ການ​ເມືອງ ລາວ ພາຍ​ໃຕ້ ຄໍາ​​ໄຕ ສີ​ພັນ​ດອນ ພາກ​ 4


2007.09.07

ບົດ​ວິຈານ​ ໂດຍ: ລູກ​ໄຜ່​ໜາມ

ແນ່ນອນ​ວ່າ ສະຖານະ​ການ ​ແວດ​ລ້ອມ ຕ່າງໆ ​ໃນ​ປັດຈຸ​ບັດ ຍ່ອມ​ມີ​ຄວາມ​ແຕກ​ຕ່າງ​ກັບ ​ລະຍະ 5 ປີ ກ່ອນ​ໜ້າ​ນີ້ ສຳລັບ​ອຳນາດ​ທາງ​ການ​ເມືອງ ​ໃນ​ລາວ​ແລ້ວ ຍ່ອມ​ບໍ່​ມີ​ຄວາມ​ແຕກ​ຕ່າງ ກັບ​ເມື່ອ 5 ​ປີ ທີ່​ແລ້ວ ​ແຕ່​ຢ່າງ​ໃດ.

ເພາະ​ການຈະ​ເພີ້​ມ ຫຼື ລຸດຈຳນວນ​ກົມ​ການ​ເມືອງ ​ແລະ ກັມມະການ​ ບໍຣິຫານ​ງານ ສູນ​ກາງ​ພັກ ນັ້ນ ຜູ້ນຳຍ່ອມ​ຈະ​ມີ​ຄຳ​ອະທິບາຍ ທີ່​ໜ້າ​ຟັງສ​ເມີ.

ດັ່ງ​ກໍຣະນີ ຂອງ​ການ​ກຳນົດ​ເປົ້າ​ໝາຍ ທີ່​ຈະ​ນຳພາ​ ປະ​ເທດ​ຊາດ ​ເພື່ອ​ໃຫ້​ຫລຸດ​ພົ້ນ ຈາກ​ສະພາບ​ ດ້ອຍ​ພັທະນາ ພາຍ​ໃນ ປີ 2020 ນັ້ນ, ຈະ​ວ່າ​ໄປ​ແລ້ວ ກໍ​ບໍ່​ແມ່ນ​ເຣື້ອງ​ໃໝ່ ​ແຕ່​ຢ່າງ​ໃດ ​ເພາະ​ພັກ ​ໄດ້​ກຳນົດ​ເປົ້າ​ໝາຍ ດັ່ງກ່າວ​ນີ້ ນັບ​ຕັ້ງ​ແຕ່​ກອງປະຊຸມ​ໃຫຍ່ ຄັ້ງ​ທີ 5 ​ເມື່ອ​ປີ 1991 ມາ​ແລ້ວ ພຽງ​ແຕ່​ວ່າ ລະຍະ​ເວລາ​ເທົ່າ​ນັ້ນ ຍັງ​ບໍ່​ມີ​ການ​ກຳນົດລາຍຣະອຽດ ຂອງ​ເປົ້າ​ໝາຍ​ໄວ້ ​ໃນ​ແຜນການ​ຢ່າງ​ຄັກ​ແນ່ ຄື​ໃນ​ທຸກ​ມື້​ນີ້​​ເທົ່າ​ນັ້ນ.

ແນ່ນອນ​ວ່າ ສາ​ເຫດ​ທີ​່ພັກ​ປະຊາຊົນ ປະຕິວັດ​ລາວ ຈຳ​ເປັນ​ຕ້ອງ​ໃຫ້ ລາຍ​ລະອຽດ ກ່ຽວ​ກັບ ​ແຜນການ​ເປົ້າ​ໝາຍ ດັ່ງກ່າວ​ນີ້ ກໍ​ເພື່ອ​ເຮັດ​ໃຫ້​ປະຊາຊົນ​ລາວ ​ໄດ້​ແລ​ເຫັນ​ອານາ​ຄົດ ​ໃນ​ວັນ​ຂ້າງ​ໜ້າ ຂອງ​ພວກ​ຕົນ ​ໄດ້​ຢ່າງ​ເປັນ​ຮູບ​ທັມ​ຫລາ​ຍຂຶ້ນ ວ່າການ​ຫລຸດ​ພົ້ນຈາກ​ສະພາບ ດ້ອຍ​ພັທະນາ ​ແລະ ຄວາມ​ຍາກຈົນ​ນັ້ນ ​ເປັນ​ຢ່າງ​​ໃດ.

