ການພັທນາທີ່ໃຊ້ ຊັພຍາກອນເປັນເດີມພັນ
2010.05.14
ໂຄງການພັທນາ ໃນລາວ ເລີ້ມແຕ່ຣັຖບານລາວ ໄດ້ເປີດກວ້າງທາງ ດ້ານເສຖກິດ ໃນປີ 1986 ເປັນຕົ້ນມາ ກໍ່ມີຫລາຍໂຄງການ ທີ່ນັກລົງທືນ ຕ່າງຊາດສຳປະທານ ແຕ່ໂຄງການ ໃຫຍ່ໆນັ້ນ ກໍ່ແມ່ນໂຄງການ ສ້າງເຂື່ອນໄຟຟ້າ ໂຄງການຂຸດຄົ້ນ ແຮ່ທາດ ແລະໂຄງການປູກຕົ້ນໄມ້ ເສຖກິດ ດັ່ງການ ປູກຢາງພາລາ ເປັນຕົ້ນ.
ສຳລັບໂຄງການ ສ້າງເຂື່ອນໄຟຟ້າ ຂັ້ນເລີ້ມຕົ້ນ ຣັຖບານລາວ ກໍ່ມີແຜນການ ຈະສ້າງເຂື່ອນປະມານ 10 ກວ່າເຂື່ອນ ໃນແຜນການສ້າງເຂື່ອນ 70 ເຂື່ອນ ຂອງຣັຖບານລາວ ເພື່ອຢາກໃຫ້ລາວ ເປັນຫມໍ້ໄຟ ສຳລັບອາຊຽນ. ເຂື່ອນໄຟຟ້າທີ່ ຣັຖບານລາວກຳລັງສ້າງ ແລະ ສ້າງສຳເຮັດແລ້ວ ໃນເວລານີ້ ກໍ່ແມ່ນເຂື່ອນ ນ້ຳເທີນສອງ ນ້ຳງື່ມ ນື່ງສອງແລະສາມ ເຂື່ອນເທີນຫີນບູນ ແລະເທີນຫີນບູນ ສ່ວນຂຍາຍ, ເຂື່ອນຫວ້ຍໂຫ, ເຂື່ອນເລັກເຂື່ອນ້ອຍອື່ນໆ ໃນທົ່ວປະເທດ ແລະແຜນການທີ່ ຈະສ້າງເຂື່ຶອນໃນ ອະນາຄົດກໍ່ຍັງ ມີຫລາຍໂຄງການ ທີ່ໃຫຍ່ທີ່ສຸດ ກໍ່ແມ່ນເຂື່ອນກັ້ນ ນ້ຳຂອງ ເຂື່ອນ ດອນສະຫົງ ເຂື່ອນໄຊຍະບຸຣີ ທີ່ກຳລັງທຳການ ສຳຣວດກັນຢູ່ ໃນເວລານີ້ ແລະເຂື່ອນກັ້ນນ້ຳ ຂອງອີກຫລາຍແຫ່ງ ຮ່ວມດ້ວຍເຂື່ອນຕາມ ແມ່ນ້ຳສາຂາ.
ໂຄງການສ້າງເຂື່ອນ ສ່ວນໃຫຍ່ ເປັນໂຄງການພັທນາ ທີ່ບໍ່ຍືນຍົງ ເຫດຜົລເປັນເພາະວ່າ ຈະມີການໂຍກຍ້າຍ ປະຊາຊົນ ນ້ຳຈະຖ້ວມໄປ ໃນຫລາຍພື້ນທີ່ ໄຮ່ນາຕາກ້າ ຂອງປະຊາຊົນ ກໍ່ຈະຖືກນ້ຳຖ້ວມ ໄປຫົມດ ການດຳຣົງຊີວີດ ຂອງປະຊາຊົນ ກໍ່ຈະມີການ ປ່ຽນແປງ ຜົລປໂຍດຈາກການ ສ້າງເຂື່ອນ ປະຊາຊົນທ້ອງຖີ່ນ ກໍ່ບໍ່ໄດ້ຮັບ ຫລາຍເທົ່າທີຄວນ. ແລະເຫດຜົລອື່ນໆ ກໍ່ແມ່ນວ່າ ເປັນການທຳລ້າຍ ຊັພຍາກອນ ທັມມະຊາດ ແລະສີ່ງແວດລ້ອມ ໃນຂົງເຂດແຫ່ງນັ້ນ, ການພັທນາທີ່ ຍືນຍົງແມ່ນການ ພັທນາທີ່ເຮັດໃຫ້ ປະຊາຊົນ ມີຢູ່ມີກີນໄປຕຣອດ ບໍ່ແມ່ນການທຳລ້າຍ ບ່ອນທຳມາຫາກີນ ຂອງ ປະຊາຊົນ.
