ສປປລ ຫວັງໃນຄວາມສຳເຣັດ ຂອງກິລາຊີເກມ
2009.08.05
ໃນອາທີດນີ້ເຈົ້າພາບລາວ ໄດ້ຈັດກິລາ25 ປະເພດທີ່ຈະແຂ່ງຂັນ ໃນກີລາຊີເກມ ເຂົ້າໃນລາຍການ ການແຂ່ງຂັນ ໃນສນາມກິລາຕ່າງໆ ເປັນທີ່ຮຽບຮ້ອຍແລ້ວ.
ກິລາ25ປະເພດ ທີ່ຈະໄດ້ແຂ່ງຂັນ ໃນກິລາຊີເກມ ຄັ້ງທີ25 ທີ່ລາວເປັນເຈົ້າພາບ ໄດ້ຖືກຈັດເຂົ້າແຂ່ງຂັນ ໃນສນາມກິລາຕ່າງໆ ສ່ວນໃຫຍ່ກໍ່ຈະແມ່ນ ທີ່ສນາມກິລາ ແຫ່ງຊາດໃຫມ່ ທີ່ຫລັກ16 ຖນົນເລກທີ13ໃຕ້ ນອກຈາກຈະໃຊ້ ເປັນສຖານທີ່ ຈັດພິທີເປິດ-ປິດ ງານມະຫາກັມກິລາ ຄັ້ງນີ້ແລ້ວຍັງ ຈະເປັນສນາມຫລັກ ຂອງການ ແຂ່ງຂັນນຳອີກ.
ປະເພດກິລາ ທີ່ຖືກຈັດໃຫ້ ມີການແຂ່ງຂັນ ໃນສນາມກິລາແຫ່ງຊາດໃຫມ່ ທີ່ຫລັກ16ນັ້ນ ກໍ່ແມ່ນກິລາແລ່ນແລະລານ ກິລາທາງນ້ຳດັ່ງ ໂປໂລ ໂດດນ້ຳແລະ ລອຍນ້ຳ ກິລາຍີງປືນ ຍີງທະນູ ແບດມີນຕັນ ແທນນີສ ບານສົ່ງໃນຮົ່ມ ແລະໃນຫາດຊາຍ ກິລາເຕະບານຜູ້ຊາຍ ຮ່ວມດ້ວຍ ສນາມກິລາເຈົ້າອານຸ.
ສຳລັບທີ່ສນາມກິລາ ມະຫາວິທຍາລັຍແຫ່ງຊາດ ກໍ່ຈະມີກິລາປະເພດ ມວຍສາກົນສມັກຫລີ້ນ ເຕະບານຜູ້ຍີງ ກິລາປີ່ງປອງ ມວຍເທກກວນໂດ ມວຍປ້ຳ ແລະເປຕັງ. ທີ່ສນາມເຈົ້າອານຸ ກໍຈະມີກິລາປະເພດ ມວຍຢູໂດແລະ ກາຣາເຕໂດ. ທີ່ສູນການຄ້າ ໄອເຕັກ ກໍ່ມີການແຂ່ງຂັນ ເຕະກະຕໍ້ ມວຍວູຊູ ມວຍປັນຈັກສາລັດ (ມວຍມາເລ) ທີ່ສນາມລາວ-ໄທ ຈີມເນຊຽມ ທີ່ບືງຂຍອງ ຈະມີການແຂ່ງຂັນ ມວຍລາວແລະກິລາ ຕີດອກປີກໄກ່. ນອກຈາກນັ້ນ ກໍ່ຍັງກິລາ Golf ຈະຈັດຂື້ນທີ່ສນາມ ກອຟ ຫັລກ 18 ກິລາບີນລຽດ ສນຸກເກີ ຈັດຂື້ນທີ່ດອນຈັນ ພາລາສ ກິລາຍົກນ້ຳຫນັກ ຈັດຢູ່ໂຮງແຮມພອນສວັນ. ສຳລັບກິລາ ແຂ່ງຣົຖຖີບນັ້ນ ຈະໃຊ້ເສັ້ນທາງ ຫລາຍເສັ້ນ ໃນເຂດນະຄອນ ຫລວງວຽງຈັນ. ເຈົ້າຫນ້າທີ່ກິລາລາວ ທ່ານນື່ງເວົ້າວ່າ ສນາມກິລາທຸກສນາມ ທີ່ຈະໃຊ້ໃນ ການແຂ່ງຂັນນັ້ນ ກໍ່ຈະສຳເຮັດ ກ່ອນຈະຮອດມື້ ແຂ່ງຂັນ ຊື່ງໃນເວລານີ້ ຫລາຍແຫ່ງກໍ່ໃກ້ ຈະສຳເຮັດແລ້ວ.
