ຣະເບີດບໍ່ແຕກໃນລາວ ມໍຣະດົກຫຼັງສົງຄາມ
2010.04.23
ຄະນະກັມມະການ ການຕ່າງປະເທດ ອະນຸກັມມະການ ດ້ານກິຈການ ເອເຊັຽ-ປາຊີຟີກ ແລະ ສິ່ງແວດລ້ອມໂລກ ສະພາຕ່ຳ ສະຫະຣັດ ອະເມຣິກາ ອັນມີທ່ານ ຟາເລວມາເວກາ ສະມາຊິກ ສະພາຕ່ຳ ເປັນປະທານ ຈັດເວທີ ອະພິປາຍ ກ່ຽວກັບບັນຫາ ລູກຣະເບີດ ທີ່ບໍ່ທັນແຕກ ໃນລາວ ພາຍຫລັງສົງຄາມ ວຽດນາມ ຂຶ້ນເປັນຄັ້ງ ທຳອິດຢູ່ກຸງ ວໍຊິງຕັນ ດີຊີ ໃນວັນທີ 22 ເມສາ 2010 ກົງກັນກັບ ວັນໂລກ ທີ່ມີຄວາມໝາຍ ສຳຄັນ ສຳລັບມະນຸດ ທັງມວນ.
ຜູ້ເຂົ້າຮ່ວມໃນ ເວທີ ອະພິປາຍນັ້ນ ມີທ່ານ Scott Marciel ຈາກກະຊວງການ ຕ່າງປະເທດ ສະຫະຣັດ ຍານາງ ຈັນນະພາ ຄຳວົງສາ ຈາກອົງການ ມໍຣະດົກຕົກທອດ ຈາກສົງຄາມ ທ່ານ Robert Keely ຈາກສະຖາບັນ ຄົ້ນຄົ້ວ Humpty Dumpty ແລະທ່ານ Virgil Wiebe ຈາກອົງການ ທີ່ປຶກສາດ້ານ ການເກັບກູ້ ຣະເບີດ.
ຈຸດປະສົງຂອງ ເວທີດັ່ງກ່າວ ແມ່ນເພື່ອສຶກສາ ຄົ້ນຄວ້າບັນຫາ ກ່ຽວກັບຣະເບີດ ທີ່ບໍ່ທັນແຕກ ຊຶ່ງຍັງຕົກຄ້າງ ຢູ່ປະເທດລາວ, ເພື່ອພິສູດແລະ ເຂົ້າໃຈບັນຫາ ນັ້ນໃຫ້ ເລິກເຊິ່ງຂຶ້ນຕື່ມ.
ສຳລັບພາກສ່ວນ ທີ່ເຄື່ອນໄຫວ ເພື່ອເຕືອນສະຕິ ກ່ຽວກັບໄພ ທີ່ສືບທອດມາ ຈາກສົງຄາມວຽດນາມ ແລະລາວແລ້ວ ກໍຕ້ອງການຢາກ ໃຫ້ສະຫະຣັດ ຊອກຫາວິທີ ທາງປະກອບສ່ວນ ຊ່ວຍເຫລືອ ໃນການເກັບກູ້ ຣະເບີດຢູ່ລາວ ເພື່ອເຮັດໃຫ້ ປະຊາຊົນລາວ ຫລຸດພົ້ນອອກຈາກ ໄພຂົ່ມຂູ່ ຂອງຣະເບີດທີ່ ບໍ່ທັນແຕກນັ້ນ ດັ່ງ ຍານາງ ຈັນນະພາ ຄຳວົງສາ ເວົ້າກ່ຽວກັບເຣື້ອງນີ້ 1 ວັນ ກ່ອນໜ້າເປີດເວທີ ອະພິປາຍວ່າ:
"ເພື່ອໃຫ້ຣັຖບານ ສະຫະຣັຖ ອະເມຣິກາ ເພີ້ມເງີນຊອ່ຍເຫລືອ ເພື່ອເກັບ ກູ້ຣະເບີດໃນລາວ ການພິສູດນີ້ ເປັນສີ່ງສຳຄັນ ເພາະວ່າເປັນເທື່ອ ທຳອີດ ທີ່ສະພາ ສະຫະຮັຖ ອະນຸຍາດໃຫ້ ມາສເນີກ່ຽວກັບ ຣະເບີດ ທີ່ບໍ່ທັນແຕກ ໃນລາວ. ຜ່ານການ ອະພິປາຍບັນຫາ ຢູ່ໃນເວທີນັ້ນ ຍານາງ ຈັນນະພາ ເຫັນວ່າ ມີບັນຍາກາດ ສຽງ…
ແລະທາງ ສະພາຕ່ຳ ສະຫະຣັດ ມີຄວາມສົນໃຈ ກ່ຽວກັບເລື່ອງນີ້ ສຽງ... ພ້ອມກັນນັ້ນ ຍານາງ ກໍຫວັງວ່າ ຈະມີເວທີ ອະພິປາຍ ບັນຫາທຳນອງ ດຽວກັນນີ້ ຂຶ້ນຕື່ມອີກ ສຽງ…
ນັບແຕ່ປີ 1964 ເຖິງປີ 1973 ຊຶ່ງເປັນປີ ສັນຍາວຽງຈັນ ກ່ຽວກັບການຟື້ນຟູ ສັນຕິພາບ ແລະສ້າງຄວາມ ຖືກຕ້ອງປອງດອງຊາດ ຢູ່ລາວ ໄດ້ມີການຖິ້ມ ຣະເບີດ ສະກັດກັ້ນ ການຮຸກຮານຂອງ ພວກຄອມມິວນິສ ວຽດນາມເໜືອ ຢູ່ໃນຜືນແຜ່ນ ດິນລາວ ປະມານ 2 ລ້ານ 2 ແສນຕັນ ຊຶ່ງໃນນັ້ນ ມີຈຳນວນນຶ່ງ ບໍ່ແຕກ ເຮັດໃຫ້ເປັນ ອັນຕະລາຍຕໍ່ ຊີວິດຂອງ ປະຊາຊົນ ຈົນມາຮອດເທົ່າ ທຸກວັນນີ້.
