ການພົວພັນ ຂອງລາວແລະຈີນ
2010.08.27
ການພົວພັນ ມິຕພາບ ແລະ ການຮ່ວມມື ຣະຫວ່າງ ປະເທດ ໃນໂລກ ປັດຈຸບັນ ຕັ້ງຢູ່ບົນ ພື້ນຖານຫລັກການ ແຫ່ງການ ຢູ່ຮ່ວມກັນ ໂດຍສັນຕິ ເຄົາຣົບເອກກະຣາດ ອະທິປະໄຕ ແລະຜືນແຜ່ນດິນ ອັນຄົບຖ້ວນ ຂອງກັນ ບໍ່ແຊກແຊງ ເຂົ້າກິຈການ ພາຍໃນຂອງກັນ ສເມີພາບ ແລະຕ່າງຝ່າຍ ຕ່າງໄດ້ຮັບ ຜົນປະໂຫຽດ ອັນເປັນການ ປະກອບສ່ວນ ເຂົ້າໃນພາລະກິດ ປົກປັກຮັກສາ ສັນຕິພາບຄວາມໝັ້ນຄົງ ແລະການ ຮ່ວມມືສາກົນ. ແຕ່ການພົວພັນ ແລະການຮ່ວມມື ຣະຫວ່າງ ສປປລາວ ແລະຈີນ ພາຍຫລັງທີ່ ທາງການລາວ ຖືຈີນເປັນ ປໍຣະປັກ ແຕ່ທ້າຍຊຸມປີ 1970 ເຖິງຕົ້ນຊຸມປີ 1980 ມານີ້ ແມ່ນຕັ້ງຢູ່ບົນ ພື້ນຖານ 4 ຫລັກການ ຄື: ເຄົາຣົບຄວາມ ເປັນເອກກະຣາດ ເປັນເຈົ້າຕົນເອງ ສເມີພາບ ເຄົາຣົບຊຶ່ງ ກັນແລະກັນແລະ ບໍ່ແຊກແຊງ ເຂົ້າວຽກງານ ພາຍໃນຂອງກັນ.
4 ຫລັກການ ດັ່ງກ່າວໄດ້ ປະກາດອອກ ຢູ່ໃນ ຄຳປາໄສ ຂອງທ່ານ ອຸນຈາປາວ ກັມມະການ ສຳຮອງ ກົມການເມືອງ ເລຂາໃນ ຄນະເລຂາທິການ ສູນກາງ ພັກຄອມມິວນິສຈີນ ຕໍ່ກອງປະຊຸມ ໃຫຍ່ຄັ້ງທີ VI ຂອງພັກ ປະຊາຊົນ ປະຕິວັດລາວ ໃນວັນທີ 18 ມິນາ 1996. ໃນນັ້ນໄດ້ ເວົ້າເຖິງການ ຂຍາຍສາຍ ພົວພັນ ມິຕພາບ ແລະການຮ່ວມມື ທາງດ້ານ ເສຖກິດ ການຄ້າ ວິທຍາສາດ ເຕັກນິກ ແລະ ວັທນະທັມ.
ໃນປີ 2001 ທ່ານ ໂຫລການ ກັມມະການ ກົມການເມືອງ ເລຂາຄນະເລຂາ ສູນກາງພັກ ຄອມມິວນິສຈີນ ກໍໄດ້ກ່າວ ຕໍ່ກອງປະຊຸມ ໃຫຍ່ຄັ້ງທີ VII ຂອງ ພັກປະຊາຊົນ ປະຕິວັດລາວ ໂດຍຢ້ຳຕື່ມອີກ ເຖິງ 4 ຫລັກການແຫ່ງການ ພົວພັນຣະຫວ່າງ 2 ປະເທດ ແລະທັງໄດ້ ເວົ້າເຖິງ ການໄປມາ ຫາສູ່ກັນ ເປັນປະຈຳ ການພົວພັນ ຮ່ວມມືໃນ ດ້ານການເມືອງ ເສຖກິດ ການຄ້າ ວິທຍາສາດ-ເທັກນິກ ວັທນະທັມ ແລະອື່ນໆ ທີ່ມີການ ຂຍາຍຕົວ ຢ່າງຮອບດ້ານ. ແລະວ່າ ສາຍພົວພັນ ມິຕພາບ ແລະການຮ່ວມມື ຮອບດ້ານ ຣະຫວ່າງ ຈີນແລະລາວ ທີ່ໝັ້ນຄົງຍາວນານ ມິຕພາບຖານ ບ້ານໃກ້ເຮືອນຄຽງ ແລະ ຄວາມໄວ້ເນື້ອ ເຊື່ອໃຈກັນນັ້ນ ຍິ່ງຈະໄດ້ ຮັບການ ຂຍາຍຕົວ ທີ່ຈະນຳເອົາ ຄວາມສົມບູນ ພູນສຸກ ມາສູ່ ປະຊາຊົນ 2 ປະເທດ ແລະທັງເປັນ ຜົນດີຕໍ່ ສັນຕິພາບ ສະເຖັຍຣະພາບ ແລະການພັທນາ ຂອງພາກພື້ນ ອີກດ້ວຍ.
