ປະທານາທິບໍດີ George W Bush ຂໍໃຫ້ ຣັຖສະພາ ໃຫ້ໂອກາດ ແກ່ ນະໂຍບາຍໃໝ່ ໃນການເຮັດ ສົງຄາມອີຣັ່ກ
2007.01.24

ໃນການກ່າວຄຳປາໄສ ລາຍງານ ສະພາບການ ຂອງປະເທດ ຕໍ່ຣັຖສະພາ ສະຫະຣັດ ປະທານາທິບໍດີ George W Bush ຂໍໃຫ້ ຣັຖສະພາ ໃຫ້ໂອກາດ ແກ່ ນະໂຍບາຍໃໝ່ ໃນການເຮັດ ສົງຄາມອີຣັ່ກ ຂອງທ່ານ.
ໃນຄ່ຳຄືນຂອງມື້ວັນອັງຄານທີ 23 ມົກກະຣານີ້ ປະທານາທິບໍດີ George W Bush ໄດ້ໄປກ່າວ ຄຳປາສັຍ ປະຈຳປີ ຕໍ່ຣັຖສະພາ ສະຫະຣັດ ເພື່ອລາຍງານ ສະພາບການ ຂອງສະຫະພາບ ທີ່ ຄົນອະເມຣິກັນ ເອີ້ນ ເປັນຄວາມອັງກິດວ່າ State of the Union ຊຶ່ງກໍແມ່ນ ສະພາບການ ຂອງປະເທດ ສະຫະຣັດ ອະເມຣິກາ ນັ້ນເອງ.
ທ່ານ Bush ເລີ່ມຄຳປາສັຍ ຂອງທ່ານ ດ້ວຍການສິນລະເສີນຍານາງ Nancy Pelosi ສັງກັດພັກ Democrat ທີ່ໄດ້ເປັນ ປະທານ ສະພາຕ່ຳ ສະຫະຣັດ ຜູ້ຍິງຄົນທຳອິດ ແລະ ທ່ານ ເອງກໍເປັນ ປະທານາທິບໍດີ ຄົນທຳອິດ ທີ່ກ່າວຄຳນັບ ຜູ້ເປັນປະທານຮ່ວມ ໃນການປະຊຸມ ຂອງຣັຖສະພາ ໃນວັນນີ້ວ່າ “Madam Speaker” ຊຶ່ງຖ້າຈະແປ ເປັນຄວາມລາວ ແລ້ວກໍແມ່ນ ຍານາງປະທານ.
ໃນການເລືອກຕັ້ງ ຣັຖສະພາສະຫະຣັດ ຊຸດທີ່ 110 ໃນຕົ້ນເດືອນພຶສຈິກາ ທີ່ຜ່ານມາ ພັກ Democrat ໄດ້ ສຽງສ່ວນຫຼາຍ ທັງໃນສະພາສູງ ແລະ ສະພາຕ່ຳ. ທ່ານ Bush ຕະໜັກດີວ່າ ຕໍ່ໄປນີ້ ການ ປະຕິບັດ ນະໂຍບາຍ ຂອງທ່ານ ໃນດ້ານໃດກໍຕາມ ທ່ານຈະບໍ່ເຮັດໄດ້ ສະບາຍຄືແຕ່ກ່ອນແລ້ວ. ທ່ານຮຽກຮ້ອງ ໃຫ້ມີຄວາມ ເປັນອັນນຶ່ງອັນດຽວ ເພື່ອສະຫະຣັດ ຈະໄດ້ບັນລ ຸເປົ້າໝາຍ ທັງຢູ່ໃນ ແລະ ນອກປະເທດ ດັ່ງທ່ານກ່າວໃນຕອນນຶ່ງວ່າ:
“ໄດ້ມີການປ່ຽນແປງໃນຣັຖສະພາສະຫະຣັດ, ແຕ່ ຄວາມຮັບຜິດຊອບ ຂອງພວກເຮົາ ບໍ່ມີການ ປ່ຽນແປງ ພວກເຮົາ ແຕ່ລະຄົນ ເດີນຕາມ ຄວາມເຊື່ອໝັ້ນ ຂອງຕົນ ແລະ ພວກເຮົາ ກໍຕ້ອງຍຶດໝັ້ນ ຢູ່ໃນຄວາມເຊື່ອ ຖືຂອງຕົນ. ພວກເຮົາໝົດທຸກຄົນ ມີມາຕຖານ ອັນດຽວກັນ ແລະ ຖຶກເລືອກຕັ້ງ ມາຮັບໃຊ້ ຜົນປໂຍດ ທີ່ດີແນວດຽວກັນ ຄືເພື່ອຂຍາຍ ຄວາມອຸດົມສົມບູນ ຂອງຊາດ ເພື່ອ ໃຊ້ງົປມານ ທີ່ໄດ້ມາຈາກ ປະຊາຊົນ ຢ່າງຖຶກຕ້ອງ, ເພື່ອແກ້ໄຂ ບັນຫາ ບໍ່ປ່ອຍໃຫ ້ມັນກາຍເປັນ ບັນຫາສຳລັບ ຂອງຄົນຮຸ່ນຕໍ່ໄປ, ເພື່ອປົກປ້ອງ ປະເທດ ຈາກມານຮ້າຍຕ່າງໆ ແລະ ເພື່ອຮັກສາ ຄວາມເຊື່ອໝັ້ນ ນຳຄົນ ທີ່ພວກເຮົາ ໄດ້ສົ່ງໄປປ້ອງກັນ ພວກເຮົາ”.
