ການຂາດດຸນ ການຄ້າ ສະທ້ອນຕໍ່ ເສຖກິດ
2009.02.27
ເມື່ອເວົ້າເຖິງບັນຫາ ການຂາດດຸນ ຫລືໄດ້ດຸນທາງການ ຄ້າລະຫ່ວາງປະເທດ ແລ້ວ ຕັ້ງແຕ່ໃດໆມາ ນັກເສຖສາດ ໃນສະຫະຣັຖ ອາເມຣິກາບໍ່ເຄີຽ ມີຄວາມເຫັນ ແບບດຽວກັນຈັກເທື່ອ ນັກເສຖສາດຈໍານວນ ນື່ງເວົ້າວ່າ ການຂາດດຸນການ ຄ້າລະຫ່ວາງ ປະເທດ ໃນນື່ງປີບໍ່ເປັນ ເຣື້ອງທີ່ນ່າວິຕົກ ເພາະວ່າມັນຈະຫັກ ລ້າງກັນໄປ ໃນແຕ່ລະປີ, ແຕ່ວ່ານັກເສຖສາດ ທີ່ບໍ່ມີຄວາມ ເຫັນແບບດຽວກັນ ເວົ້າວ່າ ການຂາດດຸນການ ຄ້າມີຜົນສະທ້ອນ ຕໍ່ການເຕີບໃຫ່ຽ ຂອງເສຖກິດ ໃນລະຍະຍາວ ເນື່ອງຈາກວ່າ ສະພາບການ ຄ້າມັນຈະບໍ່ເປັນ ໄປດັ່ງທີ່ຄາດເອົາໄວ້ ນັກເສຖສາດຝ່າຍ ທີ່ເປັນຫ່ວງນໍາການ ຂາດດຸນການຄ້າ ອ້າງວ່າ ໃນລະຍະສາມ ສິບປີມານີ້ ການພິສູດຂອງ ທິດສະດີ ຂອງນັກເສຖສາດ ທີ່ບໍ່ມີຄວາມ ວິຕົກກັບການ ຂາດດຸນການຄ້າ ປາກົດວ່າຜິດ ໃນຂະນະທີ່ ສະຫະຣັຖ ອາເມຣິກາ ຂາດດຸນການຄ້າ ມາຕຣອດ ນັບຕັ້ງແຕ່ຊຸ້ມປີ 1970 ມາເທົ້າທຸກວັນນີ້ ຈົນເຮັດ ໃຫ້ສະຫະຣັຖ ກາຍເປັນປະເທດ ທີ່ມີໜີ້ສີນ ຫລາຍທີ່ສຸດ ໃນໂລກ.
ການຂາດດຸນການຄ້າ ລະຫ່ວາງ ປະເທດມີຂື້ນ ໃນເມື່ອມູນຄ່າ ຂອງສິນຄ້າ ທັງໝົດ ທີ່ນໍາເຂົ້າຈາກ ນອກປະເທດ ມີຫລາຍກ່ວາ ມູນຄ່າຂອງສິນຄ້າ ທັງໝົດທີ່ສົ່ງ ອອກໄປຂາຍນອກ ປະເທດໃນລະຍະຕິດ ເວລາຕໍ່ກັນມາ. ເມື່ອເວລາປະເທດ ນື່ງສົ່ງສິນຄ້າ ແລະການບໍຣິການ ອອກໄປຂາຍໃນ ຕ່າງປະເທດ ສິ່ງທີ່ປະເທດນັ້ນໄດ້ ຄືນມາແມ່ນເງິນຕຣາ ຕ່າງປະເທດ. ເງິນຕຣາຕ່າງປະເທດ ທີ່ໄດ້ມານີ້ ຈະໃຊ້ຈ່າຍ ສໍາລັບ ຊື້ການນໍາເຂົ້າ ສິນຄ້າຈາກຕ່າງ ປະເທດຕໍ່ໄປ. ໃນເມື່ອມູນຄ່າ ຂອງສິນຄ້າທີ່ ປະເທດນື່ງນໍາເຂົ້າ ມີຫລາຍກ່ວາ ມູນຄ່າຂອງສິນຄ້າ ທີ່ສົ່ງອອກ ກໍຖືວ່າຂາດດຸນ ການຄ້າ, ປະເທດນັ້ນກໍຕ້ອງ ໄດ້ຊອກຫາເງິນຕຣາ ຕ່າງປະເທດມາ ແຕ່ແຫລ່ງອື່ນ ເພື່ອຈະສາມາດ ຈ່າຍຄ່າສິນຄ້າ ສ່ວນເກີນທີ່ຕົນ ນໍາເຂົ້າ. ແຫ່ລງທີ່ມາຂອງ ເງິນຕຣາ ຕ່າງປະເທດ ກໍມີບໍ່ພໍເທົ່າ ໃດແຫ່ລງ ແຕ່ເທົ້າທີ່ປະຕິບັດ ກັນຢູ່ໃນປະເທດ ທີ່ກໍາ ລັງພັດທະນາ ໃນທຸກວັນນີ້ ການລົງທືນຈາກ ຕ່າງປະເທດ ແລະເງິນກູ້ຢືມ ຈາກຕ່າງປະເທດ ເປັນແຫ່ລງທີ່ມາ ແຫ່ລງນື່ງຂອງເງິນ ຕຣາຕ່າງປະເທດ ທີ່ປະເທດນັ້ນ ສາມາດໃຊ້ສໍາລັບຈ່າຍຄ່າສິນຄ້າ ໃນເມື່ອການນໍາເຂົ້າມີສ່ວນເກີນຂອງການສົ່ງອອກ.