ຫວ່າງອາທີດກ່ອນ ໄທປະກາດວ່າ ຈະສົ່ງຄຣູຝືກ ນັກກິລາໄປຊ່ອຍ ຝືກນັກກິລາລາວ ເພື່ອການແຂ່ງຂັນ ກິລາຊີເກມ ເປັນເວລາ2ເດືອນ ຫລັງຈາກນັ້ນ ຍັງຈະຮັບ ເອົານັກກິລາລາວ ໄປເກັບຕົວແລະ ຝືກຊ້ອມກັບນັກ ກິລາໄທອີກ1ເດືອນ ເພື່ອຕຽມລົງແຂ່ງຂັນ ກິລາຊີເກມ ໃນທ້າຍປີນີ້. ຄນະກັມມະການ ໂຄງການຊ່ອຍເຫລືອ ດ້ານພັທນາ ບຸກຄຣາກອນລາວ ສຳລັບຊີເກມ ຄັ້ງທີ25ຂອງໄທ ກ່າວວ່າໂຄງການຊ່ອຍເຫລືອ ໃນການຝືກອົບຣົມ ນັກກິລາລາວ ຈະໃຊ້ງົບປະມານ ທັງຫມົດ4ລ້ານ 3ແສນບາດ ຈາກ12ສະມາຄົມກິລາໄທ ທີ່ທາງການລາວ ຂໍຄວາມຊ່ອຍເຫລືອມາ ແລະຈະແບ່ງການ ຊ່ອຍເຫລືອອອກເປັນ 3ເດືອນໂດຍຊ່ວງ 2ເດືອນທຳອີດ ໄທຈະສົ່ງຄຣູຝືກ ໄປຝືກນັກກີລາລາວ ທີ່ນະຄອນຫລວງ ວຽງຈັນ ແລະນື່ງເດືອນສຸດທ້າຍ ຈະເອົານັກກິລາລາວ ມາເກັບຕົວຮ່ວມ ກັບນັກກິລາໄທ ທີ່ປະເທດໄທ.
ສຳລັບຄຣູຝືກ ຈາກໄທນັ້ນ ຈະມີຢູ່ທັງຫມົດ 18ຄົນຈາກ 8ສະມາຄົມ ຂອງກິລາໄທ ອັນມີກິລາປະເພດ ລູ່ແລະລານ ຣົຖຖີບ ກະຕໍ້ ປີງປອງ ແທນນີສ ມວຍໄທ ຍົກນ້ຳຫນັກ ແລະຍີງຫນ້າ ສ່ວນນັກກິລາວ ທີ່ຖືກມາເກັບຕົວ ທີ່ປະເທດໄທນັ້ນ ມີຢູ່178ຄົນ ຈາກ12ສະມາຄົມ ນັກກິລາລາວ. ນອກຈາກນັ້ນທາງການ ລາວ ຍັງໄດ້ ຂໍໃຫ້ສະມາຄົມ ນັກກິລາໄທ ສົ່ງຜູ້ຕັດສີນກິລາ ໄປຊ່ອຍຕັດສີນ ໃນກິລາບາງປະເພດ ໃນຊ່ວງການແຂ່ງຂັນ ກີລາຊີເກມນຳອີກ ແລະທາງຝ່າຍໄທ ກໍ່ຈະຫາລືລາຍ ລະອຽດກ່ຽວກັບ ເລື້ອງດັ່ງກ່າວກັບຝ່າຍລາວ ໃນໃວໆນີ້. ແຕ່ສີ່ງດັ່ງກ່າວ ທັງຫມົດນີ້ຄວນ ປະຕິບັດກັນ ມາແຕ່ດົນແລ້ວ.
