ການຮັກສາສຸກຂະພາບແລະການສຶກສາເປັນຂແນງທີ່ສຳຄັນສຳຣັບການພັທະນາຢູ່ໃນລາວ
2007.09.07
ການຮັກສາສຸກຂະພາບແລະການສຶກສາ ເປັນຂແນງທີ່ສຳຄັນສຳຣັບການພັທະນາ. ໃນຣະຍະຜ່ານມາ ຣັຖບານລາວ ໄດ້ຮັບຜົນສຳເຣັດແນວໃດ ແລະຈະປະສົບ ກັບບັນຫາຍຸ້ງຍາກແນວໃດໃນການປັບປຸງການສຶກສາແລະສາທາຣະນະສຸກນີ້.

ເມື່ອເດືອນມິນາປີນີ້ ກອງປະຊຸມ ພັກປະຊາຊົນ ປະຕິວັດລາວ ໄດ້ວາງແຜນການຫລຸດ ຜ່ອນຄວາມຍາກຈົນ ໃນທົ່ວປະເທດ ສຳຣັບຫ້າປີຂ້າງໜ້າ ໃນນັ້ນ ມີທັງການປັບປຸງ ການຮັກສາ ສຸກຂະພາບ ແລະການສຶກສາ. ໃນຣະຍະຜ່ານມາຫລາຍໆປີ ການສຶກສາ ແລະ ສາທາຣະນະສຸກ ຢູ່ສປປລາວ ຕົກຢູ່ໃນ ສະພາບຂາດເຂີນ ຕລອດເວລາ ຂາດເຂີນ ທັງງົບປະມານ ອຸບປະກອນ ຄຸນນະພາບ ແລະ ພະນັກງານ ຄຣູອາຈານ ແລະ ນາຍໝໍ ກໍບໍ່ມີກຳລັງໃຈ ໃນການປະຕິບັດໜ້າທີ່; ຕົວຢ່າງ ໃນດ້ານສາທາຣະນະສຸກ ເມື່ອບໍ່ຫລາຍປີ ທີ່ຜ່ານມາ ຣັຖບານລາວ ຈັດງົບ ປະມານໃຫ້ ແກ່ກະຊວງສາທາຣະນະສຸກ ພຽງແຕ່ 5.9 ສ່ວນຮ້ອຍ ຂອງຜົນຜລິດລວມ ຍອດຂອງຊາດ ເທົ່ານັ້ນ ຊຶ່ງຖືວ່າ ເປັນງົບປະມານ ທີ່ໜ້ອຍທີ່ສຸດ ເມື່ອທຽບໃສ່ປະເທດ ທີ່ກຳລັງພັທນາອື່ນໆ.
ຍ້ອນດັ່ງນັ້ນ ການບໍຣິການ ຮັກສາສຸກຂະພາບ ໃຫ້ແກ່ປະຊາຊົນ ຈຶ່ງບໍ່ດີ ບໍ່ທົ່ວເຖິງ ຊ້ຳບໍ່ໜຳປັດຈຸບັນ ທາງໂຮງໝໍ ພັດເກັບເງິນຄ່າ ຮັກສາສຸກຂະພາບ ແພງຂື້ນ; ເມື່ອຄົນເຈັບ ເຂົ້າໂຮງໝໍ ທາງໂຮງໝໍ ກໍຢ້ານແຕ່ບໍ່ໄດ້ເງິນ; ສະນັ້ນ ຈຶ່ງປະກົດວ່າ ມີແຕ່ຄົນມີເງິນ ເທົ່ານັ້ນ ຈຶ່ງໄດ້ຮັບການຮັກສາ ສຸກຂະພາບ ຢູ່ລາວ. ອີກບັນຫານຶ່ງ ຍ້ອນຂາດເຂີນ ງົບປະມານນັ້ນເອງ ອຸບປະກອນ ການກວດພະຍາດ ກໍຂາດເຂີນ ຖ້າມີກໍເກົ່າລ້າສມັຍ ເກົ່າຫລາຍ ຈົນຫລາຍໆຄົນເວົ້າວ່າ ເຂັມສັກຢູ່ໂຮງ ໝໍຢູ່ລາວ ກ່ອນຈະໃຊ້ ຕ້ອງຝົນສາກ່ອນ. ຢາຮັກສາໂຣກ ກໍເຊັ່ນດຽວກັນ ຍັງມີບໍ່ພຽງຖ້າມີກໍບໍ່ມີຄຸນນະພາບ ຊາວລາວເອງ ກໍບໍ່ມັກໃຊ້. ພະນັກງານ ກໍຍັງບໍ່ຫລາຍ ໃນທົ່ວປະເທດ ມີທ່ານໝໍບໍ່ເຖິງ 2,000 ຄົນ ແລະນາງໝໍປະມານ 8,000 ຄົນ; ພະນັກງານ ການແພດ ເຫຼົ່ານີ້ ເຖິງວ່າມີ ກໍບໍ່ມີກຳລັງໃຈປະຕິບັດໜ້າທີ່ ເພາະໄດ້ຮັບ ເງິນເດືອນຕ່ຳແລະບໍ່ສມ່ຳສເມີ.
