ທ່ານ George W Bush ປະທານາທິບໍດີ ຮຽກຮ້ອງໃຫ້ ສະຫະຣັດ ມີຄວາມອົດທົນ ໃນການທຳສົງຄາມ ອີ່ຣາກ


2007.03.20

4thYrIraqWar2.jpg
ເນື່ອງໃນໂອກາດ ຄົບຮອບ 4 ປີ ໃນການທຳສົງຄາມ ອີ່ຣາກ ຊາວ ອາເມຣິກັນ ຫາຼຍກ່ວາ 10 ພັນຄົນ ພາກັນເດີນປະທ້ວງ ທີ່ ກຣຸງ ວໍໍໍຊິ້ງຕັ້ນສ ຮຽກຮ້ອງ ໃຫ້ຖອນກຳລັງ ທະຫານ ສະຫະຣັດ ອອກຈາກ ປະເທດ ອີີ່ຣາກ Photo by: AFP

ວັນຈັນ ວັນທີ 19 ມິນາປີ 2007 ນີ້ ເປັນວັນຄົບຮອບ 4 ປີ ຂອງການເຮັດ ສົງຄາມ ຂອງ ສະຫະຣັຖ ອາເມຣິກາ ແລະ ພັນທະມິດ ໃນປະເທດ ອີຣາກ ເພື່ອໂຄ່ນລົ້ມ ຣັຖະບານ ຂອງອາດີດ ປະທານາທິບໍດີ Saddam Hussein. ທ່ານ George W Bush ປະທານາທິບໍດ ີສະຫະຣັຖ ອາເມຣິກາ ໄດ້ຖະແຫລງ ຕໍ່ປະຊາຊົນ ຊາວອາເມຣິກາ ວ່າ ການປະຕິບັດງານ ຂອງກຳລັງ ທະຫານສະຫະຣັຖ ໃນປະເທດ ອີຣາກ ມີທັງຄວາມ ຍຸ່ງຍາກ ແລະ ມີຜົນສຳເຣັດ ແລະ ກ້າວໜ້າຫລາຍດ້ານ. ທ່ານວ່າ ວັນນີ້ ບໍ່ມີ Saddam Hussein ຢູ່ໃນ ໂລກອີກແລ້ວ. Saddam Hussein ໄດ້ນຳຂື້ນ ມາສູ່ຄວາມຍຸຕິທັມ ແລະ ຮັບຜິດຊອບ ໃນຄະດີ ການສ້າງ ອັຊະຍະກັມ ຕໍ່ປະຊາຊົນ ອີຣາກ.

ຄວາມສຳເຣັດພື້ນຖານ ຂອງສະຫະຣັຖ ກໍຄືການສ້າງຕັ້ງ ຣັຖະບານ ປະຊາທິປະໄຕ ອີຣາກ, ຣັຖະບານ ທີ່ປົກຄອງ ປະເທດ ຂອງຕົນໂດຍ ຣັຖະທັມະນູນໃໝ່ ທີ່ຄົນອີຣາກ ຮ່າງຂື້ນ ໂດຍຕົນເອງ. ທ່ານ ວ່າ ພາລະ ໜ້າທີ່ ຂອງກຳລັງທະຫານ ອາເມຣິກັນ ແມ່ນຊ່ວຍເຫລືອ ແລະ ຝືກແອບ ກຳລັງຮັກສາ ຄວາມສະງົບ ຂອງອີຣາກ ໃຫ້ສາມາດ ຮັກສາຄວາມສະງົບ ພາຍໃນ ກຸງແບກແດດ ແລະ ໃນຕົວເມືອງອື່ນໆ ໂດຍຕົນເອງ ແລະ ວ່າໃນດ້ານຮັກສາ ຄວາມສະງົບນີ້ ໜ່ວຍຮັກສາ ຄວາມສະງົບ ຂອງອີຣາກ ເລີ້ມສາມາດ ເອົາໜ້າທີ່ ຮັບຜິດຊອບ ຢ່າງເຕັມສວ່ນໂດຍຕົນ ເອງໄດ້ແລ້ວ.

