ເຣື້ອງທີ່ເກັບບັນທຶກໄວ້
2013-01-08
ປະມານ 2 ເດືອນ ເຄິ່ງມານີ້ ຍິ່ງເຮັດໃຫ້ ມີຫລາຍຄົນ ສົນໃຈໃນ ໂຄງການ ທາງຣົດໄຟ ຄວາມໄວສູງ ຂອງລາວ ເພາະເຫັນວ່າ ຈະສ້າງໜີ້ສິນ ຢ່າງຫຼວງຫລາຍ ໃຫ້ແກ່ ປະເທດຊາດ ແລະ ປະຊາຊົນ ລາວ ແຖມຍັງມີ ຄວາມສ່ຽງສູງ ທີ່ຈະເຮັດໃຫ້ ປະເທດ ຕົກເຂົ້າສູ່ ວິກິດການ ເສຖກິດ ການເງິນ ຢ່າງຮຸນແຮງ ນໍາດ້ວຽ. ສເນີໂດຍ : ຈໍາປາທອງ
2013-01-03
ສປປ ລາວ ສາມາດ ຮັບຜິດຊອບ ຄ່າໃຊ້ຈ່າຍ ໃນການສ້າງ ທາງຣົດໄຟ ຄວາມໄວສູງ ລາວ-ຈີນ ເຖິງແມ່ນວ່າ ເສັ້ນທາງນັ້ນ ຈະໃຫ້ຜົນ ບໍ່ກຸ້ມຄ່າ ຈົນວ່າ ຈີນຖອນຕົວ ອອກຈາກ ການຮ່ວມ ລົງທຶນ ເຖິງ 70% ຕາມການຕົກລົງ ກໍຕາມ. ສເນີໂດຍ : ຈໍາປາທອງ
2012-12-27
ການສຳພາດ ຊາວໜຸ່ມ ເຍົາວະຊົນ ລາວ ຜູ້ນຶ່ງ ທີ່ເວົ້າວ່າ ປັດຈຸບັນ ປະຊາຊົນ ລາວ ປະສົບກັບ ບັນຫາ ຮ້າຍແຮງ ຫລາຍຢ່າງ ເຊັ່ນການ ສໍ້ຣາສ ບັງຫລວງ ແລະ ການຍຶດ ທີ່ດິນ ຈາກ ປະຊາຊົນ. ສເນີໂດຍ : ອາວະຣີ
2012-12-26
ອາຍແກັສ ຄາບອນ ດາຍອ໊ອກຊາຍ ທີ່ເກີດຈາກ ການເຜົາໄໝ້ ນໍ້າມັນ ເຊື້ອເພີງ ໃນໂຮງຈັກ ໂຮງງານ ແລະ ອາຍແກັສອື່ນໆ ຈາກ ທັມມະຊາດ ທີ່ປ່ອຍຂື້ນສູ່ ຊັ້ນບັນຍາກາດ ນັ້ນ ເປັນສາເຫດ ເຮັດໃຫ້ເກີດ ພາວະໂລກຮ້ອນ ແຕ່ມະນຸດເຮົາ ສາມາດ ຫລຸດຜ່ອນ ພາວະໂລກຮ້ອນ ໄດ້ໂດຍ ການປູກຕົ້ນໄມ້ ແລະ ປົກປັກຮັກສາ ປ່າໄມ້ ໃຫ້ດົກໜາ. ສເນີໂດຍ : ສົມເນ
2012-12-18
ແຜນການພັທນາ ທີ່ແລກດ້ວຍ ຊັພຍາກອນ ທັມມະຊາດ ແມ່ນ້ຳ ລຳທານ ແລະ ທີ່ດິນ ຂອງ ປະຊາຊົນ ນັ້ນ ເປັນແຜນການ ພັທນາ ທີ່ບໍ່ຍືນຍົງ ແລະ ບໍ່ມີຜົລປໂຍດ ແກ່ ປະຊາຊົນ ລາວ ແຕ່ຢ່າງໃດ. ປະຊາຊົນ ຍັງຈະທຸກຍາກ ຕາມເດີມ ຫລື ຫລາຍກວ່າເກົ່າ ຍ້ອນບໍ່ມີ ບ່ອນທຳມາ ຫາກິນ. ສເນີໂດຍ : ສິດນີ
2012-12-11
ນັບເປັນເວລາ 20 ປີ ມາແລ້ວ ທີ່ບາງ ບໍຣິສັດ ໃນວຽດນາມ ໄດ້ຮັບສິດ ພິເສດ ຈາກ ຣັຖບານ ລາວ ໃນການຕັດໄມ້ ສົ່ງອອກໄປ ວຽດນາມ ທັງຖືກຕ້ອງ ແລະ ບໍ່ຖືກຕ້ອງ ຕາມກົດໝາຍ ອັນເຮັດໃຫ້ ປ່າໄມ້ ໃນລາວ ຕລອດຮອດ ປ່າປົກປ້ອງ ແຫ່ງຊາຕ ເບົາບາງລົງ. ສເນີໂດຍ : ສົມເນ
2012-12-10
ປະຊາຊົນ ລາວ ມີຄໍາຖາມ ວ່າເປັນຫຍັງ ການຕັດໄມ້ ສົ່ງອອກໄປ ວຽດນາມ ຈື່ງບໍ່ຢຸດ ບໍ່ເຊົາ ຈັກເທື່ອ ທັ້ງໆທີ່ ຣັຖບານ ໄດ້ປະກາດ ມາດົນນານ ແລ້ວວ່າ “ງົດການຕັດໄມ້ ແລະຫ້າມ ສົ່ງໄມ້ຖ່ອນ” ອອກນອກ ປະເທດ. ສເນີໂດຍ : ສົມເນ
2012-12-10
