ຣະບົບຊົລປະທານໃນລາວ ບໍ່ໄດ້ມາຕຖານ
2010.08.31
ນ້ຳທັມມະຊາດ ຫລືວ່ານ້ຳຝົນ ເປັນປັດໃຈ ຕັດສິນ ສຳລັບ ການປູກຝັງ ເປັນຕົ້ນແມ່ນ ການເຮັດນາປີ ຢູ່ ສປປລາວ ຍ້ອນວ່າ ຍັງຂາດຣະບົບ ຊົລປະທານ ທີ່ຮັບປະກັນ ໃຫ້ມີນ້ຳ ໃນຍາມ ຝົນບໍ່ຕົກ ຫລືບໍ່ຕົກ ຕາມຣະດູການ. ເທົ່າທີ່ມີແລ້ວ ຈຳນວນນຶ່ງ ກໍບໍ່ໄດ້ ຮັບການຄຸ້ມຄອງ ທີ່ດີ ແລະ ຢູ່ບາງແຫ່ງ ເຊັ່ນຢູ່ ແຂວງພາກໃຕ້ ຂອງລາວເຊັ່ນ ແຂວງ ເຊກອງ ແຂວງອັດຕະປື ທີ່ມີ ຊົລປະທານ ບໍ່ຫລາຍນັ້ນ ກໍຍັງຖືກເພພັງ ຍ້ອນພະຍຸ ເກສນາ ຕື່ມອີກ ໃນທ້າຍປີ 2009 ຜ່ານມາ. ຕລອດ 30 ກວ່າປີມານີ້ ປະຊາຊົນລາວ ຜູ້ທູກຍາກ ເກືອບວ່າຢູ່ ທຸກແຂວງ ຂາດເຂີນເຂົ້າກິນ ທຸກປີ ຈົນຕ່າງປະເທດ ຮວມທັງອົງການ ອາຫານໂລກ ແລະປະເທດ ຕ່າງໆເຫັນໃຈ ແລະໃຫ້ການ ຊ່ວຍເຫລືອ ມາໂດຍຕລອດ ຈົນຮອດ ວັນທີ 25 ສິງຫາ 2010 ນີ້ ຣັຖບານ ຍີ່ປຸ່ນ ກໍໄດ້ຊ່ວຍເຫລືອ ເຂົ້າກິນແກ່ລາວ ຕື່ມອີກ 347 ຕັນ ແລະ ເມື່ອການເດືອນ ມິຖຸນາ ຜ່ານມານີ້ ທະນາຄານໂລກ ແລະ ສະຫະພາບ ຢູໂຣບ ກໍຊ່ວຍເຫລືອ ໃນໂຄງການ ສົ່ງເສີມການ ຜລິດໃນເຂດ ຊົນນະບົດ ໃນລາວ ຮວມທັງການ ປັບປຸງ ກະສີກັມ ຢູ່ 9 ແຂວງ ຄື ຫລວງນ້ຳທາ ຫລວງພຣະບາງ ຫົວພັນ ຊຽງຂວາງ ສວັນນະເຂດ ສາຣະວັນ ເຊກອງ ຈຳປາສັກ ແລະອັດຕະປື ໃນມູນຄ່າ 15 ລ້ານໂດລາ ສະຫະຣັດ.
ເຖິງວ່າທີ່ ຜ່ານມາ ທາງການລາວ ປະກາດວ່າ ປີ 1976 ຜິດເຂົ້າໄດ້ 669,938 ຕັນໃນເນື້ອທີ່ 524,500 ເຮັກຕາ ແລະໃນປີ 2010 ນີ້ກໍວ່າຈະ ສູ້ຊົນຜລິດ ເຂົ້າໃຫ້ໄດ້ ໃນຣະຫວ່າງ 3 ລ້ານ 2ແສນ ແລະ 3 ລ້ານ 3 ແສນຕັນ ໂດຍສະເພາະຢູ່ 7 ທົ່ງພຽງທີ່ໄດ້ ມີພື້ນຖານ ໂຄງລ່າງ ກະສິກັມ ຈຳນວນນຶ່ງແລ້ວ.
