ເຂື່ອນ 12 ແຫ່ງ ໃນຕອນລຸ່ມແມ່ນໍ້າຂອງ

ການສ້າງ ເຂື່ອນໄຟຟ້າ 12 ແຫ່ງ ໃນແມ່ນໍ້າຂອງ ຕອນລຸ່ມ ຢູ່ລາວ ທີ່ຢູ່ຣະຫວ່າງ 2 ປະເທດ ລາວ-ໄທ ແລະ ຢູ່ກຳພູຊາ ຈະມີຜົນກະທົບ ອັນບໍ່ດີ ແນວໃດແດ່ ໃຫ້ແກ່ຂົງເຂດ ອັນອຸດົມສົມບູນ ແຫ່ງນີ້.
ຈໍາປາທອງ
2010.10.08

ກົດຟັງສຽງ

ເມື່ອບໍ່ດົນມານີ້ ຄນະກັມມາທິການ ແມ່ນ້ຳຂອງ ຕົວແທນຂອງຣັຖບານ ປະເທດຕ່າງໆທີ່ກ່ຽວຂ້ອງ, ບໍຣິສັດເອກກະຊົນ ແລະ ບໍຣິສັດ ທີ່ປຶກສາ ຕລອດເຖິງ ອົງການຈັດຕັ້ງ ທາງສັງຄົມ ໄດ້ຮ່ວມກັນ ປຶກສາຫາລືກ່ຽວກັບ ໂຄງການສ້າງເຂື່ອນ ໄຟຟ້າ 12 ແຫ່ງໃສ່ແມ່ນ້ຳຂອງ ຕອນລຸ່ມ ໃນເຂດປະເທດລາວ, ຢູ່ຣະຫວ່າງ 2 ປະ ເທດ ລາວ-ໄທ ແລະ ຢູ່ກຳພູຊາ ແລະ ຜົນກະທົບຈາກເຂື່ອນ ວ່າການສ້າງ ເຂື່ອນໃສ່ແມ່ນ້ຳຂອງ ໃນເຂດປະເທດ ລາວ 7 ແຫ່ງ, ໃສ່ແມ່ນ້ຳຂອງຣະຫວ່າງ 2 ປະເທດ ລາວ -ໄທ 3 ແຫ່ງ ແລະ ຢູ່ ກຳພູຊາ 2 ແຫ່ງ ນັ້ນ ຈະມີຜົນສະທ້ອນ ອັນບໍ່ດີ ຕໍ່ສິ່ງແວດລ້ອມ ແລະ ທັມມະຊາດ ອັນອຸດົມສົມບູນ ຈະສ້າງຄວາມ ເດືອດຮ້ອນ ໃຫ້ແກ່ ປະຊາຊົນຫລາຍ 10 ລ້ານຄົນ ເປັນຕົ້ນ ແມ່ນປະຊາຊົນ ຜູ້ທຸກຍາກ ຈຳນວນຫລວງຫລາຍ ທີ່ເພິ່ງພາອາໄສ ຊັພຍາກອນ ທັມມະຊາດ ທັມມະຊາດ ໃນແມ່ນ້ຳຂອງ ແລະຕາມແຄມຝັ່ງ ແມ່ນ້ຳຂອງ ຮວມທັງເຄື່ອງປູກ ຂອງຝັງ ໃນການດຳລົງຊີວິດ ຂອງຕົນ ໃນຂນະທີ່ ຜົນປະໂຫຍດ ຫລືລາຍໄດ້ສ່ວນ ຫລວງຫລາຍ ຈະຕົກໃສ່ມື ຂອງເຈົ້າຂອງໂຄງການ ຊຶ່ງເປັນຜູ້ລົງທຶນ. ມາດາມ Aviva Imhop ຜູ້ອຳນວຍການ ເຄືອຂ່າຍແມ່ນ້ຳສາກົນ ທີ່ໄດ້ຕິດຕາມ ການພັທນາ ພະລັງງານໄຟຟ້າ ໃນເຂດແມ່ນ້ຳຂອງ ມາໄດ້ 15 ປີແລ້ວ ນັ້ນເວົ້າວ່າ:

