ການ​ເມືອງ ລາວ ພາຍ​ໃຕ້ ຄໍາ​​ໄຕ ສີ​ພັນ​ດອນ ພາກ​ 3


2007.09.07

ບົດ​ວິຈານ​ ໂດຍ: ລູກ​ໄຜ່​ໜາມ

ທ່ານ ​ເຈີ ຍິງ ວັງ ​ເຈົ້າ​ແຂວງ ​ແຂວງຫົວພັນ, ທ່ານ ສົມ​ບັດ ​ເຢັຍ ລິ ​ເຮີ້ ​ເຈົ້າ​ແຂວງ ​ແຂວງ​ໄຊ​ຍະ​ບູຣີ, ທ່ານ ທອງ​ບັນ ​ແສງ​ອາພອນ ​ເຈົ້າ​ແຂວງ ​ແຂວງບໍຣິຄໍ​າ​ໄຊ, ທ່ານ ທອງ​ຫວັງ ສີ​ຫາ​ຈັກ ​ເຈົ້າ​ແຂວງ ​ແຂວງ​ຈໍາປາ​ສັກ ຄົນ​ໃໝ່ ​ແລະ ທ່ານ ອ່ອນ​ເນື້ອ ​ພົມມະຈັນ ຣັຖມົນຕຣີ ກະຊວງ​ ອຸດສາຫະກັມ-ຫັດຖະກັມ ຕ່າງ​ກໍ​ໄດ້​ຖືກ​ແຕ່ງ​ຕັ້ງ ​ໃນຣະຫວ່າງ ທີ່​ພົນ​ເອກ ຄໍາ​ໄຕ ​ເປັນ​ປະທານປະ​ເທດ ຄວບ​ປະທານພັກ.

ສວ່ນ ທ່ານ ສຸ​ບັນ ສະ​ລິດ​ທິລາດ ກໍ​ໄດ້​ຮັບ​ໃຊ້​ຜູ້​ນຳປະ​ເທດ ຢ່າງ​ໃກ້ຊິດ ​ໃນ​ຖານະ ຣັຖມົນຕຣີ ປະ​ຈຳ​ສຳນັກງານ ປະທານ​ປະ​ເທດ ຮັບຜິດຊອບ ດ້ານນະ​ໂຍບາຍ ກ່ຽວ​ກັບ​ຢາ​ເສບ​ຕິດ ​ແລະ ການ​ຮ່ວມ​ມື ກັບ​ຕ່າງປະ​ເທດ ​ເປັນ​ຫລັກ.

ໃນ​ຂະນະ​ທີ່ ທ່ານ ຊ່ຽນ ສະພານ​ທອງ ​ໄດ້​ຮັບ​ໃຊ້​ພັກ ​ໃນ​ຖານະ ​Technocrat ທາງ​ດ້ານ ​ກະ​ເສດ ​ແລະ​ ປ່າ​ໄມ້ ມາ​ເປັນ​ເວລາ​ນານກ່ວາ 25 ປີ ນັບ​ຕັ້ງ​ແຕ່​ເກີດ​ການ​ປ່ຽນ​ແປງ ທາງ​ດ້ານ​ການ​ເມືອງ ​ໃນ​ລາວ ​ເມື່ອ​ປີ 1975, ທັງ​ເປັນ​ບຸກຄະລາ​ກອນ ຣະດັບ​ສູນ​ກາງ​ພັກ ພຽງ​ຄົນ​ດຽວ ​ເທົ່ານັ້ນ ທີ່​ຈົບ​ ປຣິນຍາ​ເອກ ​ໃນ​ດ້ານ​ກະ​ເສດ ​ແລະ ປ່າ​ໄມ້ ຈາກຣັດ​ເຊັຍ ອີກ​ດ້ວຍ. ​ເຊັ່ນ​ດຽວ​ກັນ​ກັບ ທ່ານ ປອນ​ເມກ ດາລາ​ລອຍ ດຸສດີ ບັນດິດ ທາງ​ການ​​ແພດ ຈາກ​ຝຣັ່ງ​ເສດ.

