ຄ່າເງີນຂອງຈີນຕໍ່າ ເປັນບັນຫາ ໃຫ້ຫຼາຍປະເທດ
2010.06.24
ການປະກາດຂອງ ທາງການຈີນ ໃນຕອນແລງ ວັນເສົາ ວັນທີ 19 ມີຖຸນາ ຜ່ານມານີ້ວ່າ ຈະເຮັດໃຫ້ຄ່າ ຂອງເງິນຢວນຂອງຕົນ ມີຄວາມອອ່ນໃຫວ ໄປຕາມການ ແລກປ່ຽນ ໃນຕລາດສາກົນ ຫລາຍກວ່າເກົ່າ ເຮັດໃຫ້ບັນດາ ປະເທດ ອຸດສາຫະກັມ ໃນຕະເວັນຕົກ ສ່ວນມາກ ເບິ່ງບົດບາດ ການກະທໍາຂອງຈີນ ໃນແງ່ດີຫລາຍ ກວ່າທາງລົບ. ນັກວິເຄາະດ້ານ ການເງິນວ່າ ອັນນີ້ເປັນສິ່ງ ທີ່ເຄີຽເຫັນມາແລ້ວ ບໍ່ແນ່ໃຈວ່າ ຈີນຈະ ປະຕິບັດ ຢ່າງຈິງຈັງຫລືບໍ່ ແລະຈີນຈະປ່ອຍ ໃຫ້ເງິນຢວນ ຂື້ນແລະລົງ ໃນແຕ່ ລະວັນ ນັ້ນໃນຂອບເຂດ ຈັກເປີເຊັນ.
ຫລັງຈາກການ ປະກາດຂອງ ທາງການຈີນ ໃນວັນຈັນ ວັນທີ 21 ມີຖຸນາ ຕໍ່ມາ ທາງການຈີນໄດ້ ກໍານົດອັດຕຣາ ການແລກປ່ຽນ ທາງການ 6.8275 ຢວນ ຕໍ່ 1 ໂດລາ ສະຫະຣັຖ. ເປັນອັນວ່າ ຄ່າຂອງເງິນຢວນ ຖີບສູງຂື້ນຮອດ 0.5% ເປັນຄັ້ງທໍາອິດ ນັບຕັ້ງແຕ່ເດືອນ ກໍຣະກະດາ ປີ 2005 ຊື່ງເປັນປີທີ່ຈີນ ໄດ້ປ່ອຍໃຫ້ຄ່າ ຂອງເງິນຢວນລອຍ ໄປຕາມການແລກປ່ຽນ ເງິນຕຣາຕ່າງ ປະເທດ, ແຕ່ວ່າ ໃນກາງປີ 2008 ຈີນໄດ້ຫັນໄປ ຜູກມັດເງິນຕຣາ ຂອງຕົນໃສ່ກັບ ເງິນໂດລາ ສະຫະຣັຖ ໃນອັດຕຣາ 6.83 ຢວນຕໍ່ 1 ໂດລາ ສະຫະຣັຖ ເພື່ອປ້ອງກັນເສຖກິດ ຂອງຕົນບໍ່ໃຫ້ ໄດ້ຮັບຜົນ ສະທ້ອນໜັກ ຈາກວິກິດການ ເສຖກິດໂລກ ທີ່ເກີດຂື້ນໃນ ເກືອບ ທ້າຍໆປີ 2008.
ໃນວັນອັງຄານ ວັນທີ 22 ມີຖຸນາ ຊື່ງເປັນວັນທີ 2 ຂອງການແລກປ່ຽນ ທະນາຄານກາງ ຂອງຈີນ ໄດ້ກໍານົດອັດຕຣາ ການແລກປ່ຽນ ທຽບເທົ້າທາງການ 6.7980 ຢວນຕໍ່ 1 ໂດລາ ສະຫະຣັຖ ສູງກ່ວາ ໃນວັນຈັນຜ່ານມາ ເຖິງ 0.43%. ທາງການຈີນຍັງ ປະກາດອີກວ່າ ໃນທ້າຍສັປດານີ້ ຈະເຮັດໃຫ້ຄ່າ ຂອງເງິນຢວນ ອອ່ນໃຫວ ໄປຕາມການແລກ ປ່ຽນໃນຕລາດ ໂລກຫລາຍຂື້ນ.