ນັກເສຖະສາດວ່າ ນອກຈາກການປ່ຽນແປງ ຂອງອັຕຣາການ ແລກປ່ຽນເງິນຕຣາ ຕ່າງປະເທດແລ້ວ ຍັງມີຫລາຍອົງ ປະກອບທີ່ເຮັດ ໃຫ້ດຸນການຄ້າ ລະຫ່ວາງປະ ເທດມີສ່ວນເກີນ ຫລືມີສ່ວນຂາດ ເປັນຕົ້ນ ຣາຄາສິນຄ້າທີ່ ຜລິດຢູ່ພາຍໃນ ປະເທດສັນຍາ ຂໍ້ຕົກລົງດ້ານ ການຄ້າທີ່ມີ ກໍາແພງ ຫລືເງ່ືອນໄຂພາ ສີສິນຄ້າແລະ ມາຕະການອື່ນໆ ການຄ້າທີ່ຂື້ນໆລົງໆ ລະຫ່ວາງປະເທດ.
ເພື່ອໃຫ້ເຂົ້າໃຈ ເຖິງຜົນສະທ້ອນ ຈາກການ ຂາດດຸນການຄ້າ ເຮົາຂໍຍົກເອົາ ປະສົປະການຂອງ ສະຫະຣັຖ ອາເມຣິກາມາ ປະກອບເປັນການ ອະທິບາຍດັ່ງນີ້.
ການຂາດດຸນການຄ້າ ຂອງສະຫະຣັຖ ທີ່ເລີ້ມສູງຂື້ນ ທີ່ສຸດນັ້ນແມ່ນ ໃນຊຸ້ມປີ 1980. ອົງປະກອບສໍາຄັນ ຊື່ງເຮັດ ໃຫ້ສະຫະຣັຖ ຂາດດຸນການຄ້າ ປະການທີ່ນື່ງ
ແມ່ນການເພີ້ມຂື້ນ ຂອງຄ່າຂອງເງິນ ໂດລາສະຫະຣັຖ ລະຫ່ວາງປີ 1980-1985 ຄ່າຂອງເງິນໂດລາ ສະຫະຣັຖເພີ້ມຂື້ນ ສູງຢ່າງຕໍ່ເນື່ອງ ເມື່ອທຽບໃສ່ກັບ ຄ່າ ຂອງເງິນສະກຸນ ປະເທດອື່ນໆ ໝາຍຄວາມວ່າ ສະຫະຣັຖຊື້ຫລື ນໍາເຂົ້າສິນຄ້າຈາກ ຕ່າງປະເທດຫລາຍ ຂື້ນເພາະວ່າ ຣາຄາສິນຄ້າຂອງ ຕ່າງປະເທດມີ ຣາຄາຖືກ ເມື່ອທຽບໃສ່ກັບ ຄ່າຂອງເງິນໂດລາ ສະຫະຣັຖ. ໃນທາງກົງກັນຂ້າມ ສິນຄ້າຂອງ ສະຫະຣັຖ ມີຣາຄາແພງ ສໍາລັບ ປະເທດອື່ນໆ ໃນທົ່ວໂລກ, ປະເທດອື່ນກໍ ຊື້ສິນ ຄ້າທີ່ຜລິດຈາກ ສະຫະຣັຖ ນ້ອຍລົງເຮັດໃຫ້ ການສົ່ງອອກສິນຄ້າ ຂອງສະຫະຣັຖຫລຸດ ຕໍ່າລົງ. ສາເຫດທີ່ພາ ໃຫ້ຄ່າຂອງເງິນ ໂດລາສະຫະຣັຖ ສູງຂື້ນໃນ ລະຍະ ນັ້ນ ຍ້ອນວ່າ ອັຕຣາດອກ ເບັ້ຽທະນາຄານ ອັນແທ້ຈິງ ຊື່ງໝາຍເຖິງ ອັຕຣາດອກເບັ້ຽ ທີ່ໄລ່ອັຕຣາເງິນ ເຟີ້ອອກແລ້ວນັ້ນ ຢູ່ໃນລະດັບສູງ ເມື່ອທຽບໃສ່ກັບ ອັຕຣາ ດອກເບັ້ຽທະນາຄານ ຢູ່ໃນປະເທດອື່ນ. ສາເຫດທີ່ພາໃຫ້ ອັຕຣາດອກເບັ້ຽ ຢູ່ໃນສະຫະຣັຖ ເພີ້ມຂື້ນແມ່ນເກີດ ຈາກການ ຂາດດຸນງົປະມານ ຂອງຣັຖະບານກາງ ຂອງສະຫະຣັຖ ໃນຊຸ້ມປີ 1980 ທີ່ຢູ່ໃນອັນ ດັບສູງ ແລະການປະຕິບັດ ນະໂຍບາຍ ຈໍາກັດການ ໝູນວຽນຂອງ ເງິນຕຣາຢູ່ ໃນທ້ອງຕະລາດ. ຣັຖະບານຕ້ອງເພີ້ມ ການຢືມເງິນເພື່ອ ນໍາມາຖົມຂຸມ ງົບປະມານທີ່ ຂາດດຸນ ອັນເຮັດໃຫ້ເກີດ ມີຄວາມຕ້ອງການ ໃຊ້ເງິນພາຍໃນ ປະເທດຫລາຍຂື້ນ ແລ້ວເຮັດໃຫ້ຄ່າ ດອກເບັ້ຽ ທະນາຄານ ພາຍໃນປະເທດ ແພງຂື້ນ. ໃນທາງອອ້ມນັ້ນ ການເພີ້ມຂື້ນຂອງ ອັຕຣາດອກເບັ້ຽ ພັດເຮັດໃຫ້ຕ່າງ ປະເທດເອົາເງິນ ມາລົງທືນໃນ ຕະລາດການເງິນ ຂອງສະຫະຣັຖ ຫລາຍຂື້ນ. ໃນປີ 1985 ເມື່ອເຫັນວ່າຄ່າ ຂອງເງິນໂດລາ ສະຫະຣັຖຖີບ ສູງຂື້ນຫລາຍ ໂພດແລ້ວນັ້ນ ກຸ່ມປະເທດ ອຸດສະຫະກັມ ພາກັນທຸ້ມເທ ເງິນໂດລາສະຫະຣັຖ ໃສ່ຕະລາດການ ແລກປ່ຽນເງິນຕຣາ ຕ່າງປະເທດ ເພື່ອຢາກໃຫ້ຄ່າ ຂອງເງິນໂດລາ ສະຫະຣັຖ ຕໍ່າລົງ ແລະເພື່ອສ້າງເງື່ອນ ໄຂໃຫ້ ສະຫະຣັຖ
ເພີ້ມການສົ່ງອອກ ສິນຄ້າໄປຕ່າງ ປະເທດ. ເມື່ອຕົກມາຮອດ ປີ 1987 ຄ່າຂອງເງິນ ໂດລາສະຫະຣັຖ ຕົກຕໍ່າລົງອີກ ອັນໄດ້ຊ່ວຍໃຫ້ ການສົ່ງອອກສິນຄ້າ ຂອງ ສະຫະຣັຖເພີ້ມຂື້ນ ແລະໄດ້ເຮັດໃຫ້ການ ຂາດດຸນການຄ້າ ຂອງສະຫະຣັຖ ກັບຕ່າງປະເທດ ຫລຸດລົງ ພໍສໍ່າໃດສໍ່ານື່ງ ຕົກມາຮອດປີ 1990-1991 ເສຖະກິດ ຂອງ ສະຫະຣັຖ ຢູ່ໃນພາວະຕົກ ຕໍ່າອີກ ອັນເຮັດ ໃຫ້ການຂາດດຸນ ການຄ້າຂອງສະຫະຣັຖ ໂດຍສະເລັ່ຽແລ້ວ ເພີ້ມຂື້ນຕຣອດມາ ຈົນເຖິງເທົ້າທຸກ ວັນນີ້. ຕາມຫລັກການ ນັ້ນໃນຍາມທີ່ ຄ່າຂອງເງິນໂດລາ ສະຫະຣັຖຕໍ່າລົງ ການຂາດດຸນການຄ້າ ຂອງສະຫະຣັຖ ຢ່າງນ້ອຍກໍຕ້ອງ ຫລຸດລົງ ໃນຈໍານວນດຽວກັນ ກັບຈໍານວນທີ່ເພີ້ມຂື້ນ ໃນຍາມທີ່ຄ່າ ຂອງເງິນ ໂດລາສະຫະຣັຖ ສູງຂື້ນ, ແຕ່ວ່າມັນບໍ່ເປັນ ໄປດັ່ງທີ່ຄາດໄວ້ ຍົກຕົວຢ່າງ ການຂາດດຸນການຄ້າ ຂອງສະຫະຣັຖ ກັບຍີ່ປຸ່ນ ໃນລະຍະຊຸ້ມປີ 1990 ບໍ່ຫລຸດລົງເລີຽ ເພາະວ່າ ບໍຣິສັດຜລິດສິນຄ້າ ໃນປະເທດຍີ່ປຸ່ນ ບໍ່ຍອມຂື້ນຣາຄາ ສິນຄ້າ ຂອງຕົນທີ່ສົ່ງ ອອກໄປຂາຍ ໃນສະຫະຣັຖໄປ ຕາມຄ່າຂອງເງິນ ໂດລາ ກົງກັນຂ້າມ ຍີ່ປຸ່ນຍອມຮັບເອົາ ຜົນກໍາໄຣນ້ອຍ.
ເຫດຜົນທີ່ສອງ ທີ່ເຮັດໃຫ້ ສະຫະຣັຖ ຂາດດຸນການຄ້າ ແມ່ນຍ້ອນວ່າ ການເຕີບໃຫ່ຽຂອງ ເສຖກິດຂອງ ສະຫະຣັຖ. ຫລັງຈາກພາວະ ເສຖກິດຕົກຕໍ່າ ໂລກລະຫ່ວາງ ປີ 1980-1982 ເສຖະກິດຂອງ ສະຫະຣັຖ ຟື້ນຕົວຄືນ ຢ່າງວ່ອງໄວ ແລະໄວກ່ວາບັນດາ ປະເທດຄູ່ການຄ້າ ລາຍໃຫ່ຽຂອງ ສະຫະຣັຖ. ການໃຊ້ຈ່າຍຊື້ ສິ່ງຂອງ ຕາມຄວາມຕ້ອງການ ຂອງຄົນພາຍ ໃນປະເທດຖີບຂື້ນ ສູ່ລະດັບສູງ
ປະຊາຊົນ ຊາວອາເມຣິກັນ ມີລາຍໄດ້ ຫລາຍກ່ວາປະຊາຊົນ ໃນບັນດາ ປະເທດຄູ່ການ ຄ້າລາຍໃຫ່ຽ ຂອງສະຫະຣັຖ ສະຫຣັຖແຮງ ຊື້ສິນຄ້າຈາກ ຕ່າງປະເທດ ຫລາຍຂື້ນ ອັຕຣາ ຄວາມແຕກໂຕນ ຂອງການເຕີບໃຫ່ຽ ທາງດ້ານເສຖະກິດ ລະຫ່ວາງ ສະຫະຣັຖກັບ ຍີ່ປຸ່ນ ແລະກັບຢູໂຣບ ໃນປີ 1992-1994 ກໍແມ່ນອົງປະ ກອບນື່ງທີ່ເຮັດໃຫ້ ສະຫະຣັຖ ຂາດດຸນການຄ້າຕື່ມ ຍ້ອນວ່າ ການເຕີບໃຫ່ຽທີ່ ລ້າຊ້າ ຂອງປະເທດເລົ່ານີ້ ຈໍາກັດ ຄວາມສາມາດ ໃນການຊື້ສິນຄ້າ ຈາກສະຫະຣັຖ ເຖິງແມ່ນວ່າໃນ ລະຍະນັ້ນ ຄ່າຂອງເງິນ ໂດລາສະຫະຣັຖ ຈະຕໍ່າກ່ວາຄ່າ ຂອງເງິນຂອງຍີ່ປຸ່ນ ແລະເງິນຂອງ ຢູໂຣບກໍດີ ກໍຍັງບໍ່ສາມາດ ເຮັດໃຫ້ການຂາດດຸນ ການ ຄ້າຂອງສະຫະຣັຖ ຫລຸດລົງໄດ້.
