ອະດີດຜູ້ນຳອີຣັກ ຊາດຳ ຮຸດເຊນ ຄວນຖືກປະຫານຊີວິດຫຼືບໍ່?
2007.09.07

ອາດີດຜູ້ນຳອີຣັ່ກ ຊາດຳ ຮຸດເຊນ ຄວນຖຶກປະຫານຊີວິດຫຼືບໍ່. ການປະຫານຊີວິດ ຊາດຳ ຮຸດເຊນ ຈະພາໃຫ້ ປະເທດອີຣັ່ກ ມີຄວາມສງົບຫຼືບໍ່? ແຕ່ເກືອບເປັນທີ່ແນ່ນອນ ແລ້ວວ່າ ຊາດຳ ຮຸດເຊນ ຈະຖຶກ ແຂວນຄໍໃນໄວໆ ນີ້ ອາດຈະແມ່ນມື້ນີ້ ຫຼືມື້ອື່ນ ຫຼືກ່ອນໝົດປີ 2006 ນີ້.
ລຸນຫຼັງໄດ້ພິຈາຣະນາ ຄະດີຂອງອາດີດ ຜູ້ນຳອີຣັ່ກ ຊາດຳ ຮຸດເຊນ ມາໄດ້ກາຍ 1 ປີ ແລະ ໄດ້ ປ່ຽນຫົວໜ້າສານ ເທື່ອນຶ່ງແລ້ວ ສານຊັ້ນສູງອີຣັ່ກ ໄດ້ຕັດສີນໃນວັນທີ 5 ພຶສຈິກາ ທີ່ຜ່ານມາ ລົງໂທດ ປະຫານ ຊີວິດ ຊາດຳ ຮຸດເຊນ ເພາະມີຄວາມຜິດ ເປັນຄາຕກອນ ຂ້າຄົນອີຣັ່ກ ຕາຍ 148 ຄົນ ໃນປີ 1982. ນ້ອງຊາຍ ຕ່າງແມ່ 2 ຄົນຂອງຊາດຳ ຮຸດເຊນ ກໍຖຶກໂທດປະຫານຊີວິດ ເຊັ່ນກັນ. ອີງຕາມ ກົດໝາຍ ອາຍາຂອງອີຣັ່ກ ຊາດຳ ຮຸດເຊນ ອາດຖຶກປະຫານຊີວິດ ພາຍໃນ 30 ວັນ ຫຼັງຈາກ ສານ ໄດ້ຕັດສີນແລ້ວ ແຕ່ ຄນະ ທະນາຍຄວາມຂອງຊາດຳ ຮຸດເຊນ ໄດ້ຂໍອຸທອນຄຳຕັດສີນ.
ທ່ານ Aref Shahin ຫົວໜ້າສານ ອຸທອນ ອີຣັ່ກ ກ່າວຕໍ່ສື່ມວນຊົນ ທີ່ກຸງແບກແດດ ໃນມື້ວັນ ອັງຄານທີ 26 ທັນວານີ້ວ່າ:
“ສານອຸທອນຊັ້ນສູງທີ່ສຸດຂອງອີຣັ່ກ ຍຶດໝັ້ນຕາມຄຳຕັດສິນຂອງສານ ຄື ຊາດຳ ຮຸດເຊນ ຕ້ອງຖຶກປະຫານຊີວິດ ພາຍໃນ 30 ວັນ.”
ແຕ່ວ່າ ການຕັດສີນດັ່ງກ່າວ ໄດ້ແບ່ງຄວາມຄຶດຄວາມເຫັນ ຂອງມວນຊົນ ອອກເປັນ 2 ຝ່າຍ ຄື ຝ່າຍພ້ອມ ແລະ ຝ່າຍບໍ່ພ້ອມ ນຳການຕັດສີນ.
ຢູ່ໃນປະເທດອີຣັ່ກ ຝ່າຍພ້ອມນຳ ກໍແມ່ນຊາວອີຣັ່ກ ທີ່ເປັນຊົນເຜົ່າ Shiite ແລະ ເປັນເຜົ່າ ທີ່ມີຈຳນວນຄົນ ຫຼາຍ ກວ່າໝູ່ ແລະ ເຜົ່າເຄີດ. ຝ່າຍບໍ່ພ້ອມນຳ ແລະ ຂັດຄ້ານ ການປະຫານຊີວິດ ຊາດຳ ຮຸດເຊນ ແມ່ນ ເຜົ່າຊູນນີ່ ທີ່ເປັນເຜົ່າດຽວກັນກັບຊາດຳ ຮຸດເຊນ ແລະ ໂດຍສະເພາະ ແມ່ນຊາວເມືອງ ຕີກຣິດ ທີ່ ເປັນບ້ານເກີດ ຂອງຊາດຳ.