ເຂື່ອນທີ່ຣັຖບານ ສ້າງສ່ວນໃຫຍ່ຈະກວມ ໄປໃສ່ພື້ນທີ່ ໄຮ່ນາຕາກ້າແລະ ບ້ານເຮືອນ ຂອງປະຊາຊົນ ໃນຫລາຍແຫ່ງ ຣັຖບານລາວ ກໍ່ມີແຕ່ໂຍກຍ້າຍ ປະຊາຊົນໄປ ຢູ່ບ່ອນອື່ນເທົ່ານັ້ນ ສຳລັບບ່ອນ ທຳມາຫາກີນຂອງ ພວກຂະເຈົ້ານັ້ນ ຣັຖບານກໍບໍມີ ຫຍັງຫລາຍມີພຽງແຕ່ ອະນຸມັດທີ່ດີນ ບາງຕອນໃຫ້ຮ່ວມ ດ້ວຍຄ່າຊົດເຊີຍ ທີ່ບໍ່ກຸ້ມຄ່າເທົ່ານັ້ນ. ໂຄງການສ້າງເຂື່ອນ ຕ້ອງແລກດ້ວຍ ການສູນເສັຽ ຊັພຍາກອນທັມມະຊາດ ຢ່າງໃຫຍ່ຫລວງ ຂອງລາວ. ໂຄງການພັທນາ ທີ່ບໍ່ຍືນຍົງ ໂຄງການທີສອງ ກໍ່ແມ່ນ ການຂຸດຄົ້ນບໍ່ແຮ່ ໃນລາວ ຊື່ງໃນຣະຍະ ທີ່ຜ່ານມາເທົ່າ ເຖີງປັດຈຸບັນ ຣັຖບານລາວ ໄດ້ອະນຸມັດ ໃຫ້ນັກລົງທືນ ຕ່າງດ້າວມາສຳຣວດ ແລະຂຸດຄົ້ນແຮ່ທາດ ໃນລາວ ໃນຫລາຍແຫ່ງ ແຕ່ເຫນືອຮອດໃຕ້ ໂຄງການຂຸດຄົ້ນ ແຮ່ທາດລາຍໃຫຍ່ ກໍ່ແມ່ນ ບໍ່ຄຳທີ່ເຊໂປນ ບໍ່ທອງແດງແລະ ບໍ່ຄຳທີ່ພູເບັ້ຽ ແລະບໍ່ບອກໄຊ ກໍ່ກຳລັງຄົ້ນຄວົ້າ ທີ່ແຂວງອັດຕະປື ແລະຈຳປາສັກ ແລະບໍ່ອື່ນໆ ບໍ່ເຫລັກບໍ່ນ້ອຍ ຄາດວ່າມີຢູ່ປະມານ 70 ບໍ່ ທີ່ຣັຖບານລາວ ກຳລັງຈະໃຫ້ ນັກລົງທືນຕ່າງຊາດ ຄົ້ນຄົ້ວາ ແລະສຳຣວດຢູ ໃນເວລານີ້ ແຕ່ໂຄງການຂຸດຄົ້ນ ແຮ່ທາດເຫລົ່ານີ້ ເປັນໂຄງການພັທນາ ທີ່ບໍ່ຍືນຍົງ ເຫດກໍ່ເພາະວ່າ ຖ້າບໍ່ດັ່ງກ່າວ ຫາກຖືກຂຸດຄົ້ນຫມົດ ໄປແລ້ວ ຣັຖບານລາວ ຈະເອົາຫຍັງມາສ້າງສາ ພັທນາປະເທດຊາດ ແລະຊ່ອຍເຫລືອ ປະຊາຊົນ ອີກຕໍ່ໄປ. ການຂຸດຄົ້ນແຮ່ທາດ ນອກຈາກຈະມີການ ໂຍກຍ້າຍ ປະຊາຊົນແລ້ວ ກໍ່ຍັງສົ່ງຜົລ ກະທົບຕໍ່ສີ່ງ ແວດລ້ອມ ແມ່ນ້ຳລຳທານ ວີຖິຊີວີດ ຂອງ ປະຊາຊົນທ້ອງຖີ່ນ ນຳອີກ ຮ່ວມດ້ວຍ ສັດສາວາສີ່ງ ທີ່ອາສັຍຢູ່ ໃນບໍຣີເວນນັ້ນ ກໍ່ຈະໄດ້ຮັບຜົລກະທົບ.
