ລາວແລະວຽດນາມ ເພີ້ມຄວາມສັມພັນ

ລາວແລະວຽດນາມ ເພີ້ມຄວາມສັມພັນ ແລະການຮ່ວມມື ຖານພິເສດ ຢ່າງເຫລິກເຊີ່ງ ຫລາຍຂື້ນ ຈະເຫັນໄດ້ ຈາກການ ຢ້ຽມຢາມ ສປປລາວ ຂອງປະທານ ປະເທດ ວຽດນາມ ທ່ານ ຫງຽນ ມີນ ຈຽດ ໃນອາທີດນີ້.
ສິດນີ
2010.08.26

ທ່ານຫງຽນມີນຈຽດ ປະທານ ປະເທດວຽດນາມ ໄດ້ມາເຖິງ ນະຄອນຫລວງ ວຽງຈັນ ສປປລາວ ໃນຕອນເຊົ້າ ຂອງວັນທີ 24 ສີງຫາ ໃນການ ຢ້ຽມຢາມລາວ ຢ່າງເປັນທາງ ການເປັນເວລາ 3 ວັນ ຂອງທ່ານ ຕາມຄຳເຊື້ອເຊີນ ຂອງປະທານ ປະເທດລາວ ທ່ານ ຈູມມະລີ ໄຊຍະສອນ ຊື່ງການ ຢ້ຽມຢາມເທື່ອນີ້ ທັງສອງຝ່າຍ ຄາດວ່າ ຈະຍົກຣະດັບ ຄວາມສຳພັນ ແລະຄວາມຮ່ວມມື ຖານພິເສດ ຣະຫວ່າງ ສອງປະເທດ ໃຫ້ຫລາຍຂື້ນ.

ຄວາມສຳພັນ ອັນຍາວນານ ຖານພິເສດ ຣະຫວ່າງ ສອງປະເທດ ລາວ-ວຽດນາມ ມີມາແຕ່ສມັຍ ການສູ່ລົບ ສົງຄາມ ອີນໂດຈີນ ຫລືກ່ອນຫນ້ານັ້ນ ຍັງສືບຕໍ່ ເທົ່າເຖິງ ທຸກວັນນີ້. ສອງປະເທດ ດັ່ງກ່າວ ໄດ້ປະຕິບັດ ໃຊ້ຄວາມສຳພັນ ແລະ ຄວາມຮ່ວມມື ຖານພິເສດ ຣະຫວ່າງກັນ ມາເປັນ ເວລາດົນນານ ໃນນັ້ນ ຮ່ວມດ້ວຍ ຂໍ້ຕົກລົງ ຄວາມຮ່ວມມື ໃນການພັທນາ ໃນໂຄງການຕ່າງໆ ໃນລາວເຊັ່ນ ຂໍ້ຕົກລົງທາງ ດ້ານເສຖກິດ ສັງຄົມ ວິທຍາສາດ ແລະ ເທກໂນໂລຈີ ຮ່ວມດ້ວຍ ຂໍ້ຕົກລົງທາງ ດ້ານການເມືອງ ແລະການທະຫານ ນຳອີກ.

ທັງສອງຝ່າຍ ມີການແລກປ່ຽນ ການຢ້ຽມຢາມ ເຈົ້າຫນ້າທີ່ ຣະດັບສູງ ແລະຂັ້ນຜູ້ ນຳຣະດັບສູງ ຣະຫວ່າງກັນ ມາຕຣອດເຊັ່ນ ເລຂາທິການ ພັກຄອມມຸນີດ ວຽດນາມ ທ່ານ ນອງດືກຫມັ້ນ ກໍ່ໄດ້ມາ ຢ້ຽມຢາມລາວ ໃນເດືອນເມສາ ປີ 2010 ແລະຮອງປະທານ ປະເທດລາວ ທ່ານ ບຸນຍັງ ວໍຣະຈິດ ກໍ່ໄດ້ໄປ ຢ້ຽມຢາມ ວຽດນາມ ນື່ງເດືອນ ກ່ອນຫນ້ານັ້ນ.

