ສປປລາວ ສປຈີນ ສສວຽດນາມ

ຄອມມຸນິດ ສປປລາວ ຍັງມີ ການພົວພັນ ຢ່າງເລີກເຊີ່ງ ກັບກຸ່ມ ປະເທດ ຄອມມຸນີດ ອື່ນໆ ໃນໂລກ ຫລາຍຢູ່, ປະເທດ ຄອມມຸນີດ ທີ່ໃກ້ຊິດ ທີ່ສຸດ ກໍ່ແມ່ນ ວຽດນາມ ແລະຈີນ ຍັງບໍ່ມີ ຮ່ອງຮອຍວ່າ ຈະມີການ ປ່ຽນແປງໄດ້ ຢ່າງງ່າຍໆ ໃນອະນາຄົດ ອັນໃກ້ໆນີ້.
ສິດນີ
2010.09.16

ຫລັງຈາກທີ່ ສປປລາວ ປະຕິຮູບ ທາງດ້ານ ເສຖກິດ ທີ່ເອີ້ນກັນວ່າ ຈິນຕະນາການ ໃຫມ່ ໃນປີ 1986 ປ່ຽນຈາກຣະບົບ ເສຖກິດ ສັງຄົມນິຍົມ ທີ່ສູນກາງ ຄວບຄຸມ ມາເປັນ ເສຖກິດຕລາດ ຫລາຍຄົນ ກໍຄິດວ່າ ສປປລາວ ອາດຈະ ປະຕິຮູບ ທາງດ້ານການເມືອງ ໃນຣະຍະ ຕໍ່ໄປ ແຕ່ຄວາມຄິດ ດັ່ງກ່າວ ອາດຈະຜິດໄປ.

ເຫດຜົລ ກໍ່ແມ່ນວ່າ ໃນເວລານີ້ ທຸກມື້ ສປປລາວ ແຮ່ງເພີ້ມ ການພົວພັນ ແລະ ການຜູກມັດ ກັບປະເທດ ຄອມມຸນິດ ດ້ວຍກັນ ຫລາຍຂື້ນ ໃນຂນະທີ່ ຕົນກຳລັງ ຕ້ອງການ ນັກລົງທືນ ແລະ ການຊ່ອຍເຫລືອ ຈາກ ປະເທດ ຕາເວັນຕົກ ໃນການພັທນາ ສ້າງສາປະເທດ. ປະເທດ ຄອມມຸນິດ ທີ່ ສປປລາວ ໃກ້ຊິດທີ່ສຸດ ແລະ ມີການຜູກມັດ ຫລາຍທີ່ສຸດ ກໍ່ແມ່ນວຽດນາມ ລອງລົງມາ ກໍ່ແມ່ນຈີນ ນອກຈາກນັ້ນ ກໍ່ຍັງມີ ການພົວພັນ ກັບປະເທດ ຄອມມຸນີດ ເກົາຫລີເຫນືອ ແລະຄິວບາ.

ສຳລັບກັບວຽດນາມ: ສປປລາວ ບໍ່ແມ່ນ ສະເພາະແຕ່ ມີການພົວພັນ ແບບທັມມະດາ ຍັງມີການ ລົງນາມ ມິຕພາບ ຄວາມສຳພັນ ອັນໃກ້ຊິດ ຖານພິເສດ ຣະຫວ່າງກັນ ໃນຫລາຍດ້ານ ເປັນຣະຍະ ເວລາຫລາຍປີ ນຳອີກ ເຊັ່ນ:

ທາງດ້ານການເມືອງ ສອງປະເທດ ດັ່ງກ່າວ ກໍ່ມີການ ຜູກມັດ ທາງດ້ານການເມືອງ ຖານພິເສດ ຣະຫວ່າງກັນ ຢ່າງຫນ້າແຫນ້ນ ວຽດນາມ ຊ່ອຍຝຶກອົບຮົມ ຜູ້ນຳທາງ ດ້ານການເມືອງ ໃນລາວ ບໍ່ວ່າ ໃນສມັຍໃດ ເລີ້ມຈາກຜູ້ນຳ ຣະດັບຊາດ ຣະດັບສູນກາງ ມາຮອດຣະດັບ ແຂວງ ແລະ ຣະດັບທ້ອງຖີ່ນ ສ່ວນໃຫຍ່ກໍ່ແມ່ນ ຝືກອົບຮົມ ຈາກ ວຽດນາມ. ມີການແລກປ່ຽນ ແລະ ຝືກອົບຮົມ ທີສດີ ມາກເລນິນ ແລະ ໂຮ່ຈີມີນ ຮ່ວມກັນ ຣະຫວ່າງ ເຈົ້າຫນ້າທີ່ ລາວແລະວຽດນາມ ທີ່ສະຖາບັນ ການປົກຄອງ ນະຄອນ ໂຮຈີມີນ ວຽດນາມ ມາຕຣອດ. ສະມາຊິກ ສະພາແຫ່ງຊາດ ຣະຫວ່າງ ສອງຝ່າຍ ກໍ່ມີການ ແລກປ່ຽນ ຄວາມຄີດຄາມເຫັນ ຣະຫວ່າງກັນ. ທາງດ້ານການທູດ ກໍ່ມີການ ຜູກມັດກັນ ເປັນຢ່າງດີ ບໍ່ວ່າໃນ ບັນຫາ ຣະດັບຊາດ ແລະ ໃນເວທີສາກົນ. ການປົກຄອງ ກໍ່ມີການ ແລກປ່ຽນ ຄວາມຄິດຄວາມເຫັນ ຣະຫວ່າງກັນ ໃນທຸກ ຣະດັບ ດ້ວຍການແລກປ່ຽນ ເຈົ້າຫນ້າທີ່ ທາງດ້ານການ ປົກຄອງ ມາຮ່ວມຝືກ ອົບຮົມ ດ້ວຍກັນ ຢ່າງຕໍ່ເນືອ່ງ.

ທາງດ້ານເພີ້ມ ຄວາມສຳພັນ ໃນອາທີດນີ້ ນາຍົກ ຣັຖມົນຕຣີ ລາວ ທ່ານ ບົວສອນ ບຸບຜາວັນ ກໍ່ໄດ້ໄປ ຢ້ຽມຢາມ ວຽດນາມ ທ່ານກໍ່ຈະໄດ້ ລົງນາມ ຄວາມຮ່ວມມື ຖານພິເສດ ກັບວຽດນາມ ເພີ້ມຈາກປີ 2011-2020 ແລະ ຄວາມຮ່ວມມື ຮອບດ້ານ ຣະຫວ່າງ ສອງປະເທດ ຣະຫວ່າງປີ 2011-2015.

ໃນວັນທີ 12-13 ກັນຍາ ປີນີ້ ທ່ານ ຕຣອງ ຕັນຊາງ ສະມາຊີກ ຄນະກັມມະການ ກົມການເມືອງ ຜູ້ທີ່ເປັນ ເລຂາຄນະ ກັມມະການ ກົມການເມືອງ ສູນກາງ ພັກຄອມມຸນີດ ວຽດນາມ ກໍ່ມາ ຢ້ຽມຢາມລາວ ເພື່ອກຳຊັບ ຄວາມສຳພັນ ໃນການຢ້ຽມຢາມ ລາວ ຂອງທ່ານ ກໍ່ມີການ ໃຫ້ຄວາມສຳຄັນ ໃນທີສດີ ການສິດສອນ ຂອງລັດທິ ມາສເລນີນ ແລະ ຫົນທາງແນວຄິດ ຂອງປະທານ ໂຮ່ຈີມີນ ໃນລາວ. ໃນທຸກຣະຍະ ຜູ້ນຳ ທັງສອງຝ່າຍ ຮ່ວມດ້ວຍເຈົ້າຫນ້າທີ່ ຣະດັບສູງ ຣະຫວ່າງ ສອງປະເທດ ກໍ່ໄປມາຫາສູ່ ຣະຫວ່າງກັນ ມາຕຣອດ.

