ອິສຣະພາບ ໃນລະບອບ ສັງຄົມນິຍົມ
2010.03.30
ລາຍງານຂອງ ອົງການນັກຂ່າວ ບໍ່ມີພົມແດນ ທີ່ມີສູນກາງ ຢູ່ນະຄອນຫລວງ ປາຣີ ປະເທດຝຣັ່ງເສດ ໃນແຕ່ລະປີ ນັ້ນວ່າ ຢູ່ໃນສັງຄົມ ຂອງປະເທດທີ່ ປົກຄອງດ້ວຍ ລະບອບຜະເດັດການ ນັກຂ່າວສື່ມວນຊົນ ຕ່າງໆຍັງບໍ່ສາມາດ ປະຕິບັດ ໜ້າທີ່ ເປັນຫູເປັນຕາ ແລະຊ່ວຍສົ່ງເສີມ ຄວາມຍຸຕິທັມ ໃນສັງຄົມໄດ້ ເທົ່າທີ່ຄວນ ຍ້ອນວ່າ ນັກຂ່າວຖືກຈໍາກັດ ສິດເສຣີພາບ ໃນການສອບຖາມ ແລະລາຍງານຂ່າວ. ພ້ອມນັ້ນ ນັກຂ່າວສື່ມວນຊົນ ຍັງຖືກນາບຂູ່ ຫລືຖືກຂ້າຢ່າງ ລັບໆກໍມີຫລາຍ. ລາຍງານວ່າ ສ່ວນຫລາຍແລ້ວ ນັກຂ່າວບໍ່ມີ ອິສຣະພາບ ທີ່ເຂົາເຈົ້າຕ້ອງການ ໃນການເປີດເຜີຽ ບັນຫາການ ສໍ້ຣາສບັງຫລວງ ຫລືການໃຊ້ອໍານາດ ໃນທາງທີ່ ບໍ່ຖືກຕ້ອງ ຂອງ ເຈົ້າໜ້າທີ່ ຫລືປະນາມການ ລະເມີດ ສິດທິມະນຸດ.
ການວິເຄາະຂອງ ອົງການປົກປ້ອງ ນັກຂ່າວ CPJ ວ່າ ພາຍໃນລະຍະ 15 ປີມານີ້ ມີນັກຂ່າວທີ່ ລາຍງານຂ່າວ ການເມືອງ ແລະການ ສໍ້ຣາສບັງຫລວງ ຖືກຂ້າຕາຍ ຈໍານວນບໍ່ຫນ້ອຍ ແລະວ່າ ມັນມີຄວາມຈໍາເປັນ ທີ່ຈະຕ້ອງເວົ້າ ເຖິງການເຂົ້າເຖິງ ຂໍ້ມູນ ແລະ ການຮັບປະກັນ ສິດເສຣີພາບ ໃນການລາຍງານຂ່າວ ການຕໍ່ຕ້ານການ ສໍ້ຣາສບັງຫລວງ ແລະ ເພື່ອສົ່ງເສີມ ການປົກຄອງທີ່ດີ ຂອງສັງຄົມ. ຍັງບໍ່ເທົ່ານັ້ນ ອົງການ ຂ່າວອິສຣະ ຮຽກຮ້ອງ ໃຫ້ສື່ມວນຊົນ ປະຊາທິປະໄຕ ປະຕິບັດພາລະ ໜ້າທີ່ ຂອງຕົນໃນການ ສົ່ງເສີມ ອິສຣະພາບ ຂອງສື່ມວນຊົນ ຢູ່ໃນປະເທດອື່ນ ແລະໃຫ້ລາຍງານ ຂ່າວຄວາມເປັນຈິງ ເພື່ອສ້າງ ຄວາມເປັນທັມ ແກ່ທຸກຝ່າຍ.
