ຣັຖບານລາວ ມີແຜນ ຈະສ້າງ ເຂື່ອນໄຟຟ້າ ໃສ່ແມ່ນ້ຳຂອງ ຫລາຍໆແຫ່ງ
2007.05.16
ຣັຖບານລາວ ມີແຜນຈະສ້າງເຂື່ອນໄຟຟ້າ ໃສ່ແມ່ນ້ຳຂອງ ຫລາຍໆແຫ່ງ ເຊັ່ນ ເຂື່ອນ ໄຊຍະບຸຣີ ແລະ ເຂື່ອນ ດອນສະຫົງ. ແຕ່ອົງການ ບໍ່ຂື້ນກັບຣັຖບານ ຈາກທົ່ວໂລກ ໄດ້ສະແດງຄວາມ ເປັນຫ່ວງ ຢ້ານ ການສ້າງເຂື່ອນ ເຫລົ່ານີ້ ຈະສົ່ງຜົນກະທົບ ຕໍ່ສະພາບ ແວດລ້ອມ ຢ່າງແຮງ.
ຣັຖບານສປປລາວ ຢາກສ້າງປະເທດລາວ ໃຫ້ກາຍເປັນໝໍ້ໄຟ ຂອງເອເຊັຍຕາວັນ ອອກສ່ຽງໃຕ້ ຢ່າງແທ້ຈິງ ປັດຈຸບັນ ມີແຜນ ຈະສ້າງເຂື່ອນໄຟຟ້າ ທັງໝົດເຖິງ 70 ແຫ່ງ ໃນຈຳນວນນັ້ນ ຈະສ້າງໃສ່ ແມ່ນ້ຳຂອງ ເຈັດແຫ່ງ ເຊັ່ນ ເຂື່ອນໄຊຍະບຸຣີ ເຂື່ອນ ຫລວງພະບາງ ເຂື່ອນປາກແບງ ໃນພາກເໜືອ; ສ່ວນຢູ່ພາກໃຕ້ ກໍມີ ເຂື່ອນ ດອນສະຫົງ ແລະ ເຂື່ອນ ສົມພະມິດ.
ໃນຂະນະນີ້ ຣັຖບານລາວ ໄດ້ເຊັນບົດບັນທຶກ ຄວາມເຂົ້າໃຈກັນ ກັບບໍຣິສັດຕ່າງ ໄປແລ້ວ ສຳຣັບ ການສ້າງສອງແຫ່ງ ຄື ໄດ້ເຊັນກັບ ບໍຣິສັດ ຊໍ ການຊ່າງ ຂອງໄທ ເພື່ອສ້າງເຂື່ອນໄຊຍະບຸຣີ ທີ່ ແຂວງ ໄຊຍະບຸຣີ ແລະ ເຊັນກັບບໍຣິສັດ Mega First ຂອງ ມາເລເຊັຍ ເພື່ອສ້າງເຂື່ອນ ດອນສະຫົງ ໃນເຂດ ເມືອງໂຂງແຂວງ ຈຳປາສັກ.
ເຂື່ອນໄຊຍະບຸຣີ ຈະເປັນເຂື່ອນຕັນ ແມ່ນ້ຳຂອງ ຂນາດໃຫຍ່ ໃຫຍ່ກວ່າ ເຂື່ອນນ້ຳ ເທີນ ສອງ ທີ່ກຳລັງສ້າງ ຢູ່ໃນຂະນະນີ້. ເຂື່ອນໄຊຍະບຸຣີ ຈະຜລິດ ກະແສໄຟຟ້າໄດ້ ເຖິງ 1,260 ເມກາວັດ. ສ່ວນເຂື່ອນ ດອນສະຫົງນັ້ນ ຈະເປັນເຂື່ອນ ຂນາດກາງ ຈະຜລິດໄຟຟ້າ ໄດ້ປະມານ 240 ເມກາວັດ.