"ມາດາມວ່າ ຢູ່ລາວ, ກຳພູຊາ ແລະວຽດນາມ ປາກົດວ່າ ອະນຸມັດ ໃຫ້ນັກລົງທຶນ ທີ່ສົນໃຈເຂົ້າມາ ສຳປະທານ ສ້າງເຂື່ອນໄຟຟ້າ ຮວມທັງໃນ ລຳແມ່ນ້ຳຂອງ ແບບທີ່ວ່າ ໃຜມາກ່ອນ ໃຫ້ກ່ອນ ໂດຍທີ່ບໍ່ໃຫ້ ຄວາມສຳຄັນ ໃນຂັ້ນຕອນ ຂອງການພັທນາ ຫລື ຊື່ສຽງຂອງ ບໍຣິສັດນັ້ນໆ".

ການສ້າງເຂື່ອນ 12 ແຫ່ງທີ່ວ່ານັ້ນ ຈະມີຜົນກະທົບໂດຍກົງ ຕໍ່ປະຊາຊົນຢູ່ໃນ 47 ເມືອງ ຂອງ 13 ແຂວງ ຊຶ່ງມີປະຊາຊົນ ອາໄສຢູ່ຢ່າງໜ້ອຍ 2 ລ້ານຄົນ ໂດຍສະເພາະເຂື່ອນ ທີ່ຈະສ້າງໃສ່ ແມ່ນ້ຳຂອງ ຣະຫວ່າງ 2 ປະເທດ ລາວແລະໄທ ເຊັ່ນ ເຂື່ອນປາກຊົມ ທີ່ຈະມີປະຊາຊົນ ໄດ້ຮັບຜົນ ກະທົບປະມານ 6 ແສນຄົນ ແລະ ເຂື່ອນບ້ານກຸ່ມ 4 ແສນກວ່າຄົນ.

ເວົ້າເຖິງຜົນກະທົບ ຕໍ່ການພົວພັນ ຣະຫວ່າງປະເທດ ເຊັ່ນຣະຫວ່າງ ລາວແລະໄທ ກໍແມ່ນບັນຫາ ເສັ້ນຊາຍແດນທາງນ້ຳ ຍ້ອນວ່າເຂື່ອນ ຈະເຮັດໃຫ້ເກີດ ມີການປ່ຽນແປງການໄຫລ ຂອງນ້ຳ, ດິນປົ່ງ ແລະແລວນ້ຳເລິກ ຫລາຍແຫ່ງ ກໍຈະປ່ຽນໄປຈາກ ແລວເດີມ ອັນຈະເຮັດໃຫ້ມີ ບັນຫາຫຍຸ້ງຍາກ ຫລາຍຂຶ້ນຕື່ມ ຊຶ່ງມາຮອດ ປັດຈຸບັນນີ້ ການປັກປັນຊາຍແດນ ທາງນ້ຳຣະຫວ່າງ 2 ປະເທດນີ້ ກໍຍັງບໍ່ທັນແລ້ວ. ນອກຈາກນັ້ນ ເຂື່ອນກໍຍັງ ຈະສົ່ງຜົນກະທົບ ຕໍ່ທັມມະຊາດ ແລະ ຣະບົບນິເວດ ເຮັດໃຫ້ຊັພຍາກອນ ທັມມະຊາດ ມີການປ່ຽນແປງ ພື້ນທີ່ຊຸ່ມນ້ຳ ແລະຣະບົບນິເວດ ຈະສ້າງຄວາມເສັຍຫາຍ ທາງດ້ານເສຖກິດ ເພາະພື້ນທີ່ຊຸ່ມນ້ຳ ຕາມແຄມຝັ່ງ ຈະສູນເສັຍໄປ ຊຶ່ງສາມາດ ຕີເປັນມູນຄ່າ ໄດ້ຢ່າງໜ້ອຍ 7 ລ້ານ 5 ແສນ ໂດລາ ສະຫະຣັດ ຕໍ່ປີ. ຜູ້ທີ່ຈະໄດ້ຮັບ ຄວາມເດືອດຮ້ອນທີ່ສຸດ ກໍຈະແມ່ນ ຄົນທຸກຄົນຍາກ ໃນເຂດລຸ່ມ ແມ່ນ້ຳຂອງ ຍ້ອນວ່າ ຊັພຍາກອນ ທັມມະຊາດ ຮວມທັງພືດພັນ ແລະປູປານານ້ຳ ຈະຖືກທຳລາຍ ນ້ຳທີ່ເຄີຍໄຫລ ຕາມທັມມະຊາດ ຢ່າງມີອິສຣະ ໃນແມ່ນ້ຳຂອງຕອນລຸ່ມ ຈຳນວນ 55% ກໍຈະຕົກຢູ່ ໃນອ່າງເກັບນໍ້າໜ້າ ເຂື່ອນ ມັນຈະປ່ຽນແປງ ຣະບົບນິເວດ ທີ່ສລັບຊັບຊ້ອນ ເຊັ່ນ ຫາດຊາຍ, ປ່າແຄມນ້ຳ, ວັງນ້ຳເລິກ ທີ່ເປັນບ່ອນຢູ່ອາໄສ ຂອງພວກໝູ່ປາ ແລະເປັນບ່ອນທີ່ ເອື້ອອຳນວຍ ໃຫ້ແກ່ການວາງໄຂ່ ຂອງປາ ແລະສັດນ້ຳຕ່າງໆ ຕລອດ ເຖິງໄຄນ້ຳ ຊຶ່ງເປັນອາຫານ ຂອງປາ ຮວມທັງປາບຶກ ຊຶ່ງເປັນອາຫານທີ່ລືຊື່ ສຳລັບຊາວລາວ ແລະຊາວໄທ ເປັນຕົ້ນ ຊາວເມືອງຫລວງພຣະບາງ ແລະ ເມືອງຊຽງຂອງ ນັ້ນ ກໍຈະຖືກທຳລາຍ ຈາກຜົນກະທົບ ຂອງເຂື່ອນ.