ຊາວຊຸນນີ ອີຣັ່ກ ໄດ້ປະກາດວ່າ ຖ້າຊາດຳ ຮຸດເຊນ ຖຶກປະຫານຊີວິດ ພວກຕົນຈະບຸກໂຈມຕີ ແລະ ສ້າງ ຄວາມວຸ້ນວາຍ ແລະ ຄວາມຮຸນແຮງຢ່າງໜັກ.
ສ່ວນຄົນຢູ່ຕ່າງປະເທດ ກໍມີຄວາມຄຶດຄວາມເຫັນ ກົງກັນຂ້າມ 2 ຢ່າງຄືກັນ. ຢູ່ປະເທດຢູໂຣບ ແລະ ຄົນຢູໂຣບ ບໍ່ເຫັນພ້ອມ ນຳການປະຫານຊີວິດ ຊາດຳ ຮຸດເຊນ ໂດຍໃຫ້ເຫດຜົນວ່າ ການປະຫານຊີວິດ ຊາດຳ ຮຸດເຊນ ບໍ່ມີປໂຍດ ຈະບໍ່ເຮັດໃຫ້ ບ້ານເມືອງອີຣັ່ກ ມີຄວາມສງົບ ຍິ່ງຈະເຮັດໃຫ້ ການຂ້າຟັນ ລັນແທງກັນ ຣະຫວ່າງ ຊາວ shiite ແລະ ຊາວຊູນນີ ທະວີຄວາມຮຸນແຮງຂຶ້ນ. ຊາວມຸສລິມ ຢູ່ຕ່າງປະເທດ ສ່ວນນຶ່ງ ກໍ່ບໍ່ພ້ອມນຳ ຄືກັນ.
ຢູ່ສະຫະຣັດອາເມຣິກາ ຊາວອາເມຣິກັນສ່ວນຫຼາຍ ເຫັນດີນຳການ ປະຫານຊີວິດຊາດຳ ຮຸດເຊນ ຊຶ່ງຄວາມຄຶດ ຄວາມເຫັນ ຂອງຄົນອາເມຣິກັນ ທ່ານ George H.W. Bush ອາດີດປະທານາ ທິບໍດີສະຫະຣັດ ໄດ້ສະທ້ອນ ອອກມາ ເປັນຢ່າງດີໃນວັນທີ 26 ທັນວານີ້ ທີ່ເມືອງ BOCA GRANDE, ຣັດ Florida ວ່າ:
“ຂ້າພະເຈົ້າມີຄວາມຍິນດີຫຼາຍ ນຳເລື້ອງນີ້ ຍິນດີຫຼາຍ” ທ່ານ Bush ຜູ້ພໍ່ ໝາຍເຖິງວ່າ ທ່ານດີໃຈ ນຳການຕັດສີນ ຂອງ ສານອຸທອນອີຣັ່ກຫຼາຍ.
ກ່ຽວກັບ ການດຳເນີນຄະດີ ແລະ ການຕັດສີນຊາດຳ ຮຸດເຊນນັ້ນ ທ່ານ Aldel Bori Atwan ບັນນາທິການ ຂອງໜັງສືພິມ ພາສາອາຣັບ ທີ່ມີສຳນັກງານ ຢູ່ ກຸງ ລອນດອນ, ປະເທດອັງກິດ ໃຫ້ທັສນະ ໃນມື້ວັນສຸກທີ 29 ທັນວານີ້ວ່າ:
“ແຕ່ມີ້ທຳອິດພູ້ນ ຄົນອີຣັ່ກຄຶດວ່າຊາດຳ ຮຸດເຊນ ຈະຖຶກປະຫານຊີວິດ ແລະ ການຕັດສີນ ຂອງສານ ເປັນການຕັດສີນ ທາງການເມືອງ ແລະ ການຕັດສີນຈະບໍ່ຖຶກຕ້ອງ ມັນເປັນການ ຈະແຈ້ງ ແຕ່ຕອນຕົ້ນ ພູ້ນແລ້ວ ການຕັດສີນ ປະຫານຊີວິດ ຈະເພີ່ມທະວີ ການໂຈມຕີຕໍ່ກຳລັງ ທະຫານອາເມຣິກັນ ຈະຕື່ມ ມື້ຕື່ມເຈັຍ ຕໍ່ການຂ້າ ຟັນລັນແທງ ກັນແບບສົງຄາມກາງເມືອງ ຣະຫວ່າງ ຄົນກຸ່ມສາສນາຕ່າງກັນ”.