ປະເທດທີ່ໃຫ້ການ ຊ່ວຍເຫລືອ ແກ່ປະເທດທີ່ ຂ້າມຜ່ານໄປຍັງ ເສຖກິດຕລາດ ລາຍງານວ່າການ ພັທນາສື່ມວນຊົນ ປະຊາທິປະໄຕ ເປັນນື່ງ ໃນນະໂຍບາຍ ບຸຣິມະສິດ ຊື່ງປະເທດ ທີ່ໄດ້ຮັບການ ຊ່ວຍເຫລືອຄວນປັບປຸງ ໃຫ້ດີຂື້ນ ຍົກຕົວຢ່າງ ນັກການທູດຂອງ ປະເທດສະວີເດັນ ທ່ານນື່ງ ໄດ້ອະທິບາຍ ກ່ຽວກັບການ ຊ່ວຍເຫລືອ ແລະ ການຮ່ວມມືລະຫ່ວາງ ວຽດນາມ ກັບ ສະວີເດັນ ຢູ່ຕໍ່ໜ້າອາຈານ ແລະນັກສືກສາ ຄະນະ ປະຊາສັມພັນ ສື່ມວນຊົນ ມະຫາວິທະຍາໄລ ກຸງຮາໂນຍ ປະເທດວຽດນາມເມື່ອ ເດືອນເມສາ ປີ 2007 ຜ່ານມາວ່າ ໃນສະພາບທີ່ ວຽດນາມ ກໍາລັງຢູ່ໃນ ເສັ້ນທາງພັທນາ ເສຖກິດຕລາດ, ບັນຫາຢູ່ໃນ ສັງຄົມຂອງປະເທດ ກໍປ່ຽນແປງໄປ ທຸກໆວັນ, ອັນນີ້ ມັນໄດ້ຮຽກຮ້ອງ ໃຫ້ບົດບາດຂອງ ສື່ມວນຊົນ ມີການປ່ຽນແປງ ໄປຕາມສະພາບ ເຊັ່ນກັນ ເພື່ອເຮັດໜ້າທີ່ ສົ່ງເສີມ ແລະປົກປ້ອງ ປະຊາທິປະໄຕ. ທ່ານວ່າ ຫັລກ ພື້ນຖານ ປະຊາທິປະໄຕ, ລະບຽບກົດໝາຍ, ການປົກຄອງທີ່ດີ, ການເຄົາລົບ ນັບຖື ສິດທິມະນຸດ ແລະ ສິດເສຣີພາບ ພື້ນຖານ, ທັງໝົດນີ້ ມັນເຊື່ອມຕໍ່ ໃສ່ກັນ.
ຍັງບໍ່ເທົ່ານັ້ນ ມັນຍັງເຊື່ອມຕໍ່ ໃສ່ກັບຄວາມທຸກຍາກ ຂອງປະຊາຊົນ ເພາະວ່າ ຄວາມທຸກຍາກນີ້ ບໍ່ພຽງແຕ່ເປັນ ການຂາດເຂີນວັດຖຸ ສິ່ງຂອງເທົ່ານັ້ນ ແຕ່ມັນເປັນການ ຂາດເຂີນອໍານາດ ໂອກາດ ທາງເລືອກ ແລະຄວາມປອດໄພ. ປະຊາທິປະໄຕ ແລະ ການຫລຸດຜ່ອນຄວາມ ທຸກຍາກ ຈະບໍ່ຖືກຮັບປະກັນ ດ້ວຍນັກການເມືອງ ຝ່າຍດຽວ ປະຊາຊົນຕ້ອງ ມີສ່ວນຮ່ວມຕັດສີນ ໃນບັນຫາຕ່າງໆ ທີ່ກ່ຽວກັບຄວາມ ກ້າວໜ້າ ຫລືບັນຫາທີ່ ເປັນຜົນສະທ້ອນ ຕໍ່ຊຸມຊົນຂອງ ເຂົາເຈົ້າເອງ.
ປະຊາຊົນ ຕ້ອງມີສິດ ໃນການຮຽກຮ້ອງ ສິດທິຂອງເຂົາເຈົ້າ ແລະມີຄວາມສາມາດ ໃນການຕໍ່ວ່າຕໍ່ຂານ ກ່ຽວກັບບັນຫາ ທີ່ປະຊາຊົນ ມີຄວາມກັງວົນ ຫລືໄດ້ຮັບຜົນ
ກະທົບ. ແຕ່ວ່າເພື່ອຈະ ປະຕິບັດສິດທິ ທັງໝົດນີ້ໄດ້ ປະຊາຊົນຕ້ອງ ສາມາດເຂົ້າໄປເຖິງ ຂໍ້ມູນຄວາມເປັນຈິງ ທາງດ້ານດີແລະບໍ່ດີ ໂດຍທີ່ວ່າ ຂໍ້ມູນນັ້ນ ບໍ່ຖືກຕັດຕອນ ຫລືບິດເບືອນ. ຖ້າຫາກ ວ່າປະຊາຊົນ ບໍ່ເຂົ້າໃຈຂໍ້ມູນ ທີ່ຖືກຕ້ອງເປັນ ຈິງແລ້ວ ປະຊາຊົນຈະ ຮຽກຮ້ອງສິດທິຂ ອງຕົນໄດ້ຈັ່ງໃດ, ເຂົາເຈົ້າຈະສະແດງ ຄວາມກັງວົນ ຂອງເຂົາເຈົ້າ ບໍ່ໄດ້ ໃນຫາກເມື່ອ ສະແດງອອກໄປແລ້ວ ຊີວິດຂອງເຂົາເຈົ້າ ຕົກຢູ່ໃນຄວາມສ່ຽງ ຕໍ່ການປາບປາມ. ຄຸນນະພາບຂອງ ຂໍ້ມູນ ຂ່າວສານທີ່ບຸກ ຄົນໆນື່ງ ສາມາດ ເຂົ້າໄປ ເຖິງນັ້ນ ຈະເພີ້ມຄວາມສາມາດ ຂອງບຸກຄົນໆນັ້ນ ໃນການປະກອບ ສ່ວນໃນຂະບວນການ ທາງດ້ານການເມືອງ ຢ່າງຖືກຕ້ອງ, ດັ່ງນັ້ນ ນັກຂ່າວ ສື່ມວນຊົນ ມີຄວາມຮັບຜິດຊອບ ສູງຕໍ່ເພື່ອນຮ່ວມຊາດ ຂອງຕົນໃນການ ປະກອບຂໍ້ມູນ ຂ່າວສານທີ່ຖືກຕ້ອງ ຈາກຫລາຍແຫ່ລງຂ່າວ ແລະວິເຄາະໃນ ຫລາຍແງ່ ຫລາຍມູມ.