ທ່ານ Jim Webb ສະມາຊິກສະພາສູງ ສະຫະຣັດ ອະເມຣິກາ ກ່າວໃນພິທີ ເປີດການຮັບຟັງ ຄຳອະພິບາຍ ກ່ຽວກັບຜົນກະທົບ ຈາກການສ້າງເຂື່ອນໃສ່ ແມ່ນ້ຳຂອງ ທີ່ກຸງວໍຊິງຕັນ ດີຊີ ໃນວັນທີ 24 ກັນຍາ ວ່າ:

"ທ່ານວ່າ ເຂື່ອນຕ່າງໆເລົ່ານັ້ນ ຈະສົ່ງຜົນກະທົບ ໃສ່ການໄຫລຂອງນ້ຳ, ໃສ່ພວກໝູ່ປາ ແລະສັດປ່າ. ການທີ່ມີມາຕການ ປົກປັກຮັກສາ ສະພາບແວດລ້ອມ ອ່ອນແອ ແລະການປະຕິບັດ ໃຫ້ໄດ້ມາຕຖານ ບໍ່ໄດ້ດີນັ້ນ ອາດຈະເຮັດໃຫ້ມີ ການທຳລາຍ ຣະບົບນິເວດວິທຍາ ຂອງແມ່ນ້ຳຂອງ ຢ່າງຮ້າຍແຮງ".

ພັນປາໃນເຂດ ແມ່ນ້ຳຂອງຕອນລຸ່ມ ສ່ວນໃຫຍ່ເປັນປາ ທີ່ເຄື່ອນຍ້າຍໄປມາ ຕລອດສາຍນ້ຳ ຢູ່ໃນເຂດນັ້ນ. 70% ຂອງປາທີ່ຈັບໄດ້ ເປັນປາທັມມະຊາດ ທີ່ຂຶ້ນ ມາຈາກທາງໃຕ້ ຊຶ່ງຢູ່ໄກ, ຂຶ້ນມາທາງເໜືອ ແລະ ໄປແມ່ນ້ຳ ສາຂາ. 59% ຂອງປາທັມມະຊາດ 43 ສາຍພັນໃຫຍ່ ໃນພື້ນທີ່ປາກແມ່ນ້ຳ ຢູ່ກຳພູຊາ ແລະ ວຽດນາມ ຂຶ້ນມາຜ່ານນ້ຳຕົກ ທີ່ເມືອງໂຂງ ແຂວງຈຳປາສັກ ຂອງລາວ. ໃນຈຳນວນນັ້ນ ເຂົ້າໄປນ້ຳມູນ ນ້ຳຊີ ຂອງໄທ 35% . 65% ລອຍຂຶ້ນໄປທາງ  ວຽງຈັນ ຊຶ່ງໃນນັ້ນ 63% ກາຍວຽງຈັນ ຂຶ້ນໄປ.

