ໂຮງງານໄຟຟ້າລິກໄນ ທີ່ເມືອງຫົງສາ

ໄຟຟ້າ ເປັນສິ່ງຈໍາເປັນ ຫລາຍໃນຍຸກ ພັທນາ ຊຶ່ງຢູ່ລາວ ສາມາດຜລິດ ຂຶ້ນມາໃຊ້ ຢູ່ພາຍ ໃນປະເທດ ແລະຂາຍໃຫ້ ປະເທດເພື່ອນ ບ້ານໃກ້ຄຽງ ນໍາດ້ວຍ. ນອກຈາກເຂື່ອນແລ້ວ ທາງການລາວ ຍັງຈະມີ ໂຮງງານໄຟຟ້າ ລິກໄນ ທີ່ເມືອງຫົງສາ ແຂວງໄຊຍະບູຣີ ຊຶ່ງປະຊາຊົນ ທັງຊາວລາວ ແລະຊາວໄທ ມີຄວາມກັງວົນ ນໍາຜົນກະທົບ ຕໍ່ພວກຕົນ ແລະ ສິ່ງແວດລ້ອມ ນໍາ0ດ້ວຍ. ຈໍາປາທອງ ມີລາຍງານ ກ່ຽວກັບເລື່ອງນີ້ ມາສເນີທ່ານ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
ຈໍາປາທອງ
2010.05.13

ກະແສໄຟຟ້າ ເປັນສິ່ງຈຳເປັນ ຫລາຍໃນຍຸກ ພັທນາເສດຖກິດ ສັງຄົມ ຊຶ່ງຢູ່ ລາວ ຈະສາມາດຜລິດ ຂຶ້ນມາຈົນເຫລືອໃຊ້ ຢູ່ພາຍໃນ ປະເທດ ແລະຂາຍໃຫ້ ປະເທດ ເພື່ອນບ້ານໃກ້ຄຽງ ເປັນຕົ້ນປະເທດໄທ.

ນອກຈາກເຂື່ອນ ໄຟຟ້ານ້ຳຕົກ ທີ່ໄດ້ສ້າງ ຫຼືກຳລັງສ້າງ ແລະຈະສ້າງ ຢູ່ແມ່ນ້ຳລຳທານ ຮວມທັງ ຢູ່ແມ່ນ້ຳຂອງ ຊຶ່ງໃນປີ 2009 ຜ່ານມານີ້ ໂຄງການຜູ້ຜລິດ ໄຟຟ້າ ພາກເອກກະຊົນ IPP ສາມາດຜລິດ ກະແສໄຟຟ້າ ໄດ້ທັງໝົດ 3,799.45 ລ້ານ ກິໂລວັດໂມງ ຊຶ່ງໃນນັ້ນເປັນຂອງ ໄຟຟ້າລາວ 1,655.91 ລ້ານ ກິໂລວັດໂມງ ແລ້ວທາງການລາວ ຍັງຈະມີໂຮງງານ ໄຟຟ້າຖ່ານຫີນ ລິກໄນ ທີ່ເມືອງຫົງສາ ແຂວງໄຊຍະບູຣີ ອີກ ຊຶ່ງປະຊາຊົນ ທັງລາວ ແລະໄທ ມີຄວາມວິຕົກ ກັງວົນນຳຜົນ ກະທົບ ທີ່ອາດຈະເກີດ ຂຶ້ນຕໍ່ພວກຕົນ ແລະທັງ ຕໍ່ສິ່ງແວດລ້ອມ. ໂຮງງານໄຟຟ້າ ຖ່ານຫີນລິກໃນ ທີ່ວ່ານັ້ນເປັນ ໂຄງການຮ່ວມລົງທຶນ ຣະຫວ່າງ ບໍຣິສັດໄຟຟ້າ ຣາຊບູຣີຈຳກັດ (ມະຫາຊົນ) ແລະບໍຣິສັດ ບ້ານປູຈຳກັດ (ມະຫາຊົນ) ຈາກປະເທດໄທ ກັບ ຣັດວິສາຫະກິດ ໄຟຟ້າລາວ ໂດຍທີ່ 2 ບໍຣິສັດໃຫຍ່ຂອງໄທ ຖືຮຸ້ນຜູ້ລະ 40% ແລະ 20% ເປັນຂອງ ຣັຖບານລາວ. ໂຄງການນັ້ນກວມ ເອົາເນື້ອທີ່ 60 ກິໂລແມັດ ມົນທົນ ແລະຈະລົງທຶນທັງໝົດ ປະມານ 4,000 ລ້ານໂດລາ ສະຫະຣັດ ໂຄງການນີ້ ສຳປະທານ ໃນຣະຍະ 25 ປີ.

ການລົງທຶນໃນ ໂຄງການ ແບ່ງອອກເປັນ 2 ພາກສ່ວນ ຄືພາກສ່ວນນຶ່ງ ປະມານ 3,000 ລ້ານໂດລາ ເປັນການລົງທຶນ ສ້າງໂຮງງານຜລິດ ກະແສໄຟຟ້າ ແລະ ອີກພາກສ່ວນນຶ່ງ ເປັນການລົງທຶນ ຂຸດຖ່ານຫີນ ຊຶ່ງຄາດວ່າ ຈະເລີ່ມລົງມື ປະຕິບັດ ໃນປີ 2010 ນີ້.

ໂຮງງານໄຟຟ້າ ຫົງສາລິກໃນ ເປັນໂຮງງານ ຂນາດໃຫຍ່ທີ່ ຈະສາມາດຜລິດ ກະແສໄຟຟ້າ ໄດ້ເຖິງ 1,878 MW. ໃນນັ້ນ ຈະຂາຍໃຫ້ໄທ 1,470 MW ໃນປີ 2015, ສ່ວນທີ່ເຫລືອ ເອົາໄວ້ໃຊ້ພາຍ ໃນປະເທດລາວ ເອງ.

ເມື່ອທ້າຍປີຜ່ານມາ ໄດ້ມີການລົງນາມ ໃນຂໍ້ຕົກລົງ ສຳປະທານ ໂຄງການໄຟຟ້າ ຫົງສາລິກໃນ ຣະຫວ່າງ ທ່ານ ທອງມີ ພົມວິໄຊ ຮອງຣັຖມົນຕຣີ ກະຊວງແຜນການ ແລະ ການລົງທຶນຂອງລາວ  ແລະ ທ່ານ ທະວັດ ວິມົນສາຣະວົງ ຜູ້ຕາງໜ້າ ບໍຣິສັດ ພລັງງານຫົງສາ ທີ່ນະຄອນຫລວງ ວຽງຈັນ.

ຕາມຂ່າວວ່າ ການໄຟຟ້າຝ່າຍ ຜລິດ ແຫ່ງປະເທດໄທ ຫລື EGAT ໄດ້ຕົກລົງທີ່ ຈະຊື້ກະແສ ໄຟຟ້າຈຳນວນ 1,473 MW ຈາກ ໂຮງງານໄຟຟ້າ ຫົງສາລິກໄນ ຕາມບັນທຶກຄວາມ ເຂົ້າໃຈ Tariff Memorandum ທີ່ໄດ້ເຊັນກັນ ເມື່ອເດືອນ ພຶສພາ ປີ 2009 ຜ່ານມາ.

ໃນວັນທີ 8 ກຸມພາ 2010 ນີ້ ກໍມີຂ່າວອີກ ວ່າໂຮງງານໄຟຟ້າ ຫົງສາລິກໄນ ຕຽມການເຊັນສັນຍາ ຊື້-ຂາຍ ກະແສໄຟຟ້າ ກັບການໄຟຟ້າ ຝ່າຍຜລິດແຫ່ງ ປະເທດ
ໄທ ແລະທາງບໍຣິສັດ ກໍຢູ່ໃນຣະຫວ່າງ ການເກັບກຳຂໍ້ມູນ ຕ່າງໆ ກ່ຽວກັບ ຜົນກະທົບ ທີ່ອາດຈະເກີດຂຶ້ນ ຕໍ່ປະຊາຊົນ ແລະສິ່ງແວດລ້ອມ ດັ່ງເຈົ້າໜ້າທີ່ ຜແນກພລັງງານ ແລະບໍ່ແຮ່ແຂວງ ໄຊຍະບູຣີ ໄດ້ເວົ້າວ່າ ເຂົາເຈົ້າເຊັນ CA ແລ້ວ ສັນຍາກໍ່ສ້າງ ແຕ່ວ່າການ ເຈຣະຈາໄຟນີ້ ເຂົາເຈົ້າກໍເຈຣະຈາ ຄັ້ງນຶ່ງແລ້ວ ມັນມີການເໜັງຕີງ ໃນການກໍ່ສ້າງເນາະ ແລ້ວເຂົາເຈົ້າຍັງ ເຈຣະຈາກັນ ຕື່ມຢູ່ບໍ ເຂົາຕົກລົງຊື້ແລ້ວ ແຕ່ວ່າເຂົາເຈຣະຈາ ເລື່ອງຣາຄາກັນ.