ທາງດ້ານ ການທະຫານ ແຮ່ງມີການ ພົວພັນກັນຫລາຍ ທັງສອງປະເທດ ມີສັນຍາ ຮ່ວມລົບດ້ວຍກັນ ໃນຣະຍະ ທີ່ຜ່ານມາ ແລະ ໃນປັດຈຸບັນນີ້ ກໍ່ມີສັນຍາ ຮັກສາ ຄວາມປອດພັຍ ຮ່ວມກັນ. ເຈົ້າຫນ້າທີ່ ຣະດັບສູງ ຝ່າຍທະຫານ ຂອງລາວ ສ່ວນໃຫຍ່ ກໍ່ໄປຝືກ ອົບຮົມ ຢູ່ວຽດນາມ ແລະ ເຈົ້າຫນ້າທີ່ ຣະດັບສູງ ຂອງກະຊວງ ປ້ອງກັນປະເທດ ວຽດນາມ ກໍ່ມາຢ້ຽມຢາມ ລາວຕຣອດ. ວ່າງຫລັງໆ ມານີ້ ຣະຫວ່າງ ວັນທີ 10-12 ກັນຍາ ປີນີ້ ກໍ່ມີຮອງ ຣັຖມົນຕຣີ ກະຊວງ ປ້ອງກັນ ປະເທດ ວຽດນາມ ພົລໂທ ຫງຽນຈີວີນ ເດີນທາງມາ ຢ້ຽມຢາມລາວ ສອງຝ່າຍກໍ່ໄດ້ ໂອ້ລົມກັນ ໃນຫລາຍບັນຫາ ສ່ວນໃຫຍ່ແມ່ນ ການປ້ອງກັນ ຊາດ ແລະ ການປົກປ້ອງ ເຂດນ້ຳແດນດິນ ຮ່ວມກັນ. ໃນການພົວພັນ ທາງດ້ານທະຫານ ນອກຈາກການ ຝືກອົບຮົມ ແລ້ວ ວຽດນາມ ຍັງຊ່ອຍເຫລືອ ລາວ ເຣື້ອງອາວຸດຍຸທພັນ ແລະ ສຳພາຣະ ປະເພດຕ່າງໆ ແກ່ກອງທັບ ລາວ ນຳອີກ.

ສຳລັບການຄ້າ ແລະ ການລົງທືນ ວຽດນາມ ເປັນອັນດັບສອງ ໃນການລົງທືນ ໃນລາວ ລອງຈາກໄທ. ວ່າງຫລັງໆ ມານີ້ ຄືໃນວັນທີ 12 ກັນຍາ ປີນີ້ ທັງສອງໄດ້ ລົງນາມ ບົດບັນທືກ ຄວາມເຂົ້າໃຈ ໃນກອງປະຊຸມ ຄວາມຮ່ວມມື ການຄ້າ ລາວ-ວຽດນາມ ຄັ້ງທີ 7 ທີ່ ແຂວງທັນຮົວ ພາກກາງວຽດນາມ ເພື່ອຍົກຣະດັບ ການຄ້າ ຊາຍແດນ ຣະສອງປະເທດ ໃຫ້ຫລາຍຂື້ນ ດ້ວຍການສເນີ ໃຫ້ມີການ ເປີດດ່ານການຄ້າ ຊາຍແດນ ຣະຫວ່າງກັນ ເພີ້ມຂື້ນຕາມ ຖນົນເລກ 8 9  ແລະ ເລກ 12.
ມູນຄ່າການຄ້າ ຊາຍແດນ ຣະຫວ່າງ ລາວກັບ ວຽດນາມ ພາຍໃນ 6 ເດືອນ ຂອງຕົ້ນປີນີ ມີເຖິງ 211 ລ້ານໂດລາ ຄາດວ່າ ຈະມີເຖິງ 470 ລ້ານໂລດາ ໃນຣະຍະ ເວລາດຽວກັນ ໃນປີຫນ້າ ເພີ້ມຂື້ນ 12% ຈາກປີ 2009. ພາຍໃນປີ 2015 ຄາດວ່າ ມູນຄ່າການຄ້າ ຣະຫວ່າງ ສອງປະເທດ ຈະເພີ້ມຂື້ນ ເປັນ 2 ພັນ ລ້ານໂດລາ ການສົ່ງອອກ ຂອງລາວ ສູ່ວຽດນາມ ໃນຣະຍະ ເວລານັ້ນ ຈະມີມູນຄ່າ ເຖີງ 1.3 ພັນລ້ານໂດລາ ແລະ ການສົ່ງອອກ ຂອງວຽດນາມ ສູ່ລາວ ຈະມີເຖິງ 1 ພັນລ້ານ ໂດລາ.

