ບັນຫາ ຊາວລາວເຜົ່າມົ້ງ ທີ່ໄປຂໍເພີ່ງລີ້ພັຍ ຢູ່ ປະເທດ ໄທ ຈະຖືກ ແກ້ໄຂ ແນວໃດ ກັນແທ້
2007.08.22

ບັນຫາ ຊາວລາວເຜົ່າມົ້ງ ທີ່ອົພຍົບ ຈາກ ສາທາຣະນະຣັດ ປະຊາທິປະໄຕ ປະຊາຊົນລາວ ໄປຂໍເພີ່ງລີ້ພັຍ ຢູ່ ຣາຊອານາຈັກໄທ ນັ້ນ ຈະຖືກແກ້ໄຂ ຄືແນວໃດ ກັນແທ້. ວິເຄາະ ໂດຍ: ຈຳປາທອງ ບັນຫາ ຊາວລາວເຜົ່າມົ້ງ ທີ່ອົພຍົບ ຈາກ ສາທາຣະນະຣັດ ປະຊາທິປະໄຕ ປະຊາຊົນລາວ ໄປຂໍເພີ່ງລີ້ພັຍ ຢູ່ ຣາຊອານາຈັກໄທ ນັ້ນ ຈະຖືກແກ້ໄຂ ຄືແນວໃດ ກັນແທ້.
ການທີ່ຊົນເຜົ່າ ສ່ວນນ້ອຍ ຕ່າງປະເທດ, ຈາກສາທາຣະນະຣັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຈາກ ປະເທດພະມ້າ ທີ່ປົກຄອງ ດ້ວຍລະບອບ ຜະເດັດການ ອົພຍົບຫຼົບພັຍ ໄປຂໍເພີ່ງ ພາອາສັຍ ຣາຊອານາຈັກໄທ ນັ້ນ ສ້າງບັນຫາ ຫຍຸ້ງຍາກ ບໍ່ນ້ອຍ ໃຫ້ແກ່ຣັຖບານໄທ.
ແຕ່ຖ້າເບີ່ງ ເຖິງຄວາມມີມະນຸສທັມ ແລ້ວ ກໍເປັນສິ່ງ ອັນມີກຽດສງ່າ ທີ່ໄດ້ໃຫ້ ຄວາມເມດຕາແລະ ສົງສານ ຕໍ່ປະຊາຊາດ ຕ່າງໆ ໃນຍາມຄັບຂັນ.
ໃນປັດຈຸບັນ ຊາວລາວເຜົ່າມົ້ງ ທີ່ອາສັຍ ຢູ່ບ້ານຫ້ວຍນ້ຳຂາວ ເມືອງເຂົາຄໍ້ ແຂວງ ເພັຊບູນຂອງໄທ ມີ 2 ລັກສະນະຄື: 1) ການສມັກໃຈ ຫຼື ບໍ່ສມັກໃຈ ກັບຄືນປະເທດ ແລະ 2) ການໄປຕັ້ງຖິ່ນຖານ ຢູ່ໃນ ປະເທດທີ່ສາມ.
ແຕ່ມາຮອດ ເທົ່າທຸກວັນນີ້ ບັນຫາ ຊາວລາວ ເຜົ່າມົ້ງ ທີ່ຣາຊອານາຈັກໄທ ກໍຍັງບໍ່ທັນມີ ຂໍ້ຍຸດຕິ ວ່າ ຈະຖືກແກ້ໄຂ ໄປໃນຮູບການ ອັນໃດແທ້.
ຕາມທັສນະ ຂອງທາງການໄທ ທ່ານ ສຸຣະຢຸດ ຈຸລານົນ ນາຍົກຣັຖມົນຕຣີໄທ ວ່າ ຊາວລາວເຜົ່າມົ້ງ ທີ່ບ້ານ ຫ້ວຍນ້ຳຂາວ ເປັນຜູ້ລັກລອບ ເຂົ້າປະເທດໄທ ຢ່າງຜິດກົດໝາຍ, ບໍ່ແມ່ນອົພຍົບ ຫຼື ຫຼີກພັຍສົງຄາມ ແຕ່ຢ່າງໃດ. ພວກເຂົາເຈົ້າ ຈຳຕ້ອງ ຖືກສົ່ງກັບຄືນ ປະເທດລາວ. ແລະເຫັນວ່າໄທ ແລະລາວ ຄວນອະນຸຍາດ ໃຫ້ປະເທດທີ່ 3, ອາດຈະເປັນ ສະມາຊິກ ຂອງກຸ່ມອາຊ້ຽນ, ເຂົ້າໄປຕິດຕາມ ເບີ່ງການ ສົ່ງຊາວເຜົ່າມົ້ງ ກັບຄືນ ສາທາຣະນະຣັດ ປະຊາທິປະໄຕ ປະຊາຊົນລາວ ເພື່ອເປັນການ ສະແດງຄວາມໂປ່ງໃສ ແລະ ການນັບຖື ສິດທິມະນຸດ ໃຫ້ປະຊາຄົມຮູ້.
