ການ​ເມືອງ ລາວ ພາຍ​ໃຕ້ ຄໍາ​​ໄຕ ສີ​ພັນ​ດອນ ພາກ 2


2007.09.07

ບົດ​ວິຈານ​ ໂດຍ: ລູກ​ໄຜ່​ໜາມ

ກໍຣະນີ ທີ່​ນັບ​ວ່າ ​ເປັນ​ການ​ເຄື່ອນ​​ໄຫວ​ໃໝ່ ທີ່​ເກີດ​ຂຶ້ນ ​ໃນ​ວົງ​ການ​ອຳນາດ ທາງ​ການ​ເມືອງ ຂອງ​ລາວ ​ໃນ​ກອງ​ປະຊຸມ​ໃຫຍ່ ຂອງ​ພັກ​ປະຊາຊົນ ປະຕິ​ວັດ​ລາວ ຄັ້ງ​ທີ 7 ກໍຄື ການ​ປະກາດ​ຈຸດ​ຢືນ ​ໃນ​ອັນ​ທີ່​ ຈະ​ກະຈາຍອຳນາດ ການ​ຕັດສິນ​ໃຈ ​ແລະ ການ​ບໍຣິຫານ​ງານ ​ເພື່ອ​ການພັທະນາ ​ໃນ​ດ້ານ​ຕ່າງໆ ​ໄປ​ໃຫ້​ ​ແກ່​ອຳນາດ​ການ​ປົກຄອງ ສ່ວນ​ທ້ອງ​ຖິ່ນ ຫຼື ​ແຂວງ ຫລາຍ​ຂຶ້ນ.

ພາຍ​ໃຕ້ຍຸດທະ​ສາດ​ໃໝ່ ຂອງ​ພັກ ​ໃນ​ການພັທະ​ນາ​ປະ​ເທດ ທີ່​ກຳ​ນົດ​ໃຫ້​ແຂວງ ​ເປັນ​ຈຸດສູນ​ຮວມ ຂອງ​ຍຸ​ດທະ​ສາດ ການພັທະນາ ​ແລະ ​ເມືອງ ​ເປັນ​ສູນ​ຮວມທາງ​ດ້ານ​ແຜນການ​ງົບປະມານ ສ່ວນ​ໝູ່​ບ້ານ​ ນັ້ນ ​ເປັນ​ໜ່ວຍພື້ນຖານ ​ໃນ​ການ​ປະຕິບັດ ​ເພື່ອ​ເສີມ​ສ້າງ​ຜົນ​ຜລິດ ຫຼື ສິນຄ້າ ​ເພື່ອ​ເສີມ​ສ້າງຣາຍຮັບ.

ພ້ອມ​ກັນ​ນີ້ ພັກ​ປະຊາຊົນ ປະຕິວັດ​ລາວ ກໍ​ໄດ້​ປັບປຸງ ​ແກ້​ໄຂ ກົດຣະບຽບ ຂອງ​ພັກ ດ້ວຍ​ການ​ກຳນົດ​ ​ໃຫ້​ສະມາຊິກ​ພັກ ສາມາດ​ທີ່​ຈະ​ຢູ່​ໃນ​ຕຳ​ແໜ່​ງ ທາງ​ການ​ເມືອງ ທັງ​ໃນ​ຄະນະຣັຖບານ ​ແລະ ຄະນະ​ປົກຄອງ​ແຂວງ ​ໄດ້​ບໍ່​ເກີນ 2 ສມັຍ ຫຼື ບໍ່​ເກີນ 10 ປີ ຕິດ​ຕໍ່​ກັນ.