ລາວແລະວຽດນາມ ມີສັນຍາ ພິເສດ ກ່ຽວກັບການຄ້າ ຣັຖບານລາວ ໃຫ້ຖານະ ບໍຣິມະສິດ ແກ່ວຽດນາມ ທາງດ້ານການຄ້າ ແລະການ ລົງທືນ ໃນລາວ ໃນຣະຍະ ຫລັງໆມານີ້ ຊື່ງການລົງທືນ ສ່ວນໃຫຍ່ ຂອງວຽດນາມ ກໍ່ແມ່ນ ການປູກຝັງ ເຊັ່ນ ປູຸກຢາງພາຣາ ໃນເຂດພາກໃຕ້ ແລະ ການກະເສດ ປະເພດຕ່າງໆ ຮ່ວມດ້ວຍ ໂຄງການລ້ຽງປາ ແລະລ້ຽງສັດ ນອກຈາກນັ້ນ ກໍ່ມີໂຄງການ ໃຫຍ່ໆດ່ັງການ ສ້າງເຂື່ອນໄຟຟ້າ ການຂຸດຄົ້ນ ແຮ່ທາດ ແລະ ສ້າງສາ ຖນົນຫົນທາງ ສຳລັບ ເຂື່ອນໄຟຟ້າ ວຽດນາມ ກໍ່ໄດ້ ສຳປະທານ ສ້າງເຂື່ອນ ເຊຂມານ 3 ເຊກອງ 4 ແລະ ເຂື່ອນເລັກ ເຂື່ອນນ້ອຍ ໃນພາກໃຕ້ ຂອງລາວ.

ສຳລັບການ ຂຸດຄົ້ນແຮ່ທາດ ວຽດນາມ ກໍ່ໄດ້ສຳຣວດ ໃນຫລາຍພື້ນທີ່ ແຕ່ຍັງບໍ່ມີ ການຂຸດຄົ້ນເທື່ອ. ນອກນັ້ນ ວຽດນາມ ກໍ່ໄດ້ສ້າງ ໂຮງແຮມ ບ້ານພັກ ຫໍສັບພະສີນຄ້າ ແລະ ສະຖານທີ່ ບັນເທີງ ຫລາຍແຫ່ງໃນລາວ. ວຽດນາມ ຈະປູກ ຢາງພາລາ ຕື່ມອີກ ໃນລາວ ໃນພື້ນທີ່ ປະມານ 24 ພັນ 4 ຮ້ອຍເຮັກ ໃນທ້າຍປີນີ້.

