດ້ານທຸຣະກິດ ຫລື ຍ້ອນບັນຫາອື່ນໆ; ສະນັ້ນ ຈົນເຖິງ ປັດຈຸບັນ ເຈົ້າໜ້າທີ່ ຍັງບໍ່ສາມາດ ເວົ້າໄດ້ ຢ່າງຄັກແນ່ວ່າ ແມ່ນຫຍັງເກີດຂຶ້ນ ກັບທ່ານ ສົມບັດ ແລະ ແມ່ນໃຜ ມີສ່ວນພົວພັນ ກັບການລັກພາຕົວ ທ່ານ.

ກ່ອນນີ້ ເມື່ອວັນ 21 ເດືອນທັນວາ ທີ່ຜ່ານມາ ສູນຂ່າວ ສະຫະປະຊາຊາດ ອອກຖແລງການ ໂດຍໃສ່ຫົວຂໍ້ ວ່າ ສະຫະປະຊາຊາດ ຮຽກຮ້ອງ ໃຫ້ຣັຖບານລາວ ຮັບປະກັນ ຄວາມປອດໄພ ໃຫ້ແກ່ ຜູ້ປົກປ້ອງສິດທິມະນຸດ ທີ່ຫາຍສາບສູນໄປ ໝາຍເຖິງ ທ່ານ ສົມບັດ ສົມພອນ ນັ້ນເອງ. ຖແລງການນັ້ນ ຂຽນຕື່ມວ່າ ສະຫະປະຊາຊາດ ຂໍຮຽກຮ້ອງ ໃຫ້ຣັຖບານລາວ ເຮັດທຸກຢ່າງ ແລະ ຈົນສຸດຄວາມສາມາດ ເພື່ອຊອກຄົ້ນຫາ ນັກປົກປ້ອງສິດທິມະນຸດ ຊື່ດັງຄົນນີ້ ໃຫ້ໄດ້ ຊຶ່ງໄດ້ຫາຍສາບສູນໄປແລ້ວ ຫລາຍອາທິດ ສິ່ງສຳຄັນ ຕ້ອງຮັບປະກັນວ່າ ຜູ້ກ່ຽວປອດໄພ ແລະ ບໍ່ໄດ້ຮັບ ບາດເຈັບ ຫລື ຖືກທໍຣະມານ ແນວໃດ.
ທ່ານ ຣູເພີຣທ໌ ໂຄລວີລລ໌ (Rupert Colville) ໂຄສົກຫ້ອງການ ສິດທິມະນຸດ ສະຫະປະຊາຊາດ ກ່າວ ໃນບົດຖແລງການ ນັ້ນວ່າ:

"ພວກເຮົາ ມີຄວາມເປັນຫ່ວງຫລາຍ ກ່ຽວກັບ ຊະຕາກັມ ຂອງທ່ານ ສົມບັດ ສົມພອນ ຊຶ່ງເບິ່ງຄືທ່ານ ຖືກບັງຄັບ ລັກພາຕົວ; ພວກເຮົາ ເປັນຫ່ວງ ເປັນພິເສດ ກ່ຽວກັບຄວາມປອດໄພ ຂອງທ່ານ ແລະ ເຊື່ອວ່າ ການລັກພາຕົວ ເທື່ອນີ້ ຕ້ອງມີສ່ວນພົວພັນ ກັບບັນຫາ ສິດທິມະນຸດ."

ໃນຕອນທ້າຍ ຖແລງການ ຂອງສະຫະປະຊາຊາດ ຂຽນວ່າ ພວກເຮົາ ຍິນດີ ທີ່ຣັຖບານລາວ ເວົ້າວ່າ ຈະເອົາໃຈໃສ່ ສືບສວນ ເຣື່ອງນີ້ ຢ່າງຈິງຈັງ.

