ສປປ ລາວ ຈະກາຍເປັນ ແຫຼ່ງການຄ້າ ແລະ ການລົງທຶນ ຂອງ ສາທາຣະນະຣັດ ປະຊາຊົນຈິນ
2007.07.31

ສາທາຣະນະຣັດ ປະຊາທິປະໄຕ ປະຊາຊົນລາວ ຈະກາຍເປັນ ແຫຼ່ງການຄ້າ ແລະ ການລົງທຶນ ຂອງ ສາທາຣະນະຣັດ ປະຊາຊົນຈິນ ຫຼາຍກ່ວາ ປະເທດເພື່ອນບ້ານ ອື່ນໆ ໄດ້ພຽງໃດ.
ປັດຈຸບັນ ສາທາຣະນະຣັດ ປະຊາທິປະໄຕ ປະຊາຊົນລາວ ກາຍເປັນ ປະເທດນຶ່ງ ທີ່ພັກຄອມ ມິວນິສຈີນ ເອົາໃຈໃສ ່ໃຫ້ການຊ່ວຍເຫຼືອ ຮອບດ້ານ ແລະ ການລົງທຶນ ໃນຂແນງ ການຕ່າງໆ. ດັ່ງຈະເຫັນໄດ້ ຈາກລະດັບ ການຂຍາຍຕົວ ຂອງການຊ່ວຍເຫຼືອ, ການຄ້າ ແລະ ການລົງທຶນ ຂອງຈີນ ຕໍ່ສປປ.ລາວ ທີ່ເພີ້ມຂຶ້ນ ຢູ່ຕລອດ ໃນໄລຍະ 15 ປີມານີ້.
ນັ້ນເປັນປັດຈັຍສຳຄັນ ທີ່ຄ່ອຍໆ ສັນຍານເຖິງ ການດຶງດູດ ເອົາພັກປະຊາຊົນ ປະຕິວັດລາວ ຜູ້ຜູກຂາດ ອຳນາດ ແລະຣັດ ສປປ.ລາວ ເຂົ້າຢູ່ພາຍໃຕ້ ອິດທິພົນ ຂອງພັກ ຄອມມິວນິສຈີນ ຫຼາຍຂຶ້ນນັບມື້ ພາຍຫຼັງ ທີ່ພັກຄອມມິວນິສ ວຽດນາມຊຸກເຂົ້າ ປະເຊີນໜ້າ ຢ່າງເປີດແປນທາງ ດ້ານ ການເມືອງ-ແນວຄິດ ກັບ ພັກຄອມມິວນິສຈີນ ໃນທ້າຍຊຸມປີ 1970 ແລະຕົ້ນຊຸມປີ 1980.
ອາດມີຫຼາຍໆ ຄົນເຂົ້າໃຈວ່າ ສະພາບການ ພົວພັນລາວ-ຈີນ ປ່ຽນປີ້ນ ແບບໜ້າມື ເປັນຫຼັງມື ຄື ໃນສູ່ມື້ນີ້ ບັນຫາສຳຄັນ ກໍຍ້ອນວ່າ ພັກປະຊາຊົນ ປະຕິວັດລາວ ຂາດບ່ອນອີງ ພໍເປັນທີ່ເພີ່ງ ອັນສຳຄັນ ພາຍຫຼັງ ສະຫະພາບ ໂຊວຽດ ແລະຄ້າຍສັງຄົມນິຍົມ ພັງທະລາຍ ດັ່ງນັ້ນ ຈຶ່ງຈຳຕ້ອງໄດ ້ຂໍ ຄວາມເຫັນໃຈ ແລະ ຄືນດີກັບຈີນ ທັ້ງໆ ທີ່ຕົນເອງ ກໍຍັງມີທັດສະນະ ພື້ນຖານຢູ່ວ່າ ຈີນ ປະຕິບັດ ນະໂຍບາຍ ຂຍາຍ ອານາເຂດ ແຜ່ອຳນາດ ຊາດໃຫຍ່ຢູ່ຂົງເຂດ ຕາເວັນອອກສ່ຽງໃຕ້.
ໃນຊຸມປີຫຼັງນີ້ ລະຫວ່າງ ສອງປະເທດລາວ-ຈີນ ມີການແລກປ່ຽນ ຄະນະຜູ້ແທນ ຊຶ່ງກັນແລະກັນ ຫຼາຍສົມຄວນ ທັ້ງສາຍພັກ ແລະສາຍຣັດ, ທັງພະນັກງານ ທ້ອງຖິ່ນ ຮອດຜູ້ນຳສູງສຸດ ເຊັ່ນ ທ່ານ ຈູມມະລີ ໄຊຍະສອນ ປະທານ ປະເທດສປປ.ລາວ ໄປຢ້ຽມຢາມຈີນ ໃນເດືອນມິຸຖນາ ປີ 2006 ແລະ ທ່ານ ຮູຈິນຕ່າວ ປະທານ ປະເທດຈີນ ມາຢ້ຽມຢາມລາວ ໃນເດືອນພຶສຈິກາ ຂອງປີດຽວກັນ. ໃນປີນັ້ນ ໄດ້ມີການ ຕົກລົງກັນ ເພີ່ມທະວີ ການຮ່ວມມືກັນ ພັທນາເສຖກິດ, ການຄ້າ ແລະອື່ນໆ ໃຫ້ຫຼາຍຂື້ນ. ພ້ອມກັນນັ້ນ ກໍມີການຈັດຕັ້ງ ຄະນະ ກັມມາທິການ ຮ່ວມມືທາງເສຖກິດ, ການຄ້າ, ການລົງທຶນ ແລະ ທາງສັງຄົມ-ວັທນະທັມ ລະຫວ່າງລາວ-ຈີນ ມາໄດ້ 10 ປີ. ແລະໃນໄລຍະ 10 ປີມານີ້ ຈີນ ໃຫ້ການຊ່ວຍເຫຼືອ ແກ່ລາວ ຊຶ່ງໃນນັ້ນ ເປັນການຊ່ວຍເຫຼືອ ລ້າ ດ້ວຍມູນຄ່າຫຼາຍກ່ວາ 2,300 ລ້ານຢວນ ແລະ ເງິນກູ້ໄລຍະຍາວ ບໍ່ມີດອກເບັ້ຽ ທີ່ທາງການຈີນ ໃຫ້ຣັຖບານລາວ ຫຼາຍກ່ວາ 350 ລ້ານ ດອນລ່າສະຫະຣັດ ແລະ ສິ່ງທີ່ເປັນອັນເອກອ້າງ ຢູ່ນະຄອນ ຫຼວງວຽງຈັນກໍຄື ຫໍວັທນະທັມ ທີ່ສ້າງສຳເຣັດແລ້ວ ແລະສນາມກິລາ ແຫ່ງໃໝ່ທີ່ຈີນກຳລັງສ້າງ ໃຫ້ຢູ່ໃນປັດຈຸບັນ.
ສຳລັບ ໂຄງການ ກູ້ຢືມສິນເຊື່ອ, ໂຄງການ ກູ້ຢືມແບບ ບໍ່ມີດອກເບັ້ຽ ເຊັ່ນ ຊື້ຍົນໂດຍສານ MA 60, ສາຍສົ່ງໄຟຟ້າ ປາກເຊ-ບ້ານບຸ່ນ ຄອນພະເພັງ, ປັບປຸງໄຟຟ້ານະຄອນຫຼວງ, ສາຍສົ່ງໄຟຟ້າ ວຽງຈັນ-ຫຼວງພຣະບາງ, ເຂື່ອນໄຟຟ້ານ້ຳມັງ 3, ເຂື່ອນໄຟຟ້ານ້ຳກໍ ແຂວງ ອຸດົມໄຊ ຊຶ່ງແກ່ຍາວມາແຕ່ປີ 1994 ແລະ ໂຄງການອື່ນໆ ທີ່ກຳລັງ ດຳເນີນການ ຢູ່ໃນປັດຈຸບັນ. ແລະ ບໍ່ຄວນລືມວ່າ ການທີ່ສປປ.ລາວ ສາມາດ ສ້າງຄວາມທຸ່ນທ່ຽງ ໃຫ້ແກ່ເງິນກີບໄດ້ ໃນໄລຍະ ວິກິດການ ປີ 1998-1999 ນັ້ນ ກໍຍ້ອນຈີນ ໃຫ້ ການຊ່ວຍເຫຼືອ ດ້ວຍເງິນ ກູ້ແບບ ບໍ່ມີດອກເບັ້ຽ ນັ້ນເອງ.
