US Presidential Elections: Electoral College System


2007.09.07

ໃນປຫວັດສາດ 200 ກ່ວາປີ ຂອງປະເທດ ສະຫະ ຣັດອາເມຣິກາ ການເລືອກ ຕັ້ງປະທານາທິບໍ ດີສະຫະຣັດ ຄັ້ງວັນທີ 2 ພຶສຈິກາ ປີນີ້ ກໍຄືທຸກໆຄັ້ງ ທີ່ຜ່ານມາ ບໍ່ແມ່ນກາເລືອກຕັ້ງໂດຍກົງ ແຕ່ແມ່ນ ການເລືອກຕັ້ງ ຜ່ານຄະນະປ່ອນບັດເລືອກຕັ້ງ ເອົາປະທານາທິບໍດີ. (ດັ່ງ ມະໂນທັມ ມີຄຳອະທິບາຍ ດັ່ງຕໍ່ໄປນີ້)

ການເລືອກຕັ້ງປະທານາທິບໍດີສະຫະຣັດ ມີແບບສບັບພິເສດ ບໍ່ຄືກັນກັບການເລືອກຕັ້ງປະທານາທິບໍດີຂອງປະເທດອື່ນໆຈັກປະເທດເລີຍ. ດັ່ງເຮົາຈະໄດ້ອະທິບາຍໂດຍຍໍ້ດັ່ງຕໍ່ໄປນີ້: ວັນທີ 2 ເດືອນພຶສຈິກາປີ 2004 ແມ່ນມື້ເລືອກຕັ້ງ ປະທານາທິບໍດີສະຫະຣັດອາເມຣິກາ ຊຶ່ງໝົດທັງໂລກ ມີຄວາມສົນໃຈນຳວ່າແມ່ນໃຜຈະຖືກເລືອກເປັນປະທານາທິບໍດີ ໃນຣະຫວ່າງຄູ່ແຂ່ງຂັນທີ່ສຳຄັນສອງທ່ານຄື ທ່ານ George W. Bush ປະທານາທິບໍດີ ຄົນ ປະຈຸບັນ ແລະທ່ານ John F. Kerry ສະມາຊິກ ສະພາສູງ.

ສະຫະຣັດອາເມຣິກາໄດ້ຮັບເອກະຣາດຈາກປະເທດອັງກິດໃນປີ 1776 ແລະມີກົດໝາຍຣັຖທັມມະນູນອອກປະຕິບັດໃຊ້ແຕ່ປີ 1789 ຈົນເທົ່າທຸກວັນນີ້ ໂດຍມີການດັດແປງບາງຄັ້ງບາງຄາວ ຕາມກົດໝາຍຣັຖະທັມມະນູນ ການເລືອກຕັ້ງປະທານາທິບໍດີສະຫະລັດ ມີຂື້ນທຸກໆ 4 ປີ ຊຶ່ງບໍ່ແມ່ນການເລືອກຕັ້ງໂດຍກົງ ຕາມຄວາມເຂົ້າໃຈຂອງຫຼາຍໆຄົນ. ການເລືອກຕັ້ງ ເອົາປະທານາທິບໍດີສະຫະຣັດ ຊຶ່ງຄົນອາເມຣິກັນ ເອີ້ນວ່າ Electro College.