ສຳລັບຝ່າຍລາວ ກໍວ່າ ຜົນສຳເຣັດ ອັນໃຫຍ່ຫລວງ ຂອງຈີນ ໃນການປະຕິຮູບ ເປີດປະຕູ ສູ່ໂລກພາຍນອກ ແລະການ ປ່ຽນແປງໃໝ່ ເປັນແວ່ນແຍງ ໃຫ້ແກ່ຕົນ ໃນການພັທນາ ສປປລາວ ຕາມຈຸດໝາຍ ກ້າວຂຶ້ນ ສັງຄົມນິຍົມ ເທື່ອລະກ້າວ. ແຕ່ທາງດ້ານ ການໃສ່ວິໄນ ຂັ້ນນຳຂອງ ພັກແລະຣັຖ ທີ່ໃຊ້ ສິດອຳນາດ ເກີນຂອບເຂດ ແລະ ສໍ້ຣາສບັງຫລວງ ແລະການປ່ອຍ ໃຫ້ຄົນງານ ທີ່ເຮັດວຽກ ຢູ່ບໍຣິສັດ ຕ່າງໆທຳການ ປະທ້ວງ ເພື່ອສິດແລະ ຜົນປະໂຫຍດ ອັນຊອບທັມ ຂອງຕົນນັ້ນ ປາກົດວ່າ ທາງການລາວ ຍັງບໍ່ທັນໄດ້ ນຳເອົາມາໃຊ້.
ເມື່ອ 3-4 ປີມານີ້ ການພົວພັນ ຣະຫວ່າງລາວ-ຈີນ ຂຍາຍຕົວ ຫລາຍຂຶ້ນ ຢ່າງໄວວາ ເປັນຕົ້ນພາຍ ຫລັງທີ່ ຜູ້ນຳພັກ-ຣັຖຂອງ 2 ປະເທດໄດ້ ຕົກລົງ ຮ່ວມມືກັນ ຮອບດ້ານ ຊຶ່ງ ມີຂ່າວວ່າ ຣັຖບານຈີນ ມອບໃຫ້ແຂວງ ຢຸນນານ ທີ່ຢູ່ຕິດ ກັບລາວ ເປັນເຈົ້າການ ຕົ້ນຕໍ ຊຶ່ງຫ້ອງການ ພົວພັນຕ່າງ ປະເທດ ຂອງແຂວງ ຢຸນນານ ລາຍງານວ່າ ພາກເໜືອຂອງລາວ ໄດ້ເລີ້ມມີການ ຮ່ວມມືກັບ ແຂວງ ຢຸນນານ ມາຕັ້ງແຕ່ປີ 2004 ເພື່ອສົ່ງເສີມ ການການຄ້າ ແລະ ການທ່ອງທ່ຽວ.
