ສື່ມວນຊົນໃນ ສປປລາວ
2007.09.07

ບົດສເນີ ຂອງວຽງໄຊ ຫລວງໂຄຕ ຕໍ່ກອງປະຊຸມນາໆຊາຕ ຄັ້ງທໍາອິດ ວ່າດ້ວຍລາວສຶກສາ ຢູ່ທີມະຫາວິທະຍາລັຍ Northern Illinois ເມື່ອວັນທີ 20-20 ພຶສພາ ໃນຫົວຂໍ້ "ສື່ມວນຊົນ ໃນສປປລາວ."
ນັບຕັ້ງແຕ່ສາທາຣະນະຣັຖປະຊາທິປະໄຕປະຊາຊົນລາວ ຫລື ສປປລາວ ຖືກສຖາປະນາຂຶ້ນ ໃນວັນທີ່ 2 ທັນວາ 1975 ມີພຽງພັກດຽວ ຄືພັກປະຊາຊົນປະຕິວັດລາວ ເປັນຜູ້ບໍຣິຫານປະເທດ ມາເຖິງເທົ້າປັດຈຸບັນນີ້ ຣັຖທັມມະນູນຂອງ ສປປລາວສບັບປີ1991 ດັດແປງໃນປີ2003 ຣະບຸໄວ້ວ່າ ຣະບອບປົກຄອງຂອງ ສປປລາວ ປະກອບດ້ວຍ ຝ່າຍ ບໍຣິຫານ (ຣັຖບານ) ຝ່າຍນີຕິບັນຍັດ (ສະພາ) ແລະຝ່າຍຕຸລາການ (ສານ) ແຕ່ໃນພາກປະຕິບັດຕົວຈິງພັກປະຊາຊົນ ປະຕິວັດລາວເປັນຜູ້ ບໍຣິຫານປະເທດພຽງຜູ້ດຽວ ເປັນຜູ້ຄວບຄຸມການເລືອກຜູ້ນຳໃນທຸກຣະດັບ ໃນຖານະຂອງອັນທີ່ ເອີ້ນວ່າ ”ແກນນຳ” ຕາມຣາຍງານຂອງກະຊວງການຕ່າງປະເທດສາຫະຣັຖ ກ່ຽວກັບ ການນັບ ຖືສິດທິມະນຸດໃນທຸກ ປະເທດໃນໂລກ
ກ່ຽວກັບສື່ມວນຊົນ ຣັຖທັມມະນູນຂອງສປປລາວສບັບປີ 2003 ມາຕຣາ 44 ບົ່ງໄວ້ວ່າ “ ພົລະເມືອງລາວ ມີສິດ ເສຣີພາບໃນການປາກເວົ້າ ຂີດຂຽນ ໂຣມຊຸມນຸມ ຈັດຕັ້ງສມາຄົມ ແລະ ເດີນຂບວນ ທີ່ບໍ່ຂັດກັບຣະບຽບ ກົດໝາຍ
ໃນເວລາດຽວກັນ ກົດໝາຍອາຍາຊ້ຳພັດຫ້າມ ບໍ່ໄຫ້ ໃສ່ຣ້າຍປາຍສີຣັຖ ບໍ່ໃຫ້ບິດເບືອນນະໂຍບາຍຂອງພັກແລະຣັຖ ຫລືບໍ່ໃຫ້ກະຈາຍຂ່າວຫລື ຄວາມເຫັນທີ່ຈະບັ່ນທອນ ອຳນາດ ຣັຖ. ຖ້າຜູ້ໃດລະເມີດກົດຫມາຍດັ່ງກ່າວຈະໃດ້ຣັດໂທດ ຕິດຄຸກ ແຕ່ 1ຫາ15 ປີ
ຕັ້ງແຕ່ໃດໆມາ ສປປລາວຖືວ່າສື່ມວນຊົນເປັນເຄື່ອງມືຂອງພັກ/ຣັຖ ມີພາລະ ໜ້າທີ່ຕົ້ນຕໍ 4 ຢ່າງ:
1. ໂຄສນາແນວທາງ/ນະໂຍບາຍຂອງພັກ/ຣັຖ 2. ແກ້ແນວຄິດຂອງປະຊາຊົນ ແກ້ແນວທາງນະໂຍບາຍເກົ່າ 3. ຕ້ານການໂຄສນາຂອງສັດຕຣູ 4. ໂຈມຕີຝ່າຍກົງກັນຂ້າມ