ແຜນການ ປະຕິບັດງານ ເພື່ອຮັກສາຄວາມສະງົບ ໃນກຸງແບກແດດ ໃນຂັ້ນຕໍ່ໄປ ຍັງຢູ່ໃນຂັ້ນຕົ້ນ ຢູ່, ຄວາມສຳເຣັດ ທາງດ້ານ ຣັກສາຄວາມສງົບນັ້ນ ຈະໄຊ້ ເວລາ ເປັນຫລາຍໆສັປະດາ. ນອກນັ້ນ ກອງກຳລັງທະຫານ ຂອງກອງທັບ ອີຣາກ ໄດ້ ສົ່ງກຳລັງ ທະຫານ ສາມກອງພົນນ້ອຍ ເຂົ້າໄປສົມທົບ ກັບກຳລັງຮັກສາ ຄວາມສະງົບ ອີຣາກ ໃນກຸງແບກແດດ ຕື່ມອີກ. ກອງກຳລັງ ຮັກສາຄວາມສະງົບ ເລົ່ານີ້ ໄດ້ສົມທົບ ກັບ ກຳລັງທະຫານ ຂອງສະຫະຣັຖ ໂດຍຕັ້ງປ້ອມຍາມຂື້ນ ຫລາຍຈຸດ ໃນ ທົ່ວກຸງ ແບກແດດ ເພື່ອຮ່ວມກັນ ປະຕິບັດງານ ກວາດລ້າງ ກຸ່ມຊາວອີຣາກ ຊຸນນີ ຫົວຮຸນແຮງ ແລະ ກຸ່ມຊາວອີຣາກ ຊີອາຍ ຫົວຮຸນແຣງ ທີ່ຕໍ່ຕ້ານກັບ ກຳລັງທະຫານ ຂອງອີຣາກ ແລະ ຂອງ ສະຫະຣັຖ.

ເມື່ອເວົ້າມາເຖິງ ຈຸດນີ້ ກໍເປັນທີ່ເຂົ້າໃຈ ກັນໄດ້ແລ້ວວ່າ ກຳລັງທະຫານ ສະຫະຣັຖ ແລະ ພັນທະມິດ ເຮັດສົງຄາມ ກັບ ຄົນກຸ່ມໃດ. ນິຍາມ ຂອງຄຳວ່າ ໄຊຊະນະ ທີ່ຣັຖະບານ ສະຫະຣັຖ ໄດ້ເວົ້າເຖິງນັ້ນ ແມ່ນສ້າງຕັ້ງ ປະເທດອີຣາກ ໃຫ້ເປັນປະເທດ ທີ່ມີຄວາມສະງົບ ປົກຄອງ ໂດຍຣັຖະບານ ທີ່ປະຊາຊົນ ອີຣາກ ດ້ເລືອກຕັ້ງ ຂື້ນມາໂດຍກົງ, ຫລືເວົ້າແນວນື່ງ ກໍແມ່ນຣັຖະບານ ປະຊາທິປະໄຕ ນັ້ນເອງ. ນັກວິເຄສະ ການເມືອງວ່າ ສົງຄາມ ໃນປະເທດອີຣາກ ໄດ້ຜ່ານພົ້ນ ສີ່ປີມາພໍດີ ແລະ ກ້າວເຂົ້າສູ່ປີທີຫ້າ, ປາກົດວ່າ ສະພາບການ ຢູ່ໃນປະເທດອີຣາກ ນັບມື້ນັບຮຸນແຮງຂື້ນ. ການຕໍ່ສູ້ລະຫ່ວາງ ກຳລັງ ທະຫານ ຂອງສະຫະຣັຖ ແລະ ກຳລັງຂອງກຸ່ມຊີໄອ ແລະ ກຸ່ມຊູນນີ ກໍທະວີຂື້ນ ເລື້ອຍໆ. ການຕໍ່ສູ້ ລະຫ່ວາງ ກຳລັງຂອງກຸ່ມຊູນ ີຫົວຮຸນແຮງ ກັບກຸ່ມຊີອາຍ ຫົວຮຸນແຮງ ກໍທະວີ ຂື້ນ ເປັນປະຈຳວັນ ຈົນເອີ້ນກັນວ່າ ສົງຄາມ ກາງເມືອງ. ແຕ່ລະວັນ ຊາວອີຣາກຜູ້ທີ່ ບໍ່ມີຄວາມຜິດແນວໃດ ລົ້ມຕາຍໄປສະເລັ່ຽແລ້ວ ຫລາຍສິບຄົນ ຍ້ອນການວາງ ລະເບີດ ຂອງກຸ່ມ ປະກອບອາວຸດ ຫົວຮຸນແຮງຊີໄອ ແລະ ຊູນນີ.

ສີ່ປີຜ່ານມານີ້ ສົງຄາມ ໃນອີຣາກ ໄດ້ເອົາຊີວິດ ຂອງຊາວອີຣາກ ໄປນັບວ່າ ແສນຄົນແລ້ວ ແລະ ທະຫານອະເມຣິກັນ ເສັຽຊີວິດ ທັງໝົດ ຫລາຍກ່ວາ 3,200 ຄົນ. ຫາງສຽງ ຂອງປະຊາຊົນ ໃນສະຫະຣັຖ ທີ່ຕໍ່ຕ້ານ ການເຮັດສົງຄາມ ໃນອີຣາກກໍມີເພີ້ມຂື້ນ ເລື້ອຍໆ. ເນື່ອງໃນວັນຄົບຮອບ 4 ປ ີຂອງການ ເຮັດສົງຄາມນີ້ ຊາວອາເມຣິກັນ ໃນຫລາຍຕົວ ເມືອງໃຫ່ຽ ແລະ ນ້ອຍໃນທົ່ວສະຫະຣັຖ ໂດຍສະເພາະ ໃນກຸງວໍຊິງຕັນ, ນະຄອນ ນີວຢອກ, ນະຄອນຊີກາໂກ ເປັນຕົ້ນໄດ້ ພາກັນ ອອກມາເດີນ ປະທ້ວງ ຕໍ່ຕ້ານ ການເຮັດສົງຄາມ ຢ່າງເປັນຂະບວນໃຫ່ຍ.

ອີກເທື່ອນື່ງທ່ານ George W Bush ໃນຂະນະ ທີ່ຍອມຮັບວ່າ ການເຮັດ ສົງຄາມ ໃນອີຣາກ ປະສົບກັບ ຄວາມຍຸ່ງຍາກ ແຕ່ທ່ານກໍກ່າວຢ້ຳວ່າ ສົງຄາມນີ້ ຈະສາມາດ ໄດ້ຮັບໄຊຊະນະ ໄດ້ຖ້າຫາກ ເຮົາມີຄວາມກ້າຫານ ແກ້ໄຂ ແລະ ເບິ່ງບັນຫາ ໃຫ້ຖືກ.

ໃນການແກ້ໄຂ ທີ່ວ່ານີ້ ທ່ານ Bush ໄດ້ຮຽກຮ້ອງ ສະພາຕໍ່າ ສະຫະຣັຖ ລົງຄະແນນສຽງ ກົດໝາຍ ອານຸມັດງົປະມານ ສຳລັບ ເຮັດສົງຄາມ ໃນອີຣາກ ແລະ ປາກິສະຖານ ຈຳນວນ 124 ຕື້ ໂດລາ ສະຫະຣັຖ ໂດຍບໍ່ໃຫ້ ເກາະຫ້ອຍ ເງື່ອນໄຂໃດໆ. ເງື່ອນໄຂທີ່ວ່ານນີ້ ສະພາຕໍ່າ ສະຫະຣັຖ ພັກດີໂມກຣັດ ໄດ້ຮຽກຮ້ອງ ໃຫ້ຖອນ ກຳລັງທະຫານ ສະຫະຣັຖອອກຈາກ ອີຣາກໃນວັນທີ 1 ກັນຍາປີ 2008 ຊື່ງທາງ ປະທານາທິບໍດີ Bush ເຫັນວ່າ ເປັນການ ຜ່າຍແພ້ສົງຄາມ.

ກ່ອນໜ້ານີ້ ທ່ານ Tony Snow ໂຄສົກ ປະຈຳທຳນຽບຂາວ ກໍວ່າ ກົດໝາຍ ຂອງສະພາຕໍ່າ ສະຫະຣັຖ ທີ່ກຳລັງ ຈະສະເໜີຂື້ນ ສູ້ການພິຈາຣະນາ ໃນສັປະດານີ້ ຈະຊ່ວຍໃຫ້ ສັຕຣູໄດ້ຮັບໄຊຊະນະ. ທ່ານ Bush ວ່າ ປະຊາຊົນ ອາເມຣິກັນ ຈຳນວນນື່ງ ອາດເຫັນວ່າ ໃຫ້ທະຫານ ເກັບເຄື່ອງ ເກັບຂອງ ແລ້ວ ແບກຖົງ ກັບຄືນບ້ານ ນັ້ນ ທ່ານວ່າ ອາດເປັນ ທີ່ພໍໃນໃນເວລາ ອັນສັ້ນໆ ແຕ່ທ່ານ ເຊື່ອວ່າ ຜົນທີ່ຕາມມາ ຕໍ່ຄວາມໝັ້ນຄົງ ຂອງສະຫະຣັຖ ໃນລະຍະຕໍ່ໆໄປ ອາດຮ້າຍແຮງ.