ເວລາທີ່ ທ່ານ ຈູມມະລີ ໄຊຍະສອນ ປະທານປະເທດ ໄປຢ້ຽມຢາມຈີນ ໃນຕົ້ນເດືອນ ກັນຍາ ຜ່ານມາ ໄດ້ພົບກັບ ທ່ານ ຫູ ຈິນ ຕາວ ປະທານ ປະເທດຈີນ ທີ່ກຸງປັກກິ່ງ ໂດຍທີ່ໄດ້ ຕົກລົງຮ່ວມກັນ ວ່າຈະເສີມສ້າງ ສາຍສຳພັນ ຣະຫວ່າງ 2 ປະເທດ ໃຫ້ເຂັ້ມແຂງ ຍິ່ງຂຶ້ນ ແລະຈະຂຍາຍ ການຮ່ວມມື ຮອບດ້ານ ແລະໃນ ທຸກຣະດັບ ທັງໃນການ ຈັດຕັ້ງຂອງ ພັກແລະຣັດ. ທ່ານ ຈູມມະລີ ໄດ້ໄປຢ້ຽມ ຢາມແຂວງ ຢຸນນານ ແລະໄດ້ຫາລື ກັບທ່ານ Bai Enpei ເລຂາພັກແຂວງ ຢຸນນານ ຊຶ່ງໃນນັ້ນ ທ່ານ ເວົ້າວ່າ ສປປລາວ ຢາກເສີມສ້າງ ຄວາມສຳພັນ ໃຫ້ແໜ້ນແຟ້ນ ຂຶ້ນຕື່ມ ແລະຢາກຂຍາຍ ການຮ່ວມມື ຮອບດ້ານກັບ ແຂວງ ຢຸນນານ ຂອງຈີນ. ແລະທ່ານ Bai Enpei ກໍວ່າ ການຮ່ວມມື ຣະຫວ່າງແຂວງ ຢຸນນານ ແລະ ລາວ ຂຍາຍຕົວ ຕລອດມາ ແລະຢາກໃຫ້ ການຮ່ວມມື ນັ້ນກວ້າງຂວາງ ຍິ່ງຂຶ້ນ.
ຈີນ ຖືວ່າ ການແລກປ່ຽນ ການຢາມຣະຫວ່າງ ທ່ານ ຈຽງ ເຈີ ມິນ ເລຂາທິການໃຫຍ່ ພັກຄອມມິວນິສ ຈີນ ແລະທ່ານ ຄຳໄຕ ສີພັນດອນ ປະທານພັກ ປະຊາຊົນ ປະຕິວັດລາວ ໄດ້ກຳນົດ ທິດທາງ ແຫ່ງການ ຂຍາຍຕົວ ອັນຍາວນານ ສຳລັບການ ພົວພັນຣະຫວ່າງ 2 ພັກ ແລະ 2 ຣັດ ບົນພື້ນຖານ 4 ຫລັກການ ທີ່ເວົ້າມາແລ້ວ ນັ້ນ.
ເພື່ອຜັນຂຍາຍ ສາຍພົວພັນ ແລະການຮ່ວມມື ຕາມທິດທາງ ດັ່ງກ່າວ ຄນະຜູ້ແທນ ພັກຄອມມິວນິສ ຈີນ ກໍໄດ້ມາ ຢ້ຽມຢາມລາວ ຕື່ມອີກ ໃນວັນທີ 24 ຫາ 27 ສິງຫາ 2010 ນີ້ ຊຶ່ງກ່ອນໜ້ານັ້ນ ບໍ່ພໍເທົ່າໃດ ຄນະຜູ້ແທນ ຂັ້ນສູງຂອງຈີນ ນຳໂດຍຮອງ ປະທານປະເທດ ກໍໄດ້ມາ ຢ້ຽມຢາມລາວ ແລະໄດ້ມີການ ລົງນາມ ໃນສັນຍາ ຮ່ວມມື 18 ສະບັບ ເພື່ອຂຍາຍ ຄວາມສຳພັນ ແລະການຮ່ວມມື ຮອບດ້ານ ຣະຫວ່າງ 2 ປະເທດ ໃຫ້ຫລາຍຂຶ້ນ.
