ຮ້ອຍລ້ານດອນລ້າ ສະຫະຣັຖ ເພື່ອຈັດ ກິລາຊີເກມ

ສປປລາວ ໄດ້ຮັບການ ຊ່ວຍເຫລືອຈາກ ຕ່າງປະເທດເກືອບ ຮ້ອຍລ້ານດອນລ້າ ສະຫະຣັຖ ເພື່ອຈັດງານ ມະຫາກັມ ກິລາຊີເກມ ໃນທ້າຍປີນີ້. ອາວະຣີ ມີຣາຍງານ
ອາວະຣີ
2009.07.22
F-SoccerBall ສປປລາວພ້ອມແລ້ວທີ່ຈະເປັນເຈົ້າພາບໃນງານກິລາຊີເກມ
Photo: RFA

ຣັຖບານສປປລາວ ໄດ້ຮັບການ ຊ່ວຍເຫລືອຈາກ ປະເທດເພື່ອນມິດ ເພື່ອຈັດ ການແຂ່ງຂັນກິລາ ເອເຊັຍຕາວັນອອກ ສ່ຽງໃຕ້ ຫລືຊີເກມ ໃນເດືອນທັນວາ 2009.  ລາວໄດ້ຮັບການ ຊ່ວຍເຫລືອຈາກຈີນ ຫລາຍກວ່າໝູ່ຄື ປະມານ 50ລ້ານດອນລ້າ ອັນດັບທີສອງຈາກ ວຽດນາມ 15ລ້ານດອນລ້າ ທີສາມຈາກຍີ່ປຸ່ນ 6ລ້ານດອນລ່າ ທີສີ່ຈາກໄທ 3ລ້ານດອນລ່າ ທີຫ້າຈາກເກົາຫລີໃຕ້ 4ແສນດອນລ່າ ທີຫົກຈາກ ສະຫະພັນ ສະມາຄົມ ເຕະບານໂລກ ຫລືຟີຟາ 1ແສນ4ໝື່ນດອນລ່າ ແລະຈາກ ປະເທດອື່ນໆ ລວມທັງໝົດ ສປປລາວ ໄດ້ຮັບການຊ່ວຍເຫລືອ ຈາກຕ່າງປະເທດ ເພື່ອຈັດການແຂ່ງຂັນ ກິລາຊີເກມ ຄັ້ງທີ່25ນີ້ ຄິດໄລ່ເປັນເງິນ ເກືອບ100 ລ້ານດອນລ່າ ສະຫະຣັຖ.

ການຊ່ວຍເຫລືອ ທີ່ຣັຖບານລາວ ໄດ້ຮັບຈາກຈີນ ບໍ່ແມ່ນ ການຊ່ວຍເຫລືອ ເປັນເງິນໂດຍກົງ ແຕ່ເປັນການຊ່ວຍເຫລືອ ແບບມີການ ແລກປ່ຽນກັນ ຄືຣັຖບານລາວ ໃຫ້ບໍຣິສັດ ຂອງຈີນເຊົ່າທີ່ດິນ ຢູ່ບຶງທາດຫລວງ ແລະຢູ່ເຂດອື່ນໆ ໃນນະຄອນຫລວງ ວຽງຈັນ ເພື່ອສ້າງເມືອງໃໝ່ ເປັນເວລາ75ປີ ແລະເພື່ອເປັນການ ແລກປ່ຽນ ບໍຣິສັດຂອງຈີນ ໄດ້ສ້າງສນາມກິລາ ແຫ່ງຊາດ ໃໝ່ໃຫ້ແກ່ລາວ ຊຶ່ງມີມູນຄ່າ ປະມານ 50ລ້ານດອນລ່າ ສະຫະຣັຖ.