ປະເທດສະຫະຣັດອາເມຣິກາ ປະກອບດ້ວຍ 50 ຣັດ ແລະ ເຂດເມືອງ Columbia ຫຼື District of Columbia ຫຼື D.C. ຊຶ່ງແມ່ນເຂດນະຄອນຫລວງ ວໍຊິງຕັນ - ຫຼືເຂດ ວໍຊິງຕັນ DC. ແຕ່ລະຣັດ ແລະເຂດວໍຊິງຕັນ DC ມີຄະນະປ່ອນບັດ ເລືອກຕັ້ງ ເອົາປະທານາທິບໍດີນຶ່ງຄະນະ ຊຶ່ງປະກອບດ້ວຍ ຈຳ ນວນ ຜູ້ປ່ອນບັດເອົາປະທານາທິບໍດີ ໜ້ອຍ-ຫຼາຍຕ່າງກັນ. ຂື້ນຢູ່ກັບຈຳນວນປະຊາກອນ ຂອງແຕ່ລະຣັດ ແລະຂອງເຂດ ວໍຊິງຕັນ, DC. ຣັດໃດມີປະຊາກອນຫຼາຍ ຄະນະຜູ້ປ່ອນບັດ ຂອງຣັດ ນັ້ນ ກໍມີສະມາຊິກຫຼາຍ - ຣັດໃດມີພົລເມືອງໜ່ອຍ ຄະນະຜູ້ປອ່ນບັດຂອງຣັດນັ້ນກໍມີສະມາຊິກໜ່ອຍ. ເຊັ່ນວ່າຣັດມີປະຊາກອນຫຼາຍທີ່ສຸດຂອງສະຫະຣັດ ຄືຣັດ California ມີຄະນະຜູ້ປ່ອນບັດປະກອບ ດ້ວຍສະມາຊິກ 55 ຄົນ. ຣັດ Alaska ເຖີງຈະມີ ແຜ່ນດິນກ້ວາງ ແຕ່ມີປະຊາກອນໜ່ອຍ ກໍມີຜູ້ປ່ອນບັດ ໜ່ອຍ ຄືມີສະມາຊິກພຽງ 3 ຄົນ ເຊັ່ນດຽວກັນກັບອີກ 6 ຣັດ ແລະເຂດນະຄອນຫຼວງ ວໍຊິງຕັນ DC.

ຖ້ານັບໂຣມກັນທັງໝົດ ຈຳນວນຜູ້ປ່ອນບັດ ເອົາປະ ທານາທິບໍດີ ຈາກຄະນະຜູ້ປ່ອນບັດທົ່ວປະເທດ ມີຢູ່ 538 ຄົນ ຫຼືວ່າ 538 ສຽງ. ສຳລັບການເລືອກຕັ້ງ ວັນທີ 2 ພຶສຈິກາ ປີ 2004 ນີ້ ຖ້າທ່ານ George W. Bush ຫຼື ທ່ານ John F. Kerry ໄດ້ສຽງຈາກຄະນະຜູ້ປ່ອນບັດເອົາປະທານາທິບໍດີ 270 ສຽງ ຫຼືວ່າຫຼາຍກ່ວາ 270 ສຽງ ກໍໝາຍ ຄວາມວ່າຖືກເລືອກເປັນປະທານາທິບໍດີ. ໃນກໍຣະນີ ທີ່ຜູ້ສະມັກທັງສອງໄດ້ສຽງ 269 ສຽງທໍ່ກັນ ຊຶ່ງມີ ເປີເຊັນຈະເປັນໄປໄດ້ຍາກທີ່ສຸດ - ກໍແມ່ນສະພາຕ່ຳ ຂອງສະຫະຣັດເປັນຜູ້ເລືອກເອົາ ປະທານາທິບໍດີ ແລະສະພາສູງສະຫະຣັດເປັນຜູ້ເລືອກເອົາຮອງປະທາ ນາທິບໍດີ. ໃນປວັດການເລືອກຕັ້ງປະທານາທິບໍດີ ສະຫະຣັດ ມີຜູ້ສະມັກແຂງຂັນກັນໄດ້ຮັບຄະແນນສຽງ ທໍ່ກັນຈາກຄະນະຜູ້ປ່ອນບັດ ເທື່ອດຽວ. ຄືໃນການ ເລືອກຕັ້ງປີ 1800 ທ່ານ Thomas Jefferson ແລະ ທ່ານ Aaron Burr ໄດ້ຄະແນນສຽງ ຄົນລະ 73 ສຽງ. ດັ່ງນັ້ນສະພາຕ່ຳຈຶ່ງເລືອກເອົາທ່ານ Thomas Jefferson ເປັນປະທານາທິບໍດີ ແລະ ສະພາສູງເລືອກເອົາທ່ານ Burr ເປັນຮອງ ປະທານາ-ທິບໍດີ. ຕາມກົດໝາຍຣັຖະທັມມະນູນ ທີ່ຖືກດັດແປງໄໝ່ - ໃນກໍຣະນີຜູ້ສມັກໃດ້ສຽງທໍ່ກັນ ສະພາຕ່ຳເລືອກເອົາ ຜູ້ສມັກເປັນປະທານາທິບໍດີ ແລະສະພາສູງເລືອກເອົາຜູ້ສມັກເປັນຮອງປະທານາທິບໍດີ.

