ທາງຣົດໄຟ ລາວ-ຈີນ ທີ່ບໍ່ຄຸ້ມຄ່າ

ສປປ ລາວ ສາມາດ ຮັບຜິດຊອບ ຄ່າໃຊ້ຈ່າຍ ໃນການສ້າງ ທາງຣົດໄຟ ຄວາມໄວສູງ ລາວ-ຈີນ ເຖິງແມ່ນວ່າ ເສັ້ນທາງນັ້ນ ຈະໃຫ້ຜົນ ບໍ່ກຸ້ມຄ່າ ຈົນວ່າ ຈີນຖອນຕົວ ອອກຈາກ ການຮ່ວມ ລົງທຶນ ເຖິງ 70% ຕາມການຕົກລົງ ກໍຕາມ. ສເນີໂດຍ : ຈໍາປາທອງ
ຈໍາປາທອງ
2013.01.03
F-lao-train ຮູປຈໍາລອງ ໂຄງການ ທາງຣົດໄຟ ລາວ-ຈີນ ສະຖານີ ຫົວລໍາໂພງ ຫຼວງພຣະບາງ
Screen captured from Lao-China train presentation video

ເພື່ອຜົນປະໂຫຍດ ທາງດ້ານເສຖກິຈ-ການຄ້າ ຂອງທັງ 2 ຝ່າຍ ຜູ້ນໍາ 2 ປະເທດລາວ-ຈີນ ໄດ້ເຈຣະຈາກັນ ເຣື່ອງການສ້າງທາງຣົດໄຟ ເຊື່ອມຕໍ່ກັນມາ ແຕ່ ປີ 2001 ຈົນມາຮອດ ວັນທີ 7 ເມສາ 2010 ຣັຖບານ ສາທາຣະນະຣັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣັຖບານ ສາທາຣະນະຣັດ ປະຊາຊົນຈີນ ຈຶ່ງໄດ້ເຫັນພ້ອມ ແລະ ຕົກລົງລົງນາມ ໃນບົດບັນທຶກຄວາມເຂົ້າໃຈ ຮ່ວມກັນ ກ່ຽວກັບ ການຮ່ວມມື ໃນໂຄງການສ້າງທາງຣົດໄຟ ທີ່ວ່າຈະເລີ່ມລົງມື ກໍ່ສ້າງ ໃນປີ 2013 ແລະ ຈະສໍາເຣັດ ໃນປີ 2018 ແລະ ວ່າ ຝ່າຍລາວ ຈະຢືມເງິນ ກໍ່ສ້າງ ທັງໝົດ ຈາກທະນາຄານ Exim Bank ຂອງຈີນ ໂດຍທີ່ຈະເອົາ ທັງຣາຍຮັບ ຈາກບໍ່ແຮ່ 2 ແຫ່ງ ຄໍ້າປະກັນເງິນກູ້ຢືມ.