ດຣ. ສິນລະວົງ ໂຄດໄພທູນ ເມື່ອປີກາຍເປັນ ເຈົ້າຄອງນະຄອນ ຫລວງວຽງຈັນ ໄດ້ກ່າວອະທິບາຍ ກ່ຽວກັບການແລກປ່ຽນ ທີ່ດິນ ຢູ່ບຶງທາດຫລວງ ກັບຈີນນັ້ນວ່າ:

“ຜ່ານມາແມ່ນສັນຍາ ລວມທົ່ວໄປ ຄນະສອງຝ່າຍໄດ້ ຄົ້ນຄວ້າກັນສາມບ່ອນ ບ່ອນທີ່ນຶ່ງແມ່ນ ບຶງທາດຫລວງ ປະມານ400ເຮັກຕາຣ໌ ເປັນບ່ອນລົງທຶນ ຂອງຕ່າງ ປະເທດຂອງ ບໍຣິສັດຮ່ວມ ລາວ-ຈີນ ບ່ອນທີ່ສອງ ປະມານ100ເຮັກຕາຣ໌ ຢູ່ດົງໂພສີ ແລະບ່ອນທີ່ສາມ 440ເຮັກຕາຣ໌ ຢູ່ເຂດຫລັກ18 ໃກ້ໆກັບ ສນາມກິລາຊີເກມ ປັດຈຸບັນນີ້.”

ເມື່ອເວົ້າເຖິງ ສນາມກິລາຊີເກມ ການກໍ່ສ້າງສນາມກິລາ ແຫ່ງໃໝ່ນີ້ປັດຈຸບັນ ກຳລັງດຳເນີນໄປ ຢ່າງຂຸ້ນຂ້ຽວ ແລະຈະສຳເຣັດກ່ອນ ງານມະຫາກັມ ກິລາຊີເກມ ຢ່າງ ແນ່ນອນ. ບໍ່ເທົ່ານັ້ນເມື່ອ ທ່ານຮູ່ຈິ່ນຕ່າວ ມາຮ່ວມ ກອງປະຊຸມສຸດຍອດ ປະເທດໃນເຂດ ອ່າງແມ່ນ້ຳຂອງ ຢູ່ນະຄອນຫລວງ ວຽງຈັນ ຜູ້ນຳຈີນ ກໍຕົກລົງໃຫ້ເງິນ ຊ່ວຍເຫລືອແກ່ລາວ ຕື່ມອີກຫລາຍ ສິບລ້ານດອນລ່າ ຣັຖບານລາວ ຈະນຳເອົາເງິນ ຈຳນວນນີ້ໄປໃຊ້ ເຮັດຫຍັງກໍໄດ້ ແຕ່ແນ່ນອນວ່າ ຣັຖບານລາວ ຕ້ອງໃຊ້ເງິນນັ້ນ ເພື່ອຈັດການ ແຂ່ງຂັນກິລາຊີເກມ ບໍ່ຫລາຍກໍໜ້ອຍ. ໃນດ້ານອື່ນໆ ຈີນໄດ້ສົ່ງຄຣູຝຶກ ມາຊ່ວຍຝຶກຊ້ອມ ນັກກິລາບ່ານສົ່ງ ທັງເພດຍິງແລະຊາຍ ຂອງລາວຢູ່ນະຄອນ ຫລວງວຽງຈັນ ນຳອີກ.

ສປປລາວ ໄດ້ຮັບການຊ່ວຍເຫລືອ ເພື່ອຈັດຊີເກມ ຈາກວຽດນາມຫລາຍ ອັນດັບ ສອງຮອງຈາກຈີນ. ການຊ່ວຍເຫລືອຂອງ ວຽດນາມ ກໍບໍ່ແມ່ນການ ຊ່ວຍເຫລືອລ້າ ເປັນການແລກປ່ຽນ ເຊັ່ນກັນ ບໍຣິສັດວຽດນາມ ທີ່ມີຊື່ວ່າ Hoang Anh Gia Lai ໃຫ້ເງິນຊ່ວຍເຫລືອລາວ 14ລ້ານດອນລ່າ ສະຫະຣັຖ ເພື່ອສ້າງ ຫໍພັກນັກກິລາ ຊີເກມ ທີ່ມະຫາວິທະຍາໄລ ແຫ່ງຊາດລາວ ທີ່ດົງໂດກ ຫລັງຈາກສິ້ນສຸດ ງານມະຫາກັມ ກິລາຊີເກມແລ້ວ ຫໍພັກດັ່ງກ່າວ ຈະກາຍເປັນ ຫໍພັກນັກສຶກສາ.