ນັກວິເຄາະດ້ານ ການເງິນເວົ້າວ່າ ການທີ່ຈີນເອົາ ບົດບາດປອຍໃຫ້ ຄ່າຂອງເງິນຢວນ ລອຍໄປຕາມການ ແລກປ່ຽນ ໃນຕລາດນັ້ນ ອັນນື່ງແມ່ນຍ້ອນ ຄວາມກົດດັນ ຈາກປະເທດຄູ່ ການຄ້າໃຫ່ຽ ຄືສະຫະຣັຖ ອະເມຣິກາ ແລະບັນດາປະເທດ ໃນຕະເວັນຕົກ. ອັນທີ່ສອງ ການປະກາດນີ້ ມີຂື້ນໃນລະຍະ ທີ່ຈີນຈະເດີນ ທາງໄປຮ່ວມ ກອງປະຊຸມສຸດຍອດ ຜູ້ນໍາ ກຸ່ມ 20 ປະເທດ ອຸດສາຫະກັມ ທີ່ຈະມີຂື້ນ ລະຫ່ວາງວັນທີ່ 27-28 ມີຖຸນານີ້ ຢູ່ທີ່ນະຄອນ Toronto ປະເທດຄາ ນາດາ ເພາະວ່າ ກ່ອນໜ້ານີ້ ຈີນໄດ້ປະກາດ ແລ້ວວ່າ ບໍ່ໃຫ້ນໍາເອົາ ບັນຫາເງິນຢວນ ຂື້ນມາເວົ້າໃນ ກອງປະຊຸມ. ແຕ່ວ່າ ໃນບົດວິເຄາະ ຂອງ ທ່ານ Richard Lee ຜູ້ທີ່ມີປະສົພການ ສູງດ້ານການເງິນ ຢູ່ໃນໜັງສຶພິມ Daily reckoning ວ່າ ອັນນີ້ມັນບໍ່ ແມ່ນເຣື້ອງໃໝ່.
ຄວາມຈິງແລ້ວ ຣັຖບານຈີນໄດ້ ໃຊ້ກົນໄກກໍານົດ ການແລກປ່ຽນ ເງິນຕຣາ ປະຈໍາວັນ ກ່ອນວິກິດການ ເສຖກິດໂລກ ໄດ້ເກີດຂື້ນພຸ້ນ. ທ່ານວ່າ ແມ່ນແລ້ວ ທະນາຄານ ກາງຈີນ ຈະອານຸຍາດໃຫ້ ຄ່າຂອງເງິນຢວນ ຂື້ນແລະລົງ, ແຕ່ວ່າ ຈະໃນຂອບເຂດ ຈໍາກັດທີ່ອາດ ບໍ່ເກີນ 0.3% ໃນແຕ່ລະວັນ ຕໍ່ເງິນ ໂດລາ ສະຫະຣັຖ. ການທີ່ຈີນ ຕັດສີນໃຈປ່ອຍໃຫ້ ຄ່າຂອງເງິນຢວນ ຜັນແປໄປຕາມ ອັດຕຣາການແລກ ປ່ຽນຢູ່ໃນ ຕລາດໂລກ ນັກວິເຄາະບາງ ຄົນວ່າ ແມ່ນເພື່ອຫລີກລຽງ ການປະທະກັບ ຜູ້ນໍາ ໃນກອງປະຊຸມ ສຸດຍ້ອດນັ້ນຄົງ ບໍ່ແມ່ນດອກ ເນື່ອງຈາກວ່າເມື່ອ ເວົ້າເຖິງຜົນປະໂຍດແລ້ວ ແຕ່ໃດມາ ຈີນບໍ່ເຄີຍ ຍອມຖອຍ.
ທ່ານວ່າ ການຕັດສີນໃຈ ຂອງທາງການຈີນ ໃນການຢຸດເອົາ ເງິນຢວນປັກຫລັກ ໃສ່ກັບເງິນໂດລາ ສະຫະຣັຖ ນັ້ນ ບໍ່ຄວນຖືວ່າ ເປັນເຣື້ອງດຽວກັນ ກັບຈີນຢາກເຮັດ ໃຫ້ເປັນໄປຕາມ ຈຸດປະສົງທາງ ດ້ານການເມືອງຂອງ ສະຫະຣັຖ.