ຫລັງຈາກ ໄດ້ຟັງ ຈົດໝາຍ ຂອງ ຜູ້ຕາງໜ້າ ຂອງ ສປປລາວ ແລະ ຖແລງການ ສະຫະປະຊາຊາດ ທ່ານຜູ້ຟັງ ອາດຈະສັງເກດ ເຫັນຄວາມແຕກຕ່າງກັນ ບາງຢ່າງ ເຊັ່ນຄວາມແຕກຕ່າງ ອັນທີ່ນຶ່ງ ທີ່ສຳຄັນ ທາງການລາວ ເວົ້າວ່າ ທ່ານ ສົມບັດ ສົມພອນ ຖືກລັກພາຕົວ ອາດຍ້ອນ ທ່ານມີຂໍ້ຂັດແຍ້ງ ທາງດ້ານສ່ວນຕົວ ຫລື ທາງທຸຣະກິດ; ສ່ວນສະຫະປະຊາຊາດ ຖແລງວ່າ ທ່ານ ສົມບັດ ສົມພອນ ຖືກລັກພາຕົວ ອາດຍ້ອນ ທ່ານເຮັດວຽກງານ ກ່ຽວກັບ ບັນຫາ ສິດທິມະນຸດ. ຄວາມແຕກຕ່າງ ອັນທີ່ສອງ ທາງການລາວເວົ້າວ່າ  ຖ້າຜູ້ນຶ່ງ ທີ່ຂຶ້ນ ຣົດກະບະ ແລ້ວແລ່ນອອກໄປນັ້ນ ແມ່ນ ທ່ານ ສົມບັດ ສົມພອນ ແທ້; ປະກົດວ່າ ທ່ານ ສົມບັດ ບໍ່ໄດ້ຖືກບັງຄັບ ແນວໃດ; ສ່ວນ ສະຫະປະຊາຊາດ ເວົ້າວ່າ ເບິ່ງຄືແມ່ນກໍຣະນີ ບັງຄັບ ຫາຍສາບສູນ. ຄວາມແຕກຕ່າງ ອັນທີ່ສາມ ສະຫະປະຊາຊາດ ໄດ້ສະແດງ ຄວາມເປັນຫ່ວງ ຢ່າງສູງ ກ່ຽວກັບຄວາມປອດໄພ ຂອງທ່ານ ສົມບັດ ສົມພອນ; ສ່ວນທາງການລາວນັ້ນ ບໍ່ມີ ໃນໃບແຈ້ງການ ໃດໆ ວ່າ ທາງການລາວ ມີຄວາມເປັນຫ່ວງ ກັບຊະຕາກັມ ຂອງນັກຮຽນຮູ້ ປັນຍາຊົນລາວ ທ່ານນີ້; ມີແຕ່ ພີ່ນ້ອງຄອບຄົວ ຊາວລາວ ແລະ ຊາວຕ່າງປະເທດ ທີ່ຮູ້ ທ່ານ ສົມບັດ ສົມພອນ ຈຶ່ງມີຄວາມເປັນຫ່ວງ ປັດຈຸບັນ ແຮງວິຕົກກັງວົນ ຢ້ານທ່ານ ສົມບັດ ສົມພອນ ບໍ່ມີຄວາມປອດໄພ ດັ່ງ ຫລານສາວຂອງທ່ານ ເວົ້າຕອນນຶ່ງ ວ່າ:

"ເອີແນ່ນອນແລ້ວ ແຮງດົນເທົ່າໃດ ເຮົາແຮງບໍ່ຮູ້ເພິ່ນເປັນຈັງໃດ."

ພວກທີ່ເປັນຫ່ວງນຳ ທ່ານສົມບັດ ຈົ່ມວ່າ ເປັນຫຍັງ ການສືບສວນ ຈຶ່ງຊັກຊ້າແທ້ ເປັນຫຍັງ ຈຶ່ງສືບສວນຍາກແທ້; ທ່ານ ສົມບັດ ສົມພອນ ຖືກລັກພາຕົວ ເປັນເວລາສາມອາທິດ ແລ້ວ. ທະນາຍຄວາມ ແລະ ນັກກົດໝາຍ ຕ່າງປະເທດ ຄິດວ່າ ການສືບສວນ ບໍ່ຄວນຍຸ້ງຍາກ ແລະ ຊັກຊ້າ ເຖິງປານນັ້ນ ເພາະເຈົ້າໜ້າທີ່ ຕຳຣວດ ກໍມີພິຍານຫລັກຖານ ຫລາຍຢູ່ແລ້ວ ເຊັ່ນແມ່ນ ເຈົ້າໜ້າທີ່ຕຳຣວດເອງ ເປັນຜູ້ຢຸດຣົດ ຂອງທ່ານ ສົມບັດ ສົມພອນ, ຣົດຈັກ ທີ່ຄົນຮ້າຍ ຂີ່ໄປຈອດຢູ່ ຕໍ່ໜ້າ ປ້ອມຕຳຣວດ ນັ້ນ ແລ້ວຂຶ້ນຂັບຣົດຈິບ ຂອງທ່ານ ສົມບັດ ໄປ ກໍແມ່ນຫລັກຖານ ອັນນຶ່ງ ທີ່ເຈົ້າໜ້າທີ່ ສາມາດສືບສາວຫາ ເຈົ້າຂອງໄດ້ງ່າຍໆ ຫລື ສອງຄົນ ທີ່ຂີ່ ຣົດກະບະ ມາແລ້ວ ເຂົ້າໄປໃນ ປ້ອມຕຳຣວດ ດົນເຕີບ ແລ້ວນຳພາທ່ານສົມບັດ ຂຶ້ນຣົດໄປ ກໍເປັນພິຍານຫລັກຖານ ຢ່າງນຶ່ງ ທີ່ເຈົ້າໜ້າທີ່ ສາມາດຕິດຕາມ ໄດ້ຢ່າງງ່າຍດາຍ ເຊັ່ນກັນ.