ທ່ານໄດ້ເວົ້າຕື່ມ ອີກວ່າ ການເຊັນສັນຍາ ກໍ່ສ້າງ ໂຮງງານໄຟຟ້າ ນັ້ນມີຂຶ້ນໃນ ເດືອນພຶສຈິກາ ຂອງປີຜ່ານມາ ແລະວ່າອາດມີ ການເຈຣະຈາ ປັບຣາຄາຊື້ຂາຍ ກະແສ
ໄຟຟ້າກັນໃໝ່ ຍ້ອນທາງບໍຣິສັດ ປະສົບກັບບັນຫາ ທາງດ້ານການເງິນ ທີ່ເກີດຈາກ ວິກິດການຂອງ ເສຖກິດໂລກ.

ບໍ່ພຽງເທົ່ານັ້ນ ໂຄງການສ້າງ ໂຮງງານໄຟຟ້າ ຖ່ານຫີນລິກໃນ ນີ້ຍັງຈະຕ້ອງ ຄຳນຶງເຖິງຜົນ ກະທົບທາງດ້ານ ຕ່າງໆທີ່ອາດຈະ ເກີດຂຶ້ນ ຕໍ່ປະຊາຊົນ ເປັນຕົ້ນ ຜູ້ທີ່ຢູ່ໃນເຂດ ຂອງໂຄງການແລະ ຕໍ່ສິ່ງແວດລ້ອມ ຊຶ່ງມີບົດຮຽນ ອັນໜັກໜ່ວງມາແລ້ວ ຢູ່ໃນປະເທດໄທ.

ຕາມການສຳຣວດ ໂຄງການນີ້ມີຜົນ ກະທົບ ໃສ່ປະຊາຊົນ ຈຳນວນ 5 ໝູ່ບ້ານທີ່ມີ ປະມານ 367 ຄອບຄົວ ທີ່ຈະຕ້ອງໄດ້ ຖືກໂຍກຍ້າຍອອກ ຈາກພື້ນທີ່ທີ່ ໂຄງການ
ກວມເອົາ ຊຶ່ງເຈົ້າໜ້າທີ່ ຫ້ອງການ ສິ່ງແວດລ້ອມ ແຂວງໄຊຍະບູຣີ ເວົ້າວ່າ ທາງໂຄງການເພີ່ນ ກໍໄດ້ມີບົດສຶກສາ ຜົນກະທົບສິ່ງ ແວດລ້ອມ ດ້ານສິ່ງແວດລ້ອມ ທາງເສຖກິດ ແລະສັງຄົມ ເພີ່ນໄດ້ຂຽນບົດ ອອກລະອຽດແລ້ວ ເຫັນດີເປັນ ເອກກະພາບກັນ ໝົດແລ້ວຕົວຈິງ ເພີ່ນກໍໄດ້ສຶກສາ ໝົດແລ້ວ ມີກໍສິມີໜ້ອຍ ແຕ່ສ່ວນວ່າ ການໂຍກຍ້າຍ ປະຊາຊົນ ອອກຈາກພື້ນທີ່ ໂຄງການນັ້ນ ຍັງຢູ່ໃນຂັ້ນຕອນ ຂອງການສຳຣວດ ດັ່ງເຈົ້າໜ້າທີ່ ຜແນກພລັງງານ ແລະບໍ່ແຮ່ ແຂວງໄຊຍະບູຣີ ໄດ້ເວົ້າວ່າ  ຍັງເກັບກຳ ຂໍ້ມູນອີກຕື່ມ ສລຸບບໍ່ທັນໄດ້ ເຂົາເຈົ້າຍັງລົງມືຢູ່ ເພາະມັນມີພື້ນທີ່ ບາງສ່ວນທີ່ຄິດວ່າ ມັນຈະມີ ຜົນກະທົບ ແຕ່ເຂົາເຈົ້າຄາດ ກະວ່າຢ້ານມີ ຜົນກະທົບ ເຂົາເຈົ້າ ຍັງລົງຢູ່ດຽວນີ້ນະ ຈາກການສຳຣວດ ພື້ນທີ່ຂອງຊາວໄທ ກຸ່ມນຶ່ງທີ່ເຜີຍແພ່ ທາງ ເວບ ບຣອກ OK Nation ວ່າ ໂຄງການນີ້ ຈະມີການຈັດຕັ້ງ ຣະບົບປ້ອງ ກັນສຽງດັງ ແລະປ້ອງກັນ ຝຸ່ນຄວັນ ບໍ່ໃຫ້ອອກສູ່ ສະພາບແວດລ້ອມ ໂດຍຈະມີການສ້າງ ປ່ອງຄວັນ ສູງທີ່ສຸດ ເພື່ອໃຫ້ຄວັນ ທີ່ເກີດຈາກການ ເຜົາຖ່ານຫີນນັ້ນ ພົ້ນ ຈາກປະຊາຊົນ ທີ່ອາໃສຢູ່ ໃນບໍຣິເວນ ໃກ້ຄຽງ.