ສະຖິຕິຕ່າງໆ ເວົ້າວ່າ ໃນແຕ່ລະປີ ນັບແຕ່ສົງຄາມ ສິ້ນສຸດລົງ ມີຜູ້ໄດ້ຮັບ ເຄາະຮ້າຍ ຈາກລູກຣະເບີດ ບໍ່ທັນແຕກເຖິງ 300 ຄົນ ຊຶ່ງໃນນັ້ນ ມີຜູ້ເສັຍຊີວິດ ຍ້ອນຈຳນວນນຶ່ງ.
ແຕ່ເຖິງແນວໃດ ກໍຕາມ ເພື່ອມະນຸສທັມ ສະຫະຣັດ ອະເມຣິກາ ໃຫ້ການຊ່ວຍເຫລືອ ໃນການເກັບກູ້ ລູກຣະເບີດ ບໍ່ທັນແຕກ ມາແລ້ວຫລາຍກວ່າ 25 ລ້ານໂດລາ.
ນອກຈາກ ສະຫະຣັດແລ້ວ ຕ່າງປະເທດ ຮວມທັງ ນອກເວ ອົງການ ສະຫະປະຊາຊາດ ເພື່ອການພັທນາ ກໍໃຫ້ຄວາມ ຊ່ວຍເຫລືອ ເປັນຈຳນວນບໍ່ໜ້ອຍ ເປັນຕົ້ນ ຕາມແຜນຍຸທສາດ ໄປສູ່ຄວາມປອດໄພ ຂອງອົງການເກັບ ກູ້ຣະເບີດ ຂອງທາງການລາວ ແຕ່ປີ 2003 ຫາປີ 2013 ແລະຫວັງວ່າ ຈະໄດ້ຮັບການ ຊ່ວຍເຫລືອ ຕໍ່ໄປອີກ ສຳລັບ ແຜນຍຸທສາດ ໄປສູ່ຄວາມປອດໄພ ຄັ້ງທີ 2 ແຕ່ປີ 2010 ເຖິງປີ 2020.
ສຳລັບທາງການລາວ ນັ້ນ ກໍພຍາຍາມ ເຮັດວຽກຮ່ວມກັນ ກັບສາກົນ ມາຕລອດ ເພື່ອໃຫ້ສາກົນ ເຫັນອົກເຫັນໃຈວ່າ ປະຊາຊົນລາວ ຖືກນາບຂູ່ ຈາກຣະເບີດບໍ່ທັນ ແຕກນັ້ນ ຫລາຍປານໃດ ໃນຊີວິດ ປະຈຳວັນ ກໍຄື ການພັທນາ ປະເທດ.
