ຕົ້ນຕໍເສຖກິດຕົກຕໍ່າ ສັງຄົມລາວຫຍູ້ງຍາກ
2010.04.20
ພັກປະຊາຊົນ ປະຕິວັດລາວ ເປັນພັກດຽວ ຜູກຂາດອຳນາດ ຢູ່ລາວ ວາງຂໍ້ກຳນົດ ເອົາໄວ້ ຢູ່ໃນໝວດທີ VI ຂອງກົດຣະບຽບ ຂອງຕົນວ່າ ພັກເປັນຜູ້ນຳ ພາຣັດ, ແນວລາວສ້າງຊາດ, ບັນດາອົງການ ຈັດຕັ້ງ ມະຫາຊົນ ແລະສັງຄົມ. ມີການຈັດຕັ້ງ ຄະນະພັກ ຂອງຕົນຂຶ້ນ ຢູ່ໃນແຕ່ລະ ສຳນັກງານ ອົງການຕ່າງໆ ຂອງ ອົງການ ນິຕິບັນຍັດ, ອົງການບໍຣິຫານ, ອົງການຕຸລາການ: ສານປະຊາຊົນ ສູງສຸດ ແລະອົງການ ໄອຍະການ ປະຊາຊົນສູງສຸດ, ຢູ່ໃນກຳລັງ ປ້ອງກັນຊາດ-ປ້ອງກັນຄວາມ ສງົບ ຕລອດເຖິງ ແນວລາວສ້າງຊາດ, ບັນດາອົງການ ຈັດຕັ້ງມະຫາຊົນ ອັນມີທັງ ອົງການຈັດຕັ້ງ ຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ສະຫະພັນ ກັມມະບານລາວ ແລະສະຫະພັນ ແມ່ຍິງລາວ ທັງຢູ່ຂັ້ນສູນກາງ ແລະທ້ອງຖິ່ນ.
ຢູ່ໃນ ມາດຕຣາ 17 ຂອງກົດຣະບຽບພັກ ບົ່ງໄວ້ວ່າ: ຕາມຫົວໜ່ວຍວຽກງານ, ວິຊາການ, ຂແນງການ ແລະ ບ້ານທີ່ມີ ສະມາຊິກ ພັກສົມບູນ 3 ຄົນຂຶ້ນໄປ ເປັນຮາກຖານນຶ່ງ ຂອງພັກ. ຢູ່ໃນມາດຕຣາ 3 ຂອງຣັຖທັມມະນູນ ສປປລາວ ທີ່ ພັກປະຊາຊົນ ປະຕິວັດລາວ ເປັນຜູ້ວາງອອກ ໃນຮູບແບບຜ່ານ ການຄົ້ນຄວ້າ ແລະ ຮັບຮອງເອົາໂດຍ ສະພາປະຊາຊົນ ສູງສຸດ ຊຸດທີ II ຫລື ສະພາແຫ່ງຊາດ ແລະ ປະທານປະເທດ ປະກາດໃຊ້ໃນປີ 1991 ນັ້ນ ກໍໄດ້ກຳນົດ ເອົາໄວ້ອີກວ່າ ສິດເປັນເຈົ້າ ປະເທດຊາດ ຂອງປະຊາຊົນ ບັນດາເຜົ່າໄດ້ຮັບ ການປະຕິບັດ ແລະຮັບປະກັນ ດ້ວຍການເຄື່ອນໃຫວ ຂອງຣະບົບການເມືອງ ຊຶ່ງມີພັກປະຊາຊົນ ປະຕິວັດລາວ ເປັນແກນນຳ.