ທ່ານວ່າ ໃນສັງຄົມ ປະຊາທິປະໄຕ ມັນມີຄວາມຈໍາເປັນ ທີ່ຈະຕ້ອງມີ ສື່ມວນຊົນອິສຣະ ເພື່ອທໍາການກວດກາ ສະພາບຂອງສັງຄົມ ໃຫ້ມີຄວາມສົມດູນ ເພາະວ່າບໍ່ມີ ຜູ້ໃດ ນັກການເມືອງຄົນໃດ ຈະຢູ່ເຫນືອກົດໝາຍ ແລະຍົກເວັ້ນຈາກ ການກວດສອບການ ປະພືດທີ່ບໍ່ ຊອບທັມ ຂອງບຸກຄົນ ຫລືກຸ່ມຄົນ ໂດຍສະເພາະ ການ ສໍ້ຣາສ ບັງຫລວງ ຊື່ງເປັນທີ່ມາ ແລະຜົນສະທ້ອນ ຂອງຄວາມອອ່ນແອ ຂອງຣັຖບານໃນ ສັງຄົມ ຂອງປະເທດນັ້ນ. ການສໍ້ຣາສບັງຫລວງ ຊຸບລ້ຽງຄວາມບໍ່ມີ ສະມັດຕະພາບ ແລະສ້າງຄວາມບໍ່ ເຊື່ອຖື ຕໍ່ສະຖາບັນ ການປົກຄອງຂອງ ຊາດນື່ງ. ຢູ່ໃນສັງຄົມ ທີ່ປົກຄອງດ້ວຍ ລະບອບ ປະຊາທິປະໄຕ ມັກຈະມີຂ່າວ ເລື້ອຍໆກ່ຽວກັບ ການສໍ້ຣາສ ບັງຫລວງ ຂອງເຈົ້າໜ້າທີ່ ໃນວົງການຂອງຣັຖ.
ອົງການໜັງສືພິມ ບາງແຫ່ງ ໃຊ້ໜັງສືພິມ ຂອງຕົນເອງເປັນ ປາກກະບອກສຽງ ໃຫ້ພັກການເມືອງ ຂອງຕົນເອງ ແລະ ເພື່ອຜົນປະໂຍດ ຂອງຕົນເອງ. ເມື່ອໄດ້ຍິນຂ່າວ ນີ້ແລ້ວມັນກໍ ເປັນໜ້າເສົ້າໃຈ ແຕ່ວ່າ ຢ່າງນ້ອຍຂ່າວການ ປະພືດບໍ່ດີ ຂອງບຸກຄົນທີ່ມີ ໜ້າທີ່ຮັບຜິດຊອບ ສູງຕໍ່ຊາດ ຕໍ່ປະຊາຊົນ ຖືກເຜີຽແບອອກມາ ໃນໜັງສືພິມ ແລະ ສື່ມວນຊົນ ຊະນິດຕ່າງໆໄດ້ ອັນນີ້ກໍຍ້ອນ ຄວາມບຸກບືນ ແລະ ຈິດໃຈຮັບຜິດຊອບ ສູງຂອງນັກຂ່າວ ທີ່ໄດ້ຮັບການ ປົກປ້ອງ ທາງກົດໝາຍ ກ່ຽວກັບ ສິດເສຣີພາບ ໃນການ ສືບສວນ ແລະລາຍງານຂ່າວ.