ມາຮອດ ປັດຈຸບັນນີ້ ໂຕເລກການຂາດດຸນ ການຄ້າ ຂອງສະຫະຣັຖ ຕົກຢູ່ລະຫ່ວາງເກືອບ 750 ຕື້ໂດລາ ສະຫະຣັຖ ນັກເສຖສາດ ຈໍານວນທີ່ເປັນຫ່ວງ ກັບການຂາດ ດຸນການຄ້າກໍຍິ່ງ ມີຄວາມກັງວົນວ່າ ການຂາດດຸນ ການຄ້າຢ່າງ ມະຫາສານນີ້ ຈະມີຜົນສະທ້ອນ ຕໍ່ການເຕີບໃຫ່ຽ ທາງດ້ານເສຖກິດ ຂອງສະຫະຣັຖ ໃນລະຍະຍາວ ແລະອາດດືງແກ່ ໃຫ້ເສຖກິດ ໃນທົ່ວໂລກເຕີບ ໃຫ່ຽລ້າຊ້າໄປ ນໍາກັນ. ນັກເສຖສາດໂດຍ ທົ່ວໄປໃຫ້ເຫດຜົນວ່າ ການຂາດດຸນ ການຄ້າ ມີທັງຂໍ້ດີ ແລະຂໍ້ເສັຽ. ຜົນສະທ້ອນໃນ ທາງດີຂອງມັນ ແມ່ນວ່າ ຜູ້ບໍຣິໂພກຊາວ ອາເມຣິກັນ ມີຜົນກໍາໄລ ໃນການບໍຣິໂພກ ສິນຄ້າ ແລະການບໍຣິການ ຈາກຕ່າງປະເທດ ໃນຣາຄາຖືກ ຫລາຍກ່ວາຜົນ ກໍາໄລຈາກການ ສົ່ງອອກສິນຄ້າ ໄປຕ່າງປະເທດ. ແຕ່ກໍກ່າວເຕືອນວ່າ ກໍາໄລໃນການ ສນຸກໃຊ້ສນຸກ ຈ່າຍໃນວັນນີ້ ແມ່ນຍ້ອນວ່າ ຈະມີການ ອົດໃຊ້ ອົດຈ່າຍໃນ ອານາຄົດ. ສ່ວນຜົນສະທ້ອນ ໃນທາງບໍ່ດີຂອງ ການຂາດດຸນການ ຄ້ານັ້ນ ນັກເສຖສາດ ວ່າອາເມຣິກາ ຈະມີໜີ້ສິນ ຫລາຍຂື້ນ ເນື່ອງຈາກວ່າ ຕ້ອງໃຊ້ ໜີ້ການຂາດດຸນ ການຄ້າໂດຍຢືມເງິນ ຈາກຕ່າງປະເທດ ຫລືດ້ວຍການຂາຍຊັບສິນ ຂອງສະຫະຣັຖ. ຖ້າວ່າສະຫະຣັຖ ບໍ່ຊໍາລະບັນຊີ ການຂາດດຸນ ການຄ້າກັບຕ່າງ ປະເທດແລ້ວ ສະຫະຣັຖກໍ ຈະເປັນໜີ້ສີນ ຂອງໂລກຕຣອດໄປ. ສະຖິຕິຕົ້ນປີ 2007 ແຈ້ງວ່າ ຊາວອາເມຣິກັນ ທັງຊາດ ເປັນໜີ້ຕ່າງປະເທດ ທັງໝົດ 10,700 ຕື້ໂດລາ ສະຫະຣັຖ. ນອກນັ້ນ ການຂາດດຸນ ການຄ້າ ຍັງສົ່ງຜົນສະທ້ອນ ໃສ່ບາງຂະແໜງ ອຸດສະຫະກັມ ທີ່ແຂ່ງຂັນກັບ ສິນຄ້າ ທີ່ນໍາເຂົ້າຈາກຕ່າງ ປະເທດ ມາຮອດນີ້ ຫວັງວ່າປະສົປການ ການຂາດດຸນການ ຄ້າຂອງສະຫະຣັຖ ອາເມຣິກາ ຈະຊ່ວຍໃຫ້ທ່ານ ຜູ້ຟັງເຂົ້າໃຈ ໃນລະດັບພື້ນຖານ ຂອງຜົນສະທ້ອນ ຈາກການ ຂາດດຸນການຄ້າ