ເພາະ​ສິ່ງ​ທີ່​ພັກ ​ໄດ້​ປະກາດ​ໄວ້ ກັບ​ປະຊາຊົນ​ລາວ ​ໃນ​ລະຍະ​ກ່ອນ​ໜ້າ​ນີ້​ນັ້ນ ບໍ່​ອາດ​ທີ່​ຈະ​ເກີດ​ຂຶ້ນ ​ໄດ້ ​ໃນ​ຄວາມ​ເປັນ​ຈິງ​ຢູ່​ແລ້ວ​ນັ້ນ​ເອງ.

ສະ​ນັ້ນ ການ​ທີ່​ພັກ​ໄດ້​ປະກາດ ​ແຜນການ​ເປົ້າ​ໝາຍ​ໃໝ່ ດັ່ງກ່າວ​ ​ໃນ​ດ້ານ​ນຶ່ງ​ນັ້ນ ຍ່ອມນັບ​ເປັນ​ ຄຳ​ໝັ້ນ​ສັນຍາ ທີ່​ຕ້ອງການ ຈະ​ສົ່ງ​ເສີມ​ຄວາມ​ເຊື່ອ​ໝັ້ນ ຂອງ​ປະຊາຊົນ ​ໃຫ້​ກັບ​ມາ​ມີຕໍ່​ພັກ​ ອີກ​ເທື່ອ​ນຶ່ງ, ​ແຕ່​ໃນ​ອີກ​ດ້ານ​ນຶ່ງ​ນັ້ນ ຍ່ອມ​ເປັນ​ໄປ​ບໍ່​ໄດ້​ເລີຍ ທີ່​ຈະ​ມີ​​ໃຜ​ຄອຍ​ຖ້າ ​ເຖິງ 20 ປ​ີ ​ເພື່ອພິສູດ​ວ່າ ຄຳ​ໝັ້ນ ​ສັນຍາ ດັ່ງກ່າວ ຂອງ​ພັກ​ຈະ​ເກີດ​ຂຶ້ນ ​ແທ້​ຈິງ ຫລືບໍ່.

ດ້ວຍ​ເຫດ​ນີ້ ຈຶ່ງ​ເຮັດ​ໃຫ້​ພັກຈຳ​ເປັນ​ຕ້ອງ​ກຳນົດ​​ແຜນການ ທີ່​ຄັກ​ແນ່ ​ແລະ ​ເປົ້າ​ໝາຍ ຢ່າງ​ເປັນ​ຮູບ​ທັມ ​ໃນ​ລະຍະ 5 ປີ ຂ້າງ​ໜ້າ​ນີ້ ​ເຊັ່ນ ການ​ລຸດຜ່ອນບັນຫາ​ຄວາມ​ຍາກຈົນ ຂອງ​ປະຊາຊົນ​ ລາວ ​ໃຫ້​ໄດ້ ຢ່າງ​ໜ້ອຍ​ເຄິ່ງນຶ່ງ ຈາກ​ຣະດັບ​ທີ່​ເປັນ​ຢູ່ ​ໃນ​ປັດຈຸ​ບັນ, ການ​ຍຸຕິ ການ​ປູກ​ຝິ່ນ​ໃນ​ລາວ ​ໃຫ້​ໄດ້​ຢ່າງ​ແທ້​ຈິງ ​ໃນ​ປີ 2005 ນັ້ນ​ເອງ. ​ເພາະສະ​ນັ້ນ ​ສິ່ງ​ທີ່​ຈະ​ຕ້ອງ​ຈັບ​ຕາ​ເບິ່ງ ຕໍ່​ໄປ ກໍ​ຄື​ຄຳ​ໝັ້ນ​ສັນຍາ ທັງ 3 ປະການ ດັ່ງ​ກ່າວ​ນີ້ ຈະ​ສາມາດ​ ​ເກີດ​ຂຶ້ນ​ໄດ້​ແທ້​ຈິງ ຫລື​ບໍ່ ​ແຕ່​ທີ່​ແນ່ໆ ກໍຄື ບຸກຄະລາ​ກອນ​ສ່ວນ​ໃຫຍ່ ​ໃນ​ສູນ​ກາງ​ອຳນາດ​ ຂອງ​ພັກ​ ປະຊາຊົນ ປະຕິວັດ​ລາວ ​ໃນ​ປັດຈຸ​ບັນ​ນີ້ ກໍ​ຍັງ​ຄົງ​ເປັນ "ຄົນ​ໜ້າ​ເກົ່າ" ​​ ແຕ່​ເຖິງຢ່າງ​ໃດ ກໍ​ດີ ກຸ່ມ​ຄອງ​ອຳນາດ ​ໃນ​ລາວ ກໍ​ບໍ່​ໄດ້​ນິ່ງນອນ​ໃຈ ຕໍ່​ເຫດການ 11 ກັນຍາ 2001 ທີ່​ເກີດ​ຂຶ້ນ​ກັບສະຫະຣັດ ອ​າ​ເມຣິກາ ພຽງ​ແຕ່​ວ່າ ຍັງ​​ເບິ່ງ​ບໍ່​ເຫັນ​ຜົນ​ສະທ້ອນ ອັນ​ໃດ​ທີ່​ຈະ​ມີ​ຕໍ່​ລາວ ນອກ​ເໜືອ​ໄປ​ຈາກ​ການ​ທີ່ມີ​ນັກ​ທ່ອງ​ທ່ຽວ ຈາກ​ສະຫະຣັດ ອາ​ເມຣິກາ ​ແລະ ຢູ​ໂຣບ ​ເດີນທາງ​ເຂົ້າ​​ໄປ​ ທ່ອງ​ທ່ຽວ ​ໃນ​ລາວ​ໜ້ອຍ​ລົງ​ເທົ່າ​ນັ້ນ. ​ ສ່ວນ​ການທີ່ຈະ​ເຮັດ​ໃຫ້​ລາວ ຕ້ອງ​ພົບ​ພໍ້​ກັບ​ບັນຫາ ການ​ກໍ່​ການ​ຮ້າຍ​ສາກົນ ​ໂດຍ​ຕຣົງນັ້ນ ຄົງ​ບໍ່​ແມ່ນ​ປະ​ເດັນ ທີ່​ລາວ ຕ້ອງ​ມີ​ຄວາມ​ກັງ​ວົນ​ໃຈ ​ແຕ່​ຢ່າງ​ໃດ​ເລີຍ ຫາກ​ຈະ​ມີ​ກໍຣະນີ ທີ່​ກວນ​ໃຈ​ຢູ່​​ແດ່ ກໍ​ຄື ການ​ກໍ່ກວນ ຄວາມ​ສະ​ງົບ ຮຽບຮ້ອຍ​ພາຍ​ໃນ​ລາວ ຂອງ "ກຸ່ມ​ຄົນ ບໍ່​ດີ" ​ເທົ່າ​ນັ້ນ.

ທັງ​ນີ້ ​ເນື່ອງ​ຈາກ​​​ໄດ້​ເກີດ​ເຫດການ ບໍ່​ສະ​ງົບ​ຂຶ້ນ ​ໃນ​ລາວ​ຫລາຍ​ເທື່ອ ຕິດ​ຕໍ່​ກັນ ນັບ​ຈາກ​ທ້າຍ​ປີ 1999 ທີ່​ນັກ​ສຶກສາລາ​ວ ຮວມຕົວ​ກັນ​ປະ​ທ້ວງ​ ​ໃນ​ໃຈກາງ​ນະຄອນ​ວຽງ​ຈັນ ​ເພື່ອ​ຮຽກຮ້ອງ​ຄວາມ​ມີ ປະຊາທິປະ​ໄຕ ທາງ​ການ​ເມືອງ ​ໃນ​ລາວ.

ຕໍ່​ດ້ວຍ​ການວາງ​ລະ​ເບີດ ​ໃນ​ນະຄອນຫລວງ​ວຽງ​ຈັນ ຫລາຍ​ກ່ວາ 10 ​ເທື່ອ ​ໃນ​ລະຍະ 6 ​ເດືອນ​ທຳ​ອິດ ຂອງ​ປີ 2000 ​ໂດຍ​ທີ່​ທາງ​ການ​ລາວ ບໍ່​ສາມາດຈັບ​ກຸມ​ ກຸ່ມ​ທີ່​ວາງ​ລະ​ເບີ​ດ ດັ່ງກ່າວ​ໄດ້ ​ແມ່ນ​ແຕ່​ຄົນ​ດຽວ​ ​ເຊັ່ນ​ດຽວ​ກັນ​ກັບ​ການ​ດັກຍິງ ຣົດ​ໂດຍສານປະຈຳ​ທາງ​ ​ເຖິງ 2 ​ເທື່ອ ​ໃນ​ພື້ນ​ທີ່ ​ແຂວງ​ວຽງ​ຈັນ ​ໃນຣະຫວ່າງ​ເດືອນ​ກຸມພາ ​ແລະ ​ເມສາ 2003 ຜ່ານ​ມາ.