ທີ່​ສໍາ​ຄັນ ກໍ​ຄື​ກຸ່ມ​ປະ​ເທດ ທີ່​ໃຫ້​ຄວາມ​ຊ່ອຍ​ເຫລືອ ​ແກ່​ລາວ ​ໄດ້​ເນັ້ນ​ຄວາມ​ສຳຄັນ ​ເປັນ​ພິ​ເສດ ຕໍ່​ການ​ເຄື່ອນ​ໄຫວ ຂອງ​ທາງ​ການລາວ ກ່ຽວ​ກັບ ​ແຜນການ​ພັທະນາ ສາທາຣະນະ​ສຸກ ຂັ້ນ​ພື້ນຖານ ​ແລະ ​ແຜນການ​ພັທະນາ ຊົນນະບົດ ​ເພື່ອ​ແກ້​ໄຂ ບັນຫາ​ຄວາມຍາກຈົນ.

ດັ່ງ​ຈະ​ເຫັນ​ໄດ້ ຢ່າງ​ແຈ່ມ​ແຈ້ງ ຈາກ​ການ​ກຳນົດ​ໄວ້ ​ເປັນ​ເງື່​ອນ​ໄຂ ປະກອບ​ການ​ພິຈາຣະນາ ຕັດສິນ​ໃຈ ​ເພື່ອ​ໃຫ້ການ​ຊ່ອຍ​ເຫລືອ ​ແກ່​ລາວ ​ໃນ​ລະຍະ​ຕໍ່​ໄປ. ຊຶ່ງ​ບໍ່​ແມ່ນ​​ເຣື້ອງ​ແປກ​ໃຈ ອີກ​ເຊັ່ນ​ກັນ ທີ່​ພັກ​ຈະ​ຕ້ອງອາ​ໃສ ຄວາມຮູ້ຄວາມ​ສາມາດ ຂອງຄົນ ຢ່າງ​ທ່ານ ສຸບັນ, ທ່ານ ຊ່ຽນ ​ແລະ ດຣ. ປອນ​ເມກ ​ໃນ​ຖານະ ທີ່​ເປັນ ​Technocrat ທີ່​ມີ​ຄວາມ​ຈຳ​ເປັນ ຢ່າງ​ຍິ່ງ ຕໍ່​ການ​ເສີມ​ສ້າງ​ຄວາມ​ເຂັ້ມ​ແຂງ ​ແລະ ປະສິດທິພາບ ຂອງ​ພັກ​ປະຊາຊົນ ປະຕິວັດ​ລາວ ​ໃນ​ການ​ນຳພາ ປະ​ເທດ​ລາວ ຕໍ່​ໄປ.

ສ່ວນ​ການ​ເຂົ້າ​ມາ​ໃນ ກັມມະການ ສູນ​ກາງ​ພັກ ຂອງ​ຄົນ​ອື່ນ​ໆ​ນັ້ນ ຍິ່ງ​ເປັນ​ເຣື້ອງທຳ​ມະ​ດາ ​ເພາະ​ໂດຍ​ທຳນຽມ ປະຕິບັດ ກໍ​ຄື ການ​ມີ​ຕຳ​ແໜ່​ງ ​ໃນ​ວົງການຈັດ​ຕັ້ງມະຫາຊົນ ຂອງ​ພັກ ຍ່ອມ​ໝາຍ​ເຖິງ ການ​ທີ່​ຈະ​ຕ້ອງ​ໄດ້​ເຂົ້າ​ມາ​ຢູ່ ກັມມະການ​ສູນ​ກາງ​ພັກ ຢູ່​ແລ້ວ.

