ອັຕຣາການແລກປ່ຽນສາກົນ

ຫລັງຈາກສົງຄາມໂລກຄັ້ງ ທີສອງໄດ້ສິ້ນສຸດລົງ ປະເທດອຸດສະຫະກໍາ ທີ່ຮັ່ງມີໄດ້ກ້າວເຂົ້າສູ່ລະບົບ ອັຕຣາການແລກປ່ຽນ ສາກົນລະບົບທີ ສອງຊື່ງເອົາເງິນ ສະກຸນຂອງປະເທດຜູກພັນ ໃສ່ກັບຣາຄາຄໍາ ຫລື ໃສ່ເງິນໂດລາສະຫະຣັຖ ອັນເຮັດໃຫ້ເງິນ ໂດລາສະຫະຣັຖມີ ບົດບາດເປັນເງິນຕຣາ ສໍາຮອງສາກົນຫລາຍຂື້ນ.
ສົມເນ
2009.01.16

ດັ່ງທີ່ໄດ້ກ່າວມາແລ້ວ ຢູ່ໃນພາກນື່ງວ່າ ບໍ່ແມ່ນແຕ່ພາ ວະເສຖະກິດ ຕົກຕໍ່າຄັ້ງຍິ່ງໃຫ່ຽຊຸ້ມປີ 1930 ເທົ່ານັ້ນທີ່ເຮັດໃຫ້ລະບົບ ອັຕຣາການແລກປ່ຽນແບບ ຕາຍຕົວທີ່ຖືເອົາຄໍາ ເປັນມາຕະຖານແລະ ຖືເອົາຄໍາເປັນເງິນສໍາຮອງ ເງິນຕຣາຕ່າງປະເທດ ສີ້ນສຸດລົງ ພ້ອມກັນນ້ັນມັນຍັງ ໄດ້ເປີດໂອກາດໃຫ້ຫລາຍ ປະເທດຕັ້ງກໍາແພງພາສີສິນ ຄ້າຂາເຂົ້າລະຫ່ວາງ ປະເທດຂື້ນຕື່ມ ອັນເຮັດໃຫ້ການຄ້າ ລະຫ່ວາງປະເທດເປັ້ຽລ່ອຍລົງ ແຕ່ ສົງຄາມໂລກຄັ້ງທີສອງ ທີ່ຕິດຕາມມານັ້ນໄດ້ເຮັດ ໃຫ້ການຄ້າແລະການເງິນ ຂອງໂລກຢຸດຊະງັກ ລົງເປັນລະຍະໆເຊັ່ນກັນກອງປະຊຸມຂອງ 44 ປະເທດ ຢູ່ທີ່ເມືອງ Bretton Woods ຮັຖ New Hamphsire ສະຫະຣັຖອາເມຣິກາ ເມື່ອປີ 1944 ໂດຍມີຜູ້ແທນ 730 ຄົນຈາກ ເຂົ້າຮ່ວມໄດ້ຕົກລົງ ກັນຮັບເອົາລະບົບອັຕຣາ ການແລກປ່ຽນທີ່ ຜູກພັນເງິນສະກຸນ ຂອງປະເທດໃສ່ກັບ ຄໍາຫລືເງິນໂດລາ ສະຫະຣັຖມີຊື່ເປັນ ພາສາອັງກິດວ່າ Adjustable Peg system of exchange rate. ພ້ອມນັ້ນກອງປະຊຸມ Bretton Woods ຍັງໄດ້ຕົກລົງຕັ້ງກອງ ທືນສາກົນຂື້ນ ຫລືມີຊື່ຍໍ່ວ່າ IMF ແລະຕັ້ງທະນາຄານ ລະຫ່ວາງປະເທດເພື່ອການຟື້ນຟູ ແລະການພັດທະນາທີ່ມີຊື່ຍໍ່ເປັນພາສາອັງກິດວ່າ IBRD ຊື່ງເປັນພາກສ່ວນນື່ງຂອງທະນາຄານໂລກໃນທຸກວັນນີ້. ກອງປະຊຸມໄດ້ມອບໝາຍໃຫ້ IMF ເຮັດໜ້າທີ່ ເຮັດຈັ່ງໃດຈະໃຫ້ລະ ບົບອັຕຣາການແລກປ່ຽນ ລະບົບໃໝ່ທີ່ຜູກພັນເງິນຕຣາ ຂອງປະເທດນື່ງໆ ໃສ່ກັບຄ່າຂອງຄໍາແລະ ເງິນໂດລາສະຫະຣັຖນີ້ໃຫ້ ເປັນລະບົບທີ່ ສາມາດນໍາມາປະຕິບັດໄດ້. ພາຍໄຕ້ລະບົບອັຕຣາ ການແລກປ່ຽນໃໝ່ນີ້1- IMF ຍັງຢືດໝັ້ນກັບ ຫລັກການລະບົບການແລກ ປ່ຽນແບບຕາຍຕົວ ຢູ່ຄືເກົ່າ ແຕ່ວ່າຄຸ້ມຄອງໂດຍ IMF. 2- ສົ່ງເສີມໃຫ້ລະບົບນີ້ເປັນລະບົບທີ່ເປີດກ້ວາງ. 3- ມີຂໍ້ບັງຄັບໃຫ້ປະເທດສະມາຊິກ IMF ມີພັນທະປ່ຽນເງິນຕຣາ ຂອງປະເທດຂອງ ຕົນເປັນເງິນຕຣາຂອງ ປະເທດອື່ນໄດ້ແລະເປີດ ໃຫ້ມີການຄ້າແບບເສຣີ. ການຈັດຕັ້ງລະບົບນີ້ ປະເທດສະມາຊິກຂອງ IMF ຕ້ອງກໍານົດ ນ່ວຍເງິນສະກຸນຂອງຕົນ ທຽບໃສ່ກັບຄ່າຂອງຄໍາ ຫລືທຽບໃສ່ກັບຄ່າ ຂອງເງິນໂດລາສະຫະຣັຖ ແລະຕ້ອງຮັກສາອັຕຣາ ການແລກປ່ຽນເງິນຕຣາ ຂອງປະເທດ ຕົນໃຫ້ຢູ່ໃນຂອບເຂດຄົງທີ່, ຖ້າວ່າຂື້ນ ກໍບໍ່ໃຫ້ເກີນ 1% ຫລືຖ້າວ່າລົງ ກໍບໍ່ໃຫ້ເກີນ 1% ຂອງຄ່າທີ່ທຽບໃສ່, ດັ່ງນັ້ນມັນໄດ້ສ້າງ ອັຕຣາການແລກປ່ຽນ ທຽບເທົ້າລະຫ່ວາງເງິນ ສະກຸນຂອງປະເທດ ສະມາຊິກດ້ວຍກັນ, ພາສາອັງກິດວ່າ parity rates. ພາຍໄຕ້ລະບົບອັຕຣາ ການແລກປ່ຽນໃໝ່ນີ້ ຄໍາແລະເງິນໂດລາ ສະຫະຣັຖ ຖືກຮັບຮູ້ໃຫ້ເປັນເງິນຕຣາ ສໍາຮອງຕ່າງປະເທດ ດ້ວຍເຫດຜົນວ່າ 1- ສະຫະຣັຖຫລຸດພົ້ນ ອອກຈາກສົງຄາມໂລກ ຄັ້ງທີສອງໃນຖານະເປັນ ປະເທດເສຣີທີ່ມີເສຖະກິດ ເຂັ້ມແຂງທີ່ສຸດໃນໂລກ. 2-ສະຫະຣັຖໄດ້ສະສົມຄໍາ ໄວ້ລະຫ່ວາງປີ 1934-1971 ຈໍານວນມະຫາສານ ພ້ອມທັງດໍາເນີນ ນະໂຍບາຍ ຊື້ຄໍາຈາກທະນາຄານກາງ ຂອງປະເທດອື່ນ ແລະຂາຍຄໍາ ໃຫ້ທະນາຄານກາງຂອງປະເທດ ອື່ນໃນຣາຄາຕາຍຕົວ 35 usd ຕໍ່ນື່ງອອນ. ເພື່ອຮັກສາຄຸນະພາບຂອງເງິນ ໂດລາສະຫະຣັຖໄວ້ ສະຫະຣັຖຕົກລົງຜູກພັນເງິນ ໂດລາສະຫະຣັຖໃສ່ກັບຄ່າ ຂອງຄໍາໃນອັຕຣາ 35 usd ຕໍ່ຄໍາ 1 ອອນ. ບັນຫາມັນມີຢູ່ວ່າ ແຕ່ລະປະເທດຈະໃຊ້ວິທີໃດເພື່ອ ປະຕິບັດຂໍ້ຕົກລົງເພື່ອເຮັດ ໃຫ້ອັຕຣາການແລກປ່ຽນ ໃນລະບົບນີ້ມີສະຖຽຮະພາບໄດ້. ສົມມຸດວ່າສະຫະຣັຖ ທຽບເງິນໂດລາຂອງຕົນໃສ່ ກັບເງິນປອນຂອງອັງກິດ ໃນອັຕຣາການແກປ່ຽນ $2 ຕໍ່ 1 ປອນ, ຖ້າເກີດວ່າ ຄວາມຕ້ອງການໃຊ້ເງິນປອນ ຂອງສະຫະຣັຖມີສູງ, ເຊັ່ນໃນກໍຣະນີທີ່ສະຫະຣັຖ ຊື້ສິນຄ້າຈາກອັງກິດຫລາຍຂື້ນ, ອັຕຣາການແລກປ່ຽນ ຈະເພີ້ມຂື້ນເປັນ $3 ຕໍ່ 1 ປອນ. ເພື່ອຮັກສາອັຕຣາ ການແລກປ່ຽນໃຫ້ຄົງທີ່ $2 ຕໍ່ 1 ປອນຄືເກົ່ານັ້ນ ທະນາຄານກາງຂອງ ສະຫະຣັຖຕ້ອງເພີ້ມຈໍານວນ ເງິນປອນຢູ່ໃນຕະລາດ ການແລກປ່ຽນສາກົນ ໂດຍການຂາຍເງິນປອນ ທີ່ຕົນມີຢູ່ໃນຄັງສໍາຮອງ ເງິນຕຣາຕ່າງປະເທດຢູ່ ໃນຕະລາດການແລກປ່ຽນສາກົນ, ເຮົາມັກເອີ້ນກັນວ່າ ການແຊກແຊງຂອງ ທະນາຄານກາງເຂົ້າໄປ ໃນຕະລາດການແລກ ປ່ຽນເງິນຕຣາຕ່າງປະເທດ ເງິນປອນທີ່ສະຫະຣັຖ ຕ້ອງການມາເພີ້ມໃສ່ ຕະລາດການແລກປ່ຽນສາກົນນີ້ ແມ່ນໄດ້ມາຈາກສາມແຫ່ລງຄື 1- ເງິນປອນທີ່ສະຫະຮັຖ ມີຢູ່ໃນຄັງສໍາຮອງເງິນ ຕຣາຕ່າງປະເທດຂອງຕົນ. 2- ຖ້າວ່າຂາດເຂີນເງິນປອນ ຢູ່ໃນຄັງສໍາຮອງ ຂອງຕົນ ກໍຈໍາເປັນຕ້ອງຂາຍຄໍາທີ່ຕົນມີຢູ່ ເພື່ອໃຫ້ໄດ້ເງິນປອນມາຕື່ມ. 3-ຖ້າວ່າບໍ່ມີຄໍາພຽງພໍ ສະຫະຣັຖຊື່ງເປັນປະເທດສະມາຊິກ IMF ກໍຈໍາເປັນຕ້ອງ ຢືມເງິນປອນຈາກກອງ ທືນການເງິນສາກົນ IMF ໂດຍເອົາເງິນໂດລາ ຂອງຕົນຮັປະກັນໃນຄວາມເປັນ ຈິງແລ້ວມັນມີຄວາມສະລັບຊັບ ຊ້ອນຫລາຍກ່ວາ ທີ່ກ່າວມານີ້.