ຍ້ອນດັ່ງນັ້ນ ຊາວລາວ ຫລາຍໆຄົນ ຈຶ່ງມັກໄປຮັກ ສາສຸກຂະພາບຢູ່ຝັ່ງໄທ; ໂຮງໝໍແລະຄະລີນິກຢູ່ໃນ ເມືອງ ໃກ້ໆກັບຊາຍແດນລາວ ເຊັ່ນໂຮງ ໝໍຢູ່ເມືອງອຸດອນ ໜອງຄາຍ ນະຄອນພະນົມ ແລະອຸບົນ ໃນແຕ່ ລະມື້ ເຕັມແຕ່ຄົນລາວ ທີ່ຂ້າມໄປຮັກສາສຸກຂະພາບເປັນປະຈຳ ດັ່ງ ຊາວລາວທ່ານນຶ່ງ ຈາກນະຄອນຫລວງ ວຽງຈັນ ໄດ້ກ່າວຕໍ່ຂ້າພະເຈົ້າວ່າ:
" ພາຫລານມາສັກຢາ ປະຈຳເດືອນ ທຸກເດືອນຕ້ອງມາ ມັນບໍ່ເປັນພະຍາດຍັງເດັກນ້ອຍ ມັນຕ້ອງໄດ້ຮັກສາ ມາສັກຢາກັນ. ອາວະຣີ ຖາມ: ແລ້ວເປັນຫຍັງບໍສັກຢາ ຢູ່ວຽງຈັນພຸ້ນ? ທ່ານ ຕອບວ່າ: ເພາະວ່າເຮົາມາຄອດຢູ່ພີ້ ເຮົາມາອອກຢູ່ພີ້ ໄດ້ມາພາຕັດອອກ ຫລັງຈາກພາຕັດຂະເຈົ້າ ກໍເລີຍໃຫ້ມາຕິດຕາມຢູ່ພີ້. ອາວະຣີ ຖາມ: ຄົນລາວມາປິ່ນປົວຢູ່ພີ້ ມາ clinic ຢູ່ພີ້ສ່ວຍຫາຼຍ ມີເຫດຜົລແນວໃດ? ທ່ານ ຕອບວ່າ: ເລື້ອງຢາ ຄວາມສະດວກນີ້ແມ່ນຢາ ມັນບໍ່ໄດ້ຊອກຢາຍາກ. "
ແຕ່ເຖິງຢ່າງໃດກໍດີ ອົງການອານາໄມໂລກ ກໍຣາຍງານວ່າ ປັດຈຸບັນ ສປປລາວ ສາມາດສັກຢາປ້ອງກັນໂຣກ ໃຫ້ແກ່ເດັກນ້ອຍລາວໄດ້ເຖິງ 95 ສ່ວນຮ້ອຍແລ້ວ ແລະໂຣກບາງຢ່າງ ກໍບໍ່ມີແລ້ວຢູ່ລາວ ເຊັ່ນໂຣກໂປລີໂອ ຫຼືໂຣກເປັນເປັ້ຽເປັນລ່ອຍ ກໍຖືກປ້ອງກັນໄດ້ເຖິງຮ້ອຍສ່ວນຮ້ອຍແລ້ວ. ບໍ່ເທົ່ານັ້ນ ເມື່ອຕົ້ນປີນີ້ ພັກປະຊາຊົນ ປະຕິວັດລາວ ກໍໄດ້ວາງແຜນຈະ ປັບປຸງການບໍຣິການ ດ້ານສາທາຣະນະສຸກນີ້ ໃຫ້ ດີຂື້ນ ເຊັ່ນຣັຖບານຈະເພີ້ມ ງົບປະມານໃຫ້ແກ່ດ້ານນີ້ຫລາຍຂື້ນ ຢ່າງໜ້ອຍກໍປະມານ 2-3 ສ່ວນຮ້ອຍຫລາຍກວ່າປີທີ່ຜ່ານມາ. ທາງການ ການຜລິດຢາ ໂຮງງານຜລິດຢາ ຂອງລາວ ກໍຈະຮ່ວມມືກັບວຽດນາມ ເພື່ອປັບປຸງຄຸນນະພາບ ແລະເພີ້ມປະຣິມານ ຂອງການຜລິດຢາປົວພະຍາດຢູ່ລາວ. ຣັຖບານລາວ ໂດຍໄດ້ຮັບການຊ່ວຍເຫຼືອ ຈາກຕ່າງປະເທດ ກໍກຳລັງ ຈັດຫາ ນ້ຳສະອາດໃຫ້ແກ່ປະຊາຊົນ ເຊັ່ນກຳລັງຂຸດ ນ້ຳສ້າງແລະເຈາະນ້ຳບາດານຢູ່ໃນເຂດຊົນນະບົດ.