ການ​ເຄື່ອນ​ໄຫວ​ໃໝ່ ​ໃນ​ດ້ານ​ອຳນາດ ດັ່ງກ່າວ​ນີ້ ຜູ້​ນໍາ​ພັກປະຊາຊົນ ປະຕິວັດ​ລາວ ​ໄດ້​ອະທິບາຍ​ວ່າ ​ເພື່ອ​ເປັນ​ການ​ເປີດ​ໂອກາດ ​ໃຫ້​ຄົນ​ຮຸ້ນ​ໃໝ່ ຂອງ​ພັກ ​ໄດ້​ເຂ້ົາ​ມາ​ມີ​ບົດບາດ ທາງ​ການ​ເມືອງ ​ແລະ ການພັທະນາ ປະ​ເທດ​ຊາດ​ຫລາຍ​ຂຶ້ນ, ຊຶ່ງ​ຖ້າ​ຫາກ​ຈະ​ພິຈາຣະນາ ຈາກ​ ບຸກຄະລາ​ກອນ ຂອງ​ພັກ ທີ່​ໄດ້​ຖືກ​ແຕ່ງ​ຕັ້ງ ​ໃຫ້​ເຂົ້າ​ໄປ​ຢູ່​ໃນ​ຄະນະ​ກັມ​ການການ​ເມືອງ ​ແລະ ຄະນະ​ ກັມມະການບໍຣິຫານ​ງານ ສູນ​ກາງ​ພັກ ​ໃນ​ຄັ້ງ​ນີ້ ກໍ​ເບິ່ງຄື​ວ່າ ພັກ​ໄດ້​ປະຕິບັດ​ ຕາມ​ຈຸດ​ຢືນ ກ່ຽວ​ກັບ ການ​ເປີດ​ໂອກາດ ​ໃຫ້​ຄົນ​ຮຸ້ນ​ໃໝ່ ​ໄດ້​ເຂົ້າ​ມາ​ມີ​ບົດບາດ ທາງ​ການ​ເມືອງ ຫລາຍ​ຂຶ້ນ ດັ່ງ​ທີ່​ໄດ້​ປະກາດ​ໄວ້ ຢ່າງ​ແທ້​ຈິ​ງ.

ເນື່ອງ​ຈາກ​ປະກົດ​ວ່າ ມີ​ສະມາຊິກ ທີ່​ຖື​ວ່າ ​ເປັນ​ຄົນ​ຮຸ້ນ​ໃໝ່ ຂອງ​ພັກ ​ເຖິງ 3 ຄົນ ທີ່​ໄດ້​ຮັບ ​ການ​ແຕ່ງ​ຕັ້ງ ​ເປັນ​ກົມ​ການ​ເມືອງ ​ໃນ​ຂະນະ​ດຽວ​ກັນ ​ເກີດ​ປະກົດ​ວ່າ ມີ​ຄົນ​ຮຸ້ນ​ໃໝ່ ຂອງ​ພັກ ​ເຖິງ 12 ຄົນ ທີ່​ໄດ້​ເຂົ້າ​ໄປ​ຢູ່ ​ໃນ​ຄະນະ​ກັມມະການບໍຣິຫານ​ງານ ສູນ​ກາງ​ພັກ ຊຶ່ງ​ກໍ​ເຮັດ​ໃຫ້​ສັດສ່ວນ ຂອງ​ຄົນ​ ຮຸ້ນ​ໃໝ່ ທີ່ຢູ່​ໃນ​ຄະນະ​ກັມມະການບໍຣິຫານ​ງານ ສູນ​ກາງ​ພັກ ມີ​ຫລາຍ​ກ່ວາ 71% ຈາກ​ຈຳນວນ ຄະ​ນະ​ກັມມະການບໍຣິຫານ​ ສູນ​ກາງ​ພັກ ທັງ​ໝົດ 53 ຄົນ.

ແຕ່​ຢ່າງ​ໃດ ກໍ​ຕາມ ສັດສ່ວນ​ດັ່ງ​ກ່າວ​ນີ້ ກໍ​ບໍ່​​ແມ່ນ​ສາຣະສຳ​ຄັນ ຫຼື ອຳນາດ​ສູງ​ສຸດ ທີ່​ແທ້​ຈິງ. ​ໃນ​ທາງ​ການ​ເມືອງ ຂອງ​ລາວນັ້ນ ກໍ​ຄື ກົມ​ການ​ເມືອງ​ສູນ​ກາງ​ພັກ ຊຶ່ງ​ໃນ​ປັດຈຸ​ບັນ​ນີ້ ມີ​ຈຳນວນ ທັງ​ໝົດ 11 ຄົນ ​ໂດຍ 8 ຄົນ ​ໃນ​ຈຳນວນ​ນີ້ ກໍ​ຄື "ຄົນ​ເກົ່າ​ແກ່" ຂອງ​ພັກປະຊາ​ຊົນ ປະຕິວັດລາວ ນັ້ນ​ເອງ.

ນອກຈາກ​ນີ້ ຖ້າ​ພິຈາລະນາ ຈາກ​ພື້ນຖານ​ຄວາມ​ຮູ້ ​ແລະ ໜ້າ​ທີ່​ການ​ງານ ຂອງ​ຜູ້​ທີ່​ເຂົ້າ​ມາ​ໃໝ່ ທັງ 3 ຄົນ ​ໃນ​ກົມ​ການ​ເມືອງ ຂອງ​ພັກ​ປະຊາຊົນ ປະຕິວັດລາວ ​ເຊັ່ນ ທ່ານ​ ທອງ​ລຸນ ສີ​ສຸ​ລິດ, ພົນ​ຕຣີ ດວງ​ໃຈ ພິຈິດ ​ແລະ ທ່ານ ບົວ​ສອນ ບຸບຜາ​ວັນ ກໍ​ຍິ່ງ​ເຮັດ​ໃຫ້​ເວົ້າ​ໄດ້​ວ່າ "ບໍ່​ມີ​ສິ່ງ​ຜິດ​ປົກະຕິ" ​ໃນ​ວົງ​ການ​ອຳນາດ ສູງສຸດ ​ໃນ​ລາວ. ​ ເນື່ອງ​ຈາກວ່າ ທ່ານ ທອງ​ລຸນ ກໍ​ຄື ຜູ້​ທີ່​ນັກ​ປະຕິວັດ ຮຸ້ນ​ທຳ​ອິດ ​ໃນ​ພັກ ຢ່າງ​ທ່ານ ພູມີ ວົງ​ວິຈິດ ສນັບ​ສນູນ ສົ່ງ​ເສີມ​ເຂົ້າ​ມາ ຢູ່​ໃນ​ກັມມະການສູນ​ກາງ​ພັກ ຕັ້ງ​ແຕ່​ປີ 1986, ສ່ວນ​ພົນ​ຕຣີ ດວງ​ໃຈ ພິຈິດ ກໍ​ຄື ນາຍ​ທະຫານ ​ແຫ່ງ​ກອງທັບປະຊາຊົນລາວ ທີ່​ມີ​ຄວາມ​ໃກ້ຊິດ ​ແລະ ​ໄດ້​ຮັບ​ຄວາມ​ໄວ້​ວາງ​ໃຈ ​ເປັນຢ່າງ​ຍິ່ງ ຈາກ​ພົນ​ເອກ ຄໍາ​ໄຕ ສີ​ພັນ​ດອນ. ​ ເຊັ່ນ​ດຽວ​ກັນ​ກັບ ທ່ານ ບົວ​ສອນ ບຸບຜາ​ວັນ ຊຶ່ງ​ເຖິງ​ແມ່ນ​ວ່າ ຫາ​ກໍ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ ​ໃຫ້​ເຂົ້າ ​ໄປ​ຢູ່​ໃນ​ຄະນະ​ກັມມະການບໍຣິຫານ​ງານ ສູນ​ກາງ​ພັກ ​ເມື່ອ​ປີ 1996 ກໍ​ຕາມ ​ແຕ່ການ​ທີ່​ໄດ້​ທຸ່ມ​​ເທ ຄວາມ​ຮູ້​ຢ່າງ​ສຸດ​ຄວາມ​ສາມາດ ​ເພື່ອ​ຮັບ​ໃຊ້​ພັກ ​ໃນ​ຖານະ ຫົວໜ້າ​ສຳນັກງານ​ ສູນ​ກາງ​ພັກ ​ໃນຣະຫວ່າງ​ ທີ່​ພົນ​ເອກ ຄຳ​ໄຕ ​ເຣີ້ມດຳຣົງຕຳ​ແໜ່​ງ ປະ​ທານພັກ ນັບ​ຈາກ​ປີ 1996 ​ເປັນ​ຕົ້ນ​ມາ.