ສອງປະເທດ ຮ່ວມກັນ ສລອງວັນ ທີ່ສຳຄັນ ຢ່າງໃກ້ຊິດເຊັ່ນ ງານສລອງ ວັນເກີດຄົບຣອບ 120 ປີ ຂອງມື້ລາງ ອະດີດ ປະທານ ໂຮຈີມີນ ໃນວັນທີ 19 ພືສພາ ປີນີ້ ປະຊາຊົນ ຈາກສອງປະເທດ ກໍ່ຮ່ວມກັນ ແຕ່ງເພັງກ່ຽວກັບ ປວັດສາດ ຂອງທ່ານ ໂຮຈີມີນ ແລະ ງານສລອງ ວັນທອ້ນໂຮມ ຊາດວຽດນາມ ໃນວັນທີ 30 ເມສາ ທີ່ນະຄອນ ຫລວງວຽງຈັນ.

ຫວ່າງຫລັງໆມານີ້ ລາວແລະວຽດນາມ ກໍ່ຮ່ວມກັນ ຮີບໂຮມປື້ມ ປວັດສາດການ ເປັນພັນທະມີດ ໃນການສູ້ລົບ ໃນສນາມລົບ ຮ່ວມກັນ ໃນຊ່ວງປີ 1930-1970. ທັງສອງປະເທດ ຍັງໄດ້ແນະນຳ ນະໂຍບາຍ ການສົ່ງເສີມ ຄວາມຮ່ວມມື ທາງດ້ານເສຖກິດ ຣະຫວ່າງກັນ. ໃນເດືອນພືສພາ ປີ 2010 ຣັຖບານລາວ ໄດ້ອະນຸມັດ ສຳປະທານ ໃຫ້ແກ່ ບໍຣິສັດ ວຽດນາມກວ່າ 219 ໂຄງການ ທີ່ມີມູນຄ່າ ປະມານ 2 ພັນ 400 ລ້ານໂດລາ ໃນນັ້ນ 12 ໂຄງການທີ່ມີ ມູນຄ່າ ປະມານ 168 ລ້ານ ໂລດາ ແມ່ນຖືກອະນຸມັດ ໃນຕົ້ນ 5 ເດືອນຂອງປີ 2010. ໂຄງການໃຫຍ່ໆ ທີ່ວຽດນາມ ເຂົ້າມາພົວພັນ ໃນເວລານີ້ ຫລາຍກໍ່ແມ່ນ ໂຄງການສ້າງເຂື່ອນ ຂຸດຄົ້ນ ແຮ່ທາດ ແລະປູກຕົ້ນໄມ້ ເສຖກິດເຊັ່ນ ຢາງພາຣາ ເປັນຕົ້ນ.

ຣະຫວ່າງເດືອນ ມົກກະຣາ ຫາເດືອນ ມີຖຸນາ ປີນີ້ ມູນຄ່າການຄ້າ ສອງຝ່າຍ ຣະຫວ່າງ ລາວ-ວຽດນາມ ຕົກຢູ່ປະມານ 212 ລ້ານໂລດາ ເພີ້ມຂື້ນ 8% ຖ້າທຽບໃສ່ ຣະຍະດຽວກັນ ຂອງປີທີ່ ຜ່ານມາ. ໃນນັ້ນ 91 ລ້ານໂດລາ ແມ່ນໄດ້ມາຈາກ ລາວສົ່ງອອກສີນຄ້າ ໃຫ້ວຽດນາມ ອາດຈະແມ່ນ ປະເພດແຮ່ທາດ ຫລືໄຟຟ້າ ຫລືໄມ້ທອ່ນ.