ເພາະສນັ້ນ ເຮື້ອງໃດກໍ່ຕາມ ທີ່ບໍ່ເຂົ້າຢູ່ໃນຂອບເຂດຂອງໜ້າທີ່ 4 ຢ່າງທີ່ທາງການລາວວາງໄວ້ ຍິ່ງຖ້າເປັນຄວາມຈິງ ທີ່ຈະແຕະຕ້ອງພາບພົຈ ຂອງພັກແລະຣັຖ ກໍ່ຈະຖືກຈັດເຂົ້າໃນປະເພດ ຄວາມຜິດ ທີ່ອາດຖືກລົງໂທດຈຳຄຸກ ແຕ່ 1 ຫາ 15 ປີ ດັ່ງບົ່ງໄວ້ໃນກົດໝາຍ ອາຍາ. ສື່ມວນຊົນລາວທັງມົດ ຢູ່ພາຍໃຕ້ການຄວບຄຸມຂອງກະຊວງຖແລງຂ່າວ ແລະວັດທະນະທັມ ມີອົງການຂ່າວສານປະເທດລາວເປັນປາກກະບອກສຽງຂອງຣັຖບານ ສ່ວນພັກປະຊາຊົນປະຕິວັດ ລາວ ກໍ່ມີໜັງສືພິມປະຊາຊົນຊຶ່ງອ້າງຕົນເອງວ່າເປັນໜັງສືພິມຂອງປະຊາຊົນ ເພື່ອປະຊາຊົນຜູ້ທີ່ຣັບໄຊ້ການເຄື່ອນ ໄຫວທາງການເມືອງຂອງການປະຕິວັດນັກຂ່າວເປັນ ພນັກງານຣັຖ ຂຶ້ນກັບກະຊວງຖແລງຂ່າວແລະວັດທັນະທັມ
ນອກຈາກນີ້ກະຊວງການຕ່າງປະເທດກໍ່ມີສ່ວນ ພົວພັນ ນຳເນື້ອໃນທີ່ສື່ມວນຊົນຣາຍງານອອກໄປເຊັ່ນກັນ ຣາຍງານ ຂ່າວ ທີ່ອອກໃນສື່ມວນຊົນຂອງສປປລາວ ສແດງອອກເຖິງທັສນະຂອງພຽງຝ່າຍ ດຽວ ຄືຝ່າຍ ສປປລາວ ຈະແມ່ນ ຂອງຣັຖບານຫລືຂອງພັກປະຊາຊົນປະຕິວັດລາວກໍ່ດີ ໂດຍບໍ່ມີການຄຳນຶງວ່າຄວາມຈິງເປັນແນວໃດແທ້ຖ້າສື່ມວນຊົນ ຝ່າຍໂລກເສຣີຣາຍງານ ຕາມຄວາມເປັນຈິງ ໂດຍສະເພາະວິທຍຸສາກົນທີ່ກະຈ່າຍສຽງເປັນພາສາລາວ ກໍ່ຈະຖືກກ່າວ ຫາໄປຕ່າງໆນາໆ ເປັນຕົ້ນວ່າເສກສັນປັ້ນແຕ່ງ ໃສ່ຣ້າຍປາຍສີເພື່ອໃຫ້ເສັຍພາບພົດ ບໍ່ຫວັງດີ

ໃນປີ 2001 ມີການສເນີຣ່າງກົດຫມາຍສບັບນຶ່ງວ່າດ້ວຍສື່ມວນຊົນ ແຕ່ມາເຖິງປັດຈຸບັນນີ້ ສະພາແຫ່ງຊາຕລາວ ກໍ່ຍັງບໍ່ທັນຍອມຣັບຂຶ້ນພິຈາຣະຂັ້ນເດັດຂາດເທື່ອ ເຖິງວ່າຈະຖືກດັດແກ້ມາຫລາຍ ຕໍ່ຫລາຍເທື່ອແລ້ວ ຈາກຣັຖບານ ແລະສມາຄົມນັກຂ່າວກໍ່ຕາມ ປະກົດວ່າການຂັດແຍ້ງທີ່ບໍ່ສາມາດ ຕົກລົງກັນໄດ້ກ່ຽວກັບຣ່າງ ກົດໝາຍສບັບ ດັ່ງກ່າວ ກໍ່ຄືຝ່າຍນັກຂ່າວຢາກຣັກສາແຫລ່ງຂ່າວໄວ້ເປັນ ຄວາມລັບ ຢາກໃຫ້ມີສື່ມວນຊົນຂອງຝ່າຍເອກະຊົນ ແລະຢາກໃຫ້ມີ ການແຈ້ງເງື່ອນໄຂໃນການ ຂໍອານຸຍາດເປີດສຳນັກພິມ
ນັກຂ່າວຕ່າງປະເທດ ທີ່ໄດ້ຣັບອານຸຍາດ ໃຫ້ເຂົ້າໄປເຣັດຂ່າວ ໃນສປປລາວ ຈະຖືກຊິ້ງຊອມຕິດຕາມ ຢ່າງໃກ້ຊິດ ສ່ວນມາກ ກໍ່ຕ້ອງມີພນັກງານ ຈາກກົມຂ່າວຂອງກະຊວງຕ່າງປະເທດ ຕິດຕາມຕລອດ ເວລາທີ່ຢູ່ໃນລາວ ຖ້າເດີນທາງອອກນອກເຂດພຳນັກ ຂອງພນັກງານຜູ້ຕິດຕາມ ນັກຂ່າວຕ່າງ ດ້າວກໍ່ຕ້ອງຣັບພາລະອອກ ຄ່າເດີນ ທາງຢູ່ກິນໃຫ້ທັງມົດຕາມຣະບຽບ.
ການໃຊ້ internet ໃນລາວກໍ່ຖືກຄວບຄຸມຢ່າງເຂັ້ມງວດເຊັ່ນດຽວກັນ. ຣັຖບານສາມາດກັ້ນ website ທີ່ຕົນເຫັນວ່າ ອອກຂ່າວຕິຕຽນຣັຖບານ ໂດຍສະເພາະ website ຂອງຜູ້ຕໍ່ຕ້ານ ຣັຖບານໃນຕ່າງປະເທດ
ຫລັງຈາກທີ່ສປປລາວຣັບເອົາຫລັກການທີ່ເອີ້ນວ່າຈິນຕະນາການໃຫມ່ ໄລ່ເລັຍກັນກັບເວລາ ທີ່ວຽດນາມເລີ້ມ DOI MOI ໃນປີ 1986 ເພື່ອຫັນປ່ຽນໄປສູ່ເສຖກິດການຕລາດ ຄົນສ່ວນຫລາຍ ກໍ່ຫວັງວ່າສປປລາວ ຈະພະຍາຍາມ ຢ່າງຈິງຈັງທີ່ຈະສ້າງບັນຍາກາດອັນດີເມາະສົມແກ່ການ ລົງທຶນຈາກຕ່າງປະເທດ ແຕ່ຄວາມ ຈິງຊ້ຳພັດ ບໍ່ເປັນແນວ ນັ້ນ . ນັກລົງທຶ້ນຈຳນວນບໍ່ໜ້ອຍ ຜູ້ທີ່ຫວັງວ່າຈະໄດ້ຣັບຜົນປະໂຍດຢ່າງງາມ ຈາກປະເທດທີ່ປິດມາເປັນສິບກວ່າປີ ກັບຕ້ອງປະສົບກັບຄວາມຜິດຫວັງ ເພາະສະພາບຕົວຈິງໃນລາວ ເຕັມໄປດ້ວຍບັນຫາຫຍຸ້ງຍາກ ໃນການທີ່ຈະປະກອບ ທຸຣະກິຈ ມີການຮຽກຮ້ອງເອົາເງິນຄ່າຈ້າງຈອບອອຍ ໂດຍເຈົ້າຫນ້າທີ່ ຫລືຍາດຕິພີ່ນ້ອງພວກພ້ອງຂອງເພິ່ນ ແຕ່ສິ່ງ ທີ່ເຣັດ ໃຫ້ນັກລົງທຶນຖອຍຫລາຍກວ່າຫມູ່ ກໍ່ແມ່ນ ການຂາດທີ່ເພິ່ງທາງກົດໝາຍ ໃນກໍຣະນີມີການ ຂັດແຍ້ງເຣື້ອງ ຜົນປະໂຍດທາງທຸຣະກິຈ