ແຕ່ໃນຄວາມ ເປັນຈິງ ເຖິງແມ່ນວ່າ ໃນ 30 ກວ່າປີມານີ້ ທາງການລາວ ມີນະໂຍບາຍ ຖືເອົາ ກະສິກັມ-ປ່າໄມ້ ເປັນຂແນງ ການພື້ນຖານ ໃນເສຖກິດແຫ່ງຊາດ ຊຸກຍູ້ ການຜລິດ ກະສິກັມ ໃຫ້ເປັນສິນຄ້າ ຈັດຕັ້ງນຳພາ ການເຮັດ ກະເສດສຸມ ດ້ວຍການນຳໃຊ້ ວິທຍາການ ທີ່ກ້າວໜ້າ ຂຍາຍພື້ຖານ ວັດຖຸ-ເທັກນິກ ກະສິກັມ ເປັນຕົ້ນຣະບົບ ຊົລປະທານ ທັງຂນາດກາງ ແລະຂນາດນ້ອຍ ຕລອດທັງ ຂຍາຍສູນ ຄົ້ນຄວ້າ ທົດລອງ ແນວພັນເຂົ້າ ມີນະໂຍບາຍ ສົ່ງເສີມຄອບຄົວ ແບບຢ່າງໃນ ແຕ່ລະບ້ານ ແຕ່ລະ ບໍຣິເວນ ທັງຢູ່ເຂດ ທົ່ງພຽງ ແລະເຂດພູດອຍ ເພື່ອຊຸກຍູ້ ການຜລິດ ກະສິກັມ ໃຫ້ເປັນສິນຄ້າ ຕາມທ່າແຮງ ຂອງແຕ່ລະບ່ອນ ສູ້ຊົນຜລິດເຂົ້າ ໃຫ້ກຸ້ມກິນ ແລະມີແຮໄວ້ ສ່ວນນຶ່ງກໍຕາມ ແຕ່ປະຊາຊົນ ລາວ ກໍຍັງຂາດ ເຂີນເຂົ້າກິນມາ ໂດຍຕລອດ. ຍ້ອນວ່າ ໃນພາກປະຕິບັດ ຕົວຈິງ ການກະສິກັມ ປ່າໄມ້ ບໍ່ໄດ້ຮັບການ ເອົາໃຈໃສ່ ປັບປຸງ ແລະຂຍາຽຈາກ ພັກແລະຣັຖ ພໍເທົ່າໃດ ນອກຈາກການ ດຶງດູດເອົາ ນັກທຸຣະກິດ ຂອງຕ່າງປະເທດ ເຂົ້າມາລົງທຶນ ທາງດ້ານ ອຸດສາຫະກັມ ສ້າງເຂື່ອນ ໄຟຟ້ານ້ຳຕົກ ຂຸດຄົ້ນ ແຮ່ທາດຕ່າງໆ. ສ່ວນວ່າ ການລົງທຶນ ປູກເຂົ້າ ປູກພືດພັນ ທັນຍາຫານ ບໍ່ປາກົດ ວ່າມີຫລາຍ ພໍເທົ່າໃດ. ການຜລິດ ແນວພັນເຂົ້າ ໃຫ້ມີ ຄຸນນະພາບ ສູງ ການຜລິດຝຸ່ນ ທັມມະຊາດ ຫລື ຝຸ່ນວິທຍາສາດ ເພື່ອເພີ້ມ ສມັຕພາບການ ຜລິດເຂົ້າ ກໍເຫັນວ່າບໍ່ ໄປຮອດໃສ. ເວົ້າເຖິງການ ຜລິດຢາປາບ ສັດຕຣູພືດ ກໍຍິ່ງຍັງໄກ.