ແນ່ນອນ ຣັຖບານອີຣັ່ກ ເຫັນພ້ອມນຳການ ປະຫານຊີວິດ ຊາດຳ ຮຸດເຊນ ທ່ານ Nuri al –Maliki ນາຍົກຣັຖມົນຕຣີ ອີຣັ່ກ ເວົ້າວ່າ:
“ການປະຕິບັດ ຄຳສັ່ງ ຂອງສານ ໃຫ້ປະຫານຊີວິດຊາດຳ ຮຸດເຊນ ແລະ ພວກລູກນ້ອງ ໝາຍເຖິງ ການ ນັບຖື ສິດທິມະນຸດ ຂອງພວກເຮົາ ຜູ້ໃດຂັດຄ້ານ ການປະຫານຊີວິດ ຊາດຳ ລ້ວນແລ້ວ ແຕ່ ເປັນຜູ້ລົບລູ່ກຽດ ສັກສີ ຂອງວີຣະຊົນ ຜູ້ຍອມຖວາຍຊີວິດແກ່ພະເຈົ້າ.”
ທ່ານ Maliki ເວົ້າອີກວ່າ ທ່ານ ໄດ້ແຈ້ງໃຫ້ ຄອບຄົວ ຂອງອາດີດ ຜະເດັດການ ຊາບແລ້ວວ່າ ຊາດຳ ຮຸດເຊນ ຈະຖຶກແຂວນຄໍ ຕາຍໃນໄວໆ ນີ້ ແຕ່ບໍ່ໄດ້ ບອກວ່າແມ່ນ ມື້ໃດແທ້.
ລາຍງານຂ່າວ ຈາກຫຼາຍແຫຼ່ງຂ່າວໃນວັນທີ 29 ທັນວານີ້ ເວົ້າວ່າ ຊາດຳ ຮຸດເຊນ ຈະຖຶກ ແຂວນຄໍຕາຍ ໃນ ມື້ວັນສຸກ ນີ້ ບາງລາຍງານກໍວ່າ ໃນມື້ວັນເສົາ ບາງລາຍງານກໍວ່າກ່ອນໝົດ ປີນີ້. ທ່ານ Khalil al-Dulaimi ທະນາຍຄວາມ ຂອງຊາດຳ ກ່າວຕໍ່ສື່ມວນຊົນ ໃນມື້ວັນສຸກ ນີ້ວ່າ ຝ່າຍກຳລັງ ທະຫານອາເມຣິກັນ ຂໍໃຫ ້ຂ້າພະເຈົ້າ ໄປເກັບມ້ຽນ ເອົາເຄື່ອງຂອງສ່ວນໂຕ ຂອງອາດີດປະທານາທິບໍດີ ແລະ ຂອງ Barzan al-Tikriti ຜູ້ເປັນນ້ອງຊາຍ ຂອງຊາດຳ ແລະ ຖຶກຕັດສີນປະຫານ ຊີວິດ ຄືກັນ.
ຢ່າງໃດກໍຕາມ ຂ່າວຫຼ້າສຸດນັ້ນເວົ້າວ່າ ກະຊວງຍຸຕິທັມອີຣັ່ກ ໄດ້ປະຕິເສດຂ່າວລືທີ່ວ່າ ກຳລັງທະຫານ ສະຫະຣັດ ໄດ້ມອບໂຕຊາດຳ ຮຸດເຊນ ໃຫ້ທາງການອີຣັ່ກ ແລ້ວ ເຈົ້າໜ້າທ ີ່ທະຫານອາເມຣິກັນ ທີ່ ກຳກັບ ຄຸກຢູ່ຄ່າຍ Camp Cropper ທີ່ຕັ້ງຢູ່ໃກ້ເດີ່ນເຮືອບິນກຸງແບກແດດ ແລະ ທາງການອີຣັ່ກ ຖແລງວ່າ ຊາດຳ ຮຸດເຊນຍັງຖຶກກັກຂັງຢູ່ໃນຄຸກແຫ່ງນີ້ແຕ່ຕົ້ນພຸ້ນມາຈົນຮອດດຽວນີ້ຢູ່ ແລະ ຈະມອບ ໃຫ້ທາງການອີຣັ່ກ ກ່ອນ ການປະຫານຊີວິດ ສ່ວນສະຖານທູດສະຫະຣັດ ທີ່ກຸງແບກແດດນັ້ນ ເວົ້າວ່າ:
“ບໍ່ສາມາດຢືນຢັນໄດ້ວ່າ ຊາດຳ ຖຶກສົ່ງໂຕໄປ ໃຫ້ທາງການອີຣັ່ກ ແລ້ວຫຼືຍັງ ແລະ ສຸດແລ້ວ ແຕ່ຣັຖບານອີຣັ່ກ ຈະລົງມືປະຫານຊີວິດ ຊາດຳຍາມໃດ”.
