ບໍຣິສັດຂຸດແຮ່ພູເບັຽ ເລີ້ມຂຸດຄໍາບ່ອນໃໝ່

ບໍຣິສັດ ແຮ່ທາດ ພູເບັຽ ຈະເປີດການ ຂຸດຄົ້ນ ແຮ່ທາດຄຳ ໃນແຫ່ງໃຫມ່ ທີ່ ແຂວງວຽງຈັນ ພາຍໃນ ສອງເດືອນ ຂ້າງຫນ້ານີ້ ຄາດວ່າ ຈະສ້າງ ລາຍໄດ້ ໃຫ້ແກ່ ບໍຣິສັດ ເພີ້ມອີກ ຫລາຍພັນ ລ້ານໂດລາ ແຕ່ບໍ່ຮູ້ວ່າ ຣັຖບານລາວ ຈະໄດ້ ສ່ວນແບ່ງ ຫລາຍປານໃດ ທີ່ຜ່ານມາ ໄດ້ພຽງແຕ່ ຄ່າສຳປະທານ ແລະ ພາສີ ລາຍໄດ້ ເທົ່ານັ້ນ. ປະຊາຊົນ ໃນເຂດ ທ້ອງຖີ່ນ ຍັງທຸກຍາກ ຄືເກົ່າ. ສເນີໂດຍ: ສິດນີ
ສິດນີ
2012.02.01

ກົດຟັງສຽງ
ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Mar 04, 2012 07:46 AM

ບໍ່ຄຳເຊໂປນແຮ່ທາດຕ່າງໆກໍ່ໄກ້ຈະໝົດແລ້ວ ແລະກໍ່ເລີ້ມຄົ້ນຄົ້ວບ່ອນໃໝ່ ແບບບໍ່ມີຢັ້ງມືເລີຽ.ພັກ-ລັດອະນຸຍາດໃຫ້ຕ່າງຊາຕເຮັດໄດ້ ຢ່າງສົມໃຈແທ້ໆ ຊີວິດການເປັນຢູ່ຂອງປະຊາຊົນ ບໍ່ມີການປ່ຽນແປງ ໄດໆທັງນັ້ນ.ການພັດທະນາແບບນີ້ສ່ວນບຸກຄົນຮັ່ງມີດີໄດ້ ປະເທດຊາຕ ແລະປະຊາຊົນທຸກຍາກ ແລະ ຫລົ້ມຈົມຕື່ມ ຈັງແມ່ນສະລາດສ່ອງໃສແທ້ໆ ສົມກັບບໍຣິບົດຂອງ ສັງຄົມ ສປປລ ອີຫລີ! ຊົມເຊີຽ..ຊົມເຊີຽ.