ອົງການ ທີ່ບໍ່ຂື້ນກັບຣັຖບານ ອົງການພິພັກ ຮັກສາສະພາບແວດລ້ອມ ແລະ ຣັຖບານ ຂອງ ຫລາຍປະເທດ ຂັດຄ້ານ ການສ້າງເຂື່ອນໄຟຟ້າ ໃສ່ແມ່ນ້ຳຂອງ. ຜ່ານມາ ອົງການ ແລະ ຣັຖບານຕ່າງປະເທດ ໄດ້ຕຳນິຕິຕຽນ ການສ້າງ ເຂື່ອນໄຟຟ້າ ໃສ່ແມ່ນ້ຳຂອງ ຕອນເທິງ ຂອງຈີນຢ່າງແຮງ. ຕໍ່ສະເພາະ ໂຄງການ ສ້າງເຂື່ອນ ໃສ່ແມ່ນ້ຳຂອງ ຕອນໃຕ້ ເຊັ່ນດຽວກັນ ນາງ Aviva Imhoff ເຈົ້າໜ້າທີ່ອົງການ ແມ່ນ້ຳສາກົນ ໄດ້ສະແດງ ເປັນຫ່ວງ ຕໍ່ໂຄງການເຫຼົ່ານັ້ນ ວ່າ: ( ກະຣຸນາ ຟັງສຽງປະກອບເປັນພາສາ ອັງກິດ )
ນາງເວົ້າວ່າ ອົງການແມ່ນ້ຳສາກົນ ມີຄວາມເປັນຫ່ວງ ຕໍ່ທຸກໂຄງການ ສ້າງເຂື່ອນໃສ່ ແມ່ນ້ຳຂອງ ເພາະວ່າ ການສ້າງເຂື່ອນ ນັ້ນຈະຕັນທາງຂື້ນ ລົງຂອງປາ ຈະພາໃຫ້ນ້ຳຖ້ວມ ຕາຝັ່ງ ບ່ອນເຮັດສວນຜັກ ຂອງປະຊາຊົນ ທ້ອງຖິ່ນ ທີ່ຢູ່ທາງພາກເໜືອ ຂອງເຂື່ອນ ແຕ່ທາງພາກລຸ່ມ ຈະຂາດເຂີນນ້ຳ ຕາຝັ່ງ ຈະເຈື່ອນ ເພພັງ ດິນຊາຍ ກາງຂອງ ຈະພົ້ນ ຂື້ນ ເຮັດໃຫ້ນ້ຳຕື້ນ; ເວົ້າໂດຍທົ່ວໄປ ການສ້າງເຂື່ອນ ຈະເຮັດໃຫ້ ການໄຫລ ຂອງນ້ຳ ປ່ຽນ ແປງໄປ ບໍ່ພຽງແຕ່ ໃນແມ່ນ້ຳຂອງ ເທົ່ານັ້ນ ຍັງມີຜົນກະທົບ ຕໍ່ຣະດັບນ້ຳ ແລະ ປາຢູ່ໃນ ສາຂາ ຂອງແມ່ນ້ຳ ຂອງ ນຳອີກ.
ສຳຣັບໂຄງການ ສ້າງເຂື່ອນ ດອນສະຫົງ ນັ້ນ ເມື່ອສັບປະດາ ທີ່ຜ່ານມາ ອົງການທີ່ບໍ່ ຂື້ນກັບ ຣັຖບານ ຫລາຍໆອົງການ ຈາກເອເຊັຍ ອອສເຕຣເລັຍ ອະເມຣິກາ ແລະ ຢໂຣບ ກໍໄດ້ ຂຽນຈົດໝາຍ ເຖິງຣັຖບານ ສີ່ປະເທດ ໃນຄະນະກັມມາທິການ ແມ່ນ້ຳຂອງ ຊຶ່ງປະກອບ ດ້ວຍ ສປປລາວ ໄທ ວຽດນາມ ແລະ ກຳພູຊາ ຮຽກຮ້ອງໃຫ້ ຣັຖບານລາວ ປະລະໂຄງການ ຈະສ້າງເຂື່ອນ ຕອນສະຫົງ ນັ້ນ ເພາະເຂື່ອນດັ່ງກ່າວ ຈະຕັນ ທາງຂື້ນ ລົງ ຂອງປາ ຣະຫວ່າງ ລາວ ແລະ ກຳພູຊາ ດັ່ງ ນາງ Imhoff ໄດ້ກ່າວອີກ ຕອນນຶ່ງວ່າ ( ກະຣຸນາ ຟັງສຽງປະກອບເປັນພາສາ ອັງກິດ )
ນາງເວົ້າວ່າ ການສ້າງເຂື່ອນ ດອນສະຫົງນີ້ ຈະຕັນ ແລວນ້ຳ ຫລື ທາງນ້ຳໄຫລ ທີ່ສຳຄັນ ໃນເຂດ ຄອນພະເພັງ ເອີ້ນວ່າ ຮູສະຫົງ. ສິ່ງທີ່ໜ້າເປັນຫ່ວງ ຫລາຍທີ່ສຸດ ກໍແມ່ນ ແລວ ນ້ຳແຫ່ງ ນີ້ ເປັນທາງເດີນ ຂື້ນລົງ ຂອງປາ ຈາກກຳພູຊາ ໂດຍສະເພາະ ໃນຍາມ ແລ້ງ ແລວ ນ້ຳດັ່ງກ່າວ ຈະເປັນທາງ ເສັ້ນດຽວ ທີ່ປາສາມາດ ຂື້ນລົງ ໄດ້ຣະຫວ່າງລາວ ແລະກຳພູຊາ. ບໍຣິເວນອື່ນ ລ້ວນແລ້ວ ແຕ່ແມ່ນແກ້ງ ປາບໍ່ສາມາດ ຂື້ນລົງຜ່ານໄດ້.