ມະໂນທັມ ຣາຍງານ
ຣາຍການອື່ນໆ
ບົດວິເຄາະ
- ສປປ.ລາວ ປະນາມການສໍ້ລາດບັງຫຼວງ
- ຈີນ ແລະ ວຽດນາມ ກຳລັງແຂ່ງຂັນກັນຂະຫຍາຍອິດທິພົນ ຢູ່ໃນລາວ ແລະ ກຳພູຊາ
- ປະຊາທິປະໄຕໃນສະຫະຣັຖອາເມຣິກາ
- ການຮັກສາສຸກຂະພາບແລະການສຶກສາເປັນຂແນງທີ່ສຳຄັນ ສຳຣັບການພັທະນາຢູ່ໃນລາວ
- ແຜນການພັທນາ ແຜນໃໝ່ ຂອງຣັຖບານລາວ
- ຜົນໄດ້ແລະຜົນເສັຽໃນການເຂົ້າຮ່ວມການຄ້າເສຣີ
- ສະພາບການໃນປະເທດໃທຽສ້າງຄວາມວິຕົກໃຫ້ແກ່ ບັນດາຜູ້ນຳປະເທດອາຊ້ຽນ
- ການເຮັດຣັຖປະຫານຢຶດອຳນາດ ; ໃນປະເທດໄທ ອາດຈະມີຜົນກະທົບບາງຢ່າງຕໍ່ສປປລາວ
- ຕ່າງປະເທດ ໃຫ້ຄວາມສົນໃຈ ລົງທຶນທຳທຸຣະກິດ ໃນລາວ
- ສປປລາວ ຍັງບໍ່ພ້ອມທີ່ຈະລົງນາມ ໃນສົນທິສັນຍາ ຫ້າມນຳໃຊ້ ສະສົມ, ຜລິດ ແລະໂອນຣະເບີດຕໍ່ຕ້ານບຸກຄົນ.
- ເນື່ອງໃນວັນຄົບຮອບ 5 ປີ ຂອງວັນໂສກນາດຕະກັມ ທ່ານ George W. Bush ໄດ້ກ່າວເຕື່ອນພວກກໍ່ການຮ້າຍ ວ່າສະຫະຣັດຈະນຳຈັບພວກເຂົາມາຂື້ນສານໃຫ້ຈົນໄດ້
- ສະຫະຣັດບໍ່ມີໂຄງການທີ່ຈະຮັບເອົາຊາວມົ້ງລາວ
- ທາງການລາວຄວນສົ່ງເສີມໃຫ້ມີສື່ມວນຊົນເອກຣາດ ຕື່ມຂື້ນອີກ
- ສປປລາວແຕ່ງຕັ້ງເອກອັກຄະຣາຊະທູດວິສາມັນ ຄົນໄໝ່ໄປປະຈຳການຢູ່ທີ່ບາງກອກ, ປະເທດໄທ
- ສປປລາວ ; ຈະຮ່ວມມືກັບໄທ ; ເພື່ອແກ້ໄຂບັນຫາ ຊາວ ; Hmong ; ທີ່ອາໃສຢູ່ແຂວງເພັຊບູນຂອງໄທ
- ບັນຫາຄ່າຄອງຊີພສູງໄດ້ສ້າງຄວາມເດືອດຮ້ອນ ໃຫ້ແກ່ປະຊາຊົນລາວ
- ພັຍອັນຕລາຍຈາກການກໍ່ການຮ້າຍໃດ້ສ້າງຄວາມແຕກຕື່ນອີກຄັ້ງໃຫມ່
- ບັນຫາຊາວອົບພະຍົບມົ້ງ ; ທີ່ ; ປະເທດໄທ
- ສປປລາວ ; ມີການປະຕິຮູບທາງດ້ານການເມືອງ ; ແທ້ ຫລື ; ບໍ?
- ທາງການລາວອອກຣະບຽບການໃໝ່ເພື່ອໃຫ້ ມີການປະຢັດບໍ່ໃຫ້ໃຊ້ຈ່າຍເງິນຫລືຊັບສິນຂອງຫລວງ ໄປໃນທາງທີ່ບໍ່ຖືກຕ້ອງ
- ຜູ້ນຳລາວເລີ້ມນິຍົມຊົມຊອບຈີນຫລາຍຂື້ນ
- ຄວາມສຳພັນແບບພິເສດລະຫ່ວາງ ; ລາວ ; ແລະ ; ວຽດນາມ
- ການແຕ່ງຕັ້ງປະທານປະເທດ ; ແລະ ; ນາຍຍົກ ຣັຖະມົນຕຣີ
- ການແຕ່ງຕັ້ງປະທານປະເທດ ; ແລະ ; ນາຍຍົກ ຣັຖະມົນຕຣີ
- ເມື່ອໃດສປປລາວຈະໄດ້ເປັນສະມາຊິກຂອງອົງການຄ້າໂລກ