ທາງຜູ້ບັນຊາການ ໜ່ວຍສະເພາະກິດ ພົລເຮືອນ, ຕຳຣວດ ແລະ ທະຫານ ກໍເວົ້າວ່າ ທາງການໄທ ໃກ້ຈະສຳເຣັດ ການສຳຣວດ ກວດກາ ແລະໄຈ້ແຍກ ຊາວລາວ ເຜົ່າມົ້ງ ທີ່ບ້ານ ຫ້ວຍນ້ຳຂາວ ເມືອງເຂົາຄໍ້ ແຂວງ ເພັຊບູນ ຂອງໄທແລ້ວ.
ພ້ອມກັນນັ້ນ ທາງການໄທ ກໍບອກວ່າ ຕົນຕັ້ງຄະນະ ກັມມະການ ເພື່ອຄັດແຍກ ຊາວມົ້ງລາວ ກ່ອນໜ້າ ຈະສົ່ງກັບ ປະເທດລາວ ອອກເປັນ 2 ກຸ່ມ ຄື ກຸ່ມທີ່ອາດມີ ຄວາມສ່ຽງພັຍ ທາງການເມືອງ ແທ້ ແລະ ກຸ່ມທີ່ຫຼົບໜີເຂົ້າໄທ ເພື່ອເຫດຜົນ ທາງເສຖກິດ.
ແຕ່ບັນຫາ ການຮັບເອົາ ຊາວລາວເຜົ່າມົ້ງ ໄວ້ນັ້ນ ທາງການໄທເວົ້າວ່າ ໄທ ເປັນຜູ້ທີ່ຮັບບັນຫາ ຊຶ່ງມີບາງປະເທດ ແລະ ອົງການ ລະຫວ່າງປະເທດ ຂໍໃຫ້ຮັບໄວ້. ແຕ່ໄທຢືນຢັນວ່າ ເຣື້ອງນີ້ ເປັນພາຣະ ໃຫ້ແກ່ໄທ ມານານແລ້ວ ແລະ ຄວນຈະມີທາງອອກ ທີ່ເໝາະສົມ, ຖືກຕ້ອງຕາມກົດໝາຍ, ຕາມຫຼັກ ສິດທິມະນຸດ ແລະ ຕາມທີ່ອົງການ ຕ່າງປະເທດ ໄດ້ຮຽກຮ້ອງ ຊຶ່ງຝ່າຍໄທ ກໍຍິນດີ, ແຕ່ຂໍໃຊ້ເວລາ ໃນການພິສູດ ແລະ ດຳເນີນການ ຕໍ່ໄປກ່ອນ.
ສຳລັບທາງການສປປ.ລາວ ກໍຍັງຢືນຢູ່ບ່ອນວ່າ ຊາວມົ້ງລາວທີ່ອົພຍົບໄປຢູ່ຫ້ວຍນ້ຳຂາວ ບໍ່ແມ່ນຜູ້ອົພຍົບ ແຕ່ ່ຫາກແມ່ນ ເປັນຜູ້ລັກລອບ ເຂົ້າເມືອງ ຜິດກົດໝາຍ ແລະວ່າ ຕົນພ້ອມແລ້ວ ທີ່ຈະຮັບ ກັບຄືນສປປ.ລາວ ຖ້າຫາກ ພວກເຂົາເຈົ້າ ຖືກພິສູດວ່າ ເປັນຄົນລາວ ຢ່າງແທ້ຈິງ.