ແລະທາງບໍໍຣິສັດ ບ້ານປູ ເປີດເຜີຍວ່າ ໄດ້ມີການກະກຽມ ງົບປະມານ ໄວ້ແລ້ວຈຳນວນ 15 ລ້ານໂດລາ ສະຫະຣັດ ເພື່ອຈັດສັນ ສະຖານທີ່ຢູ່ ໃໝ່ ໃຫ້ຊາວບ້ານ ທີ່ໄດ້ຮັບ ຜົນກະທົບນັ້ນ. ກ່ຽວກັບເລື່ອງນີ້ ທ່ານ ສົມມີ ໄຊຍະລາດ ຫົວໜ້າຫ້ອງການ ວິທຍາສາດ ເທັກໂນໂລຢີ ແລະສິ່ງແວດລ້ອມ ແຂວງໄຊຍະບູຣີ ໄດ້ເປີດເຜີຍ ເມື່ອກ່ອນນັ້ນວ່າ ຕາມແຜນການ ດຳເນີນງານຂອງ ບໍຣິສັດ ແມ່ນເດືອນ 6 ປີ 2008 ຈະໂຍກຍ້າຍ ບ້ານນຶ່ງກ່ອນ ແລະເດືອນ 6 ປີ 2009 ຈະໂຍກຍ້າຍ 4 ບ້ານ ການລົງທຶນ ໂຍກຍ້າຍປະຊາຊົນ ແມ່ນ 15 ລ້ານໂດລາ ດຽວນີ້ເຂົາເຈົ້າ ກຳລັງລິເລີ່ມ ເລື່ອງຈັດບ່ອນ ທຳການຜລິດ ຂອງປະຊາຊົນ.

ເວົ້າເຖິງຜົນກະທົບ ທີ່ຈະເກີດຈາກ ໂຄງການໄຟຟ້າ ຫົງສາລິກໄນ ນີ້ປະຊາຊົນ ລາວຍັງບໍ່ມີການ ເຄື່ອນໄຫວໂຕ້ຕອບ ຢ່າງເປີດເຜີຍ ແບບເປັນຂະບວນ ແນວໃດ ມີແຕ່ ປະຊາຊົນໄທ ໄດ້ອອກມາປະທ້ວງ ຂັດຄ້ານ ຊຶ່ງທາງການລາວ ຖືວ່າເປັນ ກໍຣະນີພິເສດ.

ແລະເມື່ອໄວໆນີ້ ໜັງສືພິມ ຜູ້ຈັດການ ກໍອອກຂ່າວວ່າ ຊາວບ້ານບ້ານ ຫ້ວຍຄຶງ, ຕາແສງ ແມ່ເໜາະ, ເມືອງ ແມ່ເໝາະ, ແຂວງ ລຳປາງ ຈຳນວນ 300 ກວ່າຄົນ ຊຸມນຸມປະທ້ວງ ການໄຟຟ້າຝ່າຍຜລິດ ແຫ່ງປະເທດໄທ ເນື່ອງຈາກວ່າ ໄດ້ຮັບຜົນກະທົບ ຈາກຖ່ານຫີນລິກໄນ ທາງເລື່ອງຂອງ ກິ່ນເໝັນ, ສຽງດັງ, ຂີ້ຝຸ່ນ, ການສັ່ນ ສະເທືອນ ຈົນບ້ານເຮືອນແຕກແຫງ.