ນັກການທູດໄດ້ ຍົກຕົວຢ່າງເຫດການ ໃນສະຫະຣັຖ ອາເມຣິກາ ມາອະທິບາຍວ່າ ຂ່າວທີ່ ໂດ່ງດັງທີ່ສຸດ ໃນທົ່ວໂລກເມື່ອປີ 1974 ໄດ້ແກ່ຄະດີ Water Gate ໃນກຸງວໍຊິງຕັນ ດີຊີ ຊື່ງກ່ຽວຂ້ອງ ກັບມື້ລາງ ປະທານາທິບໍດີ ສະຫຣັຖ ອະເມຣິກາ ທ່ານ Richard M Nixon ທີ່ມີສ່ວນຮັບ ຜິດຊອບທີ່ເຈົ້າໜ້າທີ່ ໃນສໍານັກງານ ປະທານາທິບໍດີ ໄດ້ວາງແຜນ ສົ່ງຄົນຂີ້ລັກ ເຂົ້າບຸກລຸກຊອກ ຄົ້ນຫາຄວາມລັບ ແຜນການເລືອກຕັ້ງ ໃໝ່ຢູ່ໃນຫ້ອງການ ຂອງພັກການເມືອງ ຄູ່ຕໍ່ສູ້ ພັກ Democrat ຊື່ງໃນທີ່ສຸດ ເຫດການທີ່ ຖືກເປີດເຜີຽອອກ ມານັ້ນ ໄດ້ບັງຄັບໃຫ້ທ່ານ Richard M Nixon ຕ້ອງໄດ້ລາອອກຈາກ ຕໍາແຫນ່ງ ປະທານາທິບໍດີ. ອັນນີ້ ແມ່ນຍ້ອນຄວາມ ພຍາຍາມຂອງ ນັກຂ່າວຫນຸ່ມສອງຄົນ ຈາກໜັງສືພິມ Washington Post ຊື່ງເວລານີ້ ກໍຍັງມີຊີວິດຢູ່. ນີ້ເປັນພຽງຕົວ ຢ່າງນື່ງເທົ່ານັ້ນ.
ຄໍາຖາມມີຢູ່ວ່າ ຖ້າຫາກວ່ານັກຂ່າວ ສອງຄົນນີ້ ບໍ່ໄດ້ຢູ່ ໃນປະເທດທີ່ມີ ລະບອບການປົກຄອງ ບ່ອນທີ່ເຂົາເຈົ້າ ບໍ່ໄດ້ຮັບ ອະນຸຍາດຊອກຄົ້ນ ແລະ ສອບສວນຂ່າວນີ້ ແລ້ວ ມີຫຍັງຈະເກີດຂື້ນ ຕໍ່ຕົວເຂົາເຈົ້າ ໃນລະຍະທີ່ເຂົາເຈົ້າ ສືບສວນເຣື້ອງນີ້. ຫລືວ່າ ບັນນາທິການ ໜັງສືພິມຕ້ອງ ໄດ້ຮັບຄວາມກົດດັນ ສັ່ງໃຫ້ສອງຄົນ ນັ້ນຢຸດການ ສືບສວນຂ່າວ ໃນທັນທີທັນໃດ ເພາະວ່າ ໃນປະເທດທີ່ ປົກຄອງດ້ວຍ ລະບອບຜະເດັດການ ບໍ່ມີຜູ້ໃດຈະກ້າ ຕໍານິຕິຕຽນ ປະທານາທິບໍດີ ໄດ້.
ທ່ານກ່າວຕື່ມວ່າ ບົດບາດຂອງ ສື່ມວນຊົນຢູ່ໃນ ຍຸກສະໃໝໃໝ່ ບໍ່ພຽງແຕ່ລາຍ ງານຂ່າວ ແລະວິເຄາະຂ່າວ ໃນສະເພາະ ເຫດການໃດເຫດການນື່ງ ເທົ່ານັ້ນ ສື່ມວນ ຊົນ ຍັງເປັນຜູ້ສ້າງ ຄວາມເຫັນໃໝ່ໃນ ຂອບເຂດ ຂອງສິດທິຂອງຕົນ. ລາຍງານຂ່າວຂໍ້ມູນ ການວິເຄາະທ່າອ່ຽງໃໝ່ ໃນສັງຄົມລ້ວນແລ້ວ ແຕ່ເປັນຂໍ້ມູນ ທີ່ລໍ້າຄ່າສໍາລັບ ການປະເມີນ ສະພາບການ ແລະການຕັດສີນໃຈ ໃນລະດັບຜູ້ນໍາ ແລະນັກຂຽນກົດໝາຍ.