ກົງກັນຂ້າມ ການທີ່ຈີນ ຢຸດເອົາເງິນຢວນ ປັກຫລັກ ໃສ່ກັບເງິນ ໂດລາ ສະຫະຣັຖນັ້ນ ເປັນພຽງຄວາມຮັບຮູ້ ເຖິງສະພາບ ເສຖກິດໂລກ ທີ່ມີສະຖຽນ ຣະພາບແດ່ແລ້ວ.
ຣັຖບານຈີນ ຮັບຮູ້ວ່າ ຄວາມອອ່ນໃຫວຂອງ ຕລາດການແລກ ປ່ຽນໄດ້ຫັບຫາຍ ໄປແລ້ວ ແລະເປີດຊ່ອງທາງ ໃຫ້ເສຖກິດ ມີສະເຖັຽຣະພາບ ແລະກ້າວໜ້າຕໍ່ໄປ.
ທ່ານ ລີ ຂໍເວົ້າຄືນອີກວ່າ ລະຫ່ວາງປີ 2005-2008 ນັ້ນ ທາງການຈີນ ໄດ້ໃຊ້ລະບົບ ການແລກປ່ຽນເງິນຕຣາ ທີ່ເຮັດໃຫ້ຄ່າ ຂອງເງິນຢວນລອຍຕົວ ໄປຕາມລະບົບ ຕລາດສາກົນ ແບບມີການ ຄວບຄຸມມາແລ້ວ. ໃນລະຍະນັ້ນ ເງິນຢວນໄດ້ເພີ້ມຄ່າ ຂື້ນຫລາຍກ່ວາ 15% ຕໍ່ເງິນໂດລາ ສະຫະຣັຖ ແລ້ວຕໍ່ມາ ໃນກາງປີ 2008 ຈີນໄດ້ຫັນປ່ຽນມາ ໃຊ້ລະບົບ ປັກຫລັກຄ່າຂອງ ເງິນຢວນໃສ່ກັບ ເງິນໂດລາ ສະຫະຣັຖ ແບບຕາຍຕົວຄືນໃໝ່ ແລະມີຄ່າຕໍ່າ ແລະ ເພື່ອເຮັດໃຫ້ຄ່າ ຂອງເງິນຢວນ ຢູ່ໃນສະພາບ ຄົງຕົວ ໃນເມື່ອຈີນເຫັນວ່າ ການແລກປ່ຽນເງິນຕຣາ ໃນຕລາດມີຄວາມ ອອ່ນໃຫວສູງ ໃນທ່າມກາງ ສະພາບວິກິດ ການໆເງິນ ແລະເສຖກິດໂລກ. ການທີ່ຈີນ ຫັນປ່ຽນມາໃຊ້ ລະບົບອັດຕຣາ ການແລກປ່ຽນແບບ ຕາຍຕົວນີ້ແມ່ນ ເພື່ອເຮັດໃຫ້ການ ສົ່ງອອກສິນຄ້າ ຂອງຈີນສາມາດ ແຂ່ງຂັນໃນຕລາດ ໄດ້ຢ່າງມີປຽບ ທ່ານວ່າດັ່ງນັ້ນ.
ບັນຫາເງິນຢວນ ອອ່ນຄ່າ ເປັນບັນຫາທີ່ ເຮັດໃຫ້ ສະຫະຣັຖ ອະເມຣິກາ ແລະ ຢູໂຣບ ຕໍ່ວ່າຕໍ່ຂານ ຈີນມາຕລອດ ໂດຍຮຽກຮ້ອງໃຫ້ ຈີນຂື້ນຄ່າຂອງ ເງິນຢວນໃຫ້ສູງ ກ່ວາເກົ່າ ເພາະເຫັນວ່າຄ່າ ຂອງເງິນຢວນຍັງ ຕໍ່າຫລາຍເຖິງ 40%.
