ການປະທ້ວງ ທີ່ດົນນານ ຢູ່ໄທ
2010.05.18
ຈົນເຖິງປັດຈຸບັນ ພວກເສື້ອແດງ ປະທ້ວງຢູ່ໄທ ເປັນເວລາດົນນານແລ້ວ ແລະປະກົດວ່າ ນັບມື້ນັບເພິ້ມ ຄວາມຮຸນແຮງຂື້ນ ເລື້ອຍໆ. ແນ່ນອນວ່າ ການປະທ້ວງອັນ ຍືດເຍື້ອຍາວນານ ແລະ ອັນຮຸນແຮງດັ່ງກ່າວ ໄດ້ສົ່ງຜົນກະທົບ ຕໍ່ປະເທດລາວ ປະຊາຊົນລາວ ໂດຍສະເພາະ ການທ່ອງທ່ຽວແລະ ເສຖກິດຂອງລາວ ຢ່າງໜັກໜ່ວງ.
ຣັຖບານລາວ ແລະໄທມີໂຄງການ ຮ່ວມມືກັນໃນຫລາຍໆ ດ້ານແລະຫລາຍໆ ໂຄງການ ເຊັ່ນການສ້າງຂົວ ມິຕພາບລາວ-ໄທ ແຫ່ງທີ່ສາມແລະ ທີ່ສີ່ ແລະການສ້າງ ເຂື່ອນໄຟຟ້າ ຫລາຍໆແຫ່ງ. ໃນເມື່ອປະເທດໄທ ບໍ່ມີຄວາມສງົບ ຣັຖບານແລະ ບໍຣິສັດຂອງໄທ ກໍມີຄວາມສົນໃຈ ຕໍ່ໂຄງການການ ຮ່ວມມືເຫລົ່ານັ້ນ ໜ້ອຍລົງ.
ປະຊາຊົນລາວ ກໍໄດ້ຮັບຜົນ ກະທົບຈາກການ ປະທ້ວງຢູ່ໄທ.
ອຳນາດການປົກຄອງ ຂອງລາວຫລາຍໆແຂວງ ປະກາດ ຫ້າມປະຊາຊົນ ໄປເຮັດທຸຣະກິດ ແລະໄປທ່ອງທ່ຽວ ຢູ່ໄທນັບແຕ່ ການປະທ້ວງໄດ້ ເພິ້ມຄວາມຮຸນແຮງ ຂື້ນເປັນຕົ້ນມາ. ຊາວລາວທີ່ແຂວງ ບໍ່ແກ້ວ ບາງຄົນຈຳເປັນຕ້ອງ ໄປຮັກສາປິ່ນປົວ ຢູ່ໂຮງໝໍຂອງໄທ ກໍບໍ່ໄດ້ຮັບ ອະນຸຍາດຈາກ ເຈົ້າໜ້າທີ່ຄົນ ເຂົ້າເມືອງຂອງລາວ. ພວກເຂົາຕ້ອງຈ່າຍ ເງິນພິເສດຜູ້ລະ 500 ບາດໃຫ້ແກ່ເຈົ້າ ໜ້າທີ່ ຈຶ່ງໄປໄດ້. ນອກຈາກການຮັກສາ ປິ່ນປົວ ສຸຂພາບແລ້ວ ຊາວລາວຫລາຍຄົນ ກໍຕ້ອງການຂ້າມ ໄປ ຝັ່ງໄທເລື້ອຍໆ ເພື່ອໄປເຮັດວຽກ ຄ້າຂາຍຫລືບໍ່ກໍ ໄປທ່ອງທ່ຽວ; ແຕ່ຍ້ອນມີຄວາມ ວຸ້ນວາຍຢູ່ໄທ ຊາວລາວໃນບາງເຂດ ຈຶ່ງບໍ່ສາມາດ ຂ້າມໄປຝັ່ງໄທ ໄດ້ຢ່າງສະດວກ ສະບາຍເໝືອນແຕ່ກ່ອນ.