ເພາະສະ​ນັ້ນ ຈິ່ງ​ບໍ່​ແມ່ນ​ເຣື້ອງ​ແປກ​ໃໝ່ ​ແຕ່​ຢ່າງ​ໃດ ທີ່​ບຸກຄົນ ທັງ 3 ດັ່ງກ່າວ​ນີ້ ຈະ​ສາມາດ ​ເຂົ້າ​ມາ​ນັ່ງ ​ໃນ​ຄະນະ​ກົມ​ການ​ເມືອງ​ພັກ ຊຶ່ງ​ຖື​ວ່າ ​ເປັນ​ອົງການ​ ທີ່​ມີ​ອຳນາດ ຫລາຍ​ທີ່​ສຸດ ພາຍ​ໃນ​ພັກ ​ແລະ ປະ​ເທດ​ລາວ.

ຍິ່ງ​ໄປ​ກ່ວາ​ນັ້ນ ​ເມື​່ອພິຈາລະນາ ປະກອບ​ກັບ​​ແນວທາງ ຂອງ​ພັກ​ທີ່​ໄດ້​ປະກາດ​ຢຳ້ ​ໃນ​ກອງ​ປະຊຸມ​ ​ໃຫຍ່ ຂອງ​ພັກ ​ໃນ​ຄັ້ງ​ຫລັງ​ສຸດນີ້ວ່າ ຈະ​ດຳ​ເນີ​ການ​ໃນ​ທຸກ​ວິຖີ​ທາງ ​ເພື່ອ​ຕໍ່ຕ້ານຣະບອບ ການ​ເມືອງ ​ແບບ​ຫລາຍ​ພັກການ​ເມືອງ ຢ່າງ​ເຖິງ​ທີ່​ສຸດ ດ້ວຍການ​ເຊີດ​ຊູ ລັດທິ ມາກ​ສ໌-​ເລ​ນິນ ຕໍ່​ໄປ​ຢ່າງ​ບໍ່​ຢຸດ​ຢັ້ງ​ນັ້ນ ຍິ່ງ​ເຮັດ​ໃຫ້ການ​ກ້າວ​ສູ່ ກົມ​ການ​ເມືອງ ຂອງ​ທ່ານ ທອງ​ລຸນ ​ແລະ​ ທ່ານ ບົວ​ສອນ ດັ່ງກ່າວ​ນີ້ ຈຶ່ງ​ບໍ່​ແມ່ນ​ ເຣື້ອງ​ແປກ​ໃຈ ​ແຕ່​ຢ່າງ​ໃດ​​ເລີຍ.

ເນື່ອງ​ຈາກ ທັງ​ທ່ານ ທອງ​ລຸນ ​ແລະ​ ທ່ານ ບົວ​ສອນ ຕ່າງ​ກໍ​ຈົບ​ການ​ສຶກສາ ​ໃນຣະດັບ ປຣິນຍາ ​ເອກ​ ທາງ​ດ້ານ​ທິສດີ ການ​ເມືອງ ຈາກຣັດ​ເຊັຍ ​ໂດຍ​ຕຣົງ ຈຶ່ງ​ນັບ​ເປັນ ບຸກ​ຄະລາ​ກອນ ທີ່​ສອດຄ່ອງ​ ກັບ​ຄວາມ​ຕ້ອງການ ຂອງ​ພັກ. ສ່ວນ​ຮຸ້ນ​ໃໝ່ ອີກ 12 ຄົນ ທີ່​ເຂົ້າ​ມາ​ຢູ່​ໃນ ກັມມະການສູນ​ກາງ​ພັກ ຊຸດ​ປັດຈຸ​ບັນ ກໍ​ບໍ່​ແມ່ນ ອື່ນ​ໄກ ​ເພາະ​ສ່ວນ​ໃຫຍ່​ແລ້ວ ກໍ​ຄື ຜູ້​ທີ່​ໄດ້​ຮັບ​ການສນັບ​ສນູນ ສົ່ງ​ເສີມ ຈາກ ​ພົນ​ເອກ ຄຳ​ໄຕ ​ໄດ້​ໃຊ້​ອຳນາດ ​ໃນ​ຖານະ ປະທານ​ປະ​ເທດ ​ແຕ່ງ​ຕັ້ງ ​ໃຫ້​ເປັນ​ເຈົ້າ​ແຂວງ ຄຳ​ມ່ວນ ​ເມື່ອທ້າຍ​ປີ 2000 ນັ້ນ​ເອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.