ບໍ່ພຽງເທົ່ານັ້ນ ພັກຍັງກວດກາ ອົງການ ນິຕິບັນຍັດ, ອົງການບໍຣິຫານ, ອົງການຕຸລາການ ແລະ ອົງການຈັດຕັ້ງຕ່າງໆ ທີ່ເວົ້າມາ ຂ້າງເທິງນັ້ນ ໃນການຈັດຕັ້ງ ປະຕິບັດ ແນວທາງ, ແຜນນະໂຍບາຍ ຂອງພັກ, ມະຕິ, ຄຳສັ່ງພັກ ຢ່າງເປັນປະຈຳ ໃນແຕ່ລະ ລະຍະນຳດ້ວຍ. ໃນເມື່ອພັກກຳ ທັງສະພາແຫ່ງຊາດ ຜູ້ເປັນອົງການ ນິຕິບັນຍັດ, ເປັນອົງການ ຕິດຕາມກວດກາ ການເຄື່ອນໄຫວ ຂອງອົງການ ບໍຣິຫານ ແລະ ອົງການຕຸລາການ, ກຳທັງ ປະທານປະເທດ ຊຶ່ງເປັນປະມຸກຣັດ ທີ່ວ່າເປັນຜູ້ ຕາງໜ້າໃຫ້ ປະຊາຊົນ ທັງຢູ່ພາຍໃນ ແລະຕ່າງປະເທດ, ກຳທັງຣັຖບານ ຊຶ່ງເປັນອົງການ ບໍຣິຫານແຫ່ງຣັດ ແລະກຳທັງ ແນວລາວສ້າງຊາດ, ບັນດາອົງການ ຈັດຕັ້ງມະຫາຊົນ ແລະສັງຄົມ ຄືກຳ ທຸກພາກສ່ວນ ໃນສັງຄົມ ແລະການເລືອກຕັ້ງ ທຸກຢ່າງ ຮວມທັງການ ເລືອກຕັ້ງ ສະພາແຫ່ງຊາດ ກໍແມ່ນພັກ ເປັນຜູ້ບົ່ງການ ທັງສຳລັບ ຜູ້ສມັກຮັບ ເລືອກຕັ້ງ ແລະ ທັງຜູ້ປ່ອນບັດ ເລືອກຕັ້ງ.
ການທີ່ ຣັຖທັມມະນູນ ກຳນົດ ສິດເສຣີພາບ ຕ່າງໆ ຂອງພົລເມືອງລາວ ຮວມທັງສິດ ໃນການເລືອກຕັ້ງ, ສິດເສຣີພາບ ໃນການ ຕັ້ງພູມລຳເນົາ, ໃນການເຊື່ອຖື ຫລື ບໍ່ເຊື່ອຖືສາສນາ, ສິດເສຣີພາບ ໃນການປາກເວົ້າ, ຂີດຂຽນ, ໂຮມຊຸມນຸມ, ຈັດຕັ້ງສະມາຄົມ ແລະເດີນຂະບວນ ທີ່ທາງການລາວ ກ່າວອ້າງນັ້ນ ກໍເປັນພຽງແຕ່ ຮູບການ ປະຕິບັດບໍ່ໄດ້ ໃນພາກຕົວຈິງ. ເມື່ອວັນທີ 16 ເມສາ ນີ້ ກໍມີຂ່າວວ່າ ທາງການລາວ ຈັບຂັງຄຸກ ຄຸນພໍ່ ວຽງຄຳ ຜູ້ນຳໂບດ ຊົນເຜົ່າ ແລັນແຕັນ ຢູ່ເມືອງ ຫລວງນ້ຳທາ ພາກເໜືອຂອງລາວ ຕັ້ງແຕ່ເດືອນ ກັນຍາ ປີ 2009 ໂດຍບໍ່ມີການ ກ່າວຫາຢ່າງເປັນ ທາງການໃດໆ. ຂ່າວວ່າ ທາງການລາວ ຢ້ານວ່າ ຊົນເຜົ່າແລັນແຕັນ ຈະພາກັນ ນັບຖືສາສນາ Christian ຫລາຍເພີ່ມຂຶ້ນ.