ທາງດ້ານ ການລົງທຶນ ການຄ້າລະຫວ່າງ 2 ປະເທດ ກໍມີການເພີ້ມ ທະວີຂຶ້ນຢູ່ຕລອດ. ເວົ້າ ສະເພາະແຕ່ປີ 1990 ຫາປີ 2000 ຈີນ ໄດ້ລົງທຶນ ຢູ່ລາວຈຳນວນ 236 ໂຄງການໃນ 12 ຂແນງການ ດ້ວຍມູນຄ່າ ຫຼາຍກ່ວາ 876 ລ້ານ ດອນລ່າ ສະຫະຣັດ. ແລະ ເຖິງທ້າຍປີ 2007 ນີ້ ຖ້າຫາກມີ ການໄລ່ຮວມໃສ່ ໂຄງການ ສ້າງເຂື່ອນໄຟຟ້າ ນ້ຳລີກ 1 ແລະ 2 ທີ່ມີມູນຄ່າ 130 ລ້ານ ດອນລ່າ ສະຫະຣັດ ແລະເຂື່ອນນ້ຳອູ 8 ດ້ວຍມູນຄ່າ 700 ກ່ວາລ້ານ ດອນລ່າ ສະຫະຣັດແລ້ວ ຍອດມູນຄ່າ ການລົງທຶນ ຂອງຈີນຢູ່ລາວ ຈະມີຫຼາຍກ່ວາ 1 ຕື້ ດອນລ່າ ສະຫະຣັດ ແລະຈີນ ຈະກາຍເປັນ ປະເທດອັນດັບທີ່ 2 ຮອງ ຈາກປະເທດໄທ ທິ່ມີຍອດມູນຄ່າ ການລົງທຶນ ຢູ່ສປປ.ລາວ ຫຼາຍທີ່ສຸດນັ້ນ.
ເວົ້າແຕ່ສະເພາະ ການຊ່ອຍເຫຼືອ ໃຫ້ແກ່ລາວ ໃນແຜນພັທນາ ເສຖກິດ-ສັງຄົມ ສົກປີ 2006-2007 ແລະ ຕໍ່ໄປເຖິງປີ 2007-2008 ນັ້ນ ຈີນກໍໄດ ້ຕົກລົງໃຫ້ການຊ່ອຍເຫືຼອ ທາງດ້ານ ງົປມານ ໄປແລ້ວ ດ້ວຍມູນຄ່າ ທັງໝົດເຖິງ 2,400 ລ້ານຢວນ. ໃນນັ້ນ ມີການຊ່ວຍເຫຼືອລ້າ 602 ລ້ານຢວນ, ເງິນກູ້ບໍ່ມີດອກເບັ້ຽ 509 ລ້ານຢວນ ແລະ ເງິນກູ້ໄລຍະຍາວ ດອກເບັ້ຽຕ່ຳ 1,289 ລ້ານຢວນ. ນອກຈາກນີ້ ຍັງຈະໃຫ້ ້ທຶນການສຶກສາ ແກ່ນັກສຶກສາ ແລະ ພະນັກງານ ພັກ-ຣັດລາວ ໄປຮຽນຢູ່ຈີນ ຢ່າງນ້ອຍ ປີລະ 230 ທຶນຕື່ມອີກ.
ແລະຖ້າເວົ້າເຖິງ ທິດທາງການລົງທຶນ ຢູ່ສປປ.ລາວ ນອກຈາກ ຈະສົນໃຈ ໃນຂແນງ ການໄຟຟ້າ ນ້ຳຕົກ ແລະ ບໍ່ແຮ່ແລ້ວ ສ່ວນໃຫຍ່ ຈີນເລັ່ງໃສ່ ໂຄງສ້າງພື້ນຖານ ເປັນຕົ້ນ ຖນົນຫົນທາງ ຢູ່ລາວ ເພື່ອຈີນ ຈະໄດ້ຜ່ານໄປ ກຳພູຊາ, ໄປໄທ, ມາເລເຊັຽ, ສິງກະໂປ ແລະ ການດັດແປງ ເສັ້ນທາງເດີນເຮືອ ດ້ວຍ ການລະເບີດ ແກ້ງຫີນ ຕາມລຳແມ່ນ້ຳຂອງ ເພື່ອການເດີນເຮືອ ສິນຄ້າ ຂນາດໃຫຍ່ຂອງຈີນ, ຈົນເຮັດໃຫ້ ເກີດມີ ຄວາມວິຕົກ ກັງວົນກັນວ່າ ສິ່ງດັ່ງກ່າວ ຈະນຳຜົນສະທ້ອນ ອັນບໍ່ດີ ໃສ່ລະບົບນິເວດ ວິທຍາ ແລະສິ່ງແວດລ້ອມ ແລະ ຈະສ້າງຄວາມ ເສັຽຫາຍອັນໃຫຍ່ຫຼວງ ໃຫ້ແກ່ ສິ່ງທີ່ມີຊີວິດ ຢູ່ໃນນ້ຳ ແລະການທຳມາຫາກິນ ຂອງປະຊາຊົນ ເປັນຕົ້ນ ໃນການຫາປາ ແລະ ການປູກຝັງ-ລ້ຽງສັດ ເປັນຕົ້ນ.