ໃນການເລືອກຕັ້ງປະທານາທິບໍດີສະຫະຣັດນັ້ນ ຜູ້ສມັກ ຕ້ອງສະມັກເປັນຄູ່ເລື້ອຍໆ ຄື ມີສອງຄົນສມັກ ເປັນ ປະທານາທິບໍດີ ແລະຮອງປະທານາທິບໍດີພ້ອມກັນ ຊຶ່ງຄົນອາເມຣິກັນເອີ້ນວ່າ Ticket. ສຳລັບການ ເລືອກຕັ້ງຄັ້ງວັນທີ 2 ພຶສຈິກາ ປີ 2004 ນີ້ ທ່ານ George W. Bush ແລະ ທ່ານ Dick Cheney ສມັກເປັນປະທານາທິບໍດີ ແລະຮອງປະທານາທິບໍດີ ສຳລັບ ພັກ Republican. ທ່ານ John Kerry ແລະ ທ່ານ John Edwards ສມັກເປັນ ປະທານາທິບໍດີ ແລະຮອງປະທານາທິບໍດີ ສຳລັບພັກ Democrat.

ຢ່າງໄດກໍຕາມ ການເລືອກຕັ້ງປະທານາທິບໍດີ ຜ່ານຄະນະຜູ້ປ່ອນບັດ Electral College ນີ້ ແມ່ນການເລືອກຕັ້ງແບບທີ່ວ່າ ຖ້າຜູ້ໃດ (ຊຶ່ງໝາຍເຖິງຜູ້ສມັກແຂງຂັນກັນ) ໄດ້ສຽງຫຼາຍກ່ວາ ແມ້ແຕ່ສຽງດຽວ ກໍແມ່ນໄດ້ສຽງຂອງຄະນະ ຜູ້ປ່ອນບັດ ທັງໝົດຂອງຣັດນຶ່ງໂລດ ຊຶ່ງຄົນອາເມຣິກັນເວົ້າແບບ ງ່າຍໆວ່າ Winner Takes All. ຍົກຕົວຢ່າງ ຖ້າທ່ານ Bush ແລະ ທ່ານ Cheney ໄດ້ຄະແນນສຽງຈາກການປ່ອນບັດເລືອກຕັ້ງໃນຣັດ Ohio ຫຼາຍກ່ວາທ່ານ John Kerry ແລະ ທ່ານ John Edwars ພຽງໜ່ອຍດຽວ ກໍແປວ່າ ທ່ານ Bush ແລະ ທ່ານ Cheney ໄດ້ສຽງຄະແນນ ຈາກຜູ້ປ່ອນບັດຣັດ Ohio ທັງໝົດ 20 ສຽງນັ້ນໂລດ. ຖ້າທ່ານ Kerry ແລະ ທ່ານ Edwards ໄດ້ຄະແນນສຽງຈາກການປ່ອນບັດເລືອກຕັ້ງ ໃນຣັດ Alaska ຫຼືຈາກຣັດ Vermont ຫຼາຍກ່ວາ ທ່ານ Bush ແລະ ທ່ານ Cheney ພຽງເລັກນ້ອຍທໍ່ນັ້ນ ກໍແປວ່າທ່ານ Kerry ແລະ Edwards ໄດ້ສຽງຂອງຄະນະຜູ້ປ່ອນບັດ ຂອງຣັດ Alaska ຫືຼ ຣັດ Vermonts ທັງໝົດ 3 ສຽງນັ້ນໂລດ.

ການໄດ້ສຽງລື່ນຄູ່ສະມັກແຂງຂັນໜ່ອຍຫຼືຫລາຍ ແລະໄດ້ໝົດ ຫຼື Winner Takes All ນີ້ ໃຊ້ສຳລັບ 48 ຣັດ ແລະ ເຂດນະຄອນຫລວງ ວໍຊິງຕັນ DC. ອີກ 2 ຣັດ ຄືຣັດ Main ແລະ ຣັດ Nebraska ມີການປັນຄະແນນ ສຽງຂອງຄະນະ ຜູ້ປ່ອນ ຕາມສັດສ່ວນຂອງສຽງ ຫຼືບັດ ທີ່ຄູ່ສມັກ ແຂ່ງຂັນກັນໄດ້ຮັບຈາກປະຊາກອນ ທີ່ໄດ້ໄປປ່ອນ ບັດໃນສອງຣັດດັ່ງກ່າວ. ແຕ່ລະພັກການເມືອງໃຫ່ຽໃນສະຫະຣັດ ຄືພັກ Democrat ແລະ ພັກ Republican ແຕ່ງຕັ້ງຄະນະຜູ້ປ່ອນບັດເອົາປະທາ ນາທິບໍດີ ຂອງແຕ່ລະຣັດໃນຕອນມີກອງປະຊຸມຫລວງຂອງພັກ. ຄະນະຜູ້ປ່ອນບັດທີມີໄຊຊະນະ ຈະໄດ້ປ່ອນເອົາ ປະທານາທິບໍດີຂອງພັກຕົນ ຢູ່ໃນຕຶກ ສະພາຄອງ ກແຣດຂອງຣັດ ທີ່ຄົນອາເມຣິກັນເອີ້ນວ່າ State Capital. ໃນມື້ວັນຈັນທຳອິດ ຕາມຫລັງວັນພຸດທີ 2 ໃນເດືອນ ທັນວາ ຊຶ່ງສຳລັບການເລືອກຕັ້ງ ປີ 2004 ນີ້ ຕົກຖືກວັນທີ 13 ທັນວາ.