ໃນເມື່ອປາ ບໍ່ສາມາດ ຂື້ນລົງໄດ້ ປະຊາຊົນ ທັງໝົດ ທັງໃນປະເທດ ລາວ ໄທ ແລະກຳ ພູຊາ ກໍຈະໄດ້ຮັບ ກະທົບ ກະເທືອນ ຢ່າງໜັກ. ນີ້ຖືວ່າເປັນບັນຫາ ອັນຮ້າຍແຮງ ທີ່ສຸດ. ແຕ່ບໍຣິສັດ ລົງທຶນ ສ້າງເຂື່ອນ ແລະຣັຖບານລາວ ພັດໃຫ້ເຫດຜົນວ່າ ໂຄງການໄຟ ຟ້ານ້ຳຕົກ ຕາມລຳແມ່ນ້ຳຂອງ ນັ້ນ ຄວາມຈິງແລ້ວ ບໍ່ແມ່ນເຂື່ອນ ເປັນພຽງແຕ່ຝາຍ ກັ້ນນ້ຳ ບໍ່ໄດ້ຕັນລຳແມ່ນ້ຳຂອງ ຢ່າງແທ້ຈິງ ພຽງແຕ ່ກໍ່ກຳແພງຂື້ນ ຕັນນ້ຳ ສ່ວນໃດ ສ່ວນນຶ່ງ ເທົ່ານັ້ນ. ນ້ຳ ແລະ ປາ ຍັງຈະສາມາດຂື້ນລົງ ໄດ້ຢ່າງບໍ່ມີບັນຫາ.
ທ່ານ Lim Thian Soo ຜູ້ອຳນວຍການ ບໍຣິສັດ Mega First ຂອງ ມາເລເຊັຍ ໃຫ້ເຫດຜົນ ຕື່ມ ວ່າ ຝາຍຕັນນ້ຳ ຢູ່ແມ່ນ້ຳຂອງ ຈະບໍ່ກັກຕຸນນ້ຳ ໄວ້ຫລາຍຢູ່ ທາງໜ້າເຂື່ອນ ນ້ຳຈະບໍ່ ຖ້ວມເຂດໃດ ທາງພາກລຸ່ມ ຍັງຈະມີນ້ຳ ຕາມປົກກະຕິ ເພາະວ່າ ຈະມີຮ່ອງເປີດ ໃຫ້ນ້ຳ ໄຫລ ແລະ ປາຂື້ນລົງ ໄດ້ໃນ ທຸກຣະດູການ. ສຳຣັບ ຣັຖບານລາວ ແລ້ວ ຢາກສ້າງ ທຸກເຂື່ອນທີ່ຕົນໄດ້ ວາງແຜນໄວ້ ວ່າແຕ່ມີຜູ້ ລົງທຶນ ຮັບເໝົາກໍ່ສ້າງ. ໃນຣະຍະ ຜ່ານມາ ເຖິງວ່າ ໄດ້ຮັບການ ຂັດຄ້ານ ແລະ ຄວາມກົດດັນ ແນວໃດກໍຕາມ ຣັຖບານລາວ ກໍບໍ່ຍອມ ຖໍ້ຖອຍງ່າຍໆ ຈະດິ້ນຣົນ ສ້າງເຂື່ອນ ໃຫ້ຫລາຍ ເທົ່າທີ່ ຈະຫລາຍໄດ້ ເພື່ອເຮັດ ໃຫ້ປະເທດ ກາຍເປັນໝໍ້ໄຟ ໃຫ້ໄດ້ພາຍໃນປີ 2020.