ສຳລັບ ສປປລາວ ໃນການ ພັທນາ ເສຖກິດ-ສັງຄົມ ຂອງຕົນ ທາງການລາວ ກຳນົດໃຫ້ ຜົນຜລິດຮວມຍອດ ພາຍໃນ ສຳລັບປີ 2010-2011 ບັນລຸເປົ້າ ໝາຍ ໃນຣະຫວ່າງ 8 ແລະ 8.5% ດັ່ງທ່ານ ບົວສອນ ບຸບຜາວັນ ນາຍົກ ຣັຖມົນຕຣີ ໄດ້ຖແລງ ນະໂຍບາຍ ກ່ຽວກັບການ ພັທນາ ຕໍ່ກອງປະຊຸມ ສໄມສາມັນ ຄັ້ງທີ 9 ຂອງສະພາ ແຫ່ງຊາດຊຸດທີ VI ໃນວັນທີ 14 ມິຖຸນາ 2010 ວ່າ… ໃນປີ 2010-2011 ຕ້ອງເຮັດໃຫ້ ຮວມຍອດຜລິຕພັນ ພາຍໃນເພີ້ມຂຶ້ນ ໃນຣະດັບ 8 ຫາ8.5% ໂດຍຈະຂຍາຍ ການລົງທຶນ ທັງພາຍໃນ ແລະຕ່າງປະເທດ ໃນນັ້ນຈະ ສົ່ງເສີມການ ລົງທຶນຂອງ ຕ່າງປະເທດ ໃຫ້ໄດ້ 8,500 ລ້ານລ້ານກີບ ແລະການລົງ ທຶນຂອງ ພາຍໃນ ໃຫ້ໄດ້ ຢ່າງໜ້ອຍ 2,575 ລ້ານລ້ານກີບ ຊຶ່ງໃນນັ້ນ ກໍຫວັງວ່າ ຈີນ ຈະເຂົ້າມາ ລົງທຶນໃນ ຂແນງການ ຕ່າງໆຫລາຍຂຶ້ນ ຮວມທັງການ ລົງທຶນ ຂຸດຄົ້ນບໍ່ແຮ່ ການສ້າງເຂື່ອນ ໄຟຟ້ານ້ຳຕົກ ປູກຢາງພາລາ ສ້າງຕລາດ ການຄ້າເປັນຕົ້ນ.
ໃນການພົວພັນ 2 ຝ່າຍ ນອກຈາກເປັນ ໃຈກັນທາງ ດ້ານການ ເມືອງແລ້ວ ໃນດ້ານ ເສຖກິດ ການຄ້າ ແລະ ການລົງທຶນ ກໍມີມູນຄ່າ ຫຼາຍເພີ້ມຂຶ້ນ ນຳເລື້ອຽໆ.
ໃນການພົວພັນ ດ້ານການຄ້າ ແລະການ ລົງທຶນຂອງ 2 ຝ່າຍ ສັງເກດເຫັນວ່າ ລາວໃຫ້ ບູຣິມະສິດ ແກ່ຈີນ ຈຳນວນນຶ່ງ ຖ້າປຽບທຽບ ໃສ່ປະເທດອື່ນໆ ພິເສດ ແມ່ນ ການອະນຸມັດ ໃຫ້ບໍຣິສັດ ຈີນ ລົງທຶນສຳຣວດ ແລະ ຂຸດຄົ້ນແຮ່ທາດ ຢູ່ແຂວງພາກ ເໜືອຂອງລາວ ຊຶ່ງບໍຣິສັດ ຕ່າງປະເທດ ອື່ນໆແມ່ນ ຍາກທີ່ສຸດ ກ່ອນທີ່ຈະໄດ້ ສຳປະທານໃໝ່.
ດ້ານການຄ້າ ປີ 2004 ມີມູນຄ່າ ການຄ້າປະມານ 100 ລ້ານໂດລາ ສະຫະຣັດ. ປີຕໍ່ມາ ເພີ້ມຂຶ້ນເປັນ 2 ເທົ່າຕົວ ແລະໃນປີ 2008 ເພີ້ມຂຶ້ນເຖິງ 350 ລ້ານ ໂດລາ. ໃນນັ້ນ ລາວສົ່ງ ສິນຄ້າໄປຈີນ ປະມານ 125 ລ້ານໂດລາ ແລະນຳສິນຄ້າ ຈາກຈີນເຂົ້າມາ ປະມານ 225 ລ້ານໂດລາ. ໃນປີ 2009 ອາດເພີ້ມຂຶ້ນ ເຖິງ 530 ລ້ານໂດລາ. ແຕ່ບາງຕົວເລກ ກໍວ່າການຄ້າ 2 ຝ່າຍ ໃນປື 2009 ມີເຖິງ 774 ລ້ານໂດລາ. ແລະປີ 2010 ນີ້ ກໍວ່າຈະເກີນ 1,000 ລ້ານໂດລາ.