ຫຼັງຈາກທ່ານ ໄດ້ກ່າວເຖິງ ນະໂຍບາຍ ທາງດ້ານຕ່າງໆ ແລ້ວ ຄືດ້ານເສຖກິດ, ການສຶກສາ, ສາທາຣະນະສຸກ, ຄົນເຂົ້າເມືອງ ແລະ ພະລັງງານ. ທ່ານ Bush ໄດ້ກ່າວເຖິງ ເຣື່ອງສົງຄາມ ຕໍ່ຕ້ານ ການກໍ່ການຮ້າຍ, ສົງຄາມ ໃນອີຣັ່ກ ຮວມເຖິງ ເຣື່ອງປະຊາທິປະໄຕ ແລະ ສິດທິມະນຸດ ແລະເຣື່ອງໂຣກເອສ ໃນ ທະວີບອັຟຣິກາ.
ກ່ຽວກັບເຣື່ອງພະລັງງານນັ້ນ ທ່ານ Bush ເວົ້າວ່າ ນັບເປັນເວລາດົນນານແລ້ວ ທີ່ສະຫະຣັດ ອະເມຣິກາ ຂຶ້ນກັບ ນ້ຳມັນເຊື້ອເພີງ ຈາກຕ່າງປະເທດ ຊຶ່ງເປັນຈຸດອ່ອນ ຂອງສະຫະຣັດ ແລະ ເປັນພັຍຕໍ່ສະຫະຣັດ ຖ້າປະເທດ ທີ່ຂາຍນ້ຳມັນ ໃຫ້ພວກເຮົາ ກາຍເປັນປໍຣະປັກ ຕໍ່ພວກເຮົາແລ້ວ ກໍຈະບໍ່ສົ່ງນ້ຳມັນໃຫ້ພວກເຮົາ ຫຼືວ່າການລຳລຽງ ນ້ຳມັນ ຖຶກພວກກໍ່ການຮ້າຍໂຈມຕີ ພວກເຮົາຈະຂາດເຂີນ ນ້ຳມັນເຊື້ອເພີງ ຢ່າງໃຫຍ່ ນ້ຳມັນ ຈະຂຶ້ນລາຄາ ເສຖກິດ ຂອງພວກເຮົາ ຈະໄດ້ຮັບຄວາມເສັຽຫາຍ ຢ່າງໜັກ. ທ່ານ Bush ໄດ້ສເນີ ນະໂຍບາຍ ດ້ານພະລັງງານ ທີ່ຈະເຮັດໃຫ້ສະຫະຣັດ ຫຼຸດຜ່ອນການໃຊ້ ແລະ ການຊື້ນ້ຳມັນ ເຊື້ອເພີງ ຈາກຕ່າງປະເທດ ໃຫ້ໄດ້ 20% ພາຍໃນ 10 ປີ ຂ້າງໜ້າ ທັ້ງນີ້ ໂດຍການສົ່ງເສີມ ການຄົ້ນຫາແຫຼ່ງນ້ຳມັນດິບ ພາຍໃນປະເທດ, ການໃຊ້ແຫຼ່ງນ້ຳມັນ ເຊື້ອເພີງ ດ້ານອື່ນໆ ເຊັ່ນວ່າ ລົມ, ແສງອາທິດ, ພືດແລະຕໍ່ໆ ໄປ ທັ້ງນີ້ ໂດຍບໍ່ໃຫ້ມັນ ສ້າງບັນຫາ ຫຼືມີຜົນສະທ້ອນ ຕໍ່ສະພາບແວດລ້ອມ.