ໃນຈຳນວນເງິນ 14ລ້ານດອນລ່າ ນັ້ນ 4ລ້ານ ເປັນເງິນຊ່ວຍເຫລືອລ້າ ແຕ່ອີກ10ລ້ານ ເປັນເງິນກູ້ຢືມ ທີ່ບໍ່ມີດອກເບັ້ຍ ເປັນເວລາສາມປີ ແຕ່ແທນທີ່ຈະ ໃຊ້ໜີ້ຄືນ ດ້ວຍເງິນ ຣັຖບານລາວ ຕົກລົງອະນຸຍາດ ໃຫ້ບໍຣິສັດ ວຽດນາມ ເຊົ່າທີ່ດິນ 1ໝື່ນເຮັກຕາຣ໌ ເພື່ອປູກຢາງພາຣາ ຢູ່ແຂວງ ອັດຕະປື ອີງຕາມຣາຍງານ ຂອງອົງການ ຂ່າວສານທາງການ ວຽດນາມຫລື Vietnam News ສະບັບວັນທີ່26 ເດືອນ ມິຖຸນາ ປີ2008 ທີ່ຜ່ານມາ.

ນອກຈາກນັ້ນເມື່ອປີນີ້ ທາງການວຽດນາມ ຍັງຕົກລົງໃຫ້ເງິນ ຊ່ວຍເຫລືອແກ່ລາວ ພິເສດຕື່ມອີກ 1ແສນດອນລ່າ ເພື່ອໃຊ້ສຳລັບ ຈັດພິທີເປີດແລະປິດ ການແຂ່ງຂັນ ກິລາຊີເກມ. ໃນດ້ານກິລາ ວຽດນາມໄດ້ຊ່ວຍ ຝຶກຊ້ອມນັກກິລາລາວ ເຊັ່ນ: ນັກກິລາລອຍນ້ຳ ແລະດຳນ້ຳ 26ຄົນ ແລະຍິງປືນ 6ຄົນຂອງລາວ ກຳລັງຝຶກຊ້ອມ ຢູ່ນະຄອນຫລວງ ຮາໂນ່ຍ. ໃນດ້ານວິຊາການ ວຽດນາມ ຈະຊ່ວຍຕິດຕັ້ງ ຣະບົບຕິດຕໍ່ ທາງຄອມພິວເຕີ ເຊັ່ນ:ຈະຕິດຕັ້ງເຄື່ອງຈັກ ປະກາດຜົນ ແລະເຄື່ອງຄິດໄລ່ ຄະແນນ ການແຂ່ງຂັນ.

ຍີ່ປຸ່ນ ເປັນປະເທດທີ່ ໃຫ້ການຊ່ວຍເຫລືອ ແກ່ລາວຫລາຍເປັນ ອັນດັບທີ່ສາມ ຄືໄດ້ຊ່ວຍ ສ້າງສນາມແຂ່ງຂັນ ແລະຝຶກຊ້ອມ ທີ່ມີຊື່ວ່າ ສູນກິລາຍູໂດ ລາວ-ຍີ່ປຸ່ນ ທີ່ມີມູນຄ່າປະມານ 6ລ້ານດອນລ່າ ແລະທີ່ຕັ້ງຢູ່ ໃນບໍຣິເວນ ໂຮງຮຽນ ມັທຍົມເຈົ້າອະນຸ ໃກ້ໆກັບສນາມ ກິລາແຫ່ງຊາດເກົ່າ. ນອກຈາກນັ້ນ ຍີ່ປຸ່ນ ຍັງຊ່ວຍຮັບເອົາ ນັກກິລາ ແທກກວນໂດ່ ແລະຢູໂດ່ຂອງລາວ ໄປຝຶກຊ້ອມ ຢູ່ຍີ່ປຸ່ນນຳ.

ໄທໃຫ້ເງິນຊ່ວຍເຫລືອ ແກ່ລາວຫລາຍ ອັນດັບທີ່ສີ່ ຄືໄດ້ຊ່ວຍ 90ລ້ານບາດຫລື ເກືອບ3ລ້ານດອນລ່າ ເພື່ອສ້ອມແປງ ສນາມກິລາ ແຫ່ງຊາດເກົ່າ ແລະສນາມມວຍ ໃຫ້ໄດ້ມາຕຖານ. ເຈົ້າໜ້າທີ່ທາງ ການກິລາລາວ ຊີ້ແຈງກ່ຽວກັບ ເຣື່ອງນີ້ວ່າG             

"ທາງໄທອະນຸມັດ 90ກວ່າລ້ານ ພວກເຮົາ ຈະເອົາເງິນງົບ ຈຳນວນນີ້ອອກມາ ສ້ອມແປງ ສນາມກິລາເກົ່າ ກະຖືວ່າເຮັດ ໃໝ່ໝົດແຫລະ ບ່ອນເກົ່ານັ້ນແຫລະ.”

