ກອງປະຊຸມ ຄນະຣັຖມົນຕຣີ ຕ່າງປະເທດ ASEAN
2009.07.21

ຣັຖມົນຕຣີ ການຕ່າງປະເທດ ASEAN ໄດ້ຮັບເອົາເອກສານ ສຳຄັນສະບັບນຶ່ງ ໃນມື້ວັນຈັນ ຜ່ານມາ ກ່ຽວກັບການຈັດຕັ້ງ ອົງການ ສິດທິມະນຸດ ໃນຂົງເຂດເອເຊັຍ ຕາເວັນອອກສ່ຽງໃຕ້.
ການຮ່າງ ຂໍ້ຕົກລົງນີ້ ມີຂຶ້ນຕາມເງື່ອນໄຂ ທີ່ບົ່ງໄວ້ໃນ ມາຕຣາ14 ຂອງກົດບັດ ASEAN ທີ່ມີຜົນ ປະຕິບັດຕັ້ງແຕ່ ເດືອນທັນວາ ປີ2008 ເປັນຕົ້ນມາ.
ການທີ່ຮ່າງຂໍ້ຕົກລົງ ວ່າດ້ວຍການຕັ້ງ ກັມມາທິການ ສິດທິມະນຸດ ແຫ່ງ ASEAN ທີ່ມີຊື່ຫຍໍ້ ເປັນພາສາ ອັງກິດວ່າ AHRB ຖືກຮັບເອົານັ້ນ ຈະນຳໄປສູ່ ການຕັ້ງ ກັມມາທິການ ດັ່ງກ່າວຢ່າງ ເປັນທາງການ ຢູ່ທີ່ກອງ ປະຊຸມສຸດຍອດ ASEAN ຄັ້ງທີ່15 ໃນເດືອນ ຕຸລາ ປີ2009.
ທ່ານ kasit Phirom ຣັຖມົນຕຣີ ການຕ່າງປະເທດ ຂອງປະເທດໄທ ຊຶ່ງເປັນ ປະທານວຽນຂອງ ASEAN ກ່າວເຖິງຄວາມສຳຄັນ ຂອງຂໍ້ຕົກລົງ ທີ່ກອງປະຊຸມໄດ້ ຮັບເອົານັ້ນວ່າ:
“It is a living document that would provide an evolutionary framework or a platform for furthering ASEAN’s efforts in promotion and protection of human rights.”
ທ່ານ Kasit ເວົ້າວ່າ ມັນເປັນເອກສານ ທີ່ຈະໃຊ້ເປັນກອບການ ປະຕິບັດງານຂອງ ASEAN ເພື່ອສົ່ງເສີມແລະ ປົກປ້ອງສິດທິມະນຸດ. ທ່ານເວົ້າຕໍ່ໄປວ່າ ກັມມາທິການ ສິດທິມນຸດ ຈະເຮັດໃຫ້ ປະຊາຊົນ ເຂົ້າໃຈບັນຫາ ສິດທິມະນຸດ ດີຂຶ້ນ ຮ່ວມມືກັບອົງການ ຈັດຕັ້ງອື່ນໆຂອງ ASEAN ປະຊາສັງຄົມຕ່າງໆ ທີ່ກ່ຽວພັນກັບ ASEAN ແລະຮິບໂຮມຂໍ້ມູນ ຈາກປະເທດ ສະມາຊິກ ກ່ຽວກັບເຣື້ອງ ສົ່ງເສີມແລະປົກປ້ອງ ສິດທິມນຸດ ໃນປະເທດນັ້ນໆ.
ນອກຈາກຮັບເອົາ ຮ່າງເອກສານ ຄນະຣັຖມົນຕຣີ ການຕ່າງປະເທດ ຍັງໄດ້ພິຈາຣະນາ ຂໍ້ສເນີທີ່ຈະ ອອກຖແລງການ ການເມືອງສະບັບນຶ່ງ ກ່ຽວກັບສິດທິມນຸດ ໃນກອງ ປະຊຸມສຸດຍອດ ASEAN ທີ່ຈະຈັດຂຶ້ນ ຢູ່ທີ່ເມືອງພູເກັດ ຂອງໄທ ອີກເຊັ່ນກັນ ໃນເດືອນ ຕຸລາ ປີ2009ນີ້.
ຖແລງການດັ່ງກ່າວ ຈະເວົ້າເຖິງເຣື້ອງ ສຳຄັນກ່ຽວກັບ ສິດທິມະນຸດ ເຊັ່ນວ່າຫລັງຈາກ ທີ່ກັມມາທິການ ສິດທິມະນຸດ ASEAN ປະຕິບັດ ໜ້າທີ່ຮອດ 5ປີແລ້ວ ກໍ່ຈະມີການ ທົ່ບທວນເບິ່ງພາລະ ໜ້າທີ່ຄືນໃໝ່ ເພື່ອດັດແປງ ເສີມສ້າງສັນທະ ແລະ ການປະຕິບັດງານ ໃຫ້ເຂັ້ມແຂງ ຂຶ້ນຕື່ມ ໃນດ້ານສົ່ງເສີມ ແລະປົກປ້ອງ ສິດທິມະນຸດ.
