ການແຂ່ງຂັນກິລາຊີເກມສ໌ ຄັ້ງທີ 25 ໄດ້ສີ້ນສຸດລົງ
ການແຂ່ງຂັນກິລາຊີເກມສ໌ ຄັ້ງທີ 25 ທີ່ນະຄອນຫລວງວຽງຈັນ ໄດ້ປິດລົງໃນວັນທີ 18 ທັນວາ 2009 ໂດຍທີ່ປະເທດໄທ ໄດ້ຮັບຫລຽນຫລາຍ ກວ່າປະເທດອື່ນໆ ຮອງລົງມາກໍແມ່ນວຽດນາມ ອິນໂດເນເຊັຍ. ສ່ວນລາວໄດ້ຫລຽນ ຢູ່ໃນອັນດັບທີ 7 ໃນຈຳນວນ 11 ປະເທດ ທີ່ເຂົ້າຮ່ວມການແຂ່ງຂັນ. ພິທີປິດງານໄດ້ດຳເນີນໄປ ຢ່າງຄຶກຄື້ນພໍສົມຄວນ. ຈຳປາທອງ ມີລາຍງານກ່ຽວກັບເລື່ອງນີ້ ມາສເນີທ່ານ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"