ພື້ນທີ່ໃນການ ຂຸດຄົ້ນກໍ່ຈະບໍ່ ສາມາດ ໃຊ້ທຳມາຫາກີນໄດ້ ເປັນເວລາຫລາຍປີ ຫລືບໍ່ເປັນປໂຍດເລີຍ. ເຈົ້າຫນ້າທີ່ລາວ ທ່ານນື່ງກ່າວກ່ຽວກັບ ໂຄງການພັທນາ ທີ່ບໍ່ຍືນຍົງ ໃນລາວວ່າ:
ໂຄງການພັທນາ ທີ່ບໍ່ຍືນຍົງ ອັນດັບທີສາມ ໃນລາວກໍ່ແມ່ນ ການປູກຕັ້ນໄມ້ ເສຖກິດຫລື ປູກຕົ້ນຢາງພາລາ, ໂຄງການດັ່ງກ່າວ ຈະກີນເນື້ອທີ່ຫລາຍ ພັນເຮັກຕາ ໃນທົ່ວປະເທດ ພື້ນທີ່ບາງແຫ່ງ ເປັນ ຂອງປະຊາຊົນ ແຕ່ຕ້ອງເອົາມາ ໃຫ້ນັກລົງທືນ ປູກຢາງພາລາ, ການປູກຢາງພາລາ ຈະພາໃຫ້ດີນ ລຳນ້ຳແລະ ສະພາບແວດລ້ອມ ໃນຂົງເຂດແຫ່ງນັ້ນ ເສັຽຫາຍ ແລະປະຊາຊົນ ໃນບາງແຫ່ງກໍ່ ຈະຖືກ ໂຍກຍ້າຍ, ສ່ວນໃຫຍ່ແມ່ນຜົລ ປໂຍດຂອງນາຍທືນ ຫລາຍກວ່າ ປະຊາຊົນ ເປັນພຽງແຕ່ລູກຈ້າງ ຂອງພວກຂະເຈົ້າ. ທີ່ດີນ ທີ່ພວກຂະເຈົ້າ ເຄີຍທຳມາຫາກີນ ກໍຖືກຍົກໃຫ້ ນາຍທືນປູກ ຢາງພາລາ ໃນບາງເຂດ. ເຫດຜົລທີ່ໂຄງການ ປູກຢາງພາລາ ເປັນການພັທນາ ເສຖກິດ ທີ່ບໍ່ຍືນຍົງ ກໍ່ແມ່ນວ່າ ນື່ງ, ການປູກຢາງພາລາ ຈະທຳລາຍ ຊັພຍາກອນ ທັມມະຊາດ ທີ່ດີນ ແລະ ປ່າໄມ້ອ້ອມແອ້ມ ຮ່ວມດ້ວຍແມ່ນ້ຳ ລຳທານ, ສອງ ການປູກຢາງພາລາ ບໍ່ໄດ້ສ້າວລາຍ ໄດ້ວຽກເຮັດງານທຳ ໃຫ້ປະຊາຊົນ ທ້ອງຖີ່ນແບບຖາວອນ ເປັນພຽງ ແຕ່ກັມມະກອນ ລາຍວັນ ດ້ວຍຄ່າຈ້າງຕ່ຳໆ ເທົ່ານັ້ນຍັງຖືກ ຂົ່ມເຫັງຈາກນາຍຈ້າງ ອີກແລະສາມ, ການປູກຢາງພາລາ ນອກຈາກຈະເສັຽ ພື້ນທີ່ຊັພຍກອນ ທັມມະຊາດແລ້ວ ຍັງສ້າງຄວາມເຊື່ອມເສັຽ ຕໍ່ປ່າໄມ້ ທີ່ນາຍທືນຕ້ອງ ຕັດອອກໄປຂາຍ ແມ່ນ້ຳລຳທານ ທີ່ປະຊາຊົນ ເຄີຍຫາຢູ່ຫາກີນ ເພາະຖືກສານເຄມີ ຈາກຢາຂ້າຫຍ້າ ໃຫລລົງໄປໃສ່. ສັດສາວາສີ່ງ ປູປາ ທີ່ເປັນອາຫານ ລ້ຽງຊີບຂອງ ປະຊາຊົນກໍ່ມີ. ໃນທີ່ສຸດ ດີນສຳລັບການ ປູກເຂົ້າແລະປູກພືດ ທີ່ຈຳເປັນປະເພດອື່ນໆ ຂອງປະຊາຊົນ ກໍ່ຈະຫມົດໄປ ແລະປະຊາຊົນ ກໍ່ຈະທຸກຈົນເຫມືອນເດີມ ຫລືຫລາຍກວ່າທີ່ ຜ່ານມາ ເພາະເປັນ ລູກຈ້າງລາຍວັນ.
ເຖີງຢ່າງໃດກໍຕາມ ເຈົ້າຫນ້າທີ່ລາວ ທ່ານນື່ງ ຜູ້ທີ່ບໍ່ປະສົງ ອອກຊື່ເວົ້າວ່າ ການພັທນາດ້ວຍ ການແລກປ່ຽນກັບ ຊັພຍາກອນທັມມະຊາດ ໃນລາວ ຂອງຣັບຖບານລາວ ນັ້ນ ມີຄວາມຈຳເປັນ ເພາະ ຣັຖບານລາວ ບໍ່ມີທາງເລືອກ ແນວອື່ນແລະກໍ່ບໍ່ມີ ແຫລ່ງສົມບັດເພື່ອມາ ພັທນາດັ່ງ ແຫ່ລງນ້ຳມັນ ແກສທັມມະຊາດ ເຫມືອນດັ່ງປະເທດ ອື່ນເຂົາ. ຖ້າບໍ່ເຮັດແບບນັ້ນ ຈະເອົາຫຍັງມາ ຊ່ອຍປະຊາຊົນ ແລະປະເທດຊາດ. ເຈົ້າຫນ້າທີ່ລາວ ອີກທ່ານນື່ງກ່າວ ກ່ຽວກັບການພັທນາ ທີ່ບໍ່ຍືນຍົງວ່າ:
ແຕ່ນັກວີຊາການລາວ ທ່ານນື່ງເວົ້າວ່າ ໂຄງການພັທນາ ທີ່ຈະໃຫ້ເປັນ ໂຄງການພັທນາ ທີ່ຍືນຍົງ ຕ້ອງເປັນໂຄງການ ພັທນາທີ່ໃຫ້ ປະຊາຊົນມີສ່ວນ ຮ່ວມເປັນເຈົ້າຂອງນຳ ດັ່ງການປູກ ຢາງພາລາ ແລະ ປູກຕົ້ນໄມ້ເສຖກິດ ປະເພດອື່ນໆ ສຳລັບການກະເສດ ບໍ່ແມ່ນເປັນລູກຈ້າງ ລາຍວັນ. ສຳລັບໂຄງການ ສ້າງເຂື່ອນແລະ ຂຸດຄົ້ນແຮ່ທາດນັ້ນ ນັກລົງທືນຫລື ຣັຖບານ ກໍ່ຕ້ອງໃຫ້ສ່ວນແບ່ງ ປະຊາຊົນເຫມືອນກັນ ແດ່ເລັກນ້ອຍດັ່ງ ການຕັ້ງກອງທືນ ເພື່ອຄຳປະກັນ ຊິວິດການເປັນຢູ່ ຂອງພວກຂະເຈົ້າ ອາດຈະຫນ້ອຍກວ່າ 1 ເປີເຊັນ ຂອງລາຍໄດ້ຂອງ ບໍຣິສັດກໍຍັງດີ ບໍ່ແມ່ນທີ່ຈະໃຫ້ຄ່າ ຊົດເຊີຍ ແບບຕ່ຳໆແລ້ວ ກໍ່ປ່ອຍໃຫ້ຂະເຈົ້າ ຢູ່ຕາມລຳພັງ ໃນທີ່ສຸູດເມື່ອ ເງິນຫມົດແລ້ວ ເຂົາກໍ່ກາຍເປັນ ຄົນທຸກຈົນເຫມືອນເດີມ. ຈະກັບມາເຮັດໄຮ່ ເຮັດນາ ຢູ່ບ້ານເດີມ ກໍ່ບໍ່ມີທີ່ດີນ ເພາະເປັນຂອງ ນັກລົງທືນຫມົດແລ້ວ.
ລາຍໄດ້ຈາກການ ຂຸດຄົ້ນແຮ່ທາດ ຂອງບໍຣິສັດ ໂອຊີອານາ ທີ່ເຊໂປນ ປີນື່ງ ຫລາຍຮ້ອຍລ້ານໂດລາ ແລະ ບໍ່ອື່ນໆໃນລາວ ທີ່ມີກາຂຸດຄົ້ນແລ້ວ ກໍ່ອາດຈະໄດ້ ຫລາຍຮ້ອຍລ້ານ ໂດລາ ເຫມືອນກັນ. ການຂາຍໄຟຟ້າ ຈາກການສ້າງເຂື່ອນ ຂອງນັກລົງທືນ ກໍ່ອາດຈະມີ ຫລາຍຮ້ອຍລ້ານໂດລາ ໃນແຕ່ລະປີ ສຳລັບເຂື່ອນທີ່ ສ້າງແລ້ວ ແຕ່ປະຊາຊົນ ທີ່ຖືກໂຍກຍ້າຍນັ້ນ ອາດຫມົດລາຍໄດ້ ໄປແລ້ວແລະ ກໍ່ເລີ້ມທຸກລົງ ກວ່າເກົ່າ. ຣັຖບານລາວ ກໍ່ພຽງແຕ່ມີ ລາຍໄດ້ຈາກອາກອນ ການໃຫ້ສຳປະທານ ເທົ່ານັ້ນ. ໃນທີ່ສຸດ ເຈົ້າຫນ້າທີ່ລາວ ອີກທ່ານນື່ງເວົ້າວ່າ ຊັພຍາກອນ ທັມມະຊາດ ໃນລາວ ຖ້າບໍ່ຖືກພັທນາ ກໍ່ຍັງເປັນຫີນ ເປັນດີນຢູ່ຕາມເຄີຍ ໃຊ້ປໂຍດບໍ່ໄດ້ ຈື່ງຕ້ອງເອົາມາພັທນາ ເປັນຊັບສີນ ທາງເສຖກິດໃຫ້ແກ່ ປະເທດຊາດ ຈະດີກວ່າ ທີ່ຈະບໍ່ພັທນາເລີຍ.