ທຸຣະກິດຂອງລາວ ທີ່ໄດ້ຮັບຜົນກະທົບ ຈາກການປະທ້ວງ ຢູ່ໄທແຮງກວ່າໝູ່ ກໍແມ່ນ ການທ່ອງທ່ຽວ. ພວກເສື້ອແດງ ປະທ້ວງຢູ່ໄທ ເທື່ອນີ້ຖືກກັບ ຣະດູການທ່ອງທ່ຽວ ຊຶ່ງເປັນເວລາ ທີ່ຊາວຕ່າງປະເທດ ມັກໄປ ຫລິ້ນໄປທ່ຽວໄທ ແລະລາວຫລາຍທີ່ສຸດ ຫລາຍກວ່າຍາມອື່ນໆ; ແຕ່ປີນີ້ ການປະທ້ວງຢູ່ໄທ ໄດ້ເຮັດໃຫ້ນັກ ທ່ອງທ່ຽວໂຈະ ແຜນການໄປລາວ ແລະ ໄທໄວ້ຫລືປ່ຽນ ແຜນໄປທ່ອງທ່ຽວ ປະເທດອື່ນໆແທນ. ຮ້າຍໄປກວ່ານັ້ນ ເມື່ອການປະທ້ວງ ຢູ່ໄທເພິ້ມຄວາມ ຮຸນແຮງຂື້ນ ເຊັ່ນເມື່ອທະຫານ ແລະພວກປະທ້ວງ ປະທະກັນເມື່ອ ວັນທີ່ 10 ເດືອນເມສາ ທີ່ເປັນເຫດໃຫ້ ມີການເສັຍຊີວິດ ເກືອບ 30 ຄົນ ແລະຫລາຍຮ້ອຍຄົນ ໄດ້ຮັບບາດເຈັບ ນັ້ນ; ເຫດການນີ້ ຊຶ່ງເກີດຂື້ນບໍ່ ເທົ່າໃດມື້ກ່ອນ ຈະເຖິງບຸນປີ ໃໝ່ລາວ ຍິ່ງເຮັດໃຫ້ຈຳນວນ ນັກທ່ອງທ່ຽວໄປລາວ ຫລຸດໜ້ອຍຖອຍລົງ ໂດຍສະເພາະ ໃນຍາມບຸນປີໃໝ່ລາວ ທີ່ນະຄອນ ຫລວງພະບາງ. ທ່ານ ຄຳຜຸຍ ພົມມະວົງ ຫົວໜ້າຫົວການ ທ່ອງທ່ຽວ ແຂວງຫລວງພະບາງ ກ່າວເຖິງຜົນກະທົບ ໃນເວລານັ້ນວ່າ ……ໃນເມືອງຫລວງ ພຣະບາງຕາມ ປົກກະຕິໃນ ຍາມບຸນປີໃໝ່ ລາວທຸກໆປີ ໂຮງແຮມແລະເຮືອນພັກ ຈະເຕັມໝົດ ນັກທ່ອງທ່ຽວຕ້ອງ ຈອງລ່ວງໜ້າໄວ້ ເປັນເວລາຫລາຍ ເດືອນ ຈຶ່ງໄດ້ຫ້ອງພັກ; ແຕ່ປີນີ້ ໂຮງແຮມ ແລະເຮືອນພັກຫລາຍໆ ຫລັງ ບໍ່ມີນັກທ່ອງທ່ຽວ ພັກເລີຍ ແລະນັກທ່ອງທ່ຽວ ໄປເຖິງມື້ໃດ ແມ້ແຕ່ໃນຍາມ ປີໃໝ່ລາວ ກໍສາມາດຊອກຫາ ເຊົ່າບ່ອນພັກພາ ອາໃສ ໄດ້ຢ່າງງ່າຍດາຍ. ເມື່ອຂ້າພະເຈົ້າ ຖາມວ່າ ເປັນຫຍັງປີນີ້ ຈຶ່ງມີນັກທ່ອງທ່ຽວ ບໍ່ຫລາຍຄືກັບ ທຸກໆປີ ພນັກງານບໍຣິສັດ ຂາຍປີ້ຣົດໂດຍສານ ທີ່ນະຄອນຫລວງ ພຣະບາງ ຜູ້ນຶ່ງເວົ້າວ່າ ເປັນຍ້ອນເຫດການ ຄວາມວຸ້ນວາຍຢູ່ໄທ; ນັກທ່ອງທ່ຽວມາ ລາວສ່ວນຫລາຍຈະມາ ຜ່ານໄທ.
ຢູ່ສະຖານທີ່ທ່ອງທ່ຽວ ແຫ່ງອື່ນໆໃນລາວ ກໍປະກົດມີ ນັກທ່ອງທ່ຽວໜ້ອຍລົງ ເຊັ່ນກັນ ຕົວຢ່າງທີ່ເມືອງໂພນສວັນ ແຂວງຊຽງແຂວງ ນັກທ່ຽວທ່ອງໄປ ເບິ່ງໄປຊົມທົ່ງ ໄຫຫິນມີໜ້ອຍ ໂຮງແຮມແລະ ຮ້ານອາຫານເປົ່າຫວ່າງ ເປັນສ່ວນຫລາຍ ບໍຣິສັດທ່ອງທ່ຽວ ມີລູກຄ້າ ໜ້ອຍກວ່າທຸກໆປີ. ທີ່ນະຄອນຫລວງ ວຽງຈັນ ຕາມທັມມະດາ ໃນຍາມບຸນປີ ໃໝ່ລາວ ຈະມີນັກທ່ອງທ່ຽວ ຊາວໄທຫລາຍເປັນ ພິເສດ ແຕ່ປີນີ້ມິດຫງຽບ.