ສຳລັບກັບຈີນ: ຄວາມສຳພັນ ຣະຫວ່າງ ລາວກັບຈີນ ມີມາໄດ້ ເຄີ່ງສັຕວັດ ແລ້ວ ລາວແລະຈີນ ໄດ້ເລີ້ມການ ພົວພັນ ທາງດ້ານການທູດ ຣະຫວ່າງກັນ ໃນປີ 1961 ແລະ ຄວມສຳພັນ ດັ່ງກ່າວ ກໍ່ໄດ້ເລີ້ມ ຂຍາຍວົງກວ້າງ ອອກໄປ ໃນຫລາຍດ້ານ ເລີ້ມແຕ່ສອງ ປະເທດດັ່ງກ່າວ ຮ່ວມລົງນາມ ຍົກຣະດັບ ຄວາມຮ່ວມມື ຣະຫວ່າງກັນ ໃນປີ 2000 ໃນສມັຍ ສົງຄາມ ສປປລາວ ກໍ່ໄດ້ຮັບ ຊ່ອຍເຫລືອຈາກຈີນ ບໍ່ວ່າທາງ ດ້ານທະຫານ ແລະ ດ້ານການເມືອງ ຮ່ວມດ້ວຍດ້ານອື່ນໆ ຫລາຍຢ່າງ. ຜູ້ນຳ ຣະດັບສູງ ຈາກສອງປະເທດ ກໍ່ໄປມາຫາສູ່ ຣະຫວ່າງກັນ ຕຣອດ, ທ່ານ ວີນເຈັຽບາວ ນາຍົກ ຣັຖມົນຕຣີ ຈີນ ກໍ່ມາຢ້ຽມຢາມ ລາວ ແລະ ປະທານ ປະເທດລາວ ກໍ່ໄປຢ້ຽມຢາມ ຈີນ.

ວ່າງຫລັງໆ ມານີ້ ຄືໃນວັນທີ 16 ມີຖຸນາ ທ່ານ ຊີຈີປີງ ຮອງປະທານ ປະເທດຈີນ ກໍ່ໄດ້ມາ ຢ້ຽມຢາມລາວ. ທັງສອງຝ່າຍ ກໍ່ໄດ້ລົງນາມ ສືບຕໍ່ ຍົກຣະດັບ ຄວາມສຳພັນ ຣະຫວ່າງກັນ ຫລາຍຂື້ນ. ທັງສອງຝ່າຍ ໄດ້ລົງນາມ ຄວາມຮ່ວມມື ທາງດ້ານ ເສຖກິດ  18 ສະບັບ ຣະຫວ່າງກັນ ໃນນັ້ນ ຮ່ວມດ້ວຍສົນທິ ສັນຍາ ທາງດ້ານການຄ້າ ການລົງທືນ ເທກໂນໂລຈີ ການສ້າງ ໂຄງຮ່າງພື້ນຖານ ໃນລາວ ການເງີນແລະ ການທະນາຄານ. ສະມາຊີກ ສະພາແຫ່ງຊາດ ຄົນສຳຄັນ ຂອງຈີນ ຫລາຍທ່ານ ໃນຣະຍະ ທີ່ຜ່ານມາ ກໍ່ມາ ຢ້ຽມຢາມ ລາວ ເພື່ອການພົວພັນ ທາງດ້ານ ການປົກຄອງ ແລະ ດ້ານກົດຫມາຍ. ຮອງນາຍົກ ຣັຖມົນຕຣີ ຈີນ ທ່ານ ຮຸຍ ລຽນກູ  ກໍ່ມາ ຢ້ຽມຢາມ ລາວ ວ່າງເດືອນ ມີນາ ຜ່ານມາ.

ທາງດ້ານ ການທະຫານ ຈີນໄດ້ຊ່ອຍເຫລືອ ກຸ່ມແນວລາວ ຮັກຊາດ ໃນສູ້ລົບກັບ ຝ່າຍຂົວ ໃນສມັຍສົງຄາມ ຊ່ອຍອາວຸດ ຍຸທໂທປະກອນ ເຄື່ອງນຸ່ມຮົ່ມ ຮ່ວມດ້ວຍການ ຝືກອັບຮົມ ແກ່ກອງກຳລັງ ທະຫານ ປະເທດລາວ ໃນຫລາຍດ້ານ ເທົ່າເຖິງ ປັດຈຸບັນນີ້. ທ່ານ ລຽງ ກວາງລີ ກໍ່ລົງນາມ ເພີ້ມຄວາມຮ່ວມມື ທາງດ້ານ ທະຫານ ແລະ ການປ້ອງກັນ ປະເທດ ກັບ ນາຍພົລ ດວງໃຈ ພິຈິດ ຣັຖມົນປ້ອງກັນ ປະເທດລາວ ໃນຂນະທີ່ ທ່ານຢ້ຽມຢາມ ປັກກີ່ງ ວ່າງເດືອນ ກໍຣະກະດາ ຜ່ານມາ.