ກ່ຽວກັບ ການຕໍ່ຕ້ານ ແລະ ການເຮັດສົງຄາມ ຕໍ່ສູ້ກັບກຸ່ມການຮ້າຍ ທ່ານ Bush ໄດ້ອ້າງເຖິງ ຜົນສຳເຣັດ ບາງສ່ວນໃນການກວດລ້າງ ເຄືອຂ່າຍ ອານກາຍດ່າ ໃນຫຼາຍໆ ບ່ອນ ຮວມທັງ ຢູ່ໃນເອເຊັຽຕາເວັນອອກ ສຽງໃຕ້ ຊຶ່ງຍັງໄກເປົ້າໝາຍ ຂອງສະຫະຣັດຢູ່ ທ່ານເວົ້າວ່າ ນັບແຕ່ ປະເທດ ຂອງພວກເຮົາ ຖຶກພວກ ກໍ່ການຮ້າຍໂຈມຕີ ແຕ່ 6 ປີກ່ອນນັ້ນມາ ຂ້າພະເຈົ້າ ກໍຢາກໄດ້ຍິນຢູ່ວ່າ ພວກເຮົາພົ້ນ ອັນຕະລາຍແລ້ວ ແຕ ່ອັນຕະລາຍ ນີ້ຍັງບໍ່ໝົດ. ດັ່ງນັ້ນ ເພື່ອປົກປ້ອງ ປະຊາຊົນຊາວ ອະເມຣິກັນ ນະໂຍບາຍ ຂອງຣັຖບານ ບໍ່ມີການປ່ຽນແປງ ຄືຕ້ອງໃຊ້ທຸກວິທີ ແລະ ເຄື່ອງມືທີ່ຖຶກຕ້ອງຕາມກົດໝາຍ ແລະ ທີ່ເໝາະສົມ ຮວມທັງ ການສືບລັບ, ການທູດ, ການປະຕິບັດ ກົດໝາຍ ແລະ ການທະຫານ.
ກ່ຽວກັບການເຮັດສົງຄາມ ໃນປະເທດອີຣັ່ກນັ້ນ ທ່ານ Bush ເວົ້າວ່າ:
" ດຽວນີ້ພວກເຮົາປະຕິບັດ ຍຸທສາດໃໝ່ໃນອີຣັ່ກ - ມັນເປັນ ແຜນການ ທີ່ຂໍໃຫ້ຣັຖບານ ອິຣັ່ກ ທີ່ຖຶກເລືອກຕັ້ງນັ້ນ ມີສ່ວນນຳຫຼາຍຂຶ້ນ ແລະ ຂໍໃຫ້ຊ່ອຍສ້າງ ຄວາມແຂງແກ່ນ ໃຫ້ແກ່ກຳລັງ ທະຫານ ຂອງພວກ ເຮົາໃຫ້ສຳເຣັດພາຣະກິດ-ຈຸດໝາຍ ປາຍທາງ ຂອງພວກເຮົາ ກໍແມ່ນ ເຮັດໃຫ້ ອີຣັ່ກ ມີປະຊາທິປະໄຕ ໂດຍມີການໃຊ້ໂຕບົດກົດໝາຍ, ນັບຖືສິດທິ ຂອງ ປະຊາຊົນອີຣັ່ກ ແລະ ກຳຈັດ ຄວາມຮຸນແຮງ ລະຫວ່າງ ຄົນກຸ່ມ ສາສນາຕ່າງກັນ ”.