ແຕ່ບັນຫາມີຢູ່ວ່າ ຣັຖບານລາວໃນອານາຄົດອັນໃກ້ໆນີ້ ກໍຄືຣັຖບານລາວໃນຣະ ຍະຫລາຍປີທີ່ຜ່ານມາ ກໍຍັງ ຂາດ ເຂີນງົບປະມານຢູ່ນັ້ນແຫລະ ໝາຍຄວາມວ່າ ຄົງ ຈະບໍ່ສາມາດໃຫ້ງົບປະມານແກ່ກະຊວງສາທາຣະນະສຸກ ຫລາຍຂື້ນ ເທົ່າທີ່ຄວນ ການ ບໍຣິການໃນດ້ານການຮັກສາສຸກຂະພາບ ກໍຍັງຄົງຈະບໍ່ມີຫຍັງດີຂື້ນ ຫລາຍ ພໍເທົ່າໃດ.
ໃນດ້ານການສຶກສາກໍເຊັ່ນດຽວກັນ ຂາດເຂີນງົບປະມານຫລາຍ ຣັຖບານ ອາດ ຈະມີຫລັກການໃຫ້ເງິນເດືອນ ໃຫ້ແກ່ພະນັກງານຂອງຣັຖເທົ່າໆກັນໝົດ; ແຕ່ວ່າໃນ ສະພາບເສຖກິດແລະສັງຄົມປັດຈຸບັນ ພະນັກງານ ຂອງຣັຖໃນກະຊວງກົມກອງອື່ນໆ ປະກົດວ່າ ມີຣາຍໄດ້ພິເສດເພີ້ມເຕີມບໍ່ຫລາຍກໍໜ້ອຍ; ຕົງກັນຂ້າມ ບັນດາຄຣູອາ ຈານແລະພະນັກງານການສຶກສາຢູ່ລາວ ພັດບໍ່ມີຣາຍໄດ້ເພີ້ມຫຍັງເລີຍ ນອກຈາກ ຈະໃຊ້ເວລາ ທາງການໄປເຮັດທຸຣະກິດການງານຢ່າງອື່ນຫຼືບໍ່ ກໍສອນເພີ້ມ ດັ່ງນາຍ ຄຣູຜູ້ນຶ່ງເວົ້າວ່າ
" ຄຣູຢູ່ໄດ້ກໍຍ້ອນວ່າ ອາສັຍເງິນສອນພິເສດນັ້ນ ພໍໄດ້ຈູນເຈືອຄອບຄົວເລັກໆໜ້ອຍໆ ເຫລືອນັ້ນແລ້ວແມ່ນ 4 ແສນ ກວ່າກີບ ຄ່ານ້ຳຄ່າໄຟ ນ້ຳມັນແພງເບາະແພງ ເຂົ້າແຮງອັຕະລາຍ ເຂົ້າກິນ. "
ອີກຢ່າງນຶ່ງ ທີ່ເຮັດໃຫ້ການສຶກສາຂອງລາວຕົກຕ່ຳຫລາຍ ກໍແມ່ນ ຄຣູແລະອາຈານ ຜູ້ມີຄວາມຮູ້ຄວາມສາມາດ ຫລາຍພັນຄົນໃນຣະຍະປະມານສິບປີທີ່ຜ່ານມາ ເປັນເຫດ ໃຫ້ປະຣິມານແລະຄຸນນະພາບຂອງການສຶກສາ ຢູ່ລາວ ໄດ້ຮັບຜົນກະທົບກະເທືອນ ຢ່າງແຮງ. ທາງດ້ານວັດຖຸສິ່ງຂອງແລະອຸບປະກອນການຮຽນການສອນ ຍິ່ງຮ້າຍ ແມ້ແຕ່ໂຮງຮຽນ ກໍຍັງບໍ່ມີພຽງພໍ ເຊັ່ນເຂດຊົນນະບົດ ມີໂຮງຮຽນແດ່ ກໍຍ້ອນອາໃສ ການຊ່ວຍເຫຼືອ ຈາກຕ່າງປະເທດ. ເຖິງວ່າມີໂຮງຮຽນ ອຸບປະກອນການຮຽນການ ສອນ ກໍຂາດເຂີນ ເປັນຕົ້ນຂາດເຂີນ ປື້ມອ່ອນປື້ມຂຽນ.
ສ່ວນສະພາບການສຶກສາຂັ້ນ ສູງ ກໍຍັງມີຈຳນວນຈຳກັດ ຍັງບໍ່ທົ່ວເຖິງ ຕົວຢ່າງ ແຂວງສວັນນະເຂດ ຊຶ່ງເປັນ ແຂວງທີ່ມີປະຊາຊົນຫລາຍທີ່ສຸດໃນລາວແລະກໍເປັນແຂວງຫຼືເຂດເສຖກິດທີ່ສຳຄັນ ຂອງລາວ ກໍຍັງບໍ່ມີ ມະຫາວິທະຍາໄລເທື່ອ. ນັກຮຽນທີ່ຮຽນຈົບມັດທະຍົມຕອນປ່າຍ ໃນແຕ່ລະປີໃນທົ່ວປະເທດລາວ ມີຫລາຍເຖິງ 4 ໝື່ນຄົນ; ແຕ່ບໍ່ເຖິງເຄິ່ງນຶ່ງ ໄດ້ມີ ໂອກາດສຶກສາຕໍ່ຊັ້ນສູງ. ອີກຢ່າງນຶ່ງ ການສົ່ງນັກຮຽນລາວ ໄປສຶກສາ ຕໍ່ຢູ່ຕ່າງ ປະເທດ ກໍມີໜ້ອຍ ສ່ວນຫລາຍ ກໍມີສົ່ງໄປວຽດນນາມ ແລະຖ້າສົ່ງໄປຕ່າງປະເທດ ກໍຕ້ອງອາໃສ ໄດ້ຮັບທຶນການສຶກສາ ຈາກອົງການສາກົນຫຼືນັກຮຽນເອງ ຕ້ອງອາໃສ ເງິນທຶນສ່ວນຕົວ.
ເຖິງຢ່າງໃດກໍດີ ກໍມີຂ່າວດີ ໃນຣະຍະສອງປີທີ່ຜ່ານມາ ຣັຖບານລາວ ກໍໄດ້ປະ ກາດຈະເພີ້ມງົບປະມານ ໃຫ້ແກ່ການສຶກສາຫລາຍຂື້ນ ເປັນ 10 ສ່ວນຮ້ອຍຂອງຜົນ ຜລິດລວມຍອດຂອງລາວ ແລະເມື່ອເດືອນມິຖຸນາ ກອງປະຊຸມໃຫຍ່ຂອງພັກ ກໍໄດ້ ວາງແຜນຈະປັບປຸງການສຶກສາໃຫ້ດີຂື້ນ ທັງທາງດ້ານປະຣິມານ ແລະ ຄຸນນະພາບ. ໃນຣະຍະຫ້າປີຂ້າງໜ້າ ພັກແລະຣັຖ ຈະເອົາໃຈໃສ່ສ້າງນັກວິຊາການແລະນັກວິສະວະກອນ ຈະສ້າງສະຖາບັນຝຶກອົບຣົມວິຊາອາຊີບ ຈະປັບປຸງການສຶກສານັບແຕ່ຂັ້ນ ອະນຸບານຈົນເຖິງຂັ້ນມັດທະຍົມຕອນປາຍ ແລະຈະລົບລ້າງການກືງໜັງສືໃຫ້ໄດ້ໃນ ທົ່ວປະເທດ.