ເມື່ອປະມານ ນື່ງເດືອນ ຜ່ານມານີ້ ທ່ານ Tim Geither ຣັຖມົນຕຣີການ ຄັງຂອງ ສະຫະຣັຖ ພ້ອມດ້ວຍຄນະ ໄດ້ເດີນທາງໄປ ກຸງປັກກິ່ງ ເພື່ອເຈຣະຈາ ການຄ້າ. ທ່ານໄດ້ຮຽກຮ້ອງ ໃຫ້ຈີນຂື້ນຄ່າ ຂອງເງິນຢວນ. ໃນຕອນນື່ງທ່ານ ເວົ້າວ່າ ……. ພວກເຮົາຂໍໃຫ້ ທາງການຈີນ ອະນຸມັດ ໃຫ້ບໍຣິສັດ ແລະທຸຣະກິດ ຂອງສະຫະຣັຖ
ມີໂອກາດແຂ່ງຂັນ ເທົ່າທຽມກັນ ຢູ່ໃນຈີນ ຄືກັນກັບ ສະຫະຣັຖ ໃຫ້ໂອກາດແກ່ ບໍຣິສັດຈີນໄດ້ຊົມໃຊ້ໂອກາດ ນີ້ຢູ່ໃນ ສະຫະຣັຖ.
ທ່ານວ່າ ມັນແມ່ນຫລັກການ ຄວາມເປັນທັມ ພື້ນຖານ. ສະມາຊິກ ສະພາ ສູງສະຫະຣັຖ ທ່ານ Charles Schumer ຈາກຣັຖ New York ໃນສັປດາຜ່ານມາ ຍິ່ງທວງໃຫ້ຈີນ ຂື້ນຄ່າເງິນຢວນ ໃຫ້ສູງກ່ວານີ້ ໂດຍນາບຂູ່ວ່າ ຈະທົບທວນຂໍ້ ສະເໜີຂອງທ່ານ ຕໍ່ສະພາສູງ ສະຫະຣັຖໃໝ່ ເພື່ອຂື້ນພາສີ ສິນຄ້ານໍາເຂົ້າ ຈາກຈີນ ຕື່ມອີກ 25%. ສະຫະຣັຖ ແລະ ຢູໂຣບອ້າງວ່າ ຄ່າຂອງເງິນຢວນ ຕໍ່າໄດ້ເຮັດໃຫ້ ສະຫະຣັຖ ແລະຢູໂຣບເສັຽດຸນ ການຄ້າໃຫ້ແກ່ຈີນ ໂດຍທີ່ຈີນໄດ້ ປຽບດຸນການຄ້າ ຕຣອດມາ ແລະທັງເຮັດໃຫ້ ການຜລິດຂອງ ໂຮງຈັກໂຮງງານ ໃນສະຫະຣັຖ ແລະ ຢູໂຣບຕົກຕໍ່າ ຫລືລົ້ມລະລາຍ ອັນເປັນສາເຫດ ເຮັດໃຫ້ຈໍານວນ ຄົນວ່າງງານ ເພີ້ມຂື້ນ.
ນັບແຕ່ເດືອນ ມົກກະຣາ ປີ 2010 ມາຮອດເດືອນ ເມສານີ້ ສະຫະຣັຖ ຂາດດຸນ ການຄ້າໃຫ້ແກ່ ຈີນເຖິງ 71 ຕື້ໂດລາ ສະຫະຣັຖແລ້ວ ແລະສໍາລັບ ຕລອດປີ 2009
ສະຫະຣັຖ ຂາດດຸນການຄ້າ ໃຫ້ຈີນເຖິງ 226 ຕື້ໂດລາ ສະຫະຣັຖ. ສະຫຣັຖ ແລະຢູໂຣບ ຕ້ອງການໃຫ້ຈີນ ຂື້ນຄ່າຂອງເງິນຢວນ ເພື່ອໃຫ້ຈີນເພີ້ມ ການນໍາເຂົ້າ ສິນຄ້າຈາກ ສະຫະຣັຖ ແລະຢູໂຣບ ໃຫ້ຫລາຍຂື້ນແລະ ໃນຣາຄາຖືກ. ນອກນັ້ນ ການຂື້ນຄ່າ ຂອງເງິນຢວນນີ້ ຈະເຮັດໃຫ້ຈີນ ຫັນປ່ຽນ ນະໂຍບາຍ ເສຖກິດ ຈາກການສົ່ງອອກ ມາເປັນເສຖກິດ ອຸປໂພກ ບໍຣິໂພກ ຫລືວ່າ ເສຖກິດທີ່ມີ ຜູ້ຊົມໃຊ້ພາຍ ໃນປະເທດໃຫ້ ຫລາຍຂື້ນ.