ເຖິງຢ່າງໃດກໍຕາມ ການປະທ້ວງຂອງ ພວກເສື້ອແດງຢູ່ໄທ ກໍບໍ່ແມ່ນສາເຫດ ດຽວທີ່ເຮັດໃຫ້ ຈຳນວນນັກທ່ອງທ່ຽວ ໄປລາວໜ້ອຍລົງ ໄພແຫ້ງແລ້ງ ກໍເປັນສາເຫດໃຫຍ່ ນຶ່ງອີກ. ເມື່ອຍາມເດືອນສາມ ເດືອນສີ່ແລະຫ້າ ແມ່ນ້ຳຂອງບົກ ແຫ້ງລົງຫລາຍ ຈົນເຮືອໂດຍສານ ບໍ່ສາມາດແລ່ນ ບໍຣິການ ນັກທ່ອງທ່ຽວໄດ້ ໂດຍສະເພາະເຮືອ ຈາກ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ລົງໄປຫານະຄອນ ຫລວງພະບາງ ດັ່ງຊາວລາວຄົນນຶ່ງ ຊີ້ແຈງວ່າ:
ຍ້ອນສາເຫດທັງສອງ ຢ່າງນີ້ໂດຍສະເພາະ ຍ້ອນການປະທ້ວງ ອົງການທ່ອງທ່ຽວ ແຫ່ງຊາດລາວ ຄາດຄະເນໄວ້ ເມື່ອຕົ້ນປີນີ້ວ່າ ຈຳນວນນັກທ່ອງທ່ຽວ ໄປລາວ ໃນປີນີ້ ຈະເພິ້ມຂື້ນເປັນ 1 ລ້ານແລະ 8 ແສນຄົນ ແຕ່ຖ້າເຫດການ ຢູ່ໄທຍິ່ງເພິ້ມ ຄວາມຮຸນແຮງແລະ ຍິ່ງແກ່ ຍາວດົນນານ ຕົວເລກເປົ້າໝາຍ ດັ່ງກ່າວ ກໍອາດຈະຕົກ ຕ່ຳລົງ ເຊັ່ນດຽວກັນເຈົ້າ ໜ້າທີ່ການທ່ອງທ່ຽວ ຂອງໄທກ່າວຍອມຮັບ ໃນກອງປະຊຸມ ການທ່ອງທ່ຽວອາຊ່ຽນ ເມື່ອບໍ່ດົນຜ່ານ ມາວ່າແຕ່ກ່ອນ ທາງການໄທຄາດ ວ່າຈະ ມີນັກທ່ອງທ່ຽວ ເຂົ້າໄທໃນປີ 2010 ນີ້ປະມານ 14 ລ້ານ ແລະ 1 ແສນຄົນ ແຕ່ຍ້ອນມີການປະທ້ວງ ຈຳນວນດັ່ງກ່າວອາດຈະຫລຸດລົງຫລາຍລ້ານຄົນ.
ຜົນກະທົບອີກ ຢ່າງນຶ່ງ ໃນເມື່ອນັກທ່ອງທ່ຽວ ໄປລາວໜ້ອຍລົງ ບໍຣິສັດນຳທ່ຽວ ໂຮງແຮມ ຮ້ານອາຫານ ແລະຣົດໂດຍສານ ກໍມີຣາຍໄດ້ ໜ້ອຍລົງ ດັ່ງຊາວລາວທ່ານ ນັ້ນເວົ້າອີກວ່າ:
"ເມື່ອທຸຣະກິດ ເຫລົ່ານີ້ມີຣາຍ ໄດ້ໜ້ອຍ ຣັຖບານຊຶ່ງອາໃສ ເກັບພາສີອາກອນ ກັບນັກທຸຣະກິດ ກໍຈະມີຣາຍໄດ້ ຣາຍຮັບໜ້ອຍລົງ ເຊັ່ນກັນ. ຣັຖບານ ສປປລາວ ຄາດຫວັງໄວ້ວ່າ ປີນີ້ຣັຖບານ ຈະມີຣາຍໄດ້ ຈາກການທ່ອງທ່ຽວ ເຖິງ 275 ລ້ານດອນລ່າ ສະຫະຣັຖ ແຕ່ຍ້ອນມີການ ປະທ້ວງ ຢູ່ໄທແລະຍ້ອນ ໄພແຫ້ງແລ້ງ ຣາຍໄດ້ ທີ່ວ່ານັ້ນຕ້ອງ ຫລຸດໜ້ອຍຖອຍລົງ ຢ່າງແນ່ນອນ. ຢູ່ໄທ ຍິ່ງຮ້າຍ ຮ້ານຊັພສິນຄ້າ ທີ່ບາງກອກ ສູນເສັຍຣາຍໄດ້ ເຖິງ 500 ລ້ານດອນລ່າ ສະຫະຣັຖ ຕໍໍວັນ ທຸກໆມື້ນັບ ແຕ່ມີການປະທ້ວງ ຢູ່ສີ່ແຍກຣາຊປະສົງ ເປັນຕົ້ນມາ.
ສລຸບແລ້ວ ການປະທ້ວງຢູ່ໄທ ໄດ້ສົ່ງຜົນກະທົບ ຕໍ່ປະເທດລາວ ປະຊາຊົນລາວ ເສຖກິດ ແລະການທ່ອງທ່ຽວ ຂອງລາວຢ່າງ ໜັກໜ່ວງສົມຄວນ.