ກ່ອນຫນ້ານີ້ຫວ່າງ ສອງສາມເດືອນທີ່ຜ່ານມາ ການຫ້າງຫາຂອງ ຄນະກັມມະການ ກິລາລາວ ກໍ່ຍັງບໍ່ທັນ ໄປຮອດໃສ ຫວ່າງສອງສາມເດືອນກອ່ນ ລາວກໍ່ຊັກຊ້າ ໃນການສົ່ງໃບ ຈົດທະບຽນນັກກິລາ ເພື່ອເຂົ້າຮ່ວມແຂ່ງຂັນ ໃຫ້ແກ່ປະເທດສະມາຊີກ ຈົນເຮັດໃຫ້ປະເທດ ສະມາຊີກບາງປະເທດ ດັ່ງ:ຟີລີປີນ ແລະມາເລເຊັຽ ມີຄວາມກັງວົນວ່າ ຈະຄັດເລືອກເອົາ ນັກກິລາຈັກ ປະເພດແລະຈັກຄົນ ເພາະບໍ່ໄດ້ຮັບ ໃບສຳເນົາລາຍຊື່ ທີ່ເປັນທາງການ ຈາກປະເທດເຈົ້າພາບ ຊື່ງໃບສຳເນົາ ດັ່ງກ່າວຄວນສົ່ງໄປ ໃຫ້ປະເທດສະມາຊີກ ແຕ່8ເດືອນກ່ອນຫນ້ານີ້ ເຈົ້າຫນ້າທີ່ ຟີລີປີນຖແລງ.
ວຽດນາມ ກໍໄດ້ປະກາດໃຫ້ ການຝືກອົບຮົມ ນັກກິລາເຕະບານລາວ ແລະກໍ່ເອົາໄປ ເກັບຕົວທີ່ສູນ ຝືກນັກກິລາ ຂອງບໍຣິສັດໄກລານ ທີ່ແຂວງໄກລານຂອງ ວຽດນາມແຕ່ປີກ່ອນ ເພື່ອແລກກັບການໃຫ້ສັມປະທານ ໃນໂຄງການຕ່າໆໃນລາວ ນື່ງໃນນັ້ນກໍ່ແມ່ນ ໂຄງການປູກຢາງພາລາ ຫລາຍສີບພັນເຮັກຕາ ໃນເຂດ ພາກໃຕ້. ແຕ່ຕໍ່ມາທີມລາວ ທີ່ຖືກຝືກຕົວທີ່ນັ້ນ ໄປທົດສອບຄວາມ ສາມາດກັບທີມອື່ນ ໃນກີລາ ສະພາພັນເອເຊັຽ ປາກົດວ່າປຣາໄຊ ໄປຫມົດ. ວຽດນາມຈື່ງຈ້າງ ຄຣູຝືກຄົນໃຫມ່ ໃຫ້ແກ່ທີມເຕະບານລາວ ຊົ່ວຄາວປະມານ7ເດືອນ ເພື່ອຕຽມແຂ່ງຂັນ ກິລາຊີເກມ ທີ່ເປັນຄຣູຝືກເກົ່າ ຂອງທີມຊາຕວຽດນາມ ເປັນຄົນຕ່າງຊາດ ແລະກໍ່ເປັນຄຣູຝືກ ຣະດັບສາກົນ ຄາດວ່າອາຈສາມາດ ຍົກຣະດັບ ສັກກະຍາພາບ ຂອງນັກກິລາ ເຕະບານລາວ ໃນການແຂ່ງຂັນ ກີລາຊີເກມໄດ້.