ເຈົ້າໜ້າທີ່ ທາງການ ລາວເຄີຍເວົ້າວ່າ ຣັຖບານລາວ ມີນະໂຍບາຍ ໝູນໃຊ້ຊັບ ພະຍາກອນ ທັມມະຊາດ ເພື່ອສ້າງສາ ພັທນາເສຖກິດ ເຊັ່ນນອກຈາກ ສ້າງເຂື່ອນໄຟ ຟ້າແລ້ວ ກໍອະນຸຍາດ ໃຫ້ມີການຕັດໄມ້ ຂຸດຄົ້ນ ບໍ່ແຮ ່ບໍ່ຄຳ ໃຫ້ຕ່າງປະເທດ ເຊົ່າທີ່ດິນ ເພື່ອປູກຢາງພາຣາ ແລະ ປູກພືດສິນຄ້າ ຊະນິດອື່ນໆ. ເຖິງຢ່າງໃດ ກໍຕາມ ໃນຣະຍະ ຜ່ານມາ ການສ້າງເຂື່ອນ ນ້ຳເທີນສອງ ກໍໄດ້ຮັບ ການຂັດຄ້ານ ຈາກອົງການ ແລະຣັຖບານ ຕ່າງປະເທດ ຢ່າງແຮງ ແລະ ແນ່ນອນວ່າ ກ່ອນຈະສ້າງເຂື່ອນ ໃສ່ແມ່ນ້ຳຂອງ ໄດ້ ຣັຖບານລາວ ແລະ ຜູ້ລົງທຶນສ້າງ ກໍຕ້ອງປະ ສົບກັບການ ຂັດຄ້ານ ຢ່າງແຮງເຊັ່ນກັນ ຫລືອາດຈະແຮງ ກວ່ານ້ຳເທີນສອງ ກໍເປັນໄປ ໄດ້ດັ່ງທີ່ຈີນ ໄດ້ປະສົບ ມາແລ້ວໃນການສ້າງເຂື່ອນ ໃສ່ແມ່ນ້ຳຂອງ ຕອນເທິງ; ສຳຣັບ ການສ້າງເຂື່ອນ ໃນທາງພາກລຸ່ມ ການຂັດຄ້າ ອາດມາຈາກ ປະຊາຊົນ ອົງການ ແລະ ຣັຖບານ ປະເທດອື່ນໆ. ສຳຣັບ ປະຊາຊົນລາວ ຄົງຈະບໍ່ສາມາດ ປະທ້ວງຂັດຄ້ານ ໄດ້ ແນວໃດ ເພາະ ຢູ່ພາຍໃຕ້ ອຳນາດ ຜະເດັດການ ຂອງພັກດຽວ; ແຕ່ປະຊາຊົນ ໄທ ຣັຖບານໄທ ກຳພູຊາ ແລະອົງການ ປະເທດອື່ນໆ ຄົງ ຈະພະຍາຍາມ ຂັດຄ້ານການສ້າງ ເຂື່ອນໃສ່ແມ່ນ້ຳຂອງ ນີ້ຢ່າງເຕັມທີ່.
