ປໂຍດຈາກການເປັນ ສະມາຊິກການຄ້າໂລກ
ສປປລາວ ໃກ້ຄວາມຈິງ ທີີ່ຈະໄດ້ ເປັນສະມາຊິກ ອົງການ ການຄ້າໂລກ ຫລັງຈາກ ໄດ້ລົງນາມ ການຄ້າ ແລະ ການບໍຣິການ ກັບຕົວແທນ ຂອງຈີນ ໃນມື້ກ່ອນ ແລະ ກັບຍີ່ປຸ່ນ ຫວ່າງເດືອນ ກໍຣະກະດາ ປີນີ້ ຊື່ງສອງ ປະເທດດັ່ງກ່າວ ຢູ່ໃນຄນະ ກັມມະການ ອອກສຽງ ພິຈາຣະນາ. ແຕ່ການເປັນ ສະມາຊິກ ອົງການ ການຄ້າໂລກ ຂອງລາວນັ້ນ ສປປລາວ ຈະໄດ້ຜົລປໂຍດ ຫຍັງແດ່?