ທາງດ້ານຄ້າ ແລະ ການລົງທືນ ຈີນ ຖືກວ່າເປັນນື່ງ ໃນຈຳນວນ 3 ປະເທດທີ່ ລົງທືນ ລາຍໃຫຍ່ໃນລາວ ເຊັ່ນໄທ ແລະ ວຽດນາມ. ມູນຄ່າການຄ້າ ສອງຝ່າຍ ຣະຫວ່າງ ລາວກັບຈີນ ໃນປີທີ່ ຜ່ານມາຕົກຢູ່ ປະມານ 500 ລ້ານໂດລາ  ສ່ວນໃຫຍ່ແມ່ນ ທາງດ້ານແຮ່ທາດ ການກະເສດ ແລະໄມ້ ທີ່ຈີນນຳເຂົ້າ ຈາກລາວ.

ການລົງທືນ ຂອງຈີນ ໃນລາວ ສ່ວນໃຫຍ່ ແມ່ນການ ປູກຢາງພາລາ ໃນເຂດ ພາກເຫນືອ ການສ້າງເຂື່ອນ ໄຟຟ້າ ເຊັ່ນເຂື່ອນນ້ຳລີກ ນື່ງແລະສອງ ແລະກຳລັງ ສຳຣວດ ຢູ່ຫລາຍເຂື່ອນ ການຂຸດຄົ້ນ ແຮ່ທາດ ກໍ່ມີຫລາຍບ່ອນ ບ່ອນທີ່ໃຫຍ່ ກໍ່ແມ່ນບໍ່ຄຳ ທີ່ເຊໂປນ ທີ່ຈີນຫາກໍ່ ຊື້ຈາກ ບໍຣີສັດ OXIANA ແລະບອ່ນອື່ນໆ ທີ່ກຳລັງ ທຳການສຳຣວດ ຢູ່.

ຈີນຊ່ອຍເຫລືອ ລາວ ໃນການສ້າງ ຖນົນຫົນທາງ ໂຄງຮ່າງພື້ນຖານ ສນາມກິລາ ແຫ່ງຊາດ ແລະ ຕຶກອາຄານ ຂອງຣັຖບານ ລາວ ຫລາຍແຫ່ງ ຮ່ວມດ້ວຍ ໃຫ້ເງີນກູ້ ໃນຫລາຍໂຄງການ ເຊັ່ນ: ການສ້າງຂົວ ມີຕພາບ ລາວ-ໄທ ແຫ່ງທີ 4 ແລະເສັ້ນທາງ ເຊື່ອມຕໍ່ສາຍ ຣົຖໄຟ ແລະຖນົນ ໃນເຂດພາກ ເຫນືອຂອງລາວ ທີ່ເຊື່ອມຕໍ່ໃສ່ ຂຸນມີງ ແລະ ຊາຍແດນໄທ ທີ່ແຂວງບໍ່ແກ້ວ.

ການພົວພັນ ກັບຕ່າງປະເທດ ຈີນ ກໍ່ໃຫ້ຄວາມ ຊ່ອຍເຫລືອລາວ ໃນຫລາຍດ້ານ ບໍ່ວ່າ ທາງການທູດ ການປະຊາສຳພັນ ແລະ ການເຂົ້າເປັນ ສະມາຊີກ ອົງການ ການຄ້າໂລກ ຂອງລາວ.

ສຳລັບກັບ ເກົາຫລີເຫນືອ: ສປປລາວ ກໍ່ມີການ ພົວພັນກັນ ແບບທັມມະດາ ບໍ່ຫລາຍເທົ່າກັບ ການພົວພັນ ກັບຈີນ ແລະ ວຽດນາມ. ຮອງນາຍົກ ຣັຖມົນຕຣີ ລາວ ທ່ານ ສົມສວາດ ເລັ່ງສວັດ ກໍ່ໄປຢ້ຽມຢາມ ເກົາຫລີເຫນືອ ໃນເດືອນ ສີງຫາ ວັນທີ 17 ປີນີ້ ເພື່ອຍົກຣະດັບ ຄວມສຳພັນ ຣະຫວ່າງ ສອງປະເທດ.