ເຣື້ອງປ່າໄມ ກໍຖືກທຳລາຍ ລົງຫລາຍ ໃນແຕ່ລະປີ ເຖິງວ່າມີການ ປູກຕົ້ນໄມ້ ທົດແທນ ໃຫ້ໄດ້ປີລະ 1 ລ້ານຕົ້ນ ກໍມີພຽງ ແຕ່ຂ່າວຣະດົມ ກັນປູກ ແຕ່ການ ບົວຣະບັດ ຮັກສາຕົ້ນໄມ້ ທີ່ປູກໃຫ້ ຢູ່ລອດ ໄປຈົນໃຫຍ່ນັ້ນ ແມ່ນມີບໍ່ພໍ ເທົ່າໃດ ຊຶ່ງເປັນປັດໃຈ ສຳຄັນອັນນຶ່ງ ທີ່ເຮັດໃຫ້ເກີດໄພແຫ້ງແລ້ງ ແລະໄພນ້ຳຖ້ວມ ທີ່ກະທົບໂດຍ ກົງຕໍ່ການ ປູກເຂົ້າ. ໃນວັນທີ 30 ສິງຫາ ນີ້ກໍມີຂ່າວວ່າ ຝົນຕົກໜັກ ຕິດຕໍ່ ກັນຫລາຍວັນ ໃນພາກເໜືອ ແລະ ພາກກາງຂອງ ລາວ ເຮັດໃຫ້ ນ້ຳຖ້ວມ ຫລາຍເຂດ ໂດຍສະເພາະ ຕາມຖນົນເລກທີ 4 ຈາກ ເມືອງແກ່ນທ້າວ ເມືອງປາກລາຍ ເມືອງພຽງ ເມືອງໄຊຍະບູຣີ ໄປຫາ ຫລວງພຣະບາງ ມີນ້ຳຖ້ວມ ພື້ນທີ່ຫລາຍແຫ່ງ ແຕ່ຍັງບໍ່ ສາມາດ ປະເມີນຄວາມ ເສັຍຫາຍ ທັງໝົດໄດ້ເທື່ອ.
ໃນເງື່ອນໄຂ ສະພາບ ດິນຟ້າອາກາດ ປັ່ນປ່ວນ ຊຶ່ງເຮັດໃຫ້ ແຫ້ງແລ້ງ ຢູ່ໃນຂນະນີ້ ການປູກເຂົ້າ ຢູ່ປະເທດລາວ ຍິ່ງຕ້ອງໄດ້ ເພີ່ງພາ ຊົລປະທານ ຫລາຍແຕ່ ທາງການລາວ ບໍ່ສາມາດ ຕອບສນອງໄດ້ ເຖິງແມ່ນວ່າ ທາງການລາວ ປະກາດໃນປີ 2005 ໂດຍອີງໃສ່ ຕົວເລກປີ 2002 ວ່າ ສາມາດ ສນອງນ້ຳໃຫ້ການ
ຜລິດ ຣະດູຝົນ ໄດ້ 307,097 ເຮັກຕາ ລະດູແລ້ງໄດ້ 214,625 ເຮັກຕາ ມີ ຊົລປະທານ ທັງໝົດ 22,587 ແຫ່ງ. ເວົ້າສະເພາະ ການປູກເຂົ້າ ນາແຊງ ຢູ່ແຂວງ ຜົ້ງສາລີ ຊຶ່ງເປັນແຂວງນຶ່ງ ຢູ່ພາກເໜືອສຸດ ຂອງ ປະເທດລາວ ທີ່ປະຊາຊົນ ຂາດເຂີນເຂົ້າກິນ ຫລາຍນັ້ນ ກໍບໍ່ໄດ້ຕາມ ແຜນການທີ່ ວາງໄວ້ ຄື 600 ເຮັກຕາ ເຮັດໄດ້ພຽງແຕ່ 353 ເຮັກຕາ ເທົ່ານັ້ນ. ການເຮັດນາແຊງ ໃນປີນີ້ ກໍບໍ່ໄດ້ ເຮັດຕາມ ຣະດູການ ເນື່ອງຈາກ ສະພາບອາກາດ ທີ່ໜາວເຢັນ ເຮັດໃຫ້ການ ເກັບກ່ຽວ ເຂົ້ານາແຊງ ປີນີ້ ລ່າຊ້າກວ່າ ເຂດອື່ນໆ ຂອງລາວ. ຍ້ອນແນວນັ້ນ ປະຊາຊົນ ຈຶ່ງຫັນໄປ ປູກພືດຜັກ ຕ່າງໆແທນ ເຊັ່ນ: ໝາກພິກໃຫຍ່ ໝາກໂມ ສາລີ ມັນຝຣັ່ງ ທີ່ຕລາດ ຂອງຈີນ ມີຄວາມຕ້ອງການ ຫລາຍ.