ມາດາມ Delika Chungyala ຜູ້ອຳນວຍການ ໂຄງການແມ່ນ້ຳຂອງ ກອງທຶນເພື່ອສັດປ່າໂລກ ເວົ້າວ່າ:

"ມາດາມວ່າ ປາໃນແມ່ນ້ຳຂອງ ປະມານ 50% ເປັນປາທີ່ເຄື່ອນຍ້າຍ ໄປວາງໄຂ່ທາງໄກ ການສ້າງເຂື່ອນ ໃນລຳແມ່ນ້ຳຂອງ ຈະສະກັດກັ້ນ ບໍ່ໃຫ້ປານັ້ນ ເຄື່ອນຍ້າຍໄດ້. ພຽງແຕ່ເຂື່ອນດຽວ ໃນແມ່ນ້ຳຂອງ ເຊັ່ນ ເຂື່ອນ ໄຊຍະບູຣີ ກໍຈະເຮັດໃຫ້ປາ ທັມມະຊາດ ຫຼາຍຊນິດສູນພັນ ໄປໄດ້".

ການປະມົງປາ ທັມມະຊາດ ໃນເຂດລຸ່ມແມ່ນ້ຳຂອງ ໄດ້ເຖິງ 2 ລ້ານ 6 ແສນຕັນຕໍ່ປີ. ປະຊາຊົນ ປະເທດຕ່າງໆໃນເຂດນີ້ ກິນປານ້ຳຂອງ ຫລືປານ້ຳຈຶດ ຫລາຍທີ່ສຸດໃນໂລກ. ຖ້າຫາກສູນເສັຍ ປາທັມມະຊາດ ໃນແມ່ນ້ຳຂອງ ຍ້ອນການ ສ້າງເຂື່ອນໄຟຟ້າ ໄປແລ້ວ ກໍຈະບໍ່ສາມາດ ທົດແທນໄດ້ດ້ວຍ ການລ້ຽງປະໃນກະຊັງ ຫລືລ້ຽງໃນອ່າງ ເກັບນ້ຳໜ້າເຂື່ຶອນ.

ນອກຈາກຜົນ ກະທົບຕ່າງໆ ທີ່ເວົ້າມານັ້ນແລ້ວ ການສ້າງເຂື່ອນ ໃສ່ແມ່ນ້ຳຂອງ ກໍຍັງເຮັດໃຫ້ ຣະດັບນ້ຳ ມີການປ່ຽນແປງ ອັນສົ່ງຜົນເຮັດ ໃຫ້ເກີດສະພາບ ນ້ຳຂຶ້ນ-ນ້ຳບົກ ບໍ່ເປັນປົກກະຕິ ຕາມທັມມະຊາດ ແລະສົ່ງຜົນ ກະທົບ ໂດຍກົງ ຕໍ່ຣະບົບນິເວດ ແລະການເຄື່ອນຍ້າຍ ຂຶ້ນ-ລ່ອງ ຂອງພວກໝູ່ປາ ທີ່ອາໄສ ຣະດັບນ້ຳ ຕາມທັມມະຊາດ.