ວິເຄາະໂດຍ: ຈຳປາທອງ
ບົດວິເຄາະ
- ການອອກລະບຽບກົດໝາຍ ແລະ ການປະຕິບັດ ລະບຽບກົດໝາຍ
- ສປປ ລາວ ແລະ ວຽດນາມ ສລອງວັນ ຄົບຮອບ 30 ປີ
- ທ່ານ Gordon Brown ຖືກແຕ່ງຕັ້ງ ໃຫ້ດຳຣົງຕຳແໜ່ງ ນາຍົກຣັຖມົນຕຣີ ແທນທ່ານ Tony Blair
- ກົດໝາຍ ໃນ ປະເທດ ສະຫະຣັຖ ອາເມຣິກາ
- ນາຍພົນວັງປາວ ພ້ອມດ້ວຍ ຜູ້ຮ່ວມງານ 8 ຄົນ ຖືກຕຳຣວດ ສະຫະຣັດຈັບ ຢູ່ຣັດ ຄາລີຟໍເນັຍ
- ສປປລາວ ປະນາມ ການສໍ້ລາດ ບັງຫລວງ
- ການເລືອກ ຕັ້ງໃນລາວ ແລະ ວຽດນາມ ຄືກັນແນວໃດ ແລະ ແຕກຕ່າງກັນ ແນວໃດ?
- ຣັຖບານລາວ ມີແຜນ ຈະສ້າງ ເຂື່ອນໄຟຟ້າ ໃສ່ແມ່ນ້ຳຂອງ ຫລາຍໆແຫ່ງ
- ກັມມະກອນລາວ ໄດ້ຮັບຜົນໂຍດ ແນວໃດ? ຈາກບົດບາດ ການສົ່ງເສີມ ກັມມະກອນລາວ
- ໂຄງການ ຫລຸດຜອ່ນ ຄວາມຍາກຈົນ ຂອງ ປະຊາຊົນ ທີ່ ແຂວງ ສວັນະເຂດ ຄາດວ່າ ຈະສຳເຣັດ ໃນ ປີ 2020
- ລາວ ແລະ ວຽດນາມ ຂະຫຍາຍການຮ່ວມມື ໃຫ້ແໜ້ນແຟ້ນ ຂື້ນຫາຼຍ ກວ່າເກົ່າ
- ທ່ານ George W Bush ປະທານາທິບໍດີ ຮຽກຮ້ອງໃຫ້ ສະຫະຣັດ ມີຄວາມອົດທົນ ໃນການທຳສົງຄາມ ອີ່ຣາກ
- ສປປລາວ ໄດ້ຮັບທຶນການຊ່ອຍເຫລືອ ໃນການປັບປຸງ ການປົກຄອງ ແລະ ປາບປາມ ການ ສໍ້ຣາຊບັງຫລວງ
- ໃນໄລຍະ 31 ປີ ສປປລາວ ຕິດໜີ້ ຕ່າງປະເທດ 2,500 ລ້ານດອນລ່າ ສະຫະຣັດ
- ປະທານາທິບໍດີ George W Bush ຂໍໃຫ້ ຣັຖສະພາ ໃຫ້ໂອກາດ ແກ່ ນະໂຍບາຍໃໝ່ ໃນການເຮັດ ສົງຄາມອີຣັ່ກ
- ກອງປະຊຸມສຸດຍອດອາຊ້ຽນຄັ້ງທີ່ 12 ທີ່ເມືອງເຊບູ່ ປະເທດ ຟີລິບປີນ
- ອະດີດຜູ້ນຳອີຣັກ ຊາດຳ ຮຸດເຊນ ຄວນຖືກປະຫານຊີວິດຫຼືບໍ່?
- ສປປ.ລາວ ປະນາມການສໍ້ລາດບັງຫຼວງ
- ຈີນ ແລະ ວຽດນາມ ກຳລັງແຂ່ງຂັນກັນຂະຫຍາຍອິດທິພົນ ຢູ່ໃນລາວ ແລະ ກຳພູຊາ
- ປະຊາທິປະໄຕໃນສະຫະຣັຖອາເມຣິກາ
- ການຮັກສາສຸກຂະພາບແລະການສຶກສາເປັນຂແນງທີ່ສຳຄັນ ສຳຣັບການພັທະນາຢູ່ໃນລາວ
- ແຜນການພັທນາ ແຜນໃໝ່ ຂອງຣັຖບານລາວ
- ຜົນໄດ້ແລະຜົນເສັຽໃນການເຂົ້າຮ່ວມການຄ້າເສຣີ
- ສະພາບການໃນປະເທດໃທຽສ້າງຄວາມວິຕົກໃຫ້ແກ່ ບັນດາຜູ້ນຳປະເທດອາຊ້ຽນ
- ການເຮັດຣັຖປະຫານຢຶດອຳນາດ ; ໃນປະເທດໄທ ອາດຈະມີຜົນກະທົບບາງຢ່າງຕໍ່ສປປລາວ