ຖ້າເບິ່ງລົງ ພາກໃຕ້ ຂອງລາວ ກໍເຫັນວ່າ ແຂວງສາຣະວັນ ກໍໄດ້ຮັບ ຜົນກະທົບ ຈາກໄພແຫ້ງແລ້ງ. ຂແນງແຜນການ ຜແນກ ກະສິກັມ-ປ່າໄມ້ ແຂວງ ສາຣະວັນ ເວົ້າໃນທ້າຍ ເດືອນ ສິງຫາ 2010 ວ່າ ການຜລິດເຂົ້າ ນາປີທົ່ວແຂວງ ສາຣະວັນ ໃນປີນີ້ ແມ່ນໄດ້ຮັບ ຜົນກະທົບ ຈາກໄພ ແຫ້ງແລ້ງ. ແຫ້ງແລ້ງ ໜັກກວ່າໝູ່ ແມ່ນຢູ່ເມືອງ ລະຄອນເພັງ ເຂດກຸ່ມ ບ້ານຕະພານ ກຸ່ມບ້ານໜອງແສງ ແລະກຸ່ມບ້ານ ໂພນສະຫວ່າງ ຢູ່ເມືອງ ວາປີ ແມ່ນກຸ່ມ ບ້ານນາມ່ວງ ກຸ່ມບ້ານຂະເໜົາ. ນອກຈາກນັ້ນ ໄພແຫ້ງແລ້ງ ຍັງສົ່ງຜົນ ກະທົບ ໃສ່ການປູກເຂົ້າ ນາເນີນສູງ ໄຮ່ໝຸນວຽນ ຢູ່ອີກ 2 ເມືອງພູດອຍ ຄື: ເມືອງຕະໂອ້ຍ ແລະ ເມືອງສະໝ້ວຍ ຈົນວ່າ ທາງຜແນກ ກະສິກັມ-ປ່າໄມ້ ໄດ້ແຕ່ງຕັ້ງ ຄນະຮັບຜິດ ຊອບຊຸກຍູ້ ການຜລິດ ແລະຕ້ານໄພ ແຫ້ງແລ້ງ ອັນມີໜ້າທີ່ ຮວມທັງການ ກວດກາຄືນ ກົນຈັກການ ກະເສດ ຝຸ່ນ ຢາປາບ ສັດຕຣູພືດ ແນວພັນເຂົ້າ ແນວພັນພືດ ຕລອດເຖິງ ຢາປ້ອງກັນ ແລະປິ່ນປົວ ພຍາດສັດ ແລະອື່ນໆ.
ໃນການຕ້ານ ໄພແຫ້ງແລ້ງ ທາງຜແນກ ກະສິກັມ-ປ່າໄມ້ ນຳພາຕິດຕັ້ງ ຈັກສູບນ້ຳ ທີ່ມີ ແລ້ວຈຳນວນ 34 ແຫ່ງ. ພ້ອມກັນນັ້ນ ຍັງສເນີໃຫ້ ສ້ອມແປງ ຄອງເໝືອງ ແລະອື່ນໆອີກ. ສຳລັບຢູ່ແຂວງ ຈຳປາສັກ ທີ່ມີ ຊົລປະທານ ສາມາດ ເຮັດນາໄດ້ 12,000 ເຮັກຕາ ທ່ານ ສຸປານີ ສີລິປຸນໂຍ ຫົວໜ້າຜແນກ ກະສິກັມ-ປ່າໄມ້ ແຂວງ ຈຳປາສັກ ກໍເວົ້າວ່າ ໃນການປ້ອງກັນ ແລະແກ້ໄຂ ຜົນກະທົບ ຈາກໄພແຫ້ງແລ້ງ ຜແນກ ກະສິກັມ ແລະປ່າໄມ້ ແຂວງກໍໄດ້ ຈັດຕັ້ງພະນັກງານ ລົງຕິດຕາມ ກວດກາ ເກັບກຳຂໍ້ມູນ ເນື້ອທີ່ ໃນເຂດເມືອງ ຕ່າງໆ ທີ່ຖືກຜົນ ກະທົບຈາກ ໄພແຫ້ງແລ້ງ ນຳພາສ້ອມແປງ ຊົລປະທານ ແປງຄອງເໝືອງ ຂຸດຄອງນ້ຳ ສຳລັບ ປຸກເຂົ້າ ແລະ ສຳຫລວດ ຈັກສູບນ້ຳ ເພື່ອສນອງນ້ຳ ໃຫ້ເນື້ອທີ່ ປູກຝັງ ໄດ້ຫລາຍຕື່ມອີກ. ຍ້ອນຝົນຕົກໜ້ອຍ ແລະ ບໍ່ຕົກແກ່ຍາວ ຕິດຕໍ່ກັນ ເຮັດໃຫ້ແນວພັນ ເຂົ້າທີ່ຕົກກ້າ ໄປແລ້ວປະມານ 630 ຕັນໃນ 9 ເມືອງ ໄດ້ຮັບ ຜົນກະທົບ ຍົກເວັ້ນເມືອງ ປາກຊ່ອງ ເນື້ອທີ່ ປັກດຳແລ້ວ ໄດ້ຮັບຜົນ ກະທົບ 1,000 ກວ່າເຮັກຕາ ໃນຈຳນວນ ເນື້ອທີ່ປັກດຳ 51,000 ກວ່າເຮັກຕາ.