ຂໍ້ຕົກລົງຮ່ວມກັນ ທີ່ວ່ານັ້ນ ກໍານົດ ເອົາໄວ້ວ່າ ຈີນຍິນດີ ສໍາຣວດຂຍາຍ ເສັ້ນທາງຣົດໄຟ ທົ່ວປະເທດລາວ. ການກໍ່ສ້າງທາງຣົດໄຟ ແຕ່ຊາຍແດນລາວ-ຈີນ ຫາ ນະຄອນຫລວງວຽງຈັນ. ພ້ອມກັນນັ້ນ ກໍຕົກລົງນໍາກັນ ແບບຄືຈັ່ງວ່າ ບໍ່ມີໃຜກົດດັນໃຜ ຄື: 2 ຝ່າຍຕົກລົງ ເອົາຮູບແບບ ການລົງທຶນ 2 ຝ່າຍ ຄື: ຝ່າຍ ລາວຖືຮຸ້ນ 30% ແລະ ຝ່າຍຈີນຖືຮຸ້ນ 70% ໃນມູນຄ່າ ການກໍ່ສ້າງທັງໝົດ 7,000 ລ້ານໂດລາສະຫະຣັດ ຂະນະທີ່ ຣັຖບານຈີນ ຄິດໄລ່ ຮູ້ລ່ວງໜ້າກ່ອນນັ້ນ ແລ້ວວ່າ ໂຄງການສ້າງທາງຣົດໄຟ ລາວ-ຈີນ ສາຍນີ້ ຈະບໍ່ສ້າງຜົນ ທີ່ກຸ້ມຄ່າ ຫລື ກໍາໄລໃຫ້ແກ່ຕົນ, ຈະຕ້ອງແກ່ຍາວ ຣະຍະກະກຽມ ໂຄງການ ແລະ ຖອນຕົວອອກຈາກ ການເປັນຮຸ້ນສ່ວນ ໃນທີ່ສຸດ ຫລື ເວົ້າອີກຢ່າງນຶ່ງ ກໍຄືວ່າ ລໍຖ້າໃຫ້ຝ່າຍລາວ ບືນເລິກເຂົ້າໄປ ຈົນເຖິງການນໍາ ເອົາໂຄງການນີ້ ໄປຕົກລົງ ຮັບຮອງເອົາ ຂັ້ນສຸດທ້າຍ ຢູ່ໃນກອງປະຊຸມ ກົມການເມືອງສູນກາງພັກ ປະຊາຊົນປະຕິວັດລາວນັ້ນ ເສັຍກ່ອນ ຈຶ່ງຖອນຕົວອອກ ຍ້ອນຮູ້ດີວ່າ ເມື່ອມີມະຕິກົມການເມືອງ ສູນການພັກແລ້ວ ທຸກຢ່າງ ໃນລາວ ຕ້ອງໄດ້ປະຕິບັດຕາມນັ້ນ.

ການທີ່ ທ່ານ ສົມສະຫວາດ ເລັ່ງສະຫວັດ, ຮອງນາຍົກຣັຖມົນຕຣີ, ຜູ້ທີ່ຖືກວິພາກວິຈານກັນວ່າ ທ່ານບໍ່ມີຄວາມຮູ້ພື້ນຖານ ທາງດ້ານເສຖກິຈ ຢ່າງເລິກເຊິ່ງ ເປັນຜູ້ຊີ້ນໍາ ວຽກງານເສຖກິຈ ຂອງຊາດ ແລະ ທັງເປັນຫົວໜ້າ ຄະນະຊີ້ນໍາ ໂຄງການທາງຣົດໄຟ ລາວ-ຈີນ ຣາຍງານ ຕໍ່ກອງປະຊຸມສະພາ ແຫ່ງຊາດ ສະໄໝວິສາມັນ ຊຸດທີ 7 ກ່ຽວກັບ ໂຄງການເຊື່ອມຕໍ່ ທາງຣົດໄຟ ລາວ-ຈີນ ເພື່ອໃຫ້ຮັບ ຮອງເອົາ ເມື່ອເດືອນ ສິງຫາ 2012 ນັ້ນ, ເປັນພຽງຮູບການ ທາງດ້ານກົດໝາຍ ເຖິງແມ່ນ ຍານາງ ສຸວັນເພັງ ບຸບຜານຸວົງ, ປະທານກໍາມາທິການເສຖກິຈ ແຜນການ ແລະ ການເງິນສະພາແຫ່ງຊາດ, ຈະໄດ້ເວົ້າ ໃນເວລາຜ່ານຮ່າງ ມະຕິກອງປະຊຸມສະພາ ຕອນນຶ່ງວ່າ:

"ມອບໃຫ້ຣັຖບານ ດໍາເນີນ ການປັບປຸງ ບົດວິພາກເສຖກິຈ ເທັກນິກ ຂອງໂຄງການ ພັທນາ ກໍ່ສ້າງທາງຣົດໄຟ ຄືນໃໝ່ ໃຫ້ຄົບຖ້ວນ ເປັນຕົ້ນ ແມ່ນການຄາດຄະເນ ບໍຣິມາດ ຂົນສົ່ງສິນຄ້າ ແລະ ໂດຍສານ ໃຫ້ສອດຄ່ອງ ກັບສະພາບ ຄວາມເປັນຈິງ ຂອງແຜນພັທນາ ເສຖກິຈ ສັງຄົມ ແຫ່ງຊາດ ໃຫ້ການເຊື່ອມໂຍງ ເສຖກິຈ ພາກພື້ນ."