ທັງ​ນີ້ ບໍ່​ວ່າ ຈະ​​ເປັນ ທ່ານ ​ແຫວ​ນທອງ ຫລວງ​ວິ​ໄລ ປະ​ທານສູນ​ກາງ ຊາວ​ໜຸ່ມ​ປະຕິວັດ, ທ່ານ ບົວ​ລານ ສິຣິປັນຍາ ຊຶ່ງ​ມາ​ຈາກ​ສະຫະພັນ ກັມມະ​ບານ (​ແຮງ​ງານ) ຫລື ທ່ານ ສີ​​ໂຫ ບັນນະ​ວົງ ທີ່​ມາ​ຈາກ​ແນວ​ລາວ​ສ້າງ​ຊາດ ກໍ​ຕາມ.

ສ່ວນ​ທີ່​ຫລື​ອ ນອກ​ນັ້ນ ກໍ​ຄື ​ໂຄ​ຕ້າ ຂອງ​ຝ່າຍ​ຄວາມ​ໝັ້ນຄົງ ​ແລະ ປ້ອງ​ກັນ​ຄວາມ​ສະ​ງົບ ​ຮຽບຮ້ອຍ ພາຍ​ໃນ​ປະ​ເທດ ​ເຊັ່ນ ກອງທັບ​ປະຊາຊົນ​ລາວ ຊຶ່ງ​ມີ​ພົນ​ເອກ ຄຳ​ໄຕ ​ເປັນ​ຜູ້​ມີ​ອຳນາດ​ສູງ​ສຸດ ​ໃນ​ການ​ບັງຄັບ​ບັນຊາ.

ເພາະສະ​ນັ້ນ ຈຶ່ງ​ບໍ່​ໜ້າ​ແປກ​ໃຈ​ ​ແຕ່​ຢ່າງ​ໃດ ທີ່​ຄະນະ​ກັມມະການບໍຣິຫານງານ ສູນ​ກາງ​ພັກ ຈະ​ລົງມະຕິ ຢ່າງ​ເປັນ​ເອກ​ກະສັນ ​ເລືອກ​ໃຫ້​ພົນ​ເອກ ຄຳ​ໄຕ ​ເປັນ​ປະທານ​ພັກ ຕໍ່​ໄປ​ອີກ ນຶ່ງ​ສມັຍ.

ນອກຈາກ​ນີ້ ​ເຖິງ​ແມ່ນ​ວ່າ ພັກ​ຈະ​ໄດ້​ອອກ​ກົດຣະບຽບ​ໃໝ່ ກຳນົດ​ໃຫ້​ສະມາ​ຊິກ​​ແຕ່ລະຄົນ ສາມາດ​ ຢູ່​ໃນ​ຕຳ່​ແໜ່​ງ ທາງ​ການ​ເມືອງ ​ແລະ ການ​ປົກຄອງ​ໄດ້​ບໍ່​ເກີນ​ 2 ສມັຍ ຫຼື ບໍ່​ເກີນ 10 ປີ ຕິດ​ຕໍ່ ​ສະມາຊິກ​ພັກ ​ໃນ​ຄະນະຣັຖບານ ​ແລະ ຄະນະ​ປົກຄອງ​ແຂວງ ຊຸດ​ປັດຈຸ​ບັນ​ນີ້ ​ແຕ່​ຢ່າງ​ໃດ.

ເນື່ອງ​ຈາກ​ກົດຣະບຽບ​​ໃໝ່​ນີ້ ບໍ່​ມີ​ຜົນ​ບັງຄັບ ຢ້ອນ​ຫລັງ ​ແຕ່​ຢ່າງ​ໃດ ​ເຊັ່ນ​ກົດຣະບຽບ​ໃໝ່​ສບັບນີ້ ມີ​ຜົນ​ບັງ​ຄັບ​ໃຊ້ ຢ່າງ​ເປັນ​ທາງ​ການ ນັບ​ຈາກ​ວັນ​ທີ 1 ພຶ​ສພາ 2001 ​ເປັນ​ຕົ້ນ​ມາ, ​ແຕ່​ການຈັດ​ຕັ້ງ ຄະນະຣັຖບານ​ຊຸດ​​ໃໝ່ ​ໄດ້​ມີ​ຂຶ້ນ​ຕັ້ງ​ແຕ່​ເດືອນ ມີນາ 2001 ​ແລ້ວ.