ສລຸບຄວາມແລ້ວ ຈິນຕະນາການໃຫມ່ ຫລືການຫັນໃປສູ່ເສຖກິດການຕລາດຂອງສປປລາວ ບໍ່ໄດ້ຣັບຜົນຕາມ ການ ຄາດໝາຍ ໂດຍສະເພາະເມື່ອ ປຽບທຽບກັບວຽດນາມ ຊຶ່ງໄດ້ພັທນາ ໄປຫລາຍແລ້ວ ຕັ້ງແຕ່ ປີ 1986 ມາ ເຖິງວ່າປະເທດ ໃກ້ຄຽງຣ່ວມອຸດົມການຂອງສປປລາວ ອັນຫມາຍເຖິງວຽດນາມແລະຈີນຈະຖືກ ຕິຕຽນ ຢູ່ເລື້ອຍໆວ່າ ປ່ອຍໄຫ້ມີເສຣີພາບທາງດ້ານເສຖກິດແຕ່ຫາກບໍ່ຍອມໄຫ້ມີການຜ່ອນສັ້ນຜ່ອນ ຍາວໃນດ້ານການເມືອງກໍ່ຕາມແຕ່
ປະເທດທັງສອງທີ່ກ່າວມາກໍ່ຍັງສາມາດພັທນາທາງເສຖກິດໄປໄດ້ໄກຈົນເລີ້ມປະກົດຂຶ້ນເປັນຄູ່ແຂ່ງ ສຳຄັນສຳຫລັບ ປະເທດຈເຣີນອຸດສາຫະກັມ ເຊັ່ນ ສາຫະຣັຖອາເມຣິກາເປັນຕົ້ນ
ຄວາມແຕກຕ່າງສຳຄັນຣະຫວ່າງສປປລາວ ແລະ ວຽດນາມຫລືຈີນ ຢູ່ບ່ອນວ່າບັນດາຜູ້ນຳຂອງ ວຽດນາມ ຫລືຈີນຍັງ ຫລິງເຫັນຄວາມສຳຄັນຂອງໂລກພາຍນອກ ຊຶ່ງບໍ່ເວລາໃດກໍ່ເວລານຶ່ງສາມາດ ມີສ່ວນພົວພັນ ກັບ ຜົນປະໂຍດຂອງ ຕົນຈົນໄດ້ ເຖິງວ່າຈະເປັນປໍຣະປັກກັນໃນດ້ານອຸດົມການ ຫລື ທິສດີການເມືອງກໍ່ຕາມ
ໃນເມື່ອຕັດສິນໃຈວ່າຈະພັທະນາປະເທດໂດຍການເປີດຕລາດໃຫ້ເສຣີ ແລ້ວ ທັງວຽດນາມ ແລະຈີນກໍ່ໄດ້ພະຍາຍາມ ສ້າງບັນຍາກາດການລົງທຶນຈາກຕ່າງປະເທດ ໃຫ້ດີຂຶ້ນ ໂດຍບໍ່ພຽງແຕ່ອອກກົດໝາຍເທົ່ານັ້ນ ແຕ່ຍັງຕິດຕາມເບິ່ງວ່າ ມີການປະຕິບັດກົດໝາຍ ເຫລົ່ານັ້ນຫລືບໍ່
ເຖິງວ່າຕາມມາຕະຖານສາກົນ ສື່ມວນຊົນໃນຈີນຫລືວຽດນາມຍັງຖືວ່າຂາດ ເສຣີພາບຢູ່ກໍ່ຕາມ ແຕ່ຢ່າງຫນ້ອຍກໍ່ຍັງມີ ຣາຍງານວ່າມີການສໍ້ຣາຊບັງຫລວງ ການໃຊ້ ອຳນາດ ໃນໜ້າທີ່ການໄປໃນທາງຜິດ ການດຳເນີນຄະດີ ການຕັດສິນ ທດເຈົ້າໜ້າທີ່ຂັ້ນສູງໃນພັກ/ຣັຖ ພໍສແດງອອກວ່າມີການພະຍາຍາມ ເຮັດແທ້ທຳຈິງ ຊຶ່ງການປະຕິບັດແບບນີ້ ບໍ່ເຄີຍ ມີໃນສປປລາວ