ນອກຈາກນັ້ນ ທັງສອງປະເທດ ຍັງມີການ ຮ່ວມມື ໃນຫລາຍດ້ານເຊັ່ນ ດ້ານການ ຄົມມະນາຄົມ ສາທາຣະນະສຸກ ວັທນະທັມ ກິລາ ການທ່ອງທ່ຽວ ແລະ ການສືກສາ ແລະພັທນາ ຊັພຍາກອນມະນຸດ. ທາງດ້ານ ການສືກສາ ວຽດນາມ ກໍ່ໄດ້ຕັ້ງ ສະຖາບັນ ການສືກສາ ພາສາວຽດນາມ ຂື້ນທີ່ ມະຫາວິທຍາລັຍ ແຫ່ງຊາດ ແລະກໍ່ມີແຜນ ການທີ່ຈະສ້າງ ມັທຍົມສືກສາ ວຽດນາມ ທີ່ແຂວງ ຫລວງພຣະບາງ. ຮ່ວມດ້ວຍ ສະຖານີ ວີທຍຸກະຈ່າຍສຽງ ເປັນພາສາ ວຽດນາມ ໃນລາວ.

ເຂດທ້ອງຖີ່ນ ຫລາຍແຂວງ ຕາມແນວຊາຍແດນ ລາວ-ວຽດນາມ ກໍ່ມີແຜນການ ຮ່ວມການຄ້າ ເສຖກິດ ແລະສັງຄົມ ປະເພດຕ່າງໆ ຣະຫວ່າງກັນ ເພື່ອສົ່ງເສີມ ການຄ້າ ເສຖກິດ ແລະການພັທນາ ຊັພຍາກອນມະນຸດ ຮ່ວມກັນ ໃນຣະດັບ ທ້ອງຖີ່ນ.

ທັງສອງປະເທດ ຍັງໄດ້ແລກປ່ຽນ ຂໍ້ມູນຂ່າວສານ ກ່ຽວກັບບັນຫາ ນານາຊາດ ແລະຂົງເຂດ ນຳອີກ ເຊັ່ນຄວາມຮ່ວມມື ກັບປະຊາຄົມ ອາຊຽນ ຄວາມຮ່ວມມື ໃນເວທີ ສາກົນ ແລະການໃຊ້ນ້ຳ ຮ່ວມກັນໃນ ແມ່ນ້ຳຂອງ.

ຣັຖບານວຽດນາມ ຍີນດີ ຈະໃຫ້ຄຳ ແນະນຳ ປະສົບປະການ ຂອງວຽດນາມ ແກ່ສປປລາວ ໃນການຕຽມເຂົ້າ ເປັນສະມາຊີກ ອົງການ ການຄ້າໂລກ ຂອງຣັຖບານ ລາວ ທັງສອງປະເທດ ກຳລັງເຮັດວຽກ ຮ່ວມກັນຢ່າງໃກ້ຊິດ ກັບກຳພູຊາ ໃນໂຄງການ ພັທນາ ເຂດເສຖກິດ 3 ຫລ່ຽມຣະຫວ່າງ 3 ປະເທດ. ການປັກຫລັກຫມາຍ ເຂດແດນ ຣະຫວ່າງກັນ ກໍ່ກຳລັງ ສືບຕໍ່ດຳເນີນ ງານຕໍ່ໄປ ໃນຫລາຍເຂດ ຣະຫວ່າງສອງ ປະເທດ.

ການຢ້ຽມຢາມລາວ ຂອງປະທານ ປະເທດວຽດນາມ ທ່ານ ຫງຽນ ມີນ ຈຣຽດ ຖືວ່າສຳຄັນ ໃນຊ່ວງທີ່ ປະເທດວຽດນາມ ກຳລັງເລັ່ງລັດ ໃນການ ປະຕິຮູບ ການປົກຄອງ ສົ່ງເສີມການ ເຕີບໂຕທາງ ດ້ານເສຖກິດ ຢັບຢັ້ງສະພາບ ເງີນເຟີ້ ແລະ ຄ້ຳປະກັນ ການເປັນຢູ່ ທີ່ດີຂອງ ຄົນວຽດນາມ. ໃນການ ຢ້ຽມຢາມລາວ ເປັນເວລາ 3 ວັນຄັ້ງນີ້ ທ່ານ ຈຽດ ນອກຈາກພົບປະ ກັບປະທານ ປະເທດລາວ ທ່ານ ຈຸມມິລີ ໄຊຍະສອນ ແລ້ວ ທ່ານຍັງໄດ້ ພົບປະ ນາຍົກຣັຖມົນຕຣີ ລາວ ທ່ານ ບົວສອນ ບຸບຜາວັນ ປະທານສະພາ ແຫ່ງຊາດລາວ ທ່ານ ທອງສີງ ພົມມະວົງສາ ແລະ ປະທານແນວລາວ ສ້າງຊາດ ທ່ານ ສີສວາດ ແກ້ວບຸນພັນ ແລະ ຜູ້ນຳຣະດັບ ສຸງຂອງລາວ ຫລາຍທ່ານ. ຫລັງຈາກ ຢ້າມຢາມລາວ ແລ້ວ ທ່ານຈະໄປ ຢ້ຽມຢາມ ກຳພູຊາ.