ໂຄງການສ້າງເຂື່ອນ ໄຟຟ້າ ກັ້ນແມ່ນ້ຳຕອນລຸ່ມ 12 ແຫ່ງ, ໃນເຂດປະເທດລາວ 7 ແຫ່ງ, ຢູ່ຣະຫວ່າງ 2 ປະເທດລາວ -ໄທ 3 ແຫ່ງ ແລະ ຢູ່ກຳພູຊາ 2 ແຫ່ງນັ້ນ ຮວມກັນທັງໝົດ ມີກຳລັງການຜລິດ ກະແສໄຟຟ້າ 14,157 MW. ບໍຣິສັດຕ່າງໆ ທີ່ຈະລົງທຶນ ກໍ່ສ້າງເຂື່ອນນັ້ນ ກໍມີທັງບໍຣິສັດ ຈີນ, ວຽດນາມ, ໄທ, ອີຕາລີ, ຮົງກົງ, ມາເລເຊັຍ ແລະ ຝຣັ່ງເສດ ຊຶ່ງມາຮອດ ປັດຈຸບັນນີ້ 9 ໂຄງການ ຮວມທັງ 2 ໂຄງການຢູ່ເຂດ ກຳພູຊາ ມີບັນທຶກ ຄວາມເຂົ້າໃຈກັນ ກ່ຽວກັບການສຶກສາ ຄວາມເປັນໄປໄດ້. ສ່ວນວ່າ ເຂື່ອນປາກຊົມ ທີ່ຊາຍແດນ ລາວ-ໄທ ຊຶ່ງຈະຜລິດ ກະແສໄຟຟ້າ ໄດ້ 2,030 MW ນັ້ນ ໄດ້ສຶກສາຄວາມ ເປັນໄປໄດ້ ໃນເບື້ອງຕົ້ນແລ້ວ, ເຂື່ອນໄຊຍະບູຣີ ຂອງລາວ ຂນາດ 1,260 MW ໄດ້ລາຍງານ ກ່ຽວກັບການສຶກສາ ຜົນກະທົບ ຕໍ່ສິ່ງແວດລ້ອມ ສົ່ງໃຫ້ຣັຖບານລາວແລ້ວ ແລະຣັຖບານລາວ ກໍໄດ້ສົ່ງຕໍ່ໃຫ້ ຄນະກັມມາທິການ ແມ່ນ້ຳຂອງ ເພື່ອສຶກສາ ແລະ ໃຫ້ຄຳແນະນຳ ແລະ ເຂື່ອນດອນສະໂຮງ ຂອງລາວ ຂນາດ 360 MW ນັ້ນ ກໍໄດ້ອອກແບບ ກໍ່ສ້າງ ໂດຍລະອຽດແລ້ວ.

ການສ້າງເຂື່ອນໄຟຟ້າ 12 ແຫ່ງໃນແມ່ນ້ຳຂອງ ຕອນລຸ່ມ ຢູ່ ລາວ ແລະ ກຳພູຊາ ຊຶ່ງກອງປະຊຸມ ເມື່ອທ້າຍເດືອນ ພຶສພາ 2010 ຂອງຄນະກັມມາທິການ ແມ່ນ້ຳຂອງ, ຕົວແທນ ຂອງຣັຖບານ ປະເທດຕ່າງໆ ທີ່ກ່ຽວຂ້ອງ, ບໍຣິສັດ ເອກກະຊົນ ແລະ ບໍຣິສັດທີ່ປຶກສາ ຕລອດເຖິງ ອົງການຈັດຕັ້ງ ທາງສັງຄົມ ໄດ້ຮ່ວມກັນ ປຶກສາຫາລື ເຖິງຜົນໄດ້ຜົນເສັຍ ໂດຍສະເພາະ ຜົນກະທົບອັນບໍ່ດີ ທີ່ຈະສະທ້ອນ ຕໍ່ສິ່ງແວດລ້ອມ ແລະ ທັມມະຊາດ ອັນອຸດົມສົມບູນ ແລະຈະສ້າງຄວາມ ເດືອດຮ້ອນ ໃຫ້ປະຊາຊົນ ຈຳນວນຫລາຍສິບ ລ້ານຄົນ ເປັນຈຸດສຸມໃຈກາງ ແລະ ຍັງເປັນບັນຫາ ສຳຄັນຈົນມາຮອດ ເທົ່າທຸກວັນນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.