ແລະ ທັງວ່າ ໃຫ້ຣັຖບານປະເມີນ ຜົນກະທົບ ແລະ ມີມາດຕະການ ແກ້ໄຂ ທີ່ມີຕໍ່ທໍາມະຊາດ ແລະ ສັງຄົມ, ການເວນຄືນ ທີ່ດິນ, ການທົດແທນ ຄ່າເສັຍຫາຍ ທີ່ໄດ້ຮັບຜົນກະທົບ ຈາກໂຄງການ ນໍາດ້ວຍນັ້ນ ກໍຕາມ ຍ້ອນວ່າ ເຮັດແນວໃດ ໂຄງການ ນີ້ ກໍຕ້ອງໄດ້ຈັດຕັ້ງ ປະຕິບັດຕາມມະຕິ ຄໍາສັ່ງ ຂອງຜູ້ນໍາພັກຢູ່ແລ້ວ. ເຖິງວ່າ ຈະມີ ຜູ້ແທນ ຈໍານວນຫຼາຍ ຮູ້ດີວ່າ ການສ້າງທາງຣົດໄຟ ລາວ-ຈີນ ທີ່ຈະໃຊ້ທຶນ ກໍ່ສ້າງ ຢ່າງມະຫາສານ ແຕ່ຈະບໍ່ມີຜົນດີ ຕໍ່ປະເທດຊາດ ແລະ ປະຊາຊົນລາວ ພໍເທົ່າໃດ ຫລື ເວົ້າອີກຢ່າງນຶ່ງ ກໍແມ່ນບໍ່ກຸ້ມຄ່າ ແລະ ຈະເຮັດໃຫ້ປະເທດຊາດ ແລະ ປະຊາຊົນລາວ ຕິດໜີ້ ຕ່າງປະເທດ ເພີ່ມຂຶ້ນ ຈາກຕົວເລກ ຂອງທາງການລາວ ທີ່ວ່າມີ ໜີ້ສິນເງິນກູ້ ຈາກຕ່າງປະເທດ ປະມານ 3,500 ລ້ານໂດລາສະຫະຣັດ ເປັນ 10,000 ກວ່າລ້ານໂດລາ ແລະ ການທີ່ວ່າ ການຢືມເງິນ ຕ່າງປະເທດ ບໍ່ໃຫ້ເກີນ 45% ຂອງລວມຍອດ ຜລິດຕະພັນ ພາຍໃນ ຫລື GDP ນັ້ນ ກໍຈະເກີນກວ່າ 100% ອັນມີຄວາມສ່ຽງສູງ ຕໍ່ການ ທີ່ຈະເກີດວິກິດການ ທາງເສຖກິດ-ການເງິນ ຢ່າງຮຸນແຮງ.