ເຖິງຢ່າງໃດ ກໍ່ຕາມ ນັກສັງເກດ ການເວົ້າວ່າ ການທີ່ປະທານ ປະເທດວຽດນາມ ໄປລາວ ແລະກຳພູຊາ ເທື່ອນີ້ ນອກຈາກຈະ ຍົກຣະດັບ ຄວາມສຳພັນ ຖານພິເສດ ໃຫ້ແຫນ້ນແຟ້ນ ກວ່າເກົ່າແລ້ວ ວຽດນາມ ຍັງມີຄວາມ ກັງວົນ ກັບການຂຍາຍ ອຳນາດຂອງຈີນ ໃນກຸ່ມປະເທດ ດັ່ງກ່າວນຳອີກ ເພາະຫວ່າງຫລັງໆ ມານີ້ ຈີນ ເຂົ້າມາມີ ບົດບາດໃນລາວ ແລະກຳພູຊາ ຫລາຍຂື້ນ ໃນແຕ່ລະມື້. ກ່ຽວກັບການຄ້າ ແລະ ການລົງທືນ ຂອງວຽດນາມ ໃນລາວ ວຽດນາມຕ້ອງໄດ້ ສິດທິພິເສດ ກ່ອນ ບໍຣິສັດ ຕ່າງປະເທດອື່ນໆ ໃນການ ສຳປະທານ ໂຄງການ ໃນລາວເຊັ່ນການ ສ້າງເຂື່ອນ ແລະຂຸດຄົ້ນ ແຮ່ທາດ ຫລືປູກຕົ້ນໄມ້ ເສຖກິດ. ວຽດນາມ ໄດ້ເອົາຄົນງານ ວຽດນາມ ເອງ ມາເຮັດວຽກ ໃນໂຄງການຕ່າງໆ ຂອງວຽດນາມ ໃນລາວ ແລະກໍ່ຈ້າງ ຄົນງານລາວ ສ່ວນຫນ້ອຍ ເປັນການສ້າງລາຍ ໄດ້ໃຫ້ແກ່ ບໍຣິສັດ ແລະຣັຖບານ ວຽດນາມ ຫລາຍກວ່າ. ການຄ້າໄມ້ທ່ອນ ໃນຣະຍະ ທີ່ຜ່ານມາ ກໍ່ແມ່ນ ບໍຣິສັດວຽດນາມ ເປັນຜູ້ສຳປະທານ ຕັດໄມ້ ໃນລາວ ຫລາຍກວ່າ ບໍຣິສັດຕ່າງ ປະເທດລາຍອື່ນ ຫລັງຈາກ ໄມ້ຫມົດແລ້ວ ກໍ່ລັກຕັດໄມ້ ໃນປ່າສງວນ ແຫ່ງຊາດ. ຄົນວຽດນາມ ຫລັ່ງໄຫລເຂົ້າມາ ລາວ ປາສຈາກ ຫນັງສືຜ່ານແດນ ໃດໆທັງສີ້ນ ແລະກໍ່ມີສິດທິ ເທົ່າທຽມ ກັບຄົນລາວ ບາງກຸ່ມສຸງ ກວ່າຄົນລາວ.

