ເສຖກິດ ຝືດເຄືອງ ໃນໄທ ສົ່ງຜົນກະທົບ ຕໍ່ແຮງງານລາວ
2008.11.20
ໂລກປັດຈຸບັນ ການເງິນ ຕົກຢູ່ໃນສະພາບວິກິດການ ແລະ ເສດຖະກິດ ກໍປະເຊີນກັບ ຄວາມຫຍູ້ງຍາກ. ເມື່ອເປັນຄືແນວນັ້ນ ບໍ່ວ່າ ຈະເປັນປະເທດຮັ່ງມີ ທີ່ຂະຫຍາຍຕົວ ທາງດ້ານອຸດສະຫະກຳ ສູງ ຫລື ວ່າຈະເປັນປະເທດ ທີ່ກຳລັງ ພັດທະນາ ຫລື ດ້ອຍພັດທະນາ ຕ່າງກໍໄດ້ ຮັບຜົນກະ ທົບ ໄປໃນທາງທີ່ບໍ່ດີ ຕາມໆກັນ. ໃນນັ້ນ ກໍມີປະເທດໄທ ຮວມຢູ່ດ້ວຍ. ໃນເມື່ອ ເສຖກິດ ໄທຝຶດເຄືອງ, ຊຶ່ງເປັນປະເທດ ທີ່ມີຄົນງານລາວ ໄປເຮັດວຽກ ຢູ່ຫລາຍແສນຄົນນັ້ນ ປະເຊີນກັບ ບັນຫາ ຫຍູ້ງຍາກ ຄືດັ່ງກ່າວ ກໍອາດ ໜີບໍ່ພົ້ນ ຈາກການທີ່ ຄົນງານລາວ ຈະໄດ້ຮັບ ຜົນກະທົບ ແບບເປັນເງົາ ຕາມຕົວ.