ເມື່ອບໍ່ດົນມານີ້ ຄະນະຜູ້ແທນ ອົງການ ສະຫະປະຊາຊາດ ນຳໂດຍ ມາດາມ ໂຊນາມ ຢັງເຊັນ ຣານາ ຜູ້ປະສານງານ ອົງການ ສະຫະປະຊາຊາດ ເພື່ອການພັທນາ UNDP ປະຈຳລາວ ແລະທ່ານ ຈາໂມ ຊາເຣວາ ຮອງເລຂາທິການ ກອງປະຊຸມ ຫລຸດຜ່ອນອາວຸດ ຂອງ ສະຫະປະຊາຊາດ ກໍໄດ້ ປຶກສາຫາລື ກັບທາງການລາວ ກ່ຽວກັບສົນທິສັນຍາ ວ່າດ້ວຍຣະເບີດ ບົມບີ່ ແລະກະກຽມເປັນ ເຈົ້າພາບ ກອງປະຊຸມຂອງ ປະເທດພາຄີ ສົນທິສັນຍາ ວ່າດ້ວຍຣະເບີດ ບົມບີ່ ຊຶ່ງເມື່ອກ່ອນ ທາງການ ລາວຮັບວ່າ ຈະເປັນເຈົ້າພາບ ຈັດຂຶ້ນ ຢູ່ນະຄອນຫລວງ ວຽງຈັນ ໃນທ້າຍປີ 2010 ນີ້ ຊຶ່ງຂ່າວລາຍງານ ວ່າ ຈະເປັນວັນທີ 1 ສິງຫາ ແຕ່ຕໍ່ມາມີ ລາຍງານຕື່ມ ອືກວ່າ ຂໍຢ້າຍເວລາ ອອກໄປຍ້ອນວ່າ ຄາສລອງງານ ສ້າງຕັ້ງນະຄອນ ຫລວງວຽງຈັນ ຄົບຮອບ 450 ປີ.
ມາຮອດປັດຈຸບັນີ້ ມີ 30 ປະເທດແລ້ວ ທີ່ໃຫ້ສັຕຍາບັນ ຄືຄົບຕາມຈຳນວນ ທີ່ສົນທິສັນ ຍາວ່າດ້ວຍຣະເບີດ ບົມບີ່ ຕ້ອງການເພື່ອ ປະກາດບັງຄັບໃຊ້ ໃນກອງປະຊຸມ ຊຶ່ງລາວ ຈະເປັນເຈົ້າພາບ ໂດຍຈະມີບໍ່ ຕ່ຳກວ່າ 104 ປະເທດ ທີ່ໄດ້ລົງນາມ ໃນສົນທິສັນຍາ ຈະເຂົ້າຮ່ວມ ດັ່ງເຈົ້າໜ້າທີ່ ເກັບກູ້ຣະເບີດລາວ ທ່ານນຶ່ງເວົ້າວ່າ ສຽງ… ຫລັງຈາກທີ່ ຣັຖບານ ໄດ້ໄປເຊັນສັນຍາ ທີ່ ໂອສໂລ ປະເທດນໍເວ ໃນປີ 2008 ຫລັງຈາກນັ້ນ ມາຮອດເດືອນ 2 ປີ 2009 ລາວ ກໍ່ໃຫ້ສັຕຍາບັນ ແກ່ສັນຍາ ແລະ ຫລັງຈາກນັ້ນ ເພີ່ນກໍ່ແຈ້ງເລີຍວ່າ ລາວຂໍເປັນເຈົ້າພາບ ຄັ້ງທຳອິດ ໃນການກະກຽມ ທາງອົງການ ສະຫະປະຊາຊາດ ຕົກລົງໃຫ້ການ ຊ່ວຍເຫລືອລາວ 750,000 ໂດລາສະຫະຣັດ ພ້ອມທັງ ຈະຊ່ວຍຝຶກອົບຮົມ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂອງ ລາວ ເພື່ອກະກຽມ ແລະ ດຳເນີນກອງປະຊຸມ ແລະມີທັງການ ໂຄສະນາ ຢູ່ພາຍໃນ ແລະ ໃນໂລກ.
ຢ່າງໃດກໍດີ ການທີ່ມີການ ອະພິປາຍ ກ່ຽວກັບບັນຫາ ລູກຣະເບີດ ບໍ່ທັນແຕກໃນ ປະເທດລາວ ພາຍຫລັງສົງຄາມ ວຽດນາມ ຊຶ່ງຄະນະ ກັມມະການ ການຕ່າງປະເທດ ອະນຸກັມມະການ ກິຈການ ເອເຊັຍ-ປາຊີຟິກ ແລະ ສິ່ງແວດລ້ອມໂລກ ສະພາຕ່ຳ ສະຫະຣັດ ອະເມຣິກາ ຈັດຂຶ້ນ ຢູ່ກຸງ ວໍຊິງຕັນ ດີຊີ ໃນວັນທີ 22 ເມສາ 2010 ນີ້ ກໍມີຄວາມ ສຳຄັນ ຕໍ່ການເກັບກູ້ ມັນຕໍ່ໄປ ດັ່ງທີ່ໄດ້ຟັງ ຍານາງ ຈັນນະພາ ຄຳວົງສາ ປາທານຝ່າຍ ບໍຣິຫານ ຂອງອົງການ ມໍຣະດົກຕົກທອດ ຈາກສົງຄາມ ໄດ້ກ່າວມາ ແລ້ວນັ້ນ.