ການສໍ້ຣາສ ບັງຫລວງ ຢູ່ ສປປ ລາວ ບໍ່ພຽງແຕ່ ຈະຈັ້ງຢູ່ ໃນຣະດັບ ເກົ່າເທົ່ານັ້ນ ແຕ່ຫາກຍັງ ຫລາຍຂຶ້ນ ນໍາເລື້ອຍໆ ເຖິງແມ່ນວ່າ ຈະມີ ກົດໝາຍ ວ່າດ້ວຍການ ຕ້ານການ ສໍ້ຣາດ ບັງຫລວງ ກໍຕາມ. ສເນີໂດຍ : ຈໍາປາທອງ
2012-12-06
ບັນດາ ຊາຍໜຸ່ມ ຍິງສາວລາວ ສມັຍນີ້ ມີຄວາມ ວິຕົກ ກັງວົນນຳ ອະນາຄົດ ຂອງພວກຂະເຈົ້າ ຢ້ານວ່າ ຈະບໍ່ມີ ວຽກເຮັດ ງານທຳ. ສເນີໂດຍ : ອາວະຣີ
2012-11-28
ທາງການລາວ ອອກໂຄສະນາ ໃຫ້ຄໍາຊີ້ແຈງ ເພື່ອຊຸກຍູ້ ເຣື່ອງ ເຂື່ອນ ໄຊຍະບູຣີ ທີ່ມີຄວາມ ຂັດແຍ່ງກັນ ຢູ່ນີ້ ທີ່ສະໂມສອນ ນັກຂ່າວ ຕ່າງ ປະເທດ ໃນບາງກອກ ປະເທດໄທ ໃນຄືນວັນທີ 27 ພຶສຈິກາ 2012.
2012-11-19
ໃນ ອະນາຄົດ ປະຊາຊົນ ລາວ ທັມມະດາ ສາມັນ ຈະກາຍເປັນ ຄົນ ບໍ່ມີດິນ ເປັນຂອງ ຕົນເອງ ບໍ່ມີບ່ອນ ຈະຢູ່ ແລະ ບ່ອນທຳມາ ຫາກີນ. ສເນີໂດຍ : ອາວະຣີ
2012-11-15
ການສຶກສາ ຢູ່ ສປປລາວ ຈະບັນລຸ ຕາມເປົ້າໝາຍ ສະຫັດສວັດ ສະຫະ ປະຊາຊາດ ດ້ານການ ພັທນາ ຫລືບໍ? ໃນເມື່ອ ການສຶກສາ ຢຸ່ລາວ ປັດຈຸບັນ ປະເຊີນກັບ ບັນຫາ ຫລາຍຢ່າງ ຮວມທັງ ງົບປະມານ ຄຣູ ອາຈານ ໂຮງຮຽນ ແລະ ອຸປກອນ ການຮຽນ ການສອນ. ສເນີໂດຍ : ຈຳປາທອງ
2012-11-13
ການສ້າງ ເຂື່ອນໄຟຟ້າ ໄຊຍະບູຣີ ກຳລັງເລີ້ມ ລົງມື ແລະໄດ້ ປະກອບ ພິທີ ວາງສີລາລຶກ ໃນວັນທີ 7 ພືສຈິກາ 2012 ຈະນຳມາ ຊື່ງມິຕພາບ ແລະ ຄວາມເຂົ້າໃຈ ກັນແລະກັນ ຣະຫວ່າງ ປະຊາຊົນໄທ ກັບ ທາງການລາວ ຫລືບໍ? ສເນີໂດຍ : ຈຳປາທອງ
2012-11-12
ໃນແຕ່ລະປີ ນັກຮຽນ ນັກສຶກສາ ລາວ ປະມານ 20 ຄົນ ຈະໄດ້ຮັບທຶນການສຶກສາ ຈາກ ສະຫະຣັຖ ອະເມຣິກາ, ຮ່ວມທັງ ທຶນການສຶກສາ ໃນລະຍະສັ້ນ ແລະ ລະຍະຍາວ. ສໍາລັບ U.S. Global Undergraduate Exchange Program ໃນປີນີ້, ການຮັບສມັກ ກໍໄດ້ປະກາດ ມາແຕ່ ເດືອນກັນຍາ ແລະ ຈະສິ້ນສຸດລົງ ໃນວັນທີ 19 ເດືອນພຶສຈິກາ ນີ້. ກ່ຽວກັບ ຂະບວນ ຮັບສມັກ ແລະ ຄັດເລືອກ ດັ່ງກ່າວ ຈະເຣີນສຸກ ມີສໍາພາດ ເຈົ້າໜ້າທີ່ ຮັບຜິດຊອບ ວຽກງານດັ່ງກ່າວ ທີ່ສະຖານທູດ ສະຫະຣັຖ ອາເມຣິກາ ໃນນະຄອນຫລວງວຽງຈັນ ມາສເນີທ່ານ ໃນອັນດັບຕໍ່ໄປ.
2012-11-09
ຄອບຄົວ ຊາວລາວ ນື່ງຄອບຄົວ ທີ່ຖືກ ກະທົບ ຈາກພະຍຸ Hurricane Sandy ທີ່ຖລົ່ມ ເຂົ້າ Staten Island ນະຄອນ New York ເມື່ອວັນທີ່ 29 ຕຸລາ ຜ່ານມານີ້ ເລົ່າໃຫ້ຟັງວ່າ ເກືອບເອົາ ຊີວິດ ບໍ່ລອດ. ສເນີໂດຍ : ສົມເນ