ການທີ່ຈີນ ຖອນຕົວອອກຈາກ ການເປັນຮຸ້ນສ່ວນນັ້ນ ບັນຫາກົກ ກໍແມ່ນ ການລົງທຶນ ໃນໂຄງການ ທາງຣົດໄຟສາຍນີ້ ຈະໄດ້ຜົນຕອບແທນ ແບບບໍ່ກຸ້ມຄ່າ. ໃນຄວາມເປັນຈິງ ຖ້າມີຜົນກໍາໄລດີ ຄືກັນ ກັບການຄິດໄລ່ ຢູ່ໃນບົດວິພາກ ເສຖກິຈ-ເຕັກນິກ ຂອງໂຄງການ ທີ່ຈີນ ເປັນຜູ້ສ້າງຂຶ້ນ ທີ່ເວົ້າເຖິງ ປະສິດທິຜົນ ດ້ານເສຖກິຈ ທັງທາງກົງ ແລະ ທາງອ້ອມ ຊຶ່ງວ່າ ຈະໄດ້ຜົນກໍາໄລ ດີນັ້ນ ບໍ່ມີຈັກເທື່ອ ທີ່ຈີນ ຈະຖອນຕົວອອກ ຖ້າບໍ່ເປັນການສ້າງຂຶ້ນ ພຽງເພື່ອ ໃຫ້ຜູ້ນໍາລາວ ສະອອນ ນໍາຕົວເລກ ທີ່ວ່າ ຈະໄດ້ຮັບເທົ່ານັ້ນ.

ເວົ້າເຖິງ ການຖອນຕົວ ຂອງຈີນ ມີການວິພາກວິຈານກັນ ຕ່າງໆນາໆ ຮວມ ທັງວ່າ ຈີນ ບໍ່ໄດ້ຂຸດຄົ້ນ ເນື້ອທີ່ດິນ ຕາມແລວ ທາງຣົດໄຟ ຊຶ່ງມີຄວາມຍາວ 417 ຫລັກກິໂລແມັດ ກວ່າ ຫລາຍຕາມທີ່ຕົນ ຕ້ອງການ ຍ້ອນວ່າ ທາງການລາວ ຈັດສັນ ໃຫ້ໃນເນື້ອທີ່ພຽງ 3,058 ເຮັກຕາຣ ຂະນະທີ່ ຈີນຕ້ອງການ ຫລາຍກວ່ານັ້ນ ດັ່ງທີ່ ນັກວິຊາການໄທ ທີ່ຕິດຕາມ ເຣື່ອງນີ້ ຢ່າງໃກ້ຊິດ ເວົ້າວ່າ:

"ຖ້າຈະເປັນ ບໍຣິສັດກໍ່ສ້າງ ທີ່ເພິ່ນຖອນຕົວ ອອກໄປ ກໍຄືວ່າ ມັນບໍ່ກຸ້ມທຶນ ການມັນບໍ່ກຸ້ມທຶນນີ້ ມັນຢູ່ໃນລັກສະນະ ທີ່ວ່າ ເພິ່ນຂໍດິນ ອອກໄປຈາກບໍຣິເວນ ແຄມທາງ 5 ຫລັກກິໂລແມັດ ໃນໄລຍະ 400 ປາຍຫລັກກິໂລແມັດ ຈາກຊາຍແດນ ທີ່ຫລວງນໍ້າທາ ມາ."

ຢ່າງໃດກໍຕາມ ເວົ້າເຖິງ ການກໍ່ສ້າງທາງຣົດໄຟ ຄວາມໄວສູງ ລາວ-ຈີນ ກໍມີຂ່າວ ຈາກແຂວງອຸດົມໄຊ ເມື່ອວັນທີ 1 ມົກກະຣາ 2013 ນີ້ວ່າ ທ່ານ ວັ໋ງ ຄ໋ວນ (Wang Quan) ເຈົ້າຂອງ ໂຮງແຮມຈີນ ຄົນໃໝ່ ຢູ່ເຂດເມືອງກະສິກໍາ ທີ່ເປັນພູຜາ ໃນພາກເໜືອ ຂອງລາວ ມີຄວາມຫວັງວ່າ ຄົນງານຈີນ ຊຸດທໍາອິດ ຈໍານວນ 20 ພັນຄົນ ຈະມາເຖິງ ໃນໄວໆນີ້ ເພື່ອເລີ່ມກໍ່ສ້າງ ທາງຣົດໄຟສາຍໃໝ່. ທາງຣົດໄຟສາຍນີ້ ຈະຜ່ານອູບມຸງ 76 ແຫ່ງ ແລະ ຜ່ານຂົວ 154 ແຫ່ງ ຮວມທັງຂົວຂ້າມນໍ້າຂອງ 2 ແຫ່ງ. ໃນອະນາຄົດ ຈະເຊື່ອມຕໍ່ ພາກໃຕ້ຂອງຈີນ ເຖິງ ບາງກອກ ປະເທດໄທ ແລະ ຕໍ່ໄປເຖິງອ່າວ ເບັນກອລ໌ (Bengal) ປະເທດພະມ້າ ອັນ ຈະເຮັດໃຫ້ ມີການຂຍາຍ ການຄ້າ ທີ່ຫຼວງຫລາຍ ຂອງຈີນ ກັບເຂດເອເຊັຍ ຕາເວັນອອກ ສ່ຽງໃຕ້.