ເມື່ອຕົ້ນເດືອນມົກະຣາ ຜ່ານມານີ້ ທ່ານ Bush ໄດ້ປະກາດ ສົ່ງກຳລັງທະຫານ ຂອງສະຫະຣັຖ ໄປຕື່ມ 20,500 ຄົນ ເພື່ອຮັກສາ ຄວາມສະງົບ ໃນກຸງແບກແດດ ສົມທົບ ກັບກຳລັງທະຫານ ສະຫະຣັຖ ທີ່ມີຢູ່ ໃນອີຣາກ ປັດຈຸບັນ 141,000 ຄົນ ແລະ ທະຫານຈຳນວນ 2,400 ຄົນ ໄດ້ໄປ ເຖິງອີຣາກ ແລ້ວ. ເວລານ ີ້ມີກຳລັງທະຫານ ພັນທະມິດ ທັງໝົດ 155,000 ຄົນ ປະຕິບັດງານ ໃນອີຣາກ ສ່ວນມາກແລ້ວ ແມ່ນ ກຳລັງທະຫານ ຂອງສະຫະຣັຖ, ລອງລົງມາ ກໍແມ່ນກຳລັງທະຫານ ຂອງ ອັງກິດມີ 7,100 ຄົນ ແຕ່ ຈະຖອນອອກໄປ ໃຫ້ເຫລືອແຕ່ 5,500 ຄົນ. ສ່ວນເຫລືອນັ້ນ ແມ່ນກຳລັງທະຫານ ພັນທະມິດຈາກ 18 ປະເທດ ໂດຍມາກແມ່ນຈາກບັນດາປະເທດ ໃນຢູໂຣບ ຕະເວັນອອກ ຈຳນວນ 13 ປະເທດ.

ນັກວິເຄາະ ດ້ານການທະຫານ ປະຈຳອົງການ ຂ່າວ MSNBC ວ່າ ການຢືດຄອງ ປະເທດ ອີຣາກ ຂອງ ກຳລັງທະຫານ ສະຫະຣັຖ ແລະ ໂຄ່ນລົ້ມລະບອບ ການປົກຄອງ Saddam Hussein ໄຊ້ເວລາ ນ້ອຍກ່ວາ ສາມສັປະດາ ເທົ່ານັ້ນ ແຕ່ໃນ ຂະນະດຽວກັນ ແນວຄິດວ່າ ຊະນະ ຢ່າງສາຍຟ້າແລບ ແລະ ຖອນກຳລັງ ອອກ ຢ່າງວ່ອງໄວ ນັ້ນ ບໍ່ເກີດດອກ ອອກຜົນ ຍ້ອນວ່າ ຜູ້ນຳ ຂອງຣັຖະບານ ສະຫະຣັຖ ຈຳນວນນື່ງ ແມ່ນ ຢາກສ້າງ ຣັຖະບານ ຕາງໜ້າຊາວອີຣາກ ຂື້ນ ແລະ ໃນຂະນະດຽວກັນ ຊ້ຳພັດ ຍຸບກຳລັງທະຫານ ອີຣາກ ຊື່ງເປັນກຳລັງ ສຳຄັນ ໃນການຮັກສາ ຄວາມປອດໄພ ຂອງອີຣາກ, ອັນນີ້ ເຮັດໃຫ້ ສະຫະຣັຖ ຕ້ອງຢືດຄອງ ອີຣາກ ດ້ວຍກຳລັງ ທີ່ບໍ່ໄດ້ຕຽມພ້ອມ ໃນການຢືດຄອງ. ການທີ່ວ່າ ສະຫະຣັຖ ຈະຊະນະ ສົງຄາມ ໃນອີຣາກ ຕາມຈຸດປະສົງ ຂອງສະຫະຣັຖນັ້ນ ທ່ານ Bush ໄດ້ຮຽກຮ້ອງໃຫ້ ຊາວອາເມຣິກັນ ມີຄວາມອົດທົນຕໍ່ໄປ.

ສົມເນ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.