ນອກຈາກນັກກິລາ ເຕະບານແລ້ວ ກິລາປະເພດອື່ນໆ ສປປລາວ ກໍ່ຍັງຂາດ ສມັດຕະພາບຫລາຍ ຖ້າທຽບໃສ່ກັບ ທີມຕ່າງຊາດ ຕົວຢ່າງກິລາ ຍົກນ້ຳຫນັກຫາກໍ່ມີ ທີມຫວ່າງມໍ່ໆມານີ້ ກິລາເຕະບານຍີງ ກິລາລອຍນ້ຳແ ລະຫລາຍກີລາ ລາວກໍ່ຍັງຂາດ ສມັດຕະພາບຢູ່. ເຈົ້າຫນ້າທີ່ກິລາລາວ ເວົ້າວ່າທາງການລາວ ຕ້ອງການ ຝືກຝົນ ເອົານັກກິລາ ພາຍໃນປະເທດ ຜູ້ທີ່ມີຄວາມສາມາດ ແລະສມັກໃຈຫລາຍກວ່າ ບໍສົນໃຈກັບ ຄົນລາວຕ່າງຊາດ ຜູ້ທີ່ມີຄວາມສາມາດ ມາຮ່ວມແຂ່ງຂັນ ໃນລາວ ເຈົ້າຫນ້າທີ່ກິລາວ ທ່ານນື່ງກ່າວກ່ຽວກັບ ການຂາຍປີ້ ກິລາຊີເກມ ໃນລາວວ່າ:
ເວົ້າເຮື້ອງໂຄງຮ່າງພື້ນຖານ ໃນການຈັດງານ ດັ່ງສຖານທີ່ ເທົ່າເຖີງປັດຈຸບັນ ກໍ່ຍັງຢູ່ໃນຂັ້ນ ບໍ່ທັນໄດ້ມາຕຖານເທື່ອ ແລະຫລາຍແຫ່ງກໍ່ຍັງ ສ້າງບໍ່ທັນແລ້ວ ບໍ່ເວົ້າເຖີງ ເລື້ອງທີ່ຈະຕິດຕັ້ງ ຣະບົບເທກໂນໂລຈີ ເພື່ອການແຂ່ງຂັນ ຍັງບໍມີເລີຍ ເວົ້າສະເພາະ ຖນົນສາຍສຳຄັນ ຫວ່າງສາມອາທີດກ່ອນ ມີລາຍງານມາວ່າ ຖນົນດົງໂດກ ໂພນຕ້ອງ ທີ່ເປັນຖນົນສາຍສຳຄັນ ທີ່ບໍຣິສັດຈີນ ສ້າງໃຫ້ເພື່ອແລກປ່ຽນ ກັບການສັມປະທານ ການຂຸດຄົ້ນແຮ່ທາດ ທາງພາກເຫນືອຂອງລາວ ນັ້ນກໍ່ມີການຢຸດສງັກ ເພາະຄວາມຂັດແຍ່ງກັນ ຣະຫວ່າງກຸ່ມທີ່ໄດ້ ຮັບສັມປະທານ ໃນການສ້າງເທົ່າເຖີງ ປັດຈຸບັນກໍ່ຍັງບໍ່ແລ້ວ ແລະຖນົນສາຍ ສຳຄັນອື່ນໆກໍຄືກັນ ບາງແຫ່ງຍັງເປັນຕົມຢູ່ ເພາະເປັນຣະດູຝົນ.