ແຕ່ບັນຫາໃຫຍ່ກໍມີຢູ່ວ່າ ຣັຖບານລາວ ຈະປະຕິບັດໄດ້ຕາມແຜນການແລະຣະດັບ ຄາດໝາຍນີ້ບໍ່? ຢ່າລືມວ່າ ການປັບປຸງການສຶກສາໃຫ້ດີຂື້ນ ກ່ອນອື່ນໝົດຕ້ອງໃຊ້ ເງິນງົບປະມານຫລາຍ ແລະອັນທີ່ສອງ ຕ້ອງໃຊ້ເວລາ ດົນນານ. ໃນເມື່ອການສຶກສາ ຢູ່ລາວ ໄດ້ຕົກຢູ່ສະພາບຂາດເຂີນ ມາເປັນເວລາດົນນານ ຣັຖບານ ຄົງຈະບໍ່ ສາມາດ ປັບປຸງໃຫ້ດີຂື້ນໂດຍໄວໄດ້ ແລະເຣື່ອງງົບປະມານ ກໍຍັງຈະເປັນອຸບປະສັກອັນ ໃຫຍ່ຫລວງຂອງ ຣັຖບານລາວອີກຢູ່ຕໍ່ໄປ ຢ່າງໜ້ອຍໃນຣະຍະສີ່ໜ້າປີຂ້າງໜ້ານີ້.
ວິເຄາະ ໂດຍ: ອາວະຣີ
ຂ່າວທີ່ກ່ຽວຂ້ອງ
- ປະຊາຊົນລາວ ຈຳນວນຫຼວງຫຼາຍຍັງ ຈະປະເຊີນກັບຄວາມສ່ຽງສູງ ຕໍ່ຄວາມເຈັບປ່ວຍ
- ມູນນິທິຈາກໄທ ແລະຍີ່ປຸ່ນຊ່ວຍສົ່ງເສີມຄຸນະພາບຂອງຊີວິດປະຊາຊົນລາວ
- ການແຜ່ຂະຫຍາຍຂອງເຊື້ອ HIV/AIDS ຢູ່ລາວ ເພີ່ມຂື້ນຢ່າງນ່າເປັນຫ່ວງ
- ຜູ້ຕິດເຊື້ອໂຣກ HIV/AIDS ໃນລາວ ຕ້ອງຊື້ຢາປົວເຊື້ອໂຣກໂດຍຕົນເອງ
- ສາທາຣະນະສຸກແຂວງຫລວງພຣະບາງ ຕັ້ງເປົ້າໝາຍ ແກ້ໄຂບັນຫາ ສຸຂະພາບຂັ້ນພື້ນຖານໃຫ້ໄດ້ ໃນປີ 2010
ບົດວິເຄາະ
- ແຜນການພັທນາ ແຜນໃໝ່ ຂອງຣັຖບານລາວ
- ຜົນໄດ້ແລະຜົນເສັຽໃນການເຂົ້າຮ່ວມການຄ້າເສຣີ
- ສະພາບການໃນປະເທດໃທຽສ້າງຄວາມວິຕົກໃຫ້ແກ່ ບັນດາຜູ້ນຳປະເທດອາຊ້ຽນ
- ການເຮັດຣັຖປະຫານຢຶດອຳນາດ ; ໃນປະເທດໄທ ອາດຈະມີຜົນກະທົບບາງຢ່າງຕໍ່ສປປລາວ
- ຕ່າງປະເທດ ໃຫ້ຄວາມສົນໃຈ ລົງທຶນທຳທຸຣະກິດ ໃນລາວ
- ສປປລາວ ຍັງບໍ່ພ້ອມທີ່ຈະລົງນາມ ໃນສົນທິສັນຍາ ຫ້າມນຳໃຊ້ ສະສົມ, ຜລິດ ແລະໂອນຣະເບີດຕໍ່ຕ້ານບຸກຄົນ.