ຍິ່ງໄປກວ່ານັ້ນແມ້ແຕ່ເຣື້ອງ ທີ່ບໍ່ຄິດວ່າ ຄໍຂາດບາດຕາຍ ສື່ມວນຊົນລາວກໍ່ບໍ່ມີສິດຣາຍງານ ເຊັ່ນການຈັບຫົວໜ້າ ພັກຝ່ານຄ້ານຂອງພະມ້າ ຍານາງ Aung San Suu Kyi ໃນປີ 2003. ສ່ວນໜັງສືພິມພາສາອັງກິດ Vientiane Times ທີ່ໄດ້ຣາຍງານ ກ່ຽວກັບເຣື້ອງ ດັ່ງກ່າວໄປແລ້ວ ກໍ່ໄດ້ຖືກທາງການສປປລາວເອີ້ນໄປສັ່ງສອນ ເພາະສື່ມວນ ຊົນລາວ ນອກຈາກຈະບໍ່ຣາຍງານຂ່າວທີ່ຖືວ່າເປັນທາງລົບກ່ຽວກັບສປປລາວເອງແລ້ວ ການຫ້າມຍັງກວມໄປ ເຖິງມິຕ ປະເທດອີກ ເປັນຕົ້ນກໍ່ແມ່ນວຽດນາມ ຈີນ ພະມ້າ ແລະເກົາຫລີເໜືອ
ຫລາຍເດືອນ ໃນເວລາຫ້າງຫາກອງປະຊຸມສຸດຍອດ ASEAN ເມື່ອທ້າຍປີ 2004 ທາງການ ສປປລາວ ໄດ້ສແດງ ອອກຊຶ່ງຄວາມພະຍາຍາມໃຫ້ນັກຂ່າວຕ່າງປະເທດຫລາຍຣ້ອຍ ຄົນທີ່ໄປເຣັດຂ່າວໃນລາວເວລານັ້ນ ເຫັນພາບພົດ ອັນຈົບງາມຂອງຕົນ ຈຶ່ງນັບວ່າເປັນການ ພະຍາຍາມຄັ້ງສຳຄັນສຳລັບສປປລາວ ແຕ່ຫາກບໍ່ໄດ້ຜົນຕາມຄາດໝາຍ ຍ້ອນວ່າ ບໍ່ເຄີຍມີ ປະສົບປະການກັບສື່ມວນຊົນເສຣີທີ່ມີໝ້າທີ່ສໍ້ຖາມຊອກຫາຂໍ້ເທັດຈິງ ເຮັດໄຫ້ ເຈົ້າໜ້າທີ່ລາວ ບໍ່ຄ່ອຍສາມາດ ຕອບຄຳຖາມຂອງນັກ ຂ່າວຕ່າງປະເທດໄດ້ ແລະບາງເທື່ອເຖິງວ່າມີການ ຖ່າຍທອດສົດທາງ ວິທຍຸ/ໂທຣະທັດ ກໍ່ຕາມ ຖ້າທາງການກ່ຽວຂ້ອງເຫັນວ່າເປັນເຣື້ອງຕ້ອງຫ້າມ ກໍ່ຈະຕັດອອກເອົາຊື່ໆ ເຊັ່ນ ຫລັງຈາກ ທີ່ນາຍົກຣັຖມົນຕຣີ ສປປລາວ ທ່ານບຸນຍັງ ວໍຣະຈິຕ ຊຶ່ງເປັນປະທານຂອງກອງປະຊຸມສຸດຍອດຄັ້ງທີ່ 10 ຂອງ ASEAN ສິ້ນສຸດການຣາຍງານສລຸບ ຜົນກອງປະຊຸມ ກໍ່ມີນັກຂ່າວຊາວຕ່າງປະເທດ ຜູ້ນຶ່ງຖາມເຖິງນັກໂທດຈິຕ ສຳນຶກສອງຄົນ ຄືທ່ານຣັສໝີຄຳຜຸຍ ແລະທ່ານ ແຝງສັດຈິຕະພົງ ຊຶ່ງເວລານັ້ນເຖິງກຳໜົດເວລາປ່ອຍເປັນອິສຣະ ແລ້ວ ໃນທັນໃດນັ້ນ ໂຄສົກວິທຍຸ/ໂທຣະທັດແຫ່ງຊາຕລາວ ຊຶ່ງກຳລັງຖ່າຍທອດສົດ ຢູ່ໃນເວລານັ້ນ ກໍ່ປ່ຽນໄປເວົ້າ ເຣື້ອງອື່ນ ຈຶ່ງເປັນອັນວ່າເຣື້ອງນັກໂທດການເມືອງຖືກ censored