ຂໍ້ຕົກລົງບົ່ງວ່າ ຈະຮີບແຕ່ງຕັ້ງ ຜູ້ຕາງໜ້າຂອງ ສະມາຊິກ ASEAN ແຕ່ລະປະເທດ ເຂົ້າເປັນສະມາຊິກ ກັມມາທິການ ເປັນເວລາ3ປີ ໂດຍໃຫ້ຕໍ່ໄດ້ ອີກ3ປີ ແລະ ມີເງື່ອນໄຂວ່າ:
“The 10 representatives on the Human Rights Commission or body will be impartial and need not come from the governmental sector.”
ທ່ານ Kasit ອະທິບາຍວ່າ ຜູ້ຕາງໜ້າທັງ 10 ຂອງປະເທດ ASEAN ຕ້ອງເປັນກາງ ບໍ່ເຂົ້າຂ້າງອອກຂາ ແລະບໍ່ຈຳເປັນຕ້ອງ ມາຈາກຂະແໜງໃດ ຂະແໜງນຶ່ງ ຂອງຣັຖບານ. ເນື່ອງຈາກວ່າຫລັກການ ສຳຄັນ ທີ່ຊີ້ນຳການ ປະຕິບັດງານຂອງ ASEAN ຄືການ ບໍ່ແຊກແຊງ ໃນກິຈການພາຍໃນ ຂອງກັນແລະກັນ ບັນດາກຸ່ມ ສິດທິມະນຸດ ຈຶ່ງມີຄວາມເຫັນວ່າ ກັມມາທິການຂອງ ASEAN ຈະເປັນເສືອກະດາດ ຊຶ່ງບໍ່ມີ ພິດສົງຫຍັງ ເພາະບໍ່ສາມາດ ລົງໂທດ ຜູ້ຣະເມີດໄດ້ ບໍ່ມີສິດທີ່ຈະ ຕິດຕາມ ຊິ້ງຊອມເບິ່ງ ຄົງມີແຕ່ຂໍໃຫ້ ສະມາຊິກ ສົ່ງຣາຍງານ ກ່ຽວກັບສະພາບ ສິດທິມະນຸດ ໃນປະເທດໃຜລາວ ໃຫ້ເທົ່ານັ້ນ ແລະວ່າ ກັມມາທິການ ສິດທິມະນຸດ ASEAN ຕາມທີ່ສເນີນັ້ນ ບໍ່ເຖິງ ມາຕຖານສາກົນ.
ສ່ວນ ASEAN ເອງກໍ່ຮັບຮູ້ວ່າ ການປະຕິບັດງານ ຂອງກັມມາທິການ ຈະບໍ່ເປັນເຣື້ອງງ່າຍ ເພາະໃນວັນອາທິດ ມື້ນຶ່ງກ່ອນທີ່ຮ່າງ ຂໍ້ຕົກລົງຈະຖືກ ນຳຂຶ້ນ ພິຈາຣະນາ Indonesia ກໍ່ຂັດຄ້ານເງື່ອນໄຂ ສຸດທ້າຍຂອງ ກັມມາທິການ ແລະ ພະມ້າກໍ່ປະທ້ວງ ຂັດຄ້ານ ການດັດແກ້ທີ່ Indonesia ສເນີຂຶ້ນນັ້ນ.
ພະມ້າ ພາຍໃຕ້ການປົກຄອງ ຂອງຣັຖບານ ທະຫານ ຖືກປະເທດຕາເວັນຕົກ ກ່າວໂຈມຕີຢູ່ເລື້ອຍໆ ຍ້ອນປະຫວັດການ ຣະເມີດສິດທິມະນຸດ ແລະ ເມື່ອບໍ່ນານມານີ້ ກໍ່ຖືກປະນາມ ຢ່າງໜັກ ຍ້ອນໄດ້ເອົາ madam Aung San Suu Kyi ຫົວໜ້າຝ່າຍຄ້ານ ຂຶ້ນສານ ດຳເນີນຄະດີ ໃນຂໍ້ກ່າວຫາວ່າ ຣະເມີດເງື່ອນໄຂ ຂອງການ ກັກບໍຣິເວນ. ນອກຈາກນັ້ນ ລາວ ວຽດາມ ແລະໄທ ກໍ່ຖືກຕິຕຽນ ເຊັ່ນກັນ ເຣື້ອງຣະເມີດ ສິດທິມະນຸດ.
ທ່ານ Abhisit ເວຊຊາຊີວະ ນາຍົກຣັຖມົນຕຣີໄທ ປະທານວຽນຂອງ ASEAN ຕອບໂຕ້ວ່າ ເລີ້ມຕົ້ນໃໝ່ ຍັງດີກວ່າຈະ ປະປ່ອຍໄວ້ແບບ ບໍ່ມີເປົ້າໝາຍ ຫຍັງເລີຍ.ສ່ວນທ່ານສຸຮິນ ພິດສຸວັນ ເລຂາທິການ ASEAN ເວົ້າຕໍ່ນັກຂ່າວວ່າ ASEAN ຮູ້ດີວ່າຕົນ ຈະໄດ້ຮັບຄວາມ ເຊື່ອຖືຫລືບໍ່ນັ້ນ ຂຶ້ນຢູ່ກັບວ່າ ຈະມີການ ປະຕິຮູບ ການເມືອງ ໃນພະມ້າຫລືບໍ່ ຕາບໃດທີ່ບັນຫາ ພະມ້າ ຍັງບໍ່ໄດ້ຮັບ ການແກ້ໄຂ ASEAN ກໍ່ຍັງຕ້ອງ ແບກຮັບພາລະ ທີ່ຕ້ອງແກ້ຕົວຕໍ່ ໂລກພາຍນອກ ຢູ່ຕໍ່ໄປອີກ.