ສຳລັບການຮັບຕຳແໜ່ງ ຫຼືພິທີສາບານໂຕຮັບຕຳແໜ່ງ ປະທານາທິບໍດີ ຂອງຜູ້ມີຊັຍໃນການ ເລືອກຕັ້ງ ນັ້ນແມ່ນມີຂື້ນໃນຕອນທ່ຽງຂອງວັນທີ 20 ເດືອນ ມົກກະຣາ ຂອງປີຕໍ່ໄປ. ເປັນທີ່ສັງເກດວ່າການ ເລືອກຕັ້ງປະທານາທິບໍດີສະຫະຣັດ ໃນປີຄູ່ສເມີໄປ ເພາະການເລືອກຕັ້ງມີຂື້ນທຸກໆ 4 ປີ ນັ້ນເອງ.

ບັດນີ້ກັບມາເວົ້າເຖີງເລື່ອງການ ຈັດຈຳນວນສະມາຊິກ ແຕ່ລະຄະນະຜູ້ປ່ອນບັດເອົາປະທານາທິບໍດີ ຂອງແຕ່ລະຣັດອີກ. ດັ່ງໄດ້ເວົ້າມາແລ້ວ ວ່າມັນຂື້ນຢູ່ກັບຈຳນວນປະຊາກອນຂອງຣັດ. ຈຳນວນຜູ້ປ່ອນບັດຊຶ່ງຄົນອາເມຣິກັນເອີ້ນວ່າ Electors ໃນຄະນະຜູ້ປ່ອນບັດຈະເທົ່າກັນກັບ ຈຳນວນສະມາຊິກສະພາຕໍ່າຂອງຣັດ ບວກກັບຈຳນວນ ສະມາຊິກສະພາສູງສະຫະຣັດຂອງຣັດ ຊຶ່ງແຕ່ລະຣັດ ມີ 2 ຄົນ ຫຼື 2 ທີ່ນັ່ງ ທໍ່ກັນໝົດ. ໂຕຢ່າງ ຣັດ Minnesota ມີສະມາຊິກສະພາຕ່ຳສະຫະຣັດ 8 ຄົນ ແລະມີ ສະມາຊິກສະພາສູງສະຫະຣັດ 2 ຄົນ. ດັ່ງນັ້ນຈຳນວນຜູ້ປ່ອນບັດ electors ໃນຄະນະ ຜູ້ປ່ອນບັດ Electral College ຂອງຣັດ Minnesota ຈຶ່ງມີ 10 ຄົນ. ເປັນທີ່ແນ່ນອນວ່າໃນອະນາຄົດອັນໄກ້ແລະໄກ ຈຳນວນຜູ້ປ່ອນບັດດັ່ງກ່ວາຕ້ອງເພີ້ມຂື້ນ-ເພາະຈຳນວນສະມາຊິກສະພາຕ່ຳສະຫະຣັດເພີ້ມຂື້ນເລື້ອຍໆ ຕາມການນັບຈຳນວນປະຊາກອນ ໂດຍການສຳຣວດສຳມະໂນຄົວ ຫຼືການສຳຣວດ ຈຳນວນປະຊາກອນທຸກໆຣັດ.