ແຕ່ທ່ານ ວັ໋ງ ອາດຕ້ອງ ໄດ້ລໍຖ້າ ໄປອີກດົນໜ້ອຍນຶ່ງ ກ່ອນຈະມີ ໂຊກລາບ ຕາມທີ່ຈີນ ຄາດຫວັງ ເອົາໄວ້ ເຖິງແມ່ນວ່າ ໂຄງການນີ້ ຖືກອົງການພັທນາ ສາກົນຕ່າງໆ ຄັດຄ້ານ ຢ່າງຮຸນແຮງ ໃນຈໍານວນໃດ ຈໍານວນນຶ່ງ ແຕ່ຊ່ຽວຊານ ສ່ວນໃຫຍ່ ກໍຄາດວ່າ ເຖິງແນວໃດ ໂຄງການນີ້ ກໍຕ້ອງເດີນໜ້າ ແນ່ນອນ. ນັ້ນກໍ ຍ້ອນຈີນ ພິຈາຣະນາ ວ່າ ມັນມີຄວາມສໍາຄັນ ສໍາລັບຍຸທສາດ ຂອງຕົນ ໃນການດຶງ ເອົາເອເຊັຍຕາເວັນອອກສ່ຽງໃຕ້ ເຂົ້າສູ່ວົງໂຄຈອນຂອງຈີນ ແລະ ກໍເປັນອີກເສັ້ນ ທາງນຶ່ງ ຂອງຈີນ ສໍາລັບຂົນນໍ້າມັນເຊື້ອເພີງ ຈາກຕາເວັນອອກກາງມາ.

ທ່ານ ຈັອດຈ໌ ເຢວ (George Yeo), ອະດີດ ຣັຖມົນຕຣີ ການຕ່າງປະເທດ ສິງກະໂປ ກ່າວ ຕໍ່ສະໂມສອນ ທຸຣະກິດ ຂອງ ອາຊຽນ ທີ່ ບາງກອກ ເມື່ອບໍ່ນານມານີ້ວ່າ ຈີນ ຕ້ອງການ ທາງຣົດໄຟຄວາມໄວສູງ ຣະຫວ່າງ ນະຄອນຄຸນໝິງ ແລະ ນະຄອນຫລວງວຽງຈັນ. ທ່ານ ຊຶ່ງຖືກັນວ່າ ເປັນນຶ່ງ ໃນຈໍານວນນັກຊ່ຽວຊານ ທີ່ໃຫ້ຂໍ້ມູນ ດີທີ່ສຸດ ກ່ຽວກັບ ການຂຍາຍເສັ້ນທາງການຄ້າສາຍໃໝ່ ຕ່າງໆນັ້ນ ເວົ້າວ່າ ເປົ້າໝາຍໃຫຍ່ ແມ່ນ ກໍແມ່ນ ບາງກອກ ທີ່ເປັນຕລາດໃຫຍ່ ແລະ ຈາກບາງກອກ ໄປເຖິງ ດາເວ໋ (Dawei) ຂອງພະມ້າ ຊຶ່ງເປັນຈຸດ ທີ່ມີຄວາມສໍາຄັນ ຣະຫວ່າງ ມະຫາສະໝຸດອິນເດັຍ ແລະ ຊາຍຝັ່ງທະເລຕາເວັນອອກ ຂອງຈີນ. ແຕ່ຈີນ ບໍ່ໃຫ້ຄວາມສໍາຄັນ ໃນການຮ່ວມລົງທຶນ ສ້າງທາງຣົດໄຟ ເພື່ອແບ່ງກໍາໄລ ນໍານັ້ນ ພໍເທົ່າໃດ.