ນອກຈາກນັ້ນໄທ ຍັງຊ່ວຍຝຶກຊ້ອມ ນັກກິລາລາວ ເຊັ່ນທິມເຕະບານ ຂອງລາວກໍໄປ ຝຶກຊ້ອມຢູ່ໄທ ໄທຊ່ວຍຝຶກ ກັມມະການຕັດສິນ 12ປະເພດ ແລະຈະໃຫ້ລາວ ຢືມອຸປກອນ ການແຂ່ງຂັນ ຫລາຍໆຢ່າງ.

ເກົາຫລີໃຕ້ ໃຫ້ການຊ່ວຍເຫລືອ ແກ່ລາວຄິດໄລ່ ເປັນເງິນປະມານ 4ແສນດອນລ່າ ແຕ່ຂ່າວທີ່ພວກເຮົາ ໄດ້ຮັບ ບໍ່ໄດ້ແຈ້ງຣາຍ ລະອຽດວ່າ ຣັຖບານລາວ ຈະໃຊ້ ເງິນຊ່ວຍເຫລືອ ຈຳນວນນີ້ເພື່ອ ເຮັດຫຍັງ. ຂ່າວພຽງແຕ່ແຈ້ງ ວ່າເກົາຫລີໃຕ້ ຈະຊ່ວຍຝຶກຊ້ອມ ນັກກິລາເຕະບານ ເພດຍິງ ໃຫ້ແກ່ລາວ.

ສິງກະໂປ ບໍ່ແຈ້ງ ຣາຍລະອຽດວ່າ ໄດ້ຊ່ວຍ ຫລືຈະຊ່ວຍລາວ ເປັນເງິນຫລາຍ ເທົ່າໃດ ແຕ່ແຈ້ງວ່າຈະ ຊ່ວຍສອນ ພາສາອັງກິດ ໃຫ້ແກ່ເຈົ້າໜ້າທີ່ ແລະກັມມະການ ຕັດສິນຂອງລາວ ແລະຈະຊ່ວຍ ປູກຕົ້ນໄມ້ຈຳນວນ 500ຕົ້ນ ອ້ອມສນາມກິລາ ແຫ່ງຊາດໃໝ່.

ມາເລເຊັຍ ຢາກຊ່ວຍຝຶກຊ້ອມ ນັກກິລາ ຕີດອກປີກໄກ່ ໃຫ້ແກ່ລາວ ແລະຈະຊ່ວຍ ດ້ານເທກນິກອື່ນໆ ເຊັ່ນແລກປ່ຽນ ເຈົ້າໜ້າທີ່ແລະ ກັມມະການ.

ຟີລິບປິນ ຢາກຊ່ວຍຈັດ ການແຂ່ງຂັນ ບານບ້ວງ ຫລືບາສແກ໊ສບອລ ແຕ່ລາວຕັດສິນໃຈ ບໍ່ຍອມຈັດກິລາ ປະເພດນີ້ ເພາະຂາດເຂີນເດິ່ນ ທີ່ປູດ້ວຍໄມ້.

ນອກຈາກນັ້ນ ສະຫະພັນ ສະມາຄົມ ເຕະບານໂລກ ຫລືຟີຟາ ກໍຊ່ວຍລາວຈັດ ຊີເກມເປັນເງິນ 1ແສນແລະ 4ໝື່ນດອນລ່າ ສະຫະຣັຖ ຊ່ວຍຝຶກອົບຮົມ ເຈົ້າໜ້າທີ່ ແລະຊ່ວຍແນະນຳ ນັກກິລາເຕະບານ ເພດຍິງຂອງລາວ.

ສະຫລຸບແລ້ວ ສປປລາວ ຕ້ອງໄດ້ຮັບເງິນ ຊ່ວຍເຫລືອຈາກຕ່າງ ປະເທດ ຄິດໄລ່ເປັນເງິນ ທັງໝົດເກືອບ 100ລ້ານດອນລ່າ ສະຫະຣັຖ ເພື່ອເປັນເຈົ້າພາບ ຈັດງານ ມະຫາກັມ ກິລາຊີເກມ ຄັ້ງທີ່25 ໃນເດືອນ ທັນວາ ທ້າຍປີນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.