ອິສຣະພາບໃນການ ເຊື່ອຖືສາສນາໃນລາວ
ໃນຂະນະທີ່ ທາງການລາວ ອະນຸຍາດ ໃຫ້ຈັດພິທີ ທາງສາສນາ ໃນບາງ ກໍຣະນີ ແຕ່ ຣັຖບານລາວ ຍັງສືບຕໍ່ ເອົາມາຕການ ອັນເຂັ້ມງວດ ໃນການນັບຖື ສາສນາ ຂອງປະຊາຊົນ ລາວ ໃນປະເທດ ຊຶ່ງເຫັນໄດ້ຈາກ ການຈັບກຸມ ແລະບັງຄັບ ໃຫ້ປະຊາຊົນ ປະຖີ້ມການ ເຊື່ອຖືສາສນາ ແລະ ປະກອບກິຈກັມ ໃນສາສນາ ອື່ນໆ. ດັ່ງນັ້ນ ກັມມະທິການ ອິສຣະພາບ ໃນການເຊື່ອຖື ສາສນາ ສາກົນ ຂອງ ສະຫະຣັຖ ອະເມຣີກາ ຈຶ່ງຈັດ ສປປລາວ ເຂົ້າໃນບັນຊີ ຂອງປະເທດ ທີ່ຖືກຕິດຕາມ ແລະສີ້ງຊອມ ຢູ່ຕໍ່ໄປ. ໂພໄຊສວັດ ມີບົດຄວາມ ມາສເນີທ່ານ ໃນອັນດັບຕໍ່ໄປ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"