ດ້ານການລົງທຶນ ຈີນລົງທຶນ ປູກຢາງພາລາ ຢູ່ພາກເໜືອ ຂອງລາວ ເປັນ ແສນເຮັກຕາ ປູກ ຕົ້ນວິກ ແລະຈະສ້າງ ໂຮງງານເຈັ້ຍ ຢູ່ແຂວງ ສວັນນະເຂດ ຊຶ່ງຈີນອາດ ຈະຕ້ອງການ ທີ່ດິນເຖິງ 2 ແສນເຮັກຕາ ແລະ ຈະລົງທຶນເຖິງ 2,000 ລ້ານໂດລາ ແລະ ຈະສາມາດ ສ້າງໜ້າວຽກ ໃຫ້ຄົນລາວ ໄດ້ເຖິງ 1 ໝື່ນ ຄົນ. ລົງທຶນຂຸດ ຄົ້ນບໍ່ບ໊ອກໄຊ ຢູ່ພາກໃຕ້ ຂອງລາວ ຊຶ່ງເປັນ ບໍ່ບ໊ອກໄຊ ໃຫຍ່ທີ່ສຸດ ແຫ່ງນຶ່ງໃນໂລກ ທີ່ຈີນຈະ ລົງທຶນເຖິງ 2,000 ລ້ານໂດລາ. ແຕ່ມູນຄ່າ ການລົງທຶນ ສະສົມຂອງ ຈີນ ຢູ່ລາວ ປັດຈຸບັນ ມີຫລາຍກວ່າ 3,500 ລ້ານໂດລາ ຄືແຊງ ການລົງທຶນ ຂອງໄທຂຶ້ນເປັນ ອັນດັບນຶ່ງ.
ນອກຈາກນັ້ນ ກໍສ້າງເຂດ ພິເສດຢູ່ ປະເທດລາວ ຊຶ່ງມີທັງ ບ່ອນຫລິ້ນ ການພະນັນ-ກາຊີໂນ ໂຮງຮຽມ ສນາມກອຟ ທີ່ແຂວງບໍ່ແກ້ວ. ຮ່ວມກັບໄທ ສ້າງຂົວ ມິຕພາບ ລາວ-ໄທ ແຫ່ງທີ 4 ຊ່ວຍສ້າງ ຖນົນເລກ 3 ຈາກພາກໃຕ້ ຂອງຈີນ ຜ່ານລາວ ໄປແຂວງຊຽງຮາຍ ຂອງໄທ ແລະອື່ນໆ.
ທາງດ້ານ ວັທນະທັມ ຈີນຊ່ວຍສ້າງ ຫໍວັທນະທັມ ທີ່ນະຄອນຫລວງ ວຽງຈັນ ຊ່ວຍສ້າງ ສນາມກິລາ ແຫ່ງຊາດ ເພື່ອແລກປ່ຽນ ເອົາທີ່ດິນເຂດ ບຶງທາດຫຼວງ ເພື່ອສ້າງ ເມືອງໃໝ່ ຊຶ່ງຂ່າວລ່າສຸດ ລາຍງານວ່າ ຍ້ອນຫາງສຽງ ປະທ້ວງ ຂອງປະຊາຊົນ ໂຄງການດັ່ງກ່າວ ຈຶ່ງຖືກ ຍົກເລີກໄປ.
ທາງດ້ານການ ທະຫານ ຈີນ ກໍຊ່ວຍປະມານ 1 ລ້ານ 3 ແສນໂດລາ ເພື່ອຊື້ອຸປກອນ ທາງທະຫານ ຂອງຈີນ ຊ່ວຍຕື່ມອີກ 3 ລ້ານໂດລາ ເພື່ອໃຫ້ ກອງທັບລາວ ຕິດຕັ້ງຣະບົບ ຄົມມະນາຄົມ ທີ່ທັນສໄມ.
ສັນຍາກ່ຽວກັບ ໂຄງການຮ່ວມມື ກໍ່ສ້າງ ດາວທຽມ ຣະບົບວິທຍຸ ໂທຣະພາບ ແລະ ໂທຣະຄົມ ມະນາຄົມ ລາວ-ຈີນ ລົງວັນທີ 25 ກຸມພາ 2010 ເປັນໂຄງການ ທີ່ມີ ຄວາມໝາຍສຳຄັນ ບໍ່ສະເພາະແຕ່ ທາງດ້ານ ເສຖກິດ ແລະ ວັທນະທັມ ເທົ່ານັ້ນ ແຕ່ຫາກຍັງມີ ຄວາມສຳຄັນ ທາງດ້ານ ຍຸທສາດ ການທະຫານ ອີກດ້ວຍ ຊຶ່ງທັງ 2
ຝ່າຍຈະລົງມື ກໍ່ສ້າງໃຫ້ແລ້ວ ໂດຍໄວ.
