ສັມມະນາກອນ 1139 ມື້ ຕອນທີ 1
ຣາຍການ ສາຣະຄະດີ ເຣື້ອງ ”ສັມມະນາກອນ ຫຼື ນັກໂທດ1,139 ມື້“ ຊຶ່ງເປັນ ຊິວິດຈິງ ຂອງອະດິດ ນັກຮຽນ ວິທຍາລັຍ ວຽງຈັນ ທີ່ໄດ້ປະສົບ ດ້ວຍຕົນເອງ ໃນຄ້າຍຄຸມຂັງ ແລະ ສູນສັມມະນາ ຕ່າງໆ ເປັນເວລາເຖິງ 1,139 ມື້ ຫລັງຈາກ ພຣະຣາຊອານາຈັກ ລາວ ໄດ້ຖືກປ່ຽນ ຣະບອບ ການປົກຄອງ ເປັນ ສາທາຣະນະຣັດ ປະຊາທິປະໄຕ ປະຊາຊົນ ລາວ ແລະ ມີພັກ ປະຊາຊົນ ປະຕິວັດລາວ ພັກດຽວ ກໍາອໍານາດ ປົກຄອງ ປະເທດ ມາແຕ່ ທ້າຍປີ 1975. ບົດທີ 1 ໃນສັປດາ ເລີ້ມຕົ້ນ ຂອງຣາຍການ ມື້ນີ້ ຜູ້ຂຽນ ຈະໄດ້ກ່າວ ເຖິງຕອນທີ່ ພວກນັກຮຽນ ຖືກຍຸຍົງ ໃຫ້ປະທ້ວງ. ສເນີໂດຍ: ວົງ ສຸວັນນະວົງ
ວົງ ສຸວັນນະວົງ
2010.11.15