ເມື່ອເປັນຄືແນວນັ້ນ ຈຶ່ງເວົ້າໄດ້ວ່າ ສາທາຣະນະຣັດ ປະຊາທິປະໄຕ ປະຊາຊົນລາວ ເປັນປະເທດ ທີ່ມີການປົກຄອງ ໂດຍຣະບອບ ຜະເດັດການ ພັກດຽວເຄົ້າດຽວ ເປັນ ປະເທດທີ່ ປະຊາຊົນລາວ ທັງຊາດ ຂາດສິດເສຣີພາບ ແລະປະຊາທິປະໄຕ. ປະເທດລາວບໍ່ໄດ້ ຮັບການພັທນາ ແບບບໍ່ມີ ປະສິດທິພາບ ພໍເທົ່າໃດ ບັນຫາໜີ້ສິນ ຄຸມເຄືອ ຍັງແກ້ບໍ່ຕົກ ເຮັດໃຫ້ຄວາມບໍ່ ສົມດຸນ ຣະຫວ່າງ ການຂຍາຍຕົວ ຂອງເສຖກິດ ແຫ່ງຊາດ ກັບການເງິນແຫ່ງຊາດ ຍິ່ງເພີ່ມທະວີຂຶ້ນ, ເສຖກິດຕົກຕ່ຳ, ສັງຄົມ ມີຄວາມຫຍຸ້ງຍາກ ສັບສົນ ປະຊາຊົນ ບໍ່ມີອາຫານ ການກິນພຽງພໍ ບັນຫາ ຢາເສບຕິດ ຜູ້ທຸກຍາກ ຂາດເຂີນ ບໍ່ໄດ້ຮັບການສຶກາ ບໍ່ໄດ້ຮັບການ ປິ່ນປົວ ເວລາເຈັບເປັນ ຄົນຫວ່າງງານ: ປະຊາຊົນລາວ ບໍ່ຕ່ຳກວ່າ 3 ແສນຄົນ ລັກໄປຊອກຫາ ວຽກເຮັດງານທຳ ຢູ່ຕ່າງປະເທດ ເປັນຕົ້ນໄປໄທ ການຕັດໄມ້ ທຳລາຍປ່າ ການຄ້າເຖື່ອນ ການ ສໍ້ຣາສບັງຫລວງ ທີ່ມີຢ່າງແຜ່ ຫລາຍຄືດັ່ງທີ່ ເປັນຢູ່ໃນ ປັດຈຸບັນນີ້ ແລະ ຢູ່ໃນລາຍງານ ການເມືອງ ຂອງຄະນະ ບໍຣິຫານງານ ສູນກາງພັກ ປະຊາຊົນ ປະຕິວັດລາວ ສມັຍທີ VII ຕໍ່ກອງປະຊຸມ ໃຫຍ່ຄັ້ງທີ VIII ຄືຄັ້ງ ຫລ້າສຸດນັ້ນ ກໍໄດ້ເວົ້າແບບ ອອມໆໄວ້ ໂດຍໃຊ້ຄຳວ່າ ການຈັດຕັ້ງ ປະຕິບັດ ມະຕິ ກອງປະຊຸມໃຫຍ່ ຄັ້ງທີ VII ຍັງມີບາງດ້ານ ບໍ່ທັນໄດ້ຮັບ ຜົນຕາມຄາດໝາຍ ທີ່ວາງໄວ້ ຮວມທັງທາງດ້ານ ຄວາມສງົບ ແລະຄວາມເປັນ ຣະບຽບຮຽບຮ້ອຍ ໃນສັງຄົມ ຣະບອບຣະບຽບ ການຕ່າງໆ ທີ່ວາງອອກ ບໍ່ທັນໄດ້ຮັບ ການປະຕິບັດ ຢ່າງເຂັ້ມງວດ ສະພາບພນັກງານ ເຫລືອ-ບໍ່ພໍ ຍັງແກ້ບໍ່ທັນຕົກ ທິດນຳ ຫັນເອົາພນັກງານ ລົງໃຫ້ເມືອງ ແລະ ຮາກຖານ ຍັງປະຕິບັດ ບໍ່ທັນໄດ້ ການປະຕິບັດ ກົດໝາຍ ນະໂຍບາຍ ແຈ້ງການ ແລະຄຳສັ່ງ ຈຳນວນນຶ່ງ ບໍ່ເຂັ້ມງວດ ແລະ ບໍ່ສັກສິດ ການປະຕິບັດ ສິດອຳນາດ ຂອງອົງການຣັດ ຂັ້ນສູນກາງ ແລະທ້ອງຖິ່ນ ຍັງມີດ້ານທີ່ ໜ່ວງໜ່ຽວກັນ ເຮັດໃຫ້ແຕ່ລະ ພາກສ່ວນ ບໍ່ສາມາດເສີມ ຂຍາຍຄວາມເປັນ ເຈົ້າການຂອງຕົນ ໄດ້ຢ່າງເຕັມສ່ວນ ຂາດການຊີ້ນຳ ທີ່ແທດເຖິງ ແລະຂາດການ ສລຸບຖອດຖອນ ບົດຮຽນ.