ແຕ່ເຖິງຢ່າງໃດ ກໍດີ ການພົວພັນ ທາງເສຖກິດ ຣະຫວ່າງ ລາວ-ຈີນ ທີ່ວ່ານັ້ນ ກໍມີທັງ ຜົນດີ ແລະຜົນຮ້າຍ. ເຖິງຣັຖບານລາວ ເວົ້າວ່າ ໂຄງການລົງທຶນ ທຸກໂຄງການ ຄວນມີການ ປະເມີນຜົນ ກະທົບ ຕໍ່ສິ່ງແວດລ້ອມ ກ່ອນທີ່ຈະ ຖືກຮັບຮອງເອົາ. ແຕ່ວ່າ ການປະເມີນ ຜົນກະທົບ ຕໍ່ສິ່ງແວດລ້ອມ ສ່ວນຫລວງຫລາຍ ແມ່ນພວກນັກ ລົງທຶນ ເປັນຜູ້ເຮັດ ພຽງຝ່າຍດຽວ ແລະຣະບຽບ ການຂອງຣັຖ ກໍບໍ່ເຂັ້ມງວດ ຈົນກາຍເປັນວ່າ ຢູ່ລາວ ປັດຈຸບັນ ການພັທນາ ເສຖກິດ ມີຄວາມສຳຄັນ ຫລາຍກວ່າການ ປົກປ້ອງ ສິ່ງແວດລ້ອມ.
ແຕ່ເຖິງແນວໃດ ກໍຕາມ ລວມຄວາມແລ້ວ ກໍເຫັນວ່າ ໃນການພົວພັນ ຮ່ວມມືກັບຈີນ ທາງການລາວ ພຍາຍາມ ຂຍາຍຢ່າງ ຮອບດ້ານ ທັງທາງດ້ານ ການເມືອງ ການ ທະຫານ ເສຖກິດ-ການເງິນ ການຄ້າ ແລະການລົງທຶນ ໃນດ້ານບໍ່ແຮ່ ເຂື່ອນໄຟຟ້າ ນ້ຳຕົກ ການກະສິກັມ ຕລອດທັງທາງ ດ້ານວັທນະທັມ ຊຶ່ງຈຸດໝາຍ ໃຫຍ່ອັນນຶ່ງ ກໍແມ່ນຢາກ ເຮັດໃຫ້ ຈີນ ມີຄວາມກ້ຳເກິ່ງ ກັບໄທ ອັນເປັນ ປະເທດນຶ່ງ ທີ່ໂດດເດັ່ນ ກວ່າໝູ່ ໃນການພົວພັນ ທາງດ້ານ ເສຖກິດກັບລາວ. ແຕ່ການ ພົວພັນ ຮ່ວມມືທີ່ ວ່ານັ້ນມາໃນ ຮູບແບບໃໝ່. ຈີນ ຍຶດໝັ້ນຢູ່ໃນ 4 ຫຼັກການແຫ່ງ ການພົວພັນ ສາກົນ ຊຶ່ງແຕກຕ່າງ ກັນກັບເມື່ອກ່ອນ ທີ່ໄດ້ໃຊ້ ຫລັກການ ສາກົນ ກັມມະຊີພ ຊ່ວຍເຫລືອກັນ ແບບສະຫາຍ ໂດຍທີ່ບໍ່ມີ ການໄລ່ລຽງ ເຖິງຄ່າຕອບແທນ ທາງເສຖກິດ ນອກຈາກຫວັງ ມີອິດທິພົນ ຊຶ່ງກ່ອນອື່ນ ໝົດແມ່ນ ທາງການເມືອງ ເພື່ອ ຂຍາຍທິສດີ ມາກ-ເລນີນ ແລະແນວຄິດ ເມົາເຊຕຸງ ຢູ່ປະເທດລາວ ແລະໄປທົ່ວ ຂົງເຂດ ເອເຊັຍຕາເວັນ ອອກສ່ຽງໃຕ້.