ສນາມກີລາທີ່ຈະ ມີການແຂ່ງຂັນ ດັ່ງສນາມກີລາແຫ່ງຊາດ ໃຫມ່ທີ່ຫລັກທີ16 ຊື່ງເປັນສນາມຫລັກ ທີ່ຈະໃຊ້ໃນ ການແຂ່ງຂັນ ແລະທຳພິທີປີດ ເປີດລາຍການ ກໍ່ຍັງສ້າງບໍ່ແລ້ວ ຮ່ວມດ້ວຍການຕິດຕັ້ງ ຣະບົບຕ່າງໆກໍ່ຍັງ ບໍ່ມີຫຍັງຫລາຍ ສນາມກີລາເຈົ້າອະນຸ ຊື່ງເປັນສນາມກີລາ ແຫ່ງຊາດເກົ່າທີ່ມີ ການປັບປຸງໃຫມ່ ກໍ່ຍັງຢູ່ໃນ ຂັ້ນຕອນທີ່ຍັງ ບໍ່ໄດ້ມາຕຖານເທື່ອ ສນາມກິລາທີ່ ມະຫາວິທຍາລັຍແຫ່ງຊາດ ນັ້ນກໍ່ເປັນສນາມ ທີ່ຄັບແຄບແລະ ກໍ່ເປັນພຽງສນາມ ສຳລັບເຕະບານຂອງທີມ ມະຫາວີທຍາລັຍຊື່ໆ ທີ່ຈະເອົາມາໃຊ້ ເປັນບ່ອນແຂ່ງຂັນ ຣະດັບຊາດ ທີ່ຂາດມາຕຖານ.
ນອກຈາກນັ້ນກໍ່ມີ ສຖານທີ່ແຂ່ງຂັນ ອີກຫລາຍບ່ອນ ຕາມຈຸດຕ່າງໆດັ່ງທີ່ ສູນການຄ້າໄອເທກ ໂຮງແຮມດອນຈັດ ຟາລັສ ສນາມຕີມວຍ ທີ່ບືງຂຍອງ ກໍ່ຍັງສ້າງບໍ່ ແລ້ວແລະບອ່ນອື່ນໆ ບໍຮູ້ວ່າພາຍໃນ 4ເດືອນຂ້າງຫນ້າ ກ່ອນຈະຮອດວັນແຂ່ງຂັນ ທຸກສີ່ງທຸກຢ່າງ ຈະເປັນໄປຕາມທີ່ ທາງການລາວ ຄາດໃວ້ຫລືບໍ່.
ສຳລັບສຖານທີ່ ພັກເຊົາຂອງນັກກິລາ Atheles village ທີ່ວຽດນາມສ້າງໃຫ້ນັ້ນ ກໍ່ຍັງບໍ່ແລ້ວເທື່ອ ໂຮງແຮມບ້ານພັກ ສຳລັບນັກທ່ອງທ່ຽວ ທີ່ໄດ້ມາຕຖານ ກໍ່ຍັງບໍ່ມີຫລາຍ ການຕົບແຕ່ງ ການເອ້ການສະແດງ ການຕ້ອນຮັບແຂກ ຮ່ວມໄປຮອດ ການຮັກສາຄວາມປອດພັຍ ໃຫ້ແກ່ນັກກິລາ ໃນນາມເປັນເຈົ້າພາບ ໃນງານ ມະຫາກັມກິລາ ຄັ້ງທຳອີດຂອງລາວ ເທື່ອນີ້ບໍຮູ້ວ່າ ໄປຮອດໃສແລ້ວ. ຮ້າຍໄປກວ່ານັ້ນ ຣັຖບານລາວ ຍັງຈະປະກາດຍຸບ ສຖານທີ່ບັນເທີງ ໃນທົ່ວປະເທດ ໃນຊ່ວງທີ່ຈະມີ ການແຂ່ງຂັນກິລາຊີເກມ ໃຫ້ເຫດຜົລວ່າ ເປັນການສ້າງບັນຫາ ທາງດ້ານສັງຄົມ. ເຈົ້າຫນ້າທີ່ລາວ ທ່ານນື່ງ ຜູ້ທີ່ບໍ່ປະສົງ ອອກຊື່ເວົ້າວ່າ ການເປັນ ເຈົ້າພາບກິລາຊີເກມ ຂອງລາວ ຈະສ້າງຊື່ສຽງຫລື ຈະເຮັດໃຫ້ລາວ ຂາຍຫນ້າກັນແທ້.