ຫລາຍຄົນເຫັນວ່າ ຕລອດລະຍະ 30 ກວ່າປີມານີ້ ພັກປະຊາຊົນ ປະຕິວັດລາວ ຍັງບໍ່ທັນໄດ້ ຖອດຖອນບົດຮຽນ ຈາກການ ປະຕິບັດໂຄງການ ທີ່ລົ້ມແຫລວຫລາຍ ໂຄງການ ເພື່ອນຳພາ ປະເທດຊາດ ໃຫ້ກ້າວໄປສູ່ ທິດທາງພັທນາ ທີ່ສອດຄ່ອງກັບ ສະພາບເປັນຈິງ. ສປປລາວ ຍັງຈຳກັດທາງ ດ້ານພນັກງານ ທີ່ມີຄວາມຮູ້ ຄວາມສາມາດ ໃນທຸກຣະດັບ ແລະທັງຈຳນວນ ຂອງພນັກງານ ຢູ່ຕາມກະຊວງ ທະບວງ ກົມຕ່າງໆ ກໍມີບໍ່ພໍ. ລາວ ຍັງຂາດ ອົງການຄົ້ນຄວ້າ ທີ່ເປັນ ເອກກະຣາດ ເພື່ອຊ່ວຍໃຫ້ຄຳ ປຶກສາ-ແນະນຳ ແກ່ຣັຖບານ ທາງດ້ານ ນະໂຍບາຍ ແລະວິຊາການ ເໝືອນດັ່ງທີ່ ປະເທດອື່ນໆ ທີ່ພັທນາໄດ້ດີ.
ຖ້າວ່າລາວ ຈະອີງໃສ່ແຕ່ ຄຳປຶກສາ ຈາກພັກ ຄອມມິວນິສ ວຽດນາມ ຢູ່ຕລອດ ກໍຈະເຮັດໃຫ້ ປະເທດລາວ ຂາດນັກວິຊາການ ຣະດັບ ນະໂຍບາຍ ແລະວິຊາ ສະເພາະ ຂັ້ນສູງ ອັນຈະເຮັດໃຫ້ ລາວ ບໍ່ເປັນຕົວ ຂອງຕົວເອງໄດ້ ຈັກເທື່ອ. ຖ້າບໍ່ເອົາ ຕົວຢ່າງຂອງ ປະເທດທຶນນິຍົມ ກໍເອົາຕົວຢ່າງ ຂອງຈີນ ຊຶ່ງເປັນປະເທດ ເພື່ອນມິດອັນໃກ້ ຊິດ ແລະ ມີການຮ່ວມມືກັນ ຮອບດ້ານ ຊຶ່ງປັດຈຸບັນນີ້ ຈີນ ກຳລັງສົ່ງເສີມ ໃຫ້ອົງການຄົ້ນຄວ້າ ມີບົດບາດ ໃນການໃຫ້ຄຳ ປຶກສາຫາລື ທາງດ້ານ ນະໂຍບາຍ ກ່ຽວກັບ ການປະຕິຮູບ ການປົກຄອງ ທີ່ມີບົດບາດ ສຳຄັນ ໃນການພັທນາ ເສຖກິດ ແລະ ການປ່ຽນແປງ ໂຄງລ່າງຕ່າງໆ ຊຶ່ງໄດ້ສະແດງ ອອກຢູ່ໃນ ໂອກາດ ກອງປະຊຸມ ບັນດາ ນັກຄົ້ນຄວ້າ ເພື່ອການ ປະຕິຮູບ ການປົກຄອງ ໃນປະເທດຈີນ.
ທ່ານ Ma Kai ຫົວໜ້າສະພາ ທີ່ປຶກສາ ແຫ່ງຣັດຂອງຈີນ ເວົ້າໃນ ວັນອາທິດ ຜ່ານມານີ້ວ່າ ຣະບົບການປົກຄອງ ໃນປະເທດຈີນ ປະສົບ ກັບບັນຫາ ອັນໜັກໜ່ວງ ເຊັ່ນວ່າ ຣັຖບານ ມີສິດເກີນຄວນ ການຄຸ້ມຄອງ ສັງຄົມອ່ອນແອ ແລະການ ບໍຣິການສັງຄົມ ຍັງຂາດ ປະສິດທິພາບ ຫລາຍ ແລະວ່າ ກົນໄກສຳລັບ ກວດກາ ອຳນາດ ການປົກຄອງ ຍັງອ່ອນຫລາຍ.
ທີ່ເວົ້າມານັ້ນ ເປັນບົດລາຍງານ ກ່ຽວກັບວ່າ ເປັນຫຍັງຈຶ່ງວ່າ ພັກປະຊາຊົນ ປະຕິວັດລາວ ເປັນພັກຜູກຂາດ ອຳນາດ ປະຊາຊົນລາວ ທັງຊາດ ຂາດສິດ ເສຣີພາບ ແລະ ປະຊາທິປະໄຕ ອັນເປັນສາເຫດ ຕົ້ນຕໍ ທີ່ເຮັດໃຫ້ ເສຖກິດຕົກຕ່ຳ ສັງຄົມ ມີຄວາມຫຍຸ້ງຍາກ ສັບສົນ ຄືຢູ່ໃນ ປັດຈຸບັນນີ້.