ການສົ່ງກຳລັງທະຫານອະເມຣິກັນໄປຕື່ມໃນອີຣັ່ກ 20 ກວ່າພັນຄົນເຂົ້າຢູ່ໃນແຜນຍຸທສາດໃໝ່ຂອງທ່ານ Bush. ຊຶ່ງປະຊາຊົນຊາວອະເມຣິກັນແລະສະມາຊິກຣັຖສະພາສະຫະຣັດສ່ວນນຶ່ງ ບໍ່ເຫັນພ້ອມນຳ ແລະຊຶ່ງທ່ານ Bush ບອກວ່າ ອັນນີ້ກໍເປັນຄວາມຄິດຄວາມເຫັນແນວນຶ່ງທີ່ທ່ານໃຫ້ຄວາມນັບຖື ແຕ່ໃນຂນະດຽວກັນ ທ່ານກໍຢາກຂໍລອງວິທີໃໝ່ ທ່ານກ່າວວ່າ: “ປະເທດຂອງພວກເຮົາກຳລັງປະຕິບັດຍຸທສາດໃໝ່ໃນອີຣັ່ກ ແລະຂ້າພະເຈົ້າຂໍໃຫ້ທ່ານໃຫ້ໂອກາດແກ່ການປະຕິບັດດັ່ງກ່າວ ແລະຂ້າພະເຈົ້າຂໍໃຫ້ທ່ານໃຫ້ຄວາມສນັບສນູນແກ່ກຳລັງທະຫານຂອງພວກເຮົາຢູ່ສນາມຣົບ ແລະແກ່ທະຫານທີ່ກຳລັງເດີນທາງໄປ ”.
ສຳລັບເຣື່ອງ ການສ້າງສັນຕິພາບ ແລະການສົ່ງເສີມ ປະຊາທິປະໄຕ ແລະ ສິດທິມະນຸດ ໃນພາກອື່ນໆ ຂອງໂລກນັ້ນ ທ່ານ Bush ຈະໃຊ້ຄວາມພຍາຍາມ ທາງດ້ານການທູດ ເພື່ອຍຸຕິ ໂຄງການ ຜລິດອາວຸດ nuclear ຂອງເກົາຫຼີເໜືອ ໃນຂນະດຽວກັນ ທ່ານກໍໄດ້ສະແດງ ຄວາມເປັນຫ່ວງ ນຳເຣື່ອງ ສິດທິ ມະນຸດ ຢູ່ປະເທດ ພະມ່າ ແລະ ປະເທດຊູດ່ານ - ທ່ານກ່າວໃນຕອນນຶ່ງວ່າ:
“ ພ້ອມກັນກັບບັນດາ ປະເທດ ຄູ່ປະຊຸມຄື ຈີນ, ຍີ່ປຸ່ນ, ຣັດເຊັຽ ແລະ ເກົາຫຼີໃຕ້ ພວກເຮົາ ຈະສືບຕໍ່ກິຈກັມ ດ້ານການທູດ ຢ່າງແຂງຂັນ ເພື່ອຄວາມ ສຳເຣັດ ໃນການເຮັດໃຫ້ ້ແຫຼມເກົາຫຼີ ປອດອາວຸດ nuclear ແລະ ພວກເຮົາ ຈະສືບຕ ໍ່ການຍົກບັນຫາ ການມີອິສຣະພາບ ໃນ ດິນແດນຕ່າງໆ ຂຶ້ນມາເວົ້າ ເຊັ່ນວ່າ ຢູ່ຄິວບາ, ເບລາຣຸສ ແລະ ພະມ່າ ແລະ ຍັງຈະເຮັດໃຫ້ ້ທົ່ວໂລກ ມີຄວາມສຳນຶກ ໃນການຊ່ອຍຊີວິດ ຄົນໃນເຂດ Darfur”.
ກ່ຽວກັບບັນຫາ ໂຣກເອສນັ້ນ ການຊ່ອຍເຫຼືອ ຂອງສະຫະຣັດ ຕ້ອງອີງໃສ່ຄວາມຈິງ ປະເທດ ທີ່ທຸກຍາກຫຼາຍ ທີ່ສຸດ ແລະ ຕ້ອງການຄວາມຊ່ອຍເຫຼືອ ຫຼາຍທີ່ສຸດ ແມ່ນປະເທດໃນທະວີບອັຟຣິກາ ຊຶ່ງ ສະຫະຣັດ ຈະຊ່ອຍທະວີບນີ້ ຕໍ່ສູ້ກັບໂຣກ HIV/AIDS ຢູ່ຕໍ່ໄປ.
ມະໂນທັມ ຣາຍງານ
ບົດວິເຄາະ
- ກອງປະຊຸມສຸດຍອດອາຊ້ຽນຄັ້ງທີ່ 12 ທີ່ເມືອງເຊບູ່ ປະເທດ ຟີລິບປີນ
- ອະດີດຜູ້ນຳອີຣັກ ຊາດຳ ຮຸດເຊນ ຄວນຖືກປະຫານຊີວິດຫຼືບໍ່?