ຍ້ອນວ່າສປປລາວຢູ່ໃນຈຳນວນ ປະເທດທີ່ດ້ອຍພັທນາ ແລະທຸກຍາກທີ່ສຸດປະເທດນຶ່ງໃນໂລກ ຈຶ່ງໃດ້ຣັບການຊ່ວຍ ເຫລືອບໍ່ວ່າເປັນການໃຫ້ລ້າຫລືໃຫ້ກູ້ຍືມໃນອັດຕຣາດອກເບັ້ຽຕໍ່າ ເພື່ອຊຸກຍູ້ ໃຫ້ສປປລາວລຸດພົ້ນຈາກຄວາມຍາກຈົນ ພາຍໃນປີ 2020 ຊຶ່ງເປັນປີເປົ້າໝາຍທີ່ຣັຖບານ ສປປລາວໃດ້ຕັ້ງເອົາໄວ້
ການທີ່ທາງການສປປລາວໄດ້ຣັບການຊ່ວຍເຫລືອທາງເສຖກິດຢ່າງຫລວງຫລາຍ ບໍ່ພຽງແຕ່ ຈາກມິຕປະເທດເທົ່ານັ້ນ ແຕ່ຈາກອົງການຈັດຕັ້ງສາກົນແລະສຖາບັນການເງິນຣະຫວ່າງຊາຕ ເຊັ່ນທະນາຄານໂລກທະນາຄານພັທນາເອເຊັຍ ນຳອີກນັ້ນ ຍອມເປັນການທ້າທາຍວ່າທາງການ ສປປລາວຈະສາມາດບັນລຸເຖິງເປົ້າໝາຍທີ່ໃດ້ຕັ້ງໄວ້ນັນຫລືບໍ່

ການຊ່ວຍເຫລືອສ່ວນຫລາຍ ທີ່ໄດ້ຣັບມານັ້ນ ມີເງື່ອນໄຂສຳຄັນຕິດພັນ ເຊັ່ນວ່າ ຕ້ອງປັບປຸງ ສະພາບສິດທິມະນຸດ ອັນຣ່ວມທັງເສຣີພາບ ໃນການປາກເວົ້າ ຂີດຂຽນ ອອກຄວາມຄິດຄວາມເຫັນ ໂຣມຊຸມນຸມ ນັບຖືສາສນາ ແລະອື່ນໆ ທີ່ມີບົ່ງໄວ້ ໃນຣັຖທັມມະນູນປີ 1991 ແຕ່ຫາກບໍ່ໄດ້ຣັບ ການປະຕິບັດ ການປະຕິຣູບ ທາງການເມືອງ ຄວາມໂປ່ງໃສ ໃນການບໍຣິຫານປະເທດ ການກວດ ລ້າງການສໍ້ຣາຊບັງຫລວງ ແລະຕໍ່ໆໄປ
ການທີ່ກຸ່ມທະນາຄານໂລກ ແລະ ທະນາຄານພັທນາເອເຊັຍ ຕົກລົງໃຫ້ການຄ້ຳປະກັນ ເງິນກູ້ຍືມ ສຳລັບໂຄງການສ້າງເຂື່ອນນ້ຳເທີນສອງ ເມື່ອບໍ່ນານມານີ້ ເປັນການທ້າທາຍ ອີກຢ່າງນຶ່ງວ່າ ສປປລາວ ຈະເຣັດແທ້ທຳຈິງຫລືບໍ່ ໃນຂໍ້ອ້າງ ທີ່ວ່າ ຈະນຳເອົາຣາຍໃດ້ ຈາກການຂາຍກະແສໄຟຟ້າ ຈາກເຂື່ອນ ນ້ຳເທີນ 2 ໄປໃຊ້ເພື່ອບັນເທົາ ຄວາມທຸກຍາກ ຂອງປະຊາຊົນລາວນັ້ນ.