ແຕ່ເຖິງແນວໃດ ກໍມີ ຂ່າວວ່າ ກົມຊົລປະທານ ກະຊວງ ກະສິກັມ ແລະປ່າໄມ້ ຂອງລາວ ຮ່ວມກັບບໍຣິສັັດ ໂມຣິນໂກ ສາກົນ ຈາກຈີນ ກຳລັງ ສຳຣວດ ແລະ ອອກແບບ ໂຄງການ ຊົລປະທານ ເພື່ອເອົານ້ຳ ຈາກລຸ່ມເຂື່ອນ ໄຟຟ້ານ້ຳເທີນ 2 ຂຶ້ນໃສ່ເຂດ ປູກຝັງ ແລະ ເພື່ອຫລຸດຜ່ອນ ໄພນ້ຳຖ້ວມ ຢູ່ແຂວງຄຳມ່ວນ ແລະ ແຂວງສວັນນະເຂດ ຊຶ່ງທາງການລາວ ຄາດວ່າ ຈະສ້າງແລ້ວ ໃນປີ 2011. ໂຄງການນີ້ ອາດຈະສາມາດ ສນອງນ້ຳ ເພື່ອການປູກຝັງ ໄດ້ 55,000 ເຮັກຕາ
ແລະ ຈະຊ່ວຍຫລຸດຜ່ອນ ນ້ຳຖ້ວມລົງໄດ້ ເຖິງ 27,000 ເຮັກຕາ. ພ້ອມກັນນັ້ນ ກໍຈະສ້າງຝາຍ ນ້ຳລົ້ນໃສ່ ເຊບັງໄຟ ເພື່ອການ ກະສິກັມ ຢູ່ແຂວງ ສວັນນະເຂດ
ແລະສ້າງຄູ ກັນນ້ຳ ໃນເຂດທີ່ມີ ຄວາມສ່ຽງຕໍ່ ນ້ຳຈະຖ້ວມ ນຳອີກດ້ວຍ.
ເບິ່ງລວມແລ້ວ ເຫັນວ່າ ຢູ່ທົ່ວ ປະເທດລາວ ມີຣະບົບ ຊົລປະທານ ຍັງບໍ່ພຽງພໍ ຢູ່ຫລາຍ. ຍ້ອນແນວນັ້ນ ຈຶ່ງເຮັດໃຫ້ ການປູກເຂົ້າ ທັງເຂົ້ານາແຊງ ແລະ ນາປີ ຕລອດເຖິງ ການປູກພືດຜັກ ຕ່າງໆ ຈຶ່ງໄດ້ຮັບຜົນ ກະທົບຢ່າງໜັກ ຈາກການ ຂາດເຂີນນ້ຳ ໃນເມື່ອ ຝົນບໍ່ຕົກ ຫລືບໍ່ຕົກ ຕາມຣະດູການ ຄືດັ່ງຄວາມ ແຫ້ງແລ້ງ ໃນປີ 2010 ນີ້ອັນຈະເຮັດ ໃຫ້ໄດ້ຮັບ ຜົນຜລິດໜ້ອຍ ກວ່າປີຜ່ານມາ ແລະ ຣາຄາເຂົ້າ ໃນທ້ອງຕລາດ ກໍຈະແພງ ຂຶ້ນຕື່ມ ຊຶ່ງ ປັດຈຸບັນນີ້ ຣາຄາເຂົ້າສານ-
ເຂົ້າຈ້າວ ຈະຕົກຢູ່ ປະມານ 9,000 ກີບຕໍ່ 1 ກິໂລກຣາມ ເຂົ້າໜຽວ ປະມານ 8,000 ກີບ. ເມື່ອໄລ່ ສະເລັ່ຍແລ້ວ ຣາຄາເຂົ້າໄດ້ ເພີ້ມຂຶ້ນປະມານ 10% ຂອງຣາຄາ ປົກກະຕິ.