ທາງການລາວ ວ່າ ຖ້າຊາວມົ້ງລາວ ຢາກກັບຄືນບ້ານ 80% ຈະໄດ້ໄປ ຢູ່ກັບຄອບຄົວ ບ່ອນທີ່ ພວກເຂົາເຈົ້າ ເຄີຍຢູ່ມາແຕ່ກ່ອນ, ແຕ່ວ່າ ສ່ວນເຫຼືອນັ້ນ ຄົງຈະໄດ້ຢູ່ບ່ອນ ທີ່ຣັຖບານ ໄດ້ຈັດສັນໄວ້ໃຫ້ແລ້ວ ຢູ່ໃກ້ໆ ຕົວເມືອງວຽງຈັນ. ເມື່ອເວົ້າມາຮອດ ບ່ອນນີ້ ມີຫຼາຍໆ ຄົນ ໃຫ້ຂໍ້ສັງເກດວ່າ 20% ທີ່ເຫຼືອນັ້ນ ຈະຕ້ອງໄດ້ຢູ່ ໃນເຂດ ທີ່ທາງການລາວ ຈັດສັນໃຫ້ ແລະ ຈຳນວນຊາວລາວ ເຜົ່າມົ້ງ 20% ນັ້ນ ຈະຖືກ ທາງການລາວ ຕີລາຄາ ຄືແນວໃດ ກັນແທ້ ເຖິງມີການປະກາດວ່າ ຈະໃຫ້ ການຊ່ວຍເຫຼືອ ພວກເຂົາເຈົ້າ ຍ້ອນບໍ່ມີທີ່ດິນ ທຳກິນ ບໍ່ມີທີ່ຢູ່ອາສັຍ ແລະ ຂາຍຊັບສິນ ຂອງຕົນໝົດ ຕາມທີ່ທາງກະຊວງ ການຕ່າງປະເທດລາວ ເວົ້າ.
ແຕ່ກະຊວງປ້ອງກັນ ປະເທດລາວ ເວົ້າວ່າ ໃນເບື້ອງຕົ້ນ ໄດ້ຕຽມໄວ້ຮອງຮັບ ມົ້ງລາວ ຢູ່ບໍຣິເວນ ເມືອງກາສີ ແຂວງ ວຽງຈັນ ສຳລັບ 100 ຄອບຄົວ ແລະ ກໍຈະຈັດສັນ ທີ່ໃໝ່ໃຫ້ຕໍ່ໆ ໄປ, ຫາກ ບໍ່ແມ່ນຄືກັນ ກັບກະຊວງ ການຕ່າງ ປະເທດລາວ ວ່າຈະຖືກສົ່ງກັບ ໄປຍັງບ້ານເດີມ ຂອງພວກເຂົາເຈົ້າ.
ຕາມເອກກະສານ ທາງການ ຂອງກະຊວງ ການຕ່າງ ປະເທດລາວ ເຄີຍກຳນົດໄວ້ວ່າ ສະຖານ ທີ່ຊຶ່ງມີຄວາມ ອາດສາມາດ ໃນການຕັ້ງຖິ່ນຖານ ສຳລັບ ຊາວອົພຍົບລາວ ຄື: ເມືອງແປກ ແຂວງຊຽງຂວາງ, ເມືອງເຟືອງ ແລະ ເມືອງວັງວຽງ ແຂວງວຽງຈັນ, ເມືອງນ້ຳບາກ , ເມືອງນ່ານ ແລະເມືອງຊຽງເງິນ ແຂວງ ຫຼວງພະບາງ, ເມືອງໂພນໄຊ ສະຫວາດ ແຂວງໄຊຍະບຸຣີ, ເມືອງຫ້ວຍຊາຍ ແລະເມືອງເມີງ ແຂວງບໍ່ແກ້ວ.
ຕໍ່ທັສນະ ຂອງທາງການໄທ ກ່ຽວກັບ ວິທີການແກ້ໄຂ ບັນຫາ ຊາວລາວເຜົ່າມົ້ງ ຢູ່ ບ້ານ ຫ້ວຍນ້ຳຂາວ ນັ້ນ ທາງການລາວ ປະຕິເສດ ແລະເວົ້າວ່າ ຕາບໃດທີ່ສອງປະເທດ (ອັນໝາຍເຖິງ ລາວ-ໄທ) ສາມາດ ແກ້ໄຂກັນໄດ້ ໂດຍສັນຕິ ເຫັນວ່າ ບໍ່ຈຳເປັນ ທີ່ຈະໃຫ້ມີຝ່າຍທີ່ສາມ ເຂົ້າມາຫຍຸ້ງກ່ຽວ.