- ສປປ.ລາວ ປະນາມການສໍ້ລາດບັງຫຼວງ
- ຈີນ ແລະ ວຽດນາມ ກຳລັງແຂ່ງຂັນກັນຂະຫຍາຍອິດທິພົນ ຢູ່ໃນລາວ ແລະ ກຳພູຊາ
- ປະຊາທິປະໄຕໃນສະຫະຣັຖອາເມຣິກາ
- ການຮັກສາສຸກຂະພາບແລະການສຶກສາເປັນຂແນງທີ່ສຳຄັນ ສຳຣັບການພັທະນາຢູ່ໃນລາວ
- ແຜນການພັທນາ ແຜນໃໝ່ ຂອງຣັຖບານລາວ
- ຜົນໄດ້ແລະຜົນເສັຽໃນການເຂົ້າຮ່ວມການຄ້າເສຣີ
- ສະພາບການໃນປະເທດໃທຽສ້າງຄວາມວິຕົກໃຫ້ແກ່ ບັນດາຜູ້ນຳປະເທດອາຊ້ຽນ
- ການເຮັດຣັຖປະຫານຢຶດອຳນາດ ; ໃນປະເທດໄທ ອາດຈະມີຜົນກະທົບບາງຢ່າງຕໍ່ສປປລາວ
- ຕ່າງປະເທດ ໃຫ້ຄວາມສົນໃຈ ລົງທຶນທຳທຸຣະກິດ ໃນລາວ
- ສປປລາວ ຍັງບໍ່ພ້ອມທີ່ຈະລົງນາມ ໃນສົນທິສັນຍາ ຫ້າມນຳໃຊ້ ສະສົມ, ຜລິດ ແລະໂອນຣະເບີດຕໍ່ຕ້ານບຸກຄົນ.
- ເນື່ອງໃນວັນຄົບຮອບ 5 ປີ ຂອງວັນໂສກນາດຕະກັມ ທ່ານ George W. Bush ໄດ້ກ່າວເຕື່ອນພວກກໍ່ການຮ້າຍ ວ່າສະຫະຣັດຈະນຳຈັບພວກເຂົາມາຂື້ນສານໃຫ້ຈົນໄດ້
- ສະຫະຣັດບໍ່ມີໂຄງການທີ່ຈະຮັບເອົາຊາວມົ້ງລາວ
- ທາງການລາວຄວນສົ່ງເສີມໃຫ້ມີສື່ມວນຊົນເອກຣາດ ຕື່ມຂື້ນອີກ
- ສປປລາວແຕ່ງຕັ້ງເອກອັກຄະຣາຊະທູດວິສາມັນ ຄົນໄໝ່ໄປປະຈຳການຢູ່ທີ່ບາງກອກ, ປະເທດໄທ
- ສປປລາວ ; ຈະຮ່ວມມືກັບໄທ ; ເພື່ອແກ້ໄຂບັນຫາ ຊາວ ; Hmong ; ທີ່ອາໃສຢູ່ແຂວງເພັຊບູນຂອງໄທ
- ບັນຫາຄ່າຄອງຊີພສູງໄດ້ສ້າງຄວາມເດືອດຮ້ອນ ໃຫ້ແກ່ປະຊາຊົນລາວ
- ພັຍອັນຕລາຍຈາກການກໍ່ການຮ້າຍໃດ້ສ້າງຄວາມແຕກຕື່ນອີກຄັ້ງໃຫມ່
- ບັນຫາຊາວອົບພະຍົບມົ້ງ ; ທີ່ ; ປະເທດໄທ
- ສປປລາວ ; ມີການປະຕິຮູບທາງດ້ານການເມືອງ ; ແທ້ ຫລື ; ບໍ?
- ທາງການລາວອອກຣະບຽບການໃໝ່ເພື່ອໃຫ້ ມີການປະຢັດບໍ່ໃຫ້ໃຊ້ຈ່າຍເງິນຫລືຊັບສິນຂອງຫລວງ ໄປໃນທາງທີ່ບໍ່ຖືກຕ້ອງ
- ຜູ້ນຳລາວເລີ້ມນິຍົມຊົມຊອບຈີນຫລາຍຂື້ນ
- ຄວາມສຳພັນແບບພິເສດລະຫ່ວາງ ; ລາວ ; ແລະ ; ວຽດນາມ
- ການແຕ່ງຕັ້ງປະທານປະເທດ ; ແລະ ; ນາຍຍົກ ຣັຖະມົນຕຣີ