ສະ​ນັ້ນ ຈຶ່ງ​ໝາຍ​ຄວາມ​ວ່າ ສະມາຊິກ​ພັກ ທີ່ຢູ່​ໃນ​ຕຳ​ແໜ່​ງ ທາງ​ການ​ເມືອງ ​ແລະ ການ​ປົກຄອງ​ມາ​ແລ້ວ 2 ສມັຍ ຫຼື 10 ປີ ຕິດ​ຕໍ່​ກັນ ຈົນ​​ເຖິງກ່ອນ​ລະຍະ​ ເດືອນ​ພຶ​ສພາ 2001 ກໍ​ຈະ​ຍັງ ສາມາດ​ໄດ້​ຮັບ​ແຕ່ງ​ຕັ້ງ​ກັບ​ມາ​ຢູ​່​ໃນ​ຕຳ​ແໜ່​ງ​ເດີມ ​ໄດ້​ຕໍ່​ໄປ​ອີກ ​ເຖິງ 2 ສມັຍ ຫຼື 10 ປີ ນັ້ນ​ເອງ.

ທີ່​ຫນ້າ​ສັງ​ເກດ​ ອີກ​ປະການ​ນຶ່ງ ກໍ​ຄື ຜູ້ນຳ​ພັກ​ປະຊາ​ຊົນ ປະຕິວັດ​ລາວ ອະທິບາຍ​ເຖິ​ງສາ​ເຫດ ທີ່​ຈຳ​ເປັນ​ຕ້ອງ​ເພີ້​ມຈຳນວນ ກັມມະການ​ກົມ​ການ​ເມືອງ ​ແລະ ກັມມະການ​ບໍຣິຫານ​ງານ ສູນ​ກາງ​ພັກ ​ໃນ​ເທື່ອ​ຫລັງ​ສຸດ​ນີ້​ວ່າ.

"… ​ເພື່ອ​ໃຫ້​ສອດ​ຄ່ອງ ກັບ​ສະຖານະ​ການ ​ໃນ​ປັດຈຸ​ບັນ ​ເນື່ອງ​ຈາກ​ພາຣະກິດ​ພັກ ​ໃນ​ການ​ນຳພາ ປະ​ເທດ​ຊາດ ມີ​ຫລາ​ຍຂຶ້ນ… "

ແຕ່​ເມື່ອ 5 ປີກ່ອນໜ້າ​ນີ້ ​ເຊັ່ນ​ໃນ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ 6 ຂອງ​ພັກ ​ໃນ​ປີ 1996 ຜູ້ນຳ​ພັກ ກໍ​ໄດ້​ໃຫ້​ເຫດຜົນ ກ່ຽວ​ກັບ​ການ​ປັບລຸດ ຈໍານວນ​ກົມ​ການ​ເມືອງ ຈາກ 11 ຄົນ ​ໃຫ້​ເຫລືອ​ພຽງ​ 9 ຄົນ ​ແລະ ລຸດຈຳນວນ​ກັມມະການ ບໍຣິຫານ​ງານ ສູນ​ກາງ​ພັກ ຈາກ 55 ຄົນ ​ເຫລືອ 49 ຄົນ​ວ່າ "… ​ເພື່ອ​ເຮັດ​ໃຫ້ການ​ບໍຣິຫານ​ງານ ຂອງ​ພັກ ມີ​ຄວາມ​ຄ່ອງ​ຕົວ ຫລາຍ​ຂຶ້ນ​ກວ່າ​ໃນ​ອາ​ດີດ… "

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.