ເຖິງແນວໃດ, ເພື່ອແກ້ໄຂ ບັນຫາດັ່ງກ່າວ ຄະນະກັມມະການ ຮັກສາຄວາມສງົບ ຮຽບຮ້ອຍ ຕາມແນວ ຊາຍແດນລາວ-ໄທ ຈະໄດ້ຈັດກອງປະຊຸມ ສມັຍວິສາມັນ ຂຶ້ນຢູ່ບ້ານຫ້ວຍນ້ຳຂາວ ແຕ່ວັນທີ 2 ຫາວັນທີ 4 ເດືອນກັນຍາ ປີ 2007 ນີ້. ແລະ ທາງການລາວ ກໍຈະຖືໂອກາດນັ້ນ ສາຍວິດີໂອ ກ່ຽວກັບ ສະຖານ ທີ່ຮັບຮອງ ທີ່ສ້າງໄວ້ ສຳລັບຊາວມົ້ງລາວ ທີ່ຈະເດີນທາງ ກັບປະເທດນັ້ນ ໃຫ້ຊາວມົ້ງ ທີ່ບ້ານຫ້ວຍນ້ຳຂາວ ເບີ່ງ ແລະ ໃນລະຫວ່າງ ກາງເດືອນກັນຍາ ດຽວກັນນີ້ ທາງຝ່າຍໄທ ກໍຈະເດີນທາງ ໄປນະຄອນຫຼວງວຽງຈັນ ເພື່ອສືບຕໍ່ ການປະຊຸມ ໃນບັນຫາດຽວກັນ.
ໃນເມື່ອຝ່າຍລາວ ແລະຝ່າຍໄທ ມີທັສນະ ແຕກຕ່າງກັນ ໃນການແກ້ໄຂ ບັນຫາຢູ່ນີ້ ກໍເປັນການ ຍາກທີ່ຈະເຮັດໃຫ້ ບັນຫານັ້ນ ໄດ້ຮັບການແກ້ໄຂ. ແລະ ການພົບປະເຈຣະຈາ ລະຫວ່າງ ສອງຝ່າຍລາວ-ໄທ ກໍອາດ ຈະສືບຕໍ່ ແກ່ຍາວໄປຕື່ມອີກ.
ຕາມນັກສັງເກດການ ເຫັນວ່າ ໄປຄຽງຄູ່ກັບ ການພົບປະເຈຣະຈາ ຢູ່ໂຕະປະຊຸມ ທາງການລາວ ຈະສ້າງ ທ່າແຮງ ຂອງຕົນ ບໍ່ວ່າຈະແມ່ນ ຢູ່ກອງປະຊຸມ ເປີດຂຶ້ນຢູ່ໄທ ຫຼື ຢູ່ລາວ ເພື່ອແກ້ໄຂ ບັນຫາ ຊາວມົ້ງລາວ ທີ່ ບ້ານ ຫ້ວຍນ້ຳຂາວ, ອັນຮວມທັງ ການນຳເອົາວິດີໂອ ມາສາຍ, ການພາໄປເບີ່ງສະຖານທີ່ ຮວມໄປເຖິງ ການໃຊ້ຖ້ອຍທຳນອງ ທີ່ວ່າ ຣັຖບານລາວ ແລະ ໄທ ຈະບໍ່ຍອມ ໃຫ້ເຣື້ອງມົ້ງ ເຂົ້າເມືອງ ແບບຜິດກົດໝາຍ ທຳລາຍ ຄວາມສັມພັນ ອັນດີລະຫວ່າງກັນ ນຳດ້ວຍ.
ວິເຄາະ ໂດຍ: ຈຳປາທອງ
ຣາຍການອື່ນໆ
ບົດວິເຄາະ
- ວິທຍຸເອເຊັຽເສຣີ ຜແນກພາສາລາວ ມີຜົນປໂຍດ ອັນໃດແດ່ ແກ່ຜູ້ຟັງ ຕລອດ ໄລຍະ 10 ປີມານີ້.