ການສົ່ງເສີມເສຣີພາບ ການອອກຂ່າວ ຢູ່ໃນປະເທດອື່ນ ກໍເປັນໜ້າທີ່ ຂອງສື່ມວນຊົນ ປະຊາທິປະໄຕ ເຊັ່ນກັນ. ໃນຫລາຍປະເທດ ທີ່ກໍາລັງພັທນາ ຖ້າຫາກວ່າ ສື່ມວນ ຊົນ ຢູ່ໃນປະເທດນື່ງ ມິດງຽບຢູ່ຊື່ໆ ບໍ່ກ້າເປີດເຜີຽ ເຫດການທີ່ຈະມີ ຜົນສະທ້ອນໃສ່ ປະເທດຕົນເອງ ແລະ ໃສ່ທົ່ວໂລກເຮົາເອງ ແລະປະເທດໃກ້ຄຽງ ກໍຈະໄດ້ຮັບ ຜົນ ສະທ້ອນເຊັ່ນກັນ ທ່ານວ່າດັ່ງນັ້ນ.
ໃນຫລາຍປະເທດ ທີ່ກໍາລັງພັທນາ ປັດຈຸບັນນີ້ ບັນຫາການໃຊ້ ສານເຄມີປົນ ກັບອາຫານທີ່ ເປັນພິດໄພ ຕໍ່ສຸຂພາບ ມົລພິດຈາກ ອຸດສາຫະກັມ ໂຮງຈັກໂຮງງານມົລພິດ ຈາກການ ຂຸດຄົ້ນແຮ່ທາດ ການເຊັນສັນຍາ ການຮ່ວມມືຂອງ ຣັຖບານກັບ ຕ່າງປະເທດ ທີ່ບໍ່ເປີດເຜີຽ ໃຫ້ປະຊາຊົນຮູ້ ລ້ວນແລ້ວແຕ່ແມ່ນ ບັນຫາທີ່ຈະ ສົ່ງຜົນ ສະທ້ອນ ທີ່ມີລັກສນະ ກວ້າງຂວາງຕໍ່ ປະຊາກອນ ພາຍໃນປະເທດ ຂອງຕົນເອງ. ຖ້າສື່ມວນຊົນ ບໍ່ສາມາດເຮັດ ໜ້າທີ່ຂອງຕົນ ຫລືວ່າຣັຖບານ ບໍ່ອະນຸມັດ ສິດທິເສຣີພາບ ໃຫ້ສື່ ມວນຊົນ ໃນການລາຍງານ ຂ່າວຄວາມເປັນຈິງ ກ່ຽວກັບບັນຫາ ທີ່ກ່າວມານີ້ແລ້ວ ຜົນຮ້າຍທີ່ອາດ ຕາມມາມັນກໍ ເກີດຂື້ນໄດ້. ຫລືວ່າ ຖ້າສື່ມວນຊົນ ບໍ່ຖືກອະນຸຍາດ ໃຫ້ສືກສາຜົນ ສະທ້ອນ ຈາກໂຄງການຮ່ວມມື ຂອງຣັຖບານ ກັບຕ່າງປະເທດ ວ່າຈະມີຕໍ່ ອະທິປະໄຕ ຂອງຊາດ ໃນລະຍະສັ້ນ ແລະ ລະຍະຍາວແລ້ວ ຜົນທີ່ຕາມມາ ກໍຄືຄວາມສູນ ເສັຽຊາດ ສູນເສັຽ ອະທິປະໄຕ.
ຢູ່ໃນຫລາຍປະເທດ ທີ່ກໍາລັງພັທນາ ທີ່ປົກຄອງດ້ວຍ ອໍານາດ ຜະເດັດການ ສື່ມວນຊົນສ່ວນໃຫ່ຽ ຂື້ນກັບຣັຖບານ. ຣັຖບານ ມີກົດໝາຍ ສື່ມວນຊົນ ແຕ່ວ່າການ ຈັດຕັ້ງ ປະຕິບັດ ໃນການ ໃຫ້ສິດເສຣີພາບ ແກ່ນັກຂ່າວ ຍັງຄ່ອຍເປັນຄ່ອຍໄປ ແທ້ໆ. ສື່ມວນຊົນຍັງ ບໍ່ກ້າປະຕິບັດ ໜ້າທີ່ສອບສວນ ແລະລາຍງານການ ສໍ້ຣາສບັງຫລວງ ຢູ່ໃນວົງການ ຂອງຣັຖ ໄດ້ເທົ່າທີ່ຄວນ... ສະບາຍດີ