ແຕ່ມາເຖິງວັນທີ 11 ພຶສພາ 2010 ການຊຸມນຸມ ປະທ້ວງທີ່ວ່ານັ້ນ ໄດ້ຍຸຕິລົງແລ້ວ ພາຍຫລັງທີ່ໄດ້ ຮັບເງື່ອນໄຂວ່າ ຈະຊ່ວຍອົພຍົບ ຊາວບ້ານອອກໄປ ຈາກພື້ນທີ່ ທີ່ໄດ້ຮັບຜົນ ກະທົບນັ້ນ ພາຍໃນລະຍະ 3 ປີ ພ້ອມທັງຈະຈັດ ສວັດດີການໃຫ້.

ໂຮງງານໄຟຟ້າ ຖ່ານຫິນລິກໄນ ແມ່ສອດ ກໍເປັນໂຄງການ ຂນາດໃຫຍ່ ທີ່ທາງການໄທ ເວົ້າເຖິງຄວາມຈະເຣີນ ແລະການພັທນາ ປະເທດ ເພື່ອຜົນປະໂຫຍດ ຂອງປະຊາຊົນ ສ່ວນໃຫຍ່ ໂດຍຖືເບົາ ຜົນກະທົບ ທີ່ເກີດຂຶ້ນກັບ ປະຊາຊົນ ໃນພື້ນທີ່ນັ້ນ.

ຄວາມເດືອດຮ້ອນ ທີ່ຊາວບ້ານ ຊຶ່ງຢູ່ຮອບໆ ບໍຣິເວນ ໂຮງງານໄຟຟ້າ ຖ່ານຫີນລິກໄນ ໄດ້ຮັບນັ້ນ ກໍມີຫລາຍຢ່າງ ນອກຈາກ ມົລພິດທາງອາກາດ ແລ້ວກໍເປັນ ສຽງດັງ, ການສັ່ນສະເທືອ, ກິ່ນເໝັນ, ຂີ້ຝຸ່ນ ທີ່ເປັນອັນຕະລາຍ ຕໍ່ສຸຂພາບ ເຮັດໃຫ້ ເຈັບຕາ, ຕັນດັງ, ຄັນຄໍ; ກະທົບໃສ່ທາງ ເດີນຫາຍໃຈ ຫາຍໃຈລຳບາກ, ແໜ້ນໜ້າເອີກ, ເປັນຫືດ, ຫົວໃຈເຕັ້ນໄວ, ໃຈສັ່ນ, ວິນຫົວ, ມີອາການຊຳເຮື້ອ ຈົນປະຊາຊົນ ລົ້ມປ່ວຍ ແລະເສັຍຊີວິດ ຫລາຍເພີ້ມຂຶ້ນ. ບໍ່ພຽງເທົ່ານັ້ນ ຍັງກະທົບໃສ່ ທາງດ້ານການ ກະສິກັມ ເຮັດໃຫ້ການປູກຝັງ ໄດ້ຮັບຄວາມເສັຍຫາຍ ແລະສັດລ້ຽງຂອງ ປະຊາຊົນ ລົ້ມຕາຍຫລາຍ.

ທັງໝົດທີ່ວ່ານັ້ນ ສົ່ງຜົນກະທົບ ອັນບໍ່ດີໂດຍກົງ ໃສ່ວິຖີຊີວິດ ດັ້ງເດີມ ຂອງປະຊາຊົນ ທີ່ເຄີຍເປັນມາ ຢ່າງມີ ຄວາມສງົບສຸກ ປ່ຽນແປງໄປ ຊຶ່ງມີຫາງສຽງວ່າ ຜົນກະທົບ ທີ່ຊາວໄທໄດ້ ຮັບຢູ່ໃນ ຂະນະນີ້ ປະຊາຊົນລາວ ກໍຈະອາດໜີ ບໍ່ມົ້ມ ພາຍຫລັງທີ່ ໂຮງງານໄຟຟ້າ ຖ່ານຫີນລິກໄນ ຢູ່ເມືອງຫົງສາ ແຂວງໄຊຍະບູຣີ ສ້າງສຳເຣັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.