ເຖິງຈະມີການຄັດຄ້ານ ທາງຣົດໄຟ ຢ່າງໄວວາ ແຕ່ຜູ້ຈັດການ ບໍຣິສັດຣັຖ ວິສາຫະກິດຈີນ ທ່ານນຶ່ງ ໃນນະຄອນຫລວງວຽງຈັນ ທີ່ຂໍບໍ່ອອກຊື່ ເພາະບໍ່ໄດ້ ຮັບອະນຸຍາດ ໃຫ້ເວົ້າກັບ ສື່ມວນຊົນນັ້ນ ກໍວ່າ ທ່ານຄາດການແລ້ວ ວ່າ ຈະຕ້ອງເດີນໜ້າ. ທ່ານວ່າ ປະທານປະເທດຈີນ ຮູ໋ ຈີນຕ໋າວ ທີ່ຈະລາ ຈາກຕໍ່າແໜ່ງ ໃນມໍ່ໆນີ້ ໄດ້ຕັດສິນໃຈ ມາແຕ່ເມື່ອ 2-3 ປີກ່ອນ. ແລະວ່າ ທາງການລາວ ແລະ ຈີນ ຈະຫາທາງແກ້ໄຂ ຂໍ້ຄັດແຍ່ງ ເຣື່ອງການລົງທຶນ. ຈີນຈະມີວິທີ ຂອງຈີນເອງ.

ນັກວິຈານ ຫລາຍຄົນ ເຫັນວ່າ ຜົນປະໂຫຍດ ສ່ວນໃຫຍ່ ຈະຫລັ່ງໄຫລ ເຂົ້າຈີນ ຂະນະທີ່ ຣາຍຈ່າຍ ເກືອບວ່າ ທັງໝົດ ຈະເປັນຂອງປະເທດ ທີ່ສ້າງທາງ ແລະ ວ່າ ຣາຍຈ່າຍ ທັງໝົດ 7,000 ລ້ານໂດລາ ສໍາລັບໂຄງການ ທາງຣົດໄຟ 417 ຫລັກກິໂລແມັດ ຊຶ່ງລາວ ຈະກູ້ຢືມຈາກຈີນ ນັ້ນ ເປັນຈໍານວນເງິນ ທີ່ເກືອບເທົ່າກັບ ງົບປະມານ ທາງເສຖກິດ ປະຈໍາປີ ຂອງລາວ ທີ່ມີຢ່າງຈໍາກັດ ພຽງ 8,000 ລ້ານ ໂດລາ ຊຶ່ງທີ່ປຶກສາ ໂຄງການພັທນາ ສະຫະປະຊາຊາດ ເຕືອນວ່າ ເງື່ອນໄຂ ການຊ່ວຍເຫລືອ ທາງການເງິນ ຂອງຈີນ ຈະເຮັດໃຫ້ສະເຖັຍຣະພາບ ຂອງເສຖກິຈ ມະຫາພາກ ຂອງລາວ ຕົກເຂົ້າສູ່ ສະພາບອັນຕະລາຽ. ໃນຂນະດຽວກັນ ການກໍ່ສ້າງທາງ ຜ່ານພາກເໜືອ ຂອງລາວ ກໍຈະເຮັດໃຫ້ ເຂດຊົນນະບົດ ແຖບນັ້ນ ເປັນອັນທີ່ເອີ້ນວ່າ ບ່ອນຖິ້ມ ສິ່ງທີ່ເສດຫລືອ ຫລື ຂີ້ເຫຍື້ອໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.