ບັນດານັກຣັຖສາດ ແລະນັກປວັດສາດອາເມຣິກັນ ອະທິບາຍກ່ຽວກັບການໃຊ້ຣະບົບ Electral College System. ຄະນະຜູ້ປ່ອນບັດ ເອົາປະທານາທິບໍດີນີ້ວ່າ ຍ້ອນຜູ້ຂຽນຣັຖ ທັມມະນູນແລະ ບັນພະບຸຣຸດຂອງ ສະຫະຣັກອາ ເມຣິກາ ຢາກໃຫ້ຄວາມສຳຄັນທໍ່ກັນແກ່ຣັດນ້ອຍ ແລະໃຫ່ຽ ຕາມຣະບົບປົກຄອງແບບສະຫະພັນຣັດ ຫຼື Confederation ນັ້ນເອງ.

ສຳລັບການເລືອກຕັ້ງປະທານາທິບໍດີສະຫະຣັດ ຄັ້ງວັນທີ 2 ພຶສຈິກາ ປີ 2004 ນີ້ ນັກຊຽວຊານດ້ານຣັຖສາດ ຄາດວ່າ ສາມາດເປັນໄປໃດ້ ທີ່ ທ່ານ George W. Bush ແລະ ທ່ານ John Kerry ໄດ້ຄະແນນສຽງທໍ່ກັນຜູ້ລະ 269 ສຽງຈາກຄະນະຜູ້ປ່ອນບັດ ທັ້ງນີ້ຍ້ອນການຍັ້ງສຽງ ເປັນໄລຍະໆ ຂອງສະຖາບັນຍັ້ງສຽງທີ່ສຳຄົນ ແລະ ໜ້າເຊື່ອຖືຫຼາຍໆສະຖາບັນ. ໃນສັປດາຫຼັງໆນີ້ຊີ້ໃຫ້ເຫັນວ່າ ທ່ານ Bush ແລະ ທ່ານ Kerry ໄດ້ຮັບຄະແນນນິຍົມສູສີກັນຫຼາຍທີ່ສຸດ ຈາກຊາວອາເມຣິກັນທົ່ວປະເທດ

ຄວາມຈິງແລ້ວໃນການເລືອກຕັ້ງປະທານາທິບໍດີສະຫະຣັດຄັ້ງວັນທີ 2 ພຶສຈິກາ ປີ 2004 ບໍ່ມີແຕ່ຄູ່ແຂ່ງຂັນ Bush, Kerry ທໍ່ນັ້ນ ຍັງມີ ທ່ານ Ralph Nader ຈາກພັກຂຽວ ຫຼື Green Party ນຳອີກ ຊຶ່ງຄູ່ສະມັກເປັນຮອງປະທານາທິບໍດີ ກໍແມ່ນທ່ານ Peter Camejo. ນອກນັ້ນ ກໍຍັງມີທ່ານ Lyndon Larouche ຊຶ່ງການສມັກຂອງທ່ານຄັ້ງນີ້ເປັນຄັ້ງທີ 8 ແລ້ວ.

ຍ້ອນຣະບົບການເລືອກຕັ້ງ Electral College ຫຼື ຣະບົບ ເລືອກຕັ້ງຜ່ານມາ ຄະນະປ່ອນບັດເລືອກຕັ້ງນີ້ ຜູ້ສະມັກຈາກພັກນ້ອຍ ຈຶ່ງບໍ່ສົນໃຈນຳໝົດທຸກຣັດ. ດັ່ງນັ້ນບາງຣັດຈະບໍ່ມີຊື່ ຂອງ ທ່ານ Nader, ທ່ານ Camejo ແລະ ທ່ານ Larouche ໃນບັນຊີລາຍຊ ື່ຢູ່ບ່ອນປ່ອນບັດຣັດນັ້ນໆ. ອີກປະການນຶ່ງຈະວ່າ ວັນທີ 2 ພຶສຈິກາ ປີ 2004 ແມ່ນມື້ເລືອກຕັ້ງກໍບໍ່ແມ່ນແທ ້ເພາະບາງຣັດໄດ້ປ່ອນບັດກັນ ແຕ່ກາງເດືອນ ກັນຍາ ພຸ້ນມາແລ້ວ. ຢ່າງໃດກໍຕາມ ການຍັ້ງສຽງ ບອກວ່າ ທ່ານ Raph Nader ຈະໄດ້ຄະແນນຈາກຜູ້ປ່ອນ ບັດທົ່ວປະເທດ ໃນຣະຫວ່າງນຶ່ງສ່ວນຮ້ອຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.