ກ່ຽວກັບການ ປັກຫລັກຫມາຍ ເຂດແດນ ຣະຫວ່າງ ສອງປະເທດ ກໍ່ມີການ ດຳເນີນກັນ ມາດົນແລ້ວ ເລີ້ມແຕ່ມີ ການສຳຣວດ ຊາຍແດນ ຣະຫວ່າງກັນ ໃນປີ 1977 ແລະ ກໍ່ສຳເຣັດ ໃນປີ 1986 ແຕ່ໃນເວລານັ້ນ ຍັງບໍ່ມີການ ປັກຫລັກຫມາຍເທື່ອ ໃນຣະຍະ ຕໍ່ມາຈື່ງ ມີການປັກຫລັກ ເທົ່າເຖິງ ປັດຈຸບັນ ກໍ່ປັກໄດ້ ປະມານ 200 ປາຍກວ່າຫລັກ ໃນຈຳນວນ 800 ປາຍຫລັກ ຂອງຊາຍແດນ ຣະຫວ່າງ ສອງປະເທດ ປະມານ 2 ພັນກວ່າ ກິໂລແມດ. ສ່ວນໃຫຍ່ ຈະຢຸູ່ຣະຫວ່າງ ແຂວງພາກໃຕ້ ແລະພາກກາງ ຂອງລາວ ແລະວຽດນາມ ເຊັ່ນແຂວງ ສວັນນະເຂດ ກວາງຈີ ສາຣະວັນ ອັຕະປີື ແລະບາງແຂວງ ທາງພາກເຫນືອ ແຕ່ຫລາຍຄົນ ຍັງບໍ່ຮູ້ວ່າ ເຂດແດນ ທີ່ແທ້ຈີງ ຣະຫວ່າງ ລາວ-ກັບວຽດນາມ ນັ້ນ ຢູ່ໃສແທ້.

ວຽດນາມອາດ ບໍ່ມີບັນຫາ ລ່ວງລ້ຳ ເຂດແດນກັບລາວ ແຕ່ມີກັບ ກຳພູຊາ ຫວ່າງຫລັງໆ ມານີ້ ທ່ານ ແຊມຣັງສີ ຫົວຫນ້າພັກ ຝ່າຍຄ້ານ ກຳພູຊາ ກໍ່ຕູ່ຫາ ວຽດນາມວ່າ ປັກຫລັກຫມາຍ ຊາຍແດນ ຫຍັບເຂົ້າໄປ ໃນດີນແດນ ກຳພູຊາ ຈົນທ່ານແຊມ ຣັງສີເອງ ກັບຫມູ່ຄນະ ຮ່ວມກັບຊາວບ້ານ ໄດ້ພາກັນໄປ ຖອນຫລັກຫມາຍ ເຫລົ່ານັ້ນ ອອກ ຈາກດີນ ກຳພູຊາ ຫລາຍຫລັກ ຊື່ງໃນເວລານີ້ ທ່ານເອງ ກໍ່ຢູ່ປະເທດ ບໍ່ໄດ້ ຈື່ງໄປຫລີ້ພັຍ ຢູ່ປະເທດ ຝຮັ່ງເສດ. ທີ່ປະເທດ ຝຣັ່ງເສດ ທ່ານ ແຊມຣັງສີ ຍັງສະແດງ ຮູບພາບ ທາງດາວທຽບ ເຖິງການລ່ວງລ້ຳ ເຂດແດນ ກຳພູຊາ ຈາກວຽດນາມ. ແຕ່ສຳລັບ ສປປລາວ ແລ້ວ ບໍ່ມີໃຜຮູ້ ຫລືຮູ້ແຕ່ ບໍ່ກ້າເວົ້າ ຕ່າງຫາກວ່າ ມີການລ່ວງລ້ຳ ເຂດແດນຈາກ ວຽດນາມຫລືບໍ່.

ທາງດ້ານການເມືອງ ການປົກຄອງ ແລະ ການທະຫານ ນັກຊ່ຽວຊານ ວຽດນາມ ກໍ່ໃຫ້ຄຳແນະນຳ ແກ່ລາວ ມາຕຣອດ ເຈົ້າຫນ້າທີ່ ແລະ ຄນະຜູ້ນຳລາວ ສ່ວນໃຫຍ່ ກໍ່ແມ່ນຖືກ ຝືກອົບຣົມ ມາຈາກວຽດນາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.