- ສະຫລຸບຜົນງານ 40 ປີ ຜ່ານມາ ຂອງ ກຸ່ມ ປະເທດ ອາຊ້ຽນ
- ການພົວພັນ ມິຕພາບ ແລະການຮ່ວມມືຮອບດ້ານ ລະຫວ່າງ ສປປລາວ ແລະ ສປຈີນ
- ສປປ ລາວ ຈະກາຍເປັນ ແຫຼ່ງການຄ້າ ແລະ ການລົງທຶນ ຂອງ ສາທາຣະນະຣັດ ປະຊາຊົນຈິນ
- ການອອກລະບຽບກົດໝາຍ ແລະ ການປະຕິບັດ ລະບຽບກົດໝາຍ
- ສປປ ລາວ ແລະ ວຽດນາມ ສລອງວັນ ຄົບຮອບ 30 ປີ
- ທ່ານ Gordon Brown ຖືກແຕ່ງຕັ້ງ ໃຫ້ດຳຣົງຕຳແໜ່ງ ນາຍົກຣັຖມົນຕຣີ ແທນທ່ານ Tony Blair
- ກົດໝາຍ ໃນ ປະເທດ ສະຫະຣັຖ ອາເມຣິກາ
- ນາຍພົນວັງປາວ ພ້ອມດ້ວຍ ຜູ້ຮ່ວມງານ 8 ຄົນ ຖືກຕຳຣວດ ສະຫະຣັດຈັບ ຢູ່ຣັດ ຄາລີຟໍເນັຍ
- ສປປລາວ ປະນາມ ການສໍ້ລາດ ບັງຫລວງ
- ການເລືອກ ຕັ້ງໃນລາວ ແລະ ວຽດນາມ ຄືກັນແນວໃດ ແລະ ແຕກຕ່າງກັນ ແນວໃດ?
- ຣັຖບານລາວ ມີແຜນ ຈະສ້າງ ເຂື່ອນໄຟຟ້າ ໃສ່ແມ່ນ້ຳຂອງ ຫລາຍໆແຫ່ງ
- ກັມມະກອນລາວ ໄດ້ຮັບຜົນໂຍດ ແນວໃດ? ຈາກບົດບາດ ການສົ່ງເສີມ ກັມມະກອນລາວ
- ໂຄງການ ຫລຸດຜອ່ນ ຄວາມຍາກຈົນ ຂອງ ປະຊາຊົນ ທີ່ ແຂວງ ສວັນະເຂດ ຄາດວ່າ ຈະສຳເຣັດ ໃນ ປີ 2020
- ລາວ ແລະ ວຽດນາມ ຂະຫຍາຍການຮ່ວມມື ໃຫ້ແໜ້ນແຟ້ນ ຂື້ນຫາຼຍ ກວ່າເກົ່າ
- ທ່ານ George W Bush ປະທານາທິບໍດີ ຮຽກຮ້ອງໃຫ້ ສະຫະຣັດ ມີຄວາມອົດທົນ ໃນການທຳສົງຄາມ ອີ່ຣາກ
- ສປປລາວ ໄດ້ຮັບທຶນການຊ່ອຍເຫລືອ ໃນການປັບປຸງ ການປົກຄອງ ແລະ ປາບປາມ ການ ສໍ້ຣາຊບັງຫລວງ
- ໃນໄລຍະ 31 ປີ ສປປລາວ ຕິດໜີ້ ຕ່າງປະເທດ 2,500 ລ້ານດອນລ່າ ສະຫະຣັດ
- ປະທານາທິບໍດີ George W Bush ຂໍໃຫ້ ຣັຖສະພາ ໃຫ້ໂອກາດ ແກ່ ນະໂຍບາຍໃໝ່ ໃນການເຮັດ ສົງຄາມອີຣັ່ກ
- ກອງປະຊຸມສຸດຍອດອາຊ້ຽນຄັ້ງທີ່ 12 ທີ່ເມືອງເຊບູ່ ປະເທດ ຟີລິບປີນ
- ອະດີດຜູ້ນຳອີຣັກ ຊາດຳ ຮຸດເຊນ ຄວນຖືກປະຫານຊີວິດຫຼືບໍ່?
- ສປປ.ລາວ ປະນາມການສໍ້ລາດບັງຫຼວງ
- ຈີນ ແລະ ວຽດນາມ ກຳລັງແຂ່ງຂັນກັນຂະຫຍາຍອິດທິພົນ ຢູ່ໃນລາວ ແລະ ກຳພູຊາ
- ປະຊາທິປະໄຕໃນສະຫະຣັຖອາເມຣິກາ
- ການຮັກສາສຸກຂະພາບແລະການສຶກສາເປັນຂແນງທີ່ສຳຄັນ ສຳຣັບການພັທະນາຢູ່ໃນລາວ