ທ່ານສົມສວາດ ໄດ້ພົບປະກັບ ທ່ານ ໂຣຕູຊອຍ ຮອງນາຍົກ ຣັຖມົນຕຣີ ເກົາຫລີເຫນືອ ທີ່ຫໍປະຊຸມ ສະພາທີ່ກຸງ ປີ່ຢົງຢັງ ຕາມລາຍງານ. ທັງສອງຝ່າຍ ມີການ ໂອ້ລົມກັນ ກ່ຽວກັບການ ຍົກຣະດັບ ຄວາມຮ່ວມມື ຜົລປໂຍດ ຮ່ວມກັນ ໃນບັນຫາ ຫລາຍດ້ານ.

ທ່ານ ພາກ ອຸຈັນ ຣັຖມົນຕຣີ ຕ່າງປະເທດ ເກົາຫລີເຫນືອ ກໍ່ເດີນທາງມາ ຢ້ຽມຢາມລາວ ໃນທ້າຍເດືອນ ກໍຣະກະດາ ປີນີ້ ທ່ານໄດ້ ພົບປະກັບ ປະທານ ປະເທດລາວ ທ່ານ ຈູມມະລີ ໄຊຍະສອນ ແລະ ຣັຖມົນຕຣີ ຕ່າງປະເທດ ລາວ ທ່ານທອງລຸນ ສີສຸລິດ ແລະກໍ່ໄດ້ ແລກປ່ຽນ ຄວາມຄິດຄວາມເຫັນ ຣະຫວ່າງກັນ ໃນການ ຍົກຣະດັບ ຄວາມສຳພັນ ສອງຝ່າຍ. ໃນວັນ ຄອບຮອບວັນຊາດ ສອງປະເທດ ກໍຮ່ວມກັນ ສເລີມສລອງ ໃນປະເທດ ໃຜມັນເພື່ອ ໃຫ້ກຽດ ຊື່ງກັນແລະກັນ.

ສຳລັບກັບ ປະເທດຄີວບາ: ວ່າງກອງປະຊຸມ ສມັດຊາໃຫຍ່ ອົງການ ສະຫະ ປະຊາຊາດ ປີກ່ອນ ຣັຖມົນຕຣີ ຕ່າງປະເທດ ລາວ ທ່ານ ທອງລຸນ ສີສຸລີດ ກໍ່ໄດ້ກ່າວ ປົກປ້ອງ ຄີວບາ ຕໍ່ການລົງໂທດ ທາງດ້ານ ເສຖກິດ ຂອງສະຫະຣັຖ ໂດຍການຮຽກຮ້ອງ ໃຫ້ສະຫະຣັຖ ຍົກເລີກການ ລົງໂທດ ດ່ັງກ່າວ ຕໍ່ຄີວບາ. ໃນເດືອນ ພືສພາ ປີ 2009 ສະມາຊີກ ຄນະກັມມະການ ການເມືອງ ສູນກາງພັກ ປະຊາຊົນ ລາວ ທ່ານ ພັນດວງຈີດ ວົງສາ ພ້ອມດ້ວຍ ຄນະ ກໍ່ເດີນທາງໄປ ຢ້ຽມຢາມ ຄີວບາ ເພື່ອ ເຂົ້າຮ່ວມ ກອງປະຊຸມ ປະເທດ ເພື່ອນມິດ ຂອງຄີວບາ ທີ່ຈັດຂື້ນທີ່ ກຸງ ຮາວານນາ ທ່ານໄດ້ພົບປະ ກັບເຈົ້າຫນ້າທີ່ ຣະດັບສູງ ຂອງຄີວບາ ຫລາຍທ່ານ ເພື່ອຂຍາຍ ຄວາມສຳພັນ ຣະຫວ່າງ ສອງປະເທດ.