ຣາຍການອື່ນໆ
ບົດວິເຄາະ
- ກັມມະກອນລາວ ໄດ້ຮັບຜົນໂຍດ ແນວໃດ? ຈາກບົດບາດ ການສົ່ງເສີມ ກັມມະກອນລາວ
- ໂຄງການ ຫລຸດຜອ່ນ ຄວາມຍາກຈົນ ຂອງ ປະຊາຊົນ ທີ່ ແຂວງ ສວັນະເຂດ ຄາດວ່າ ຈະສຳເຣັດ ໃນ ປີ 2020
- ລາວ ແລະ ວຽດນາມ ຂະຫຍາຍການຮ່ວມມື ໃຫ້ແໜ້ນແຟ້ນ ຂື້ນຫາຼຍ ກວ່າເກົ່າ
- ທ່ານ George W Bush ປະທານາທິບໍດີ ຮຽກຮ້ອງໃຫ້ ສະຫະຣັດ ມີຄວາມອົດທົນ ໃນການທຳສົງຄາມ ອີ່ຣາກ
- ສປປລາວ ໄດ້ຮັບທຶນການຊ່ອຍເຫລືອ ໃນການປັບປຸງ ການປົກຄອງ ແລະ ປາບປາມ ການ ສໍ້ຣາຊບັງຫລວງ
- ໃນໄລຍະ 31 ປີ ສປປລາວ ຕິດໜີ້ ຕ່າງປະເທດ 2,500 ລ້ານດອນລ່າ ສະຫະຣັດ
- ປະທານາທິບໍດີ George W Bush ຂໍໃຫ້ ຣັຖສະພາ ໃຫ້ໂອກາດ ແກ່ ນະໂຍບາຍໃໝ່ ໃນການເຮັດ ສົງຄາມອີຣັ່ກ
- ກອງປະຊຸມສຸດຍອດອາຊ້ຽນຄັ້ງທີ່ 12 ທີ່ເມືອງເຊບູ່ ປະເທດ ຟີລິບປີນ
- ອະດີດຜູ້ນຳອີຣັກ ຊາດຳ ຮຸດເຊນ ຄວນຖືກປະຫານຊີວິດຫຼືບໍ່?
- ສປປ.ລາວ ປະນາມການສໍ້ລາດບັງຫຼວງ
- ຈີນ ແລະ ວຽດນາມ ກຳລັງແຂ່ງຂັນກັນຂະຫຍາຍອິດທິພົນ ຢູ່ໃນລາວ ແລະ ກຳພູຊາ
- ປະຊາທິປະໄຕໃນສະຫະຣັຖອາເມຣິກາ
- ການຮັກສາສຸກຂະພາບແລະການສຶກສາເປັນຂແນງທີ່ສຳຄັນ ສຳຣັບການພັທະນາຢູ່ໃນລາວ
- ແຜນການພັທນາ ແຜນໃໝ່ ຂອງຣັຖບານລາວ
- ຜົນໄດ້ແລະຜົນເສັຽໃນການເຂົ້າຮ່ວມການຄ້າເສຣີ
- ສະພາບການໃນປະເທດໃທຽສ້າງຄວາມວິຕົກໃຫ້ແກ່ ບັນດາຜູ້ນຳປະເທດອາຊ້ຽນ
- ການເຮັດຣັຖປະຫານຢຶດອຳນາດ ; ໃນປະເທດໄທ ອາດຈະມີຜົນກະທົບບາງຢ່າງຕໍ່ສປປລາວ
- ຕ່າງປະເທດ ໃຫ້ຄວາມສົນໃຈ ລົງທຶນທຳທຸຣະກິດ ໃນລາວ
- ສປປລາວ ຍັງບໍ່ພ້ອມທີ່ຈະລົງນາມ ໃນສົນທິສັນຍາ ຫ້າມນຳໃຊ້ ສະສົມ, ຜລິດ ແລະໂອນຣະເບີດຕໍ່ຕ້ານບຸກຄົນ.
- ເນື່ອງໃນວັນຄົບຮອບ 5 ປີ ຂອງວັນໂສກນາດຕະກັມ ທ່ານ George W. Bush ໄດ້ກ່າວເຕື່ອນພວກກໍ່ການຮ້າຍ ວ່າສະຫະຣັດຈະນຳຈັບພວກເຂົາມາຂື້ນສານໃຫ້ຈົນໄດ້
- ສະຫະຣັດບໍ່ມີໂຄງການທີ່ຈະຮັບເອົາຊາວມົ້ງລາວ
- ທາງການລາວຄວນສົ່ງເສີມໃຫ້ມີສື່ມວນຊົນເອກຣາດ ຕື່ມຂື້ນອີກ
- ສປປລາວແຕ່ງຕັ້ງເອກອັກຄະຣາຊະທູດວິສາມັນ ຄົນໄໝ່ໄປປະຈຳການຢູ່ທີ່ບາງກອກ, ປະເທດໄທ
- ສປປລາວ ; ຈະຮ່ວມມືກັບໄທ ; ເພື່ອແກ້ໄຂບັນຫາ ຊາວ ; Hmong ; ທີ່ອາໃສຢູ່ແຂວງເພັຊບູນຂອງໄທ
- ບັນຫາຄ່າຄອງຊີພສູງໄດ້ສ້າງຄວາມເດືອດຮ້ອນ ໃຫ້ແກ່ປະຊາຊົນລາວ