- ເນື່ອງໃນວັນຄົບຮອບ 5 ປີ ຂອງວັນໂສກນາດຕະກັມ ທ່ານ George W. Bush ໄດ້ກ່າວເຕື່ອນພວກກໍ່ການຮ້າຍ ວ່າສະຫະຣັດຈະນຳຈັບພວກເຂົາມາຂື້ນສານໃຫ້ຈົນໄດ້
- ສະຫະຣັດບໍ່ມີໂຄງການທີ່ຈະຮັບເອົາຊາວມົ້ງລາວ
- ທາງການລາວຄວນສົ່ງເສີມໃຫ້ມີສື່ມວນຊົນເອກຣາດ ຕື່ມຂື້ນອີກ
- ສປປລາວແຕ່ງຕັ້ງເອກອັກຄະຣາຊະທູດວິສາມັນ ຄົນໄໝ່ໄປປະຈຳການຢູ່ທີ່ບາງກອກ, ປະເທດໄທ
- ສປປລາວ ; ຈະຮ່ວມມືກັບໄທ ; ເພື່ອແກ້ໄຂບັນຫາ ຊາວ ; Hmong ; ທີ່ອາໃສຢູ່ແຂວງເພັຊບູນຂອງໄທ
- ບັນຫາຄ່າຄອງຊີພສູງໄດ້ສ້າງຄວາມເດືອດຮ້ອນ ໃຫ້ແກ່ປະຊາຊົນລາວ
- ພັຍອັນຕລາຍຈາກການກໍ່ການຮ້າຍໃດ້ສ້າງຄວາມແຕກຕື່ນອີກຄັ້ງໃຫມ່
- ບັນຫາຊາວອົບພະຍົບມົ້ງ ; ທີ່ ; ປະເທດໄທ
- ສປປລາວ ; ມີການປະຕິຮູບທາງດ້ານການເມືອງ ; ແທ້ ຫລື ; ບໍ?
- ທາງການລາວອອກຣະບຽບການໃໝ່ເພື່ອໃຫ້ ມີການປະຢັດບໍ່ໃຫ້ໃຊ້ຈ່າຍເງິນຫລືຊັບສິນຂອງຫລວງ ໄປໃນທາງທີ່ບໍ່ຖືກຕ້ອງ
- ຜູ້ນຳລາວເລີ້ມນິຍົມຊົມຊອບຈີນຫລາຍຂື້ນ
- ຄວາມສຳພັນແບບພິເສດລະຫ່ວາງ ; ລາວ ; ແລະ ; ວຽດນາມ
- ການແຕ່ງຕັ້ງປະທານປະເທດ ; ແລະ ; ນາຍຍົກ ຣັຖະມົນຕຣີ
- ການແຕ່ງຕັ້ງປະທານປະເທດ ; ແລະ ; ນາຍຍົກ ຣັຖະມົນຕຣີ
- ເມື່ອໃດສປປລາວຈະໄດ້ເປັນສະມາຊິກຂອງອົງການຄ້າໂລກ
- ຫລັງຈາກການເລືອກຕັ້ງ, ; ສະພາແຫ່ງຊາດລາວ ຈະຕ້ອງປະຕິບັດຕາມຂັ້ນຕອນຫຍັງແດ່ເພື່ອເລືອກ ປະທານປະເທດ ; ແລະແຕ່ງຕັ້ງນາຍົກຣັຖມົນຕຣີ.
- ການປ່ຽນແປງຄະນະຜູ້ນຳລະດັບກົມການເມືອງແລະລະດັບ ສູນກາງພັກຂອງພັກປະຊາຊົນປະຕີວັດລາວຈະສາມາດ ແກ້ໄຂບັນຫາໃດແດ່ທີ່ ; ສປປ ; ລາວກຳລັງປະເຊີນຢູ່
- ການເລືອກຕັ້ງ ; ໃນ ; ສປປລາວ
- ການໂຄສະນາຫາສຽງໃນການເລືອກຕັ້ງຢູ່ລາວ