ພາຍໄຕ້ລະບົບ ອັຕຣາການແລກ ປ່ຽນທີ່ກ່າວມານີ້ ຄວາມບໍ່ມີສະຖຽຣະ ພາບດ້ານອັຕຣາ ການແລກປ່ຽນຈະບໍ່ເກີດ ເປັນບັນຫາໃຫ່ຽຕາບ ໃດຫາກດຸນ ການຄ້າສ່ວນເກີນ ແລະດຸນການຄ້າສ່ວນ ຂາດເຂີນຊື່ງເກີດຂື້ນເປັນ ລະຍະໆນັ້ນມີຂະນາດນ້ອຍ ແບບສັບປ່ຽນກັນໄປມາ ແລະບັນຊີກາຂາດດຸນ ຫລືໄດ້ດຸນມັນ ກໍຫັກລ້າງກັນໄປໃນແຕ່ລະຄັ້ງ. ບັນຫາມັນມີຢູ່ວ່າ ສົມມຸດວ່າ ປະເທດນື່ງຂາດດຸນການຄ້າມາຕຣອດ ກັບຫລາຍປະເທດຄູ່ ການຄ້າປະເທດ ນັ້ນກໍຈະຂາດ ເຂີນເງິນຕຣາຕ່າງປະເທດ ຢູ່ໃນຄັງສໍາຮອງຂອງຕົນ ແລະຈະບໍ່ສາມາດຮັກສາ ອັຕຣາການແລກປ່ຽນ ລະຫ່ວາງເງິນສະກຸນ ຂອງປະເທດຂອງ ຕົນກັບເງິນໂດລາ ຫືລກັບເງິິນສະກຸນຂອງ ປະເທດສະມາຊິກ IMF ດ້ວຍກັນໃຫ້ຄົງທີ່ຕຣອດ. ເພື່ອຊໍາລະບັນຊີ ຂາດດຸນການຄ້າ ແລະເພື່ອຮັກສາອັຕຣາ ການແລກປ່ຽນໃຫ້ຄົງທີ່ ທາງອອກອີກທາງນື່ງ ຂອງປະເທດນັ້ນກໍຄືຕ້ອງ ຫລຸດຄ່າເງິນສະກຸນຂອງ ປະເທດຕົນລົງແບບເປັນ ລະບຽບໂດຍຜ່ານ IMF. ຕາມຫລັກການນັ້ນ IMF ຈະອານຸຍາດໃຫ້ສະເພາະ ແຕ່ປະເທດສະມາຊິກທີ່ຕົກ ຢູ່ໃນພາວະຂາດດຸນ ການຄ້າຢ່າງໜັກນ່ວງ ເທົ່ານັ້ນປ່ຽນແປງຄ່າເງິນຕຣາ ຂອງຕົນໄດ້ພາຍ ໃນຂອບເຂດ 10%. ຈຸດປະສົງຂອງການ ຫລຸດຄ່າຂອງເງິນຕຣາລົງ ແມ່ນເພື່ອເຮັດໃຫ້ການສົ່ງ ອອກສິນຄ້າເພີ້ມຂື້ນ ແລະການນໍາເຂົ້າສິນ ຄ້າຕໍ່າລົງ ຊື່ງໃນ ທີ່ສຸດມັນກໍຈະເຮັດ ໃຫ້ບັນຊີຂາດດຸນການ ຄ້າຕໍ່າລົງ.ວິວັດທະນາການຂອງ ອັຕຣາການແລກປ່ຽນ ໄດ້ແປຜັນໄປຕາມສະພາບ ການທາງດ້ານການເມືອງ ແລະການເສຖະກິດ ຂອງໂລກດັ່ງນີ້ ສະຫະຣັຖຫລຸດພົ້ນອອກຈາກ ສົງຄາມໂລກຄັ້ງທີສອງ ໃນທ່າແຮງທີ່ເປັນປະເທດ ເຂັ້ມແຂງທາງດ້ານເສຖະກິດ, ມີດຸນການຄ້າສວ່ນ ເກີນຫລາຍທີ່ສຸດ (surplus)ແລະມີເງິນ ໂດລາຈໍານວນມະຫາສານ ໃນຂະນະທີ່ປະເທດພາ ຄີການຄ້າໃຫ່ຽ ຂອງສະຫະຣັຖ ໂດຍສະເພາະຢູ ໂຣບຕະເວັນຕົກ ຢູ່ໃນທ່າຂາດດຸນ ການຄ້າຢ່າງມະຫາ ສານກັບສະຫະຣັຖ. ເພື່ອສົ່ງເສີມການຄ້າ ລະຫ່ວາງປະເທດ ໃຫ້ກ້ວາງຂວາງອອກໄປ ສະຫະຣັຖໄດ້ປ່ອຍ ໃຫ້ເງິນໂດລາສະຫະຣັຖ ຫລັ່ງໄຫລອອກນອກ ປະເທດພາຍໄຕ້ໂຄງການ ຊ່ວຍເຫລືອຕ່າງໆແກ່ບັນດາ ປະເທດໃນຢູໂຣບແລະ ຊ່ວຍເຫລືອຣັຖະບານ ໃນບັນດາປະເທດ ໂລກທີສາມ ໃນລະຫ່ວາງປີ 1947-1958,  ສະຫະຣັຖໄດ້ຊ່ວຍເຫລືອ ຣັຖະບານປະເທດ Greek ທີ່ດີ້ນລົນຕໍ່ສູ້ ກັບການຂະຫຍາຍ ຕົວຂອງລັດທິ ສັງຄົມນິຍົມ ຊ່ວຍເຫລືອຢູໂຣບເພື່ອ ກໍ່ສ້າງແລະຟື້ນຟູເສຖະກິດ ຫລັງສົງຄາມໂລກຄັ້ງທີສອງ ພາຍໄຕ້ແຜນກການ Marshall plan. ຊ່ວຍເຫລືອປະເທດ ຍີ່ປຸ່ນຜູ້ທີ່ເສັຽສົງຄາມ ໂລກຄັ້ງທີສອງເພື່ອກໍ່ສ້າງ ແລະຟື້ນຟູເສຖະກີດຂອງຍີ່ປຸ່ນ ແລະຊ່ວຍເຫລືອບັນດາ ປະເທດພາຄີຂອງ ສະຫະຣັຖ ໃນໂລກທີສາມ ການຊ່ວຍເຫລືອຂອງ ສະຫະຣັຖນີ້ ສະຫະຣັຖຫວັງຜົນ ຕອບແທນເພື່ອໃຫ້ປະເທດ ເລົ່ານີ້ເປັນຕະລາດການສົ່ງ ອອກສິນຄ້າຂອງສະຫະຣັຖ ແລະສະຫະຣັຖກໍ ຈະກາຍເປັນປະເທດນໍາ ເຂົ້າສິນຄ້າຈາກບັນດາ ປະເທດເລົ່ານີ້ເຊັ່ນກັນ ການຂະຫຍາຍຕົວທາງ ດ້ານເສຖະກິດທືນນິຍົມ ຫລັງສົງຄາມໂລກ ຄັ້ງທີສອງນີ້ແມ່ນກໍາ ເນີດຂອງແນວຄິດ ໂລກາວິວັດ ຫລືເປັນພາສາອັງກິດວ່າ Globalization. ໃນລະຍະສົງຄາມເຢັນກັບຣັຖເຊັຽນັ້ນ ຝ່າຍສັງຄົມນິຍົມ ມັກກ່າວຫາໂລກທືນ ນິຍົມວ່າເປັນ ລັດທິກວມໂລກ. ການຂະຫຍາຍຕະລາດ ການຄ້າຂອງສະຫະຣັຖ ເຮັດໃຫ້ເງິນໂດລາ ສະຫະຣັຖເຂົ້າມາເອົາ ບົດບາດເປັນ ເງິນສໍາຮອງສາກົນເພີ້ມຂື້ນ, ສະຫະຣັຖກໍນໍາເຂົ້າ ສິນຄ້າຈາກປະເທດ ທີ່ສະຫະຣັຖຊ່ວຍ ເຫລືອຫລາຍຂື້ນ. ໃນຊຸ້ມປີ 1950’s ແລະຊຸ້ມປີ 1960’s ປະຣິມານຄໍາໃນທ້ອງ ຕະລາດເລີ້ມຂາດເຂີນລົງ ແລະແລ່ນບໍ່ທັນກັບການ ຂະຫຍາຍຕົວຂອງປຣິມານ ການຄ້າແລະການເງິນ ໂລກອັນເຮັດໃຫ້ຫລາຍ ປະເທດໃນທົ່ວໂລກຕ່າງ ກໍພະຍາຍາມສະສົມເງິນ ໂດລາສະຫະຣັຖໄວ້ ໃນຄັງສໍາຮອງຂອງຕົນ ໃຫ້ຫລາຍຂື້ນ ແລ້ວມັນກໍເຮັດໃຫ້ ດຸນການຄ້າສ່ວນເກີນ ຂອງສະຫະຣັຖຫລູ່ຍ ຫ້ຽນລົງນັບມື້ເພື່ອຫລຸດ ຜ່ອນການຂາດດຸນ ການຄ້ານີ້ສະຫະຣັຖ ຕ້ອງຂາຍຄໍາຢູ່ໃນຄັງ ສໍາຮອງຂອງຕົນສ່ວນນື່ງ ອອກໄປເພື່ອແລກ ເອົາເງິນໂດລາຄືນ.  ນອກນັ້ນຮັຖະບານ ສະຫະຣັຖຍັງດໍາເນີນ ນະໂຍບາຍຂາຍຄໍາ ໃຫ້ຣັຖະບານຕ່າງປະເທດ ແຕ່ວ່າ ແທນທີ່ປະເທດ ຕ່າງໆຈະຮັກສາຄໍາໄວ້ ເຂົາເຈົ້າຊໍ້າພັດນໍາ ເອົາຄໍາໄປຂາຍເອົາກໍາ ໄລຕໍ່ຢູ່ໃນຕະລາດເສຣີ ເພື່ອຮັກສາເງິນໂດລາໄວ້ ອັນນີ້ກໍຍິ່ງເຮັດ ໃຫ້ການຂາດ ດຸນການຄ້າຂອງສະຫະຣັຖ ເພີ້ມຂື້ນເລື້ອຍໆ. ຕົກມາຮອດຕົ້ນປີ 1971 ສະຫະຣັຖຂາດ ເງິນໃນຄັງສໍາຮອງ 56 ຕື້usd  ແລະມີຄໍາທີ່ສາມາດ ຮັປະກັນເງິນຢູ່ໃນ ຄັງສໍາຮອງເງິນຕຮາ ຕ່າງປະເທດໄດ້ພຽງແຕ່ 22% ເທົ່ານັ້ນ. ສົມທົບກັບການ ເຮັດສົງຄາມຢູ່ໃນວຽດນາມ ສະຫະຣັຖໄດ້ຕົກຢູ່ ໃນພາວະຂາດດຸນ ການຄ້າຢ່າງໜັກນ່ວງ. ປະທານາທິບໍດີ Richard M Nixon ຈື່ງໄດ້ປະກາດໂຈະ ການແລກປ່ຽນເງິນ ໂດລາເປັນຄໍາ ໃນວັນທີ່ 15 ສິງຫາ ປີ 1971. ເປັນອັນວ່າ ນະໂຍບາຍ ແລກປ່ຽນຄໍາເພື່ອເອົາ ເງິນໂດລາສະຫະຣັຖ $35 ຕໍ່ຄໍາ 1 ອອນໄດສີ້ນສຸດລົງ ພ້ອມທັງປ່ອຍໃຫ້ ຄ່າຂອງເງິນໂດລາ ແລະເງິນຕຣາຂອງ ປະເທດອຸດສະຫະກໍາ ທີ່ສໍາຄັນລອຍຕົວໄປ ຕາມຄວາມຕ້ອງການ ຢູ່ໃນຕະລາດການ ແລກປ່ຽນສາກົນ.ການປະຕິບັດລະບົບ ອັຕຣາການແລກປ່ຽນ ລະບົບທີສອງ ທີ່ຕົກລົງກັນ ໃນກອງປະຊຸມ Bretton Woods ໄດ້ເລີ້ມສີ້ນສຸດ .ເຮົາຈະກ່າວເຖິງລະບົບ ອັຕຣາການແລກປ່ຽນ ລະບົບທີສາມນີ້ ໃນໂອກາດໜ້າ. 
ສະບາຍດີ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.