ສ່ວນ​ກໍຣະນີ ທີ່​ຖື​ວ່າ ມີ​ພັທະ​ນາ​ການ ຢ່າງ​ຕໍ່​ເນື່ອງທີ່​ສຸດ ຢ່າງກໍຣະນີ ຂອງ​ຜູ້​ຕ້ອງ​ຫາ​ໃນ​ຄະດີ ດ່ານ​ ບ້ານ​ວັງ​ເຕົ່າ, ຊ່ອງ​ເມັກ ຊຶ່ງ​ທາງ​ການ​ລາວ ​ໄດ້​ຢຳ້ມາ​ໂດຍ​ຕະລອດ​ວ່າ ​ເປັນ​ພຽງ​ກຸ່ມ​ໂຈນ​ປຸ້ນ​ຊັບ ​ແລະ ທຳລາຍ​ຊັບ​ສິນ ຂອງ​ລາວ ​ເທົ່າ​ນັ້ນ​ກໍ​ຕາມ.

ໃນ​ຂະນະ​ທີ່​ສານ​ອາຍາ ຂອງ​ໄທ ​ໄດ້​ຕັດສິນ​ໄປ​ແລ້ວ ​ໃນ​ວັນ​ທີ 11 ​ເດ​ືອນມິຖຸນາ 2003 ທີ່​ຜ່ານ​ມາ​ນີ້ວ່າ ພຶດຕິການ ຂອງ​ຜູ້​ຕ້ອງ​ຫາ ​ໃນ​ກຸ່ມ​ດັ່ງກ່າ​ວນີ້ ​ເປັນ​ການ​ເຄື່ອນ​ໄຫວ​ ທາງ​ການ​ເມືອງ ​ເພື່ອ​ຮຽກຮ້ອງ​ປະຊາທິປະ​ໄຕ ​ໃນ​ລາວ ຈຶ່ງ​ເຮັດ​ໃຫ້​ທາງ​ການ​ໄທ​ ບໍ່​ສາມາດ​ສົ່ງ​ຕົວ​ໄປ​ໃຫ້​ທາງ​ການ​ລາວ​ໄດ້ ​ໃນ​ຖານະ​ຜູ້​ຮ້າຍ​ຂ້າມ​ແດນ.

ເຖິງ​ຢ່າງ​ໃດ ກໍ​ຕາມ ທາງ​ການ​ລາວ ກໍ​ໄດ້​ຍື່ນ​ອຸທອນ ​ເພື່ອ​ຂັດ​ຄ້ານ ຄຳ​ຕັດສິນ ດັ່ງ​ກ່າວ ຂອງ​ສານອາຍາ​ໄທ ຢ່າງ​ເປັນ​ທາງ​ການ​ແລ້ວ ​ໃນ​ຂະນະ​ນີ້.

ເພາະສະ​ນັ້ນ ຈຶ່ງ​ຍັງ​ບໍ່​ແນ່ນອນ​ວ່າ ຄະດີ​ດັ່ງກ່າວ ຈະ​ຍືດ​ເຍື້ອ ຕໍ່​ໄປ​ອີກ​ດົນ​ປານ​ໃດ, ​ແຕ່​ ທີ​່​ແນ່ໆ ກໍ​ຄື​ ​ເຫດການ​ທີ່​ກ່າວມາທັງ​ໝົດ ນັບ​ຕັ້ງ​ແຕ່​ທ້າຍ​ປີ 1999 ​ເປັນ​ຕົ້ນ​ມາ ຈົນ​ຮອດ​ສູ່​ມື້​ນີ້​ນັ້ນ ລ້ວນ​ແລ້ວ​ ແຕ່​ເກີດ​ຂຶ້ນ ​ໃນ​ຍຸກ​ທີ່​ ພົນ​ເອກ ຄຳ​ໄຕ ສີ​ພັນ​ດອນ ຄອງ​ອຳ​ນາດ​ສູງ​ສຸດ ​ໃນ​ລາວທັງ​ນັ້ນ, ຈຶ່ງ​ໜ້າ​ ຈະ​ຖື​ໄດ​້ວ່າ ​ເປັນ​ຍຸກ​ເຊື່ອມ​ໂຊມທີ່​ສຸດ ຂອງ​ພັກ​ປະຊາຊົນ ປະຕິວັດ​ລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.