ເພື່ອຢາກເຂົ້າໃຈວ່າ ກໍຣະນີ ທ່ານສົມບັດ ສົມພອນ ກ່ຽວຂ້ອງ ກັບເຣື່ອງສິດທິມະນຸດ ແນວໃດ? ຂ້າພະເຈົ້າ ໄດ້ສຶກສາເບິ່ງ ສົນທິສັນຍາ ສິດທິມະນຸດ ແລະ ສົນທິສັນຍາ ຫ້າມລັກພາຕົວ ຂອງສະຫະປະຊາຊາດ ທີ່ລາວເປັນພາຄີນັ້ນ; ຜົນປະກົດວ່າ ສົນທິສັນຍາ ສິດທິມະນຸດ ມາດຕຣາ ທີ່ 1 ບົ່ງໄວ້ວ່າ ມະນຸດທຸກຄົນ ເກີດມາ ຕ້ອງມີສິດເສຣີພາບ ແລະ ຄວາມສເມີພາບ; ມາດຕຣາ 5 ເຈົ້າໜ້າທີ່ ບໍ່ຄວນທໍຣະມານ ທຳຮ້າຍຮ່າງກາຍ ຢ່າງໂຫດຮ້າຍປ່າເຖື່ອນ ກັບບຸກຄົນໃດບຸກຄົນນຶ່ງ; ມາດຕຣາ 9 ເຈົ້າໜ້າທີ່ບໍ່ຄວນຈັບ ບຸກຄົນ ໂດຍທີ່ບໍ່ມີເຫດຜົນ ຫລື ຂໍ້ສົງໃສ; ມາດຕຣາ 18 ຈົນເຖິງ ມາດຕຣາ 26 ທຸກຄົນມີສິດເສຣີພາບ ໃນການປາກເວົ້າ ອອກຂ່າວ ນັບຖືສາສນາ ເຂົ້າອົງການຈັດຕັ້ງ ແລະ ເດີນຂະບວນປະທ້ວງ ຢ່າງສັນຕິວິທີ.

ສ່ວນສົນທິສັນຍາ ວ່າດ້ວຍ ການປົກປ້ອງ ການບັງຄັບ ຫາຍສາບສູນນັ້ນ ບົ່ງໄວ້ວ່າ ຫ້າມການບັງຄັບລັກພາຕົວ ໃນທຸກຮູບແບບ; ຫ້າມຈັບ ແລະ ກັກຂັງ ໂດຍທີ່ບໍ່ມີ ຄຳສັ່ງ ຈາກສານ ແລະ ເມື່ອມີ ການລັກພາຕົວແລ້ວ ເຈົ້າໜ້າທີ່ ກໍຕ້ອງສືບສວນ ໂດຍດ່ວນ.

ບັນຫາ ມີຢູ່ວ່າ ການລັກພາຕົວ ທ່ານ ສົມບັດ ສົມພອນ ເປັນການລະເມີດສິດທິ ເຫລົ່ານີ້ບໍ່? ຖ້າທ່ານ ສົມບັດ ສົມພອນ ຖືກຈັບ ຍ້ອນທ່ານ ກ້າປາກເວົ້າ ອອກຄຳຄິດຄຳເຫັນ ແນ່ນອນວ່າ ທາງການລາວ ຕ້ອງລະເມີດ ສິດທິມະນຸດແທ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.