ຄ່າຄອງຊີພໃນລາວ ສູງຂື້ນເລື້ອຍໆ
ອາຫານການກິນ ແລະ ເຄື່ງໃຊ້ ຂອງສອຍ ຢູ່ ປະເທດລາວ ແພງຂຶ້ນ ນໍາເລື້ອຍໆ ແຕ່ຣາຍໄດ້ ຈາກການຂາຍ ແຮງງານ ຂອງ ປະຊາຊົນ ຕໍ່າເກີນໄປ ເຮັດໃຫ້ ການຄອງຊີບ ປະເຊີນກັບ ຄວາມຫຍຸ້ງຍາກ ລໍາບາກ ຫລາຍຂຶ້ນຕື່ມ. ແຕ່ກໍໄດ້ຍິນ ຂ່າວວ່າ ອົງການ ກັມມະບານ ລາວ ກໍາລັງຮ່າງ ຄໍາສເນີ ຂໍຂຶ້ນເງິນ ເດືອນຂັ້ນຕໍ່າ ຂອງ ຄົນງານລາວ ຢູ່. ຈຳປາທອງ ມີຣາຍງານ ກ່ຽວກັບ ເຣື້ອງນີ້ ມາສເນີທ່ານ.