ທ່ານ ບົວສອນ ບຸບຜາວັນ ນາຍົກ ຣັຖມົນຕຣີລາວ ກໍ່ໄປຢ້ຽມຢາມ ຄິວບາ ໃນເດືອນ ພືສພາ ປີດຽວກັນ ເພື່ອຍົກຣະດັບ ຄວາມສຳພັນ ທ່ານບົວສອນ ໄດ້ພົບປະ ກັບປະທານ ປະເທດຄິວບາ ທ່ານ ຣາໂອ ຄຣາໂຕ ນ້ອງຊາ ຍຂອງ ທ່ານ Fidel Castro ໃນວັນທີ 16 ພືສພາ ແລະ ທ່ານ ຣາອູ ຄາສໂຄຣ ກໍ່ໄດ້ມາ ຢ້ຽມຢາມ ລາວ ໃນປີ 2005.

ຄິວບາ ໄດ້ຊ່ອຍເຫລືອ ລາວ ທາງດ້ານ ສາທາຣະນະສຸຂ ການສືກສາ ການກິລາ ການຢ້ຽມຢາມ ສີ້ນສຸດລົງ ດ້ວຍການລົງນາມ ຄາມຮ່ວມມື ຍົກຣະດັບ ການພົວພັນ ຣະຫວ່າງກັນ ໃຫ້ຫລາຍຂື້ນ ໃນອະນາຄົດ.

ປະທານ ປະເທດລາວ ທ່ານ ຈຸມມະລີ ໄຊຍະສອນ ກໍ່ໄປຢ້ຽມຢາມ ຄີວບາ ເພື່ອສຳພັນ ທະໄມຕຣີ ໃນເດືອນ ກັນຍາ ປີ 2009. ທັງສອງປະເທດ ຄອມມຸນິດ ກໍ່ມີການ ພົວພັນ ແລະ ຜູກມັດ ໃນຫລາຍດ້ານ.

ເຖິງຢ່າງໃດ ກໍ່ຕາມ ນັກວີຊາການ ທ່ານນື່ງ ເວົ້າວ່າ ເຖິງແມ່ນວ່າ ສປປລາວ ຈະມີທ່າອ່ຽງ ໃນການ ປະຕິຮູບ ທາງດ້ານ ເສຖກິດ ໄປສູ່ປະເທດ ຕາເວັນຕົກ ແບບ  ເສຖກິດຕລາດ ຫລາຍປານໃດ ກໍ່ຕາມ ແຕ່ການ ປະຕິຮູບ ທາງ ດ້ານການເມືອງ ແລະ ການປົກຄອງ ໃນລາວ ນັ້ນ ຍັງອີກດົນ ຖ້າຈະເກີດຂື້ນ ຫລືວ່າ ຈະບໍ່ເກີດ ຂື້ນເລີຍ ເບີ່ງຕາມການ ຜູກພັນ ຂອງ ສປປລາວ ກັບປະເທດ ຄອມມຸນີດ ຕ່າງໆໃນໂລກ ໃນປັດຈຸບັນ.

ບາງປະເທດ ສປປລາວ ມີສັນຍາ ຮັດແຫນ້ນ ຢ່າງເລີກເຊີ່ງ ທີ່ລາວ ບໍ່ສາມາດ ຜີກຕົວອອກໄດ້ ເພາະລາວ ຍັງຂາດເຂີນ ຫລາຍຢ່າງ ໃນການປົກປ້ອງ ເອກກະຣາດ ແລະ ປະຊາທິປະຕັຍ ຂາດນໍ້າ ແດນດິນຂອງລາວ ຍັງຕ້ອງອາສັຍ ຫລາຍປະເທດ ຊ່ອຍເຫລືອ ແລະ ໃນເວລານີ້ ກໍ່ແມ່ນປະເທດ ຄອມມຸນີດ ເຫລົ່ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.