ການປະຊຸມ ເພື່ອສນັບສນູນ ໃຫ້ສະຫະຣັຖ ອານຸມັດ NTR ໃຫ້ ສປປລາວ
2007.09.07
ສມາຊິກ ສະພາຕຳ່ ສະຫະຣັຖ, Betty McCollum, ສັງກັດ ພັກ Democrat ຈາກຣັຖ Minnesota, ພູມໃຈ ທີ່ເຫັນວ່າ ຊາວມົ້ງ ແລະ ຊາວລາວ ໃນເຂດເລືອກຕັ້ງ ຂອງທ່ານ ທີ່ສນັບສນູນ ໃຫ້ຣັຖສະພາ ສະຫະຣັຖ ອານຸມັດ ຖານະການຄ້າ ປົກະຕິ (NTR) ແກ່ ສປປລາວ ມີຈຳນວນຫລາຍຂຶ້ນ.
Madam McCollum ເວົ້າວ່າ ເປັນຂອງທັມະດາ ທີ່ຄົນມີແນວຄິດຕ່າງກັນ, ກ່ຽວກັບ ເຣື້ອງອານຸມັດ NTR ແກ່ລາວນີ້ ກໍເຊັ່ນກັນ. ບາງຄົນ ກໍເຫັນ NTR ເປັນໂອກາດດີ ທີ່ຈະຕ້ອງໃຊ້ ໃຫ້ເປັນປະໂຫຍດ, ສ່ວນອີກບາງຄົນ ຊຳ້ພັດເຫັນວ່າ ເປັນວິກິດການ. ສ່ວນ ທ່ານເອງນັ້ນ ດີໃຈ ທີ່ເຫັນວ່າ ຊາວມົ້ງ ໃນເຂດເລືອກຕັ້ງ ຂອງທ່ານນັ້ນ ເຫັນ NTR ເປັນໂອກາດດີ ມີຈຳນວນຫລາຍຂຶ້ນ.
Madam McCollum ກ່າວດັ່ງນີ້ ຕໍ່ການຊຸມນຸມ ຂອງແນວໂຮມ ເພື່ອສນັບສນູນ ການຄ້າລາວ-ອາເມຣິກັນ ຢູ່ທີ່ຕຶກຣັຖະສະພາ ເພື່ອຊຸກຍູ້ ໃຫ້ສມາຊິກ ຣັຖະສະພາ ຮັບຜ່ານກົດໝາຍ ອານຸຍາດ ໃຫ້ສັນຍາຕົກລົງການຄ້າ ສອງຝ່າຍ ລາວ-ອາເມຣິກັນ ຊຶ່ງລົງນາມກັນ ຕັ້ງແຕ່ປີ 1997 ນັ້ນ ມີຜົນປະຕິບັດໄດ້. ການທີ່ ສະຫະຣັຖ ໄດ້ແກ່ຍາວ ມາເຖິງປັດຈຸບັນ ກໍເນື່ອງຈາກວ່າ ມີການຂັດຄ້ານ ຢ່າງໜັກ ຈາກກຸ່ມປົກປ້ອງສິດທິມະນຸດ ທີ່ເຫັນວ່າ ສປປລາວ ຍັງມີການລະເມີດ ສິດທິມະນຸດຢູ່ ຢ່າງບໍ່ຍອມປ່ຽນແປງ ແຕ່ປະການໃດ.
"ບາງຄົນ ກໍເຫັນ NTR ເປັນໂອກາດດີ ທີ່ຈະຕ້ອງໃຊ້ ໃຫ້ເປັນປະໂຫຍດ, ສ່ວນອີກບາງຄົນ ຊຳ້ພັດເຫັນວ່າ ເປັນວິກິດການ."