ທ່ານ Adam Carr ນັກເສຖສາດ ຂອງບໍຣິສັດ ICAP ຂອງ Australia ເວົ້າວ່າການປ່ຽນແປງ ລະບົບການແລກ ປ່ຽນເງິນຕຣາ ຂອງຈີນ ຄັ້ງນີ້ ບໍ່ມີເນື້ອໃນ ຫລາຍດອກ ໃນເມື່ອຈີນ ຈະບໍ່ອະນຸຍາດ ໃຫ້ຄ່າ ຂອງເງິນຢວນຂື້ນ ຫລືລົງ ໃນຂອບເຂດກ້ວາງ.
ທ່ານວ່າ ການຊື້ເງິນໂດລາ ສະຫະຣັຖ ໃນຈໍານວນຫລາຍ ຂອງທະນາຄານ ທີ່ຣັຖບານ ຄວບຄຸມ ປາກົດວ່າເປັນ ການຊື້ຕາງໜ້າ ໃຫ້ທະນາຄານ ກາງຂອງຣັຖບານຈີນ
ຊື່ງບົ່ງບອກ ໃຫ້ເຫັນວ່າ ທາງການຈີນ ຍັງສືບຕໍ່ ຄວບຄຸມຄ່າຂອງ ເງິນຢວນຢ່າງໜັກຢູ່. ທ່ານຍັງກ່າວເນັ້ນ ອີກວ່າ ການເພີ້ມຄ່າຂອງ ເງິນຢວນ ຈະບໍ່ເຮັດໃຫ້ ເສຖກິດໂລກ ມີຄວາມກໍ້າເກິ່ງ ໄດ້ໝົດ.
ໃນທໍານອງດຽວກັນ ບົດວິເຄາະ ຂອງ ທ່ານ Richard Lee ສລຸບວ່າ ດຽວນີ້ ສະພາບເສຖກິດໂລກ ໄດ້ເລີ້ມດີຂື້ນແລ້ວ ເສຖກິດຈີນ ກໍເຕີບໃຫ່ຽຂື້ນ ຢ່າງວ່ອງໄວ
ທາງການຈີນ ກໍຊອກຫາວິທີ ຕໍ່ຕ້ານໄພເງິນເຟີ້-ຣາຄາ ສິ່ງຂອງແພງ. ຄ່າຄອງຊີບຢູ່ໃນ ປະເທດຈີນເພີ້ມຂື້ນ 3% ແລ້ວ ແລະບໍ່ຄາດວ່າ ຈະຫລຸດລົງ. ການເຮັດໃຫ້ຄ່າ ຂອງເງິນຢວນ ເພີ້ມຂື້ນ ສ່ວນນື່ງກໍແມ່ນ ເພື່ອບັນເທົາກັບ ການເພີ້ມຂື້ນຂອງ ຣາຄາສິ່ງຂອງ ຈໍານວນນື່ງ ເພື່ອບໍ່ໃຫ້ຜູ້ ບໍຣິໂພກ ຕ້ອງຊື້ ໃນຣາຄາແພງ.
ເຖິງຢ່າງໃດກໍດີ ທ່ານວ່າ ອັດຕຣາການແລກ ປ່ຽນເງິນຢວນ ແບບປ່ອຍໃຫ້ຄ່າ ຂອງມັນລອຍໄປ ຕາມການແລກ ປ່ຽນໃນຕລາດນີ້ ຍັງຖືກຄວບຄຸມ ຢູ່ແລະຄາດວ່າ ຄ່າຂອງເງິນຢວນ ຕໍ່ເງິນໂດລາ ສະຫະຣັຖ ຈະເພີ້ມຂື້ນ ບໍ່ເກີນ 3-4% ເທົ